Coronavirus disease (COVID-19)

ການຕອບໂຕ້ກັບພະຍາດໂຄວິດ-19 ຢູ່ ສປປ ລາວ

 

Getty images
© Credits

ອັບເດດຫຼ້າສຸດ:  21 ກຸມພາ 2021

 

ກະຊວງສາທາລະນະສຸກ ຂອງ ສປປ ລາວ ໄດ້ເປີດສູນປະຕິບັດງານສຸກເສີນດ້ານສາທາລະນະສຸກ ໃນວັນທີ 31 ທັນວາ 2019 ເຊິ່ງເປັນມື້ດຽວກັນທີ່ ສປ ຈີນ ໄດ້ອອກແຈ້ງການພາຍໃຕ້ລະບຽບການດ້ານສາທາລະນະສຸກສາກົນ ກ່ຽວກັບການເຈັບປ່ວຍທາງລະບົບຫາຍໃຈແບບໃໝ່. ນັບແຕ່ນັ້ນເປັນຕົ້ນມາ ອົງການອະນາໄມໂລກ ປະຈຳ ສປປ ລາວ ກໍ່ໄດ້ເຮັດວຽກຮ່ວມກັບກະຊວງສາທາລະນະສຸກ ໃນການກະກຽມ ແລະ ຕອບໂຕ້ກັບພະຍາດໂຄວິດ-19 ທີ່ຈະມາເຖິງ. ຄວາມພະຍາຍາມເຫຼົ່ານີ້ໄດ້ເພີ່ມທະວີຂຶ້ນ ນັບແຕ່ເດືອນກຸມພາເປັນຕົ້ນມາ ພາຍຫຼັງການຖະແຫຼງຂອງຜ້ອຳນວຍການໃຫຍ່ອົງການອະນາໄມໂລກ ກ່ຽວກັບການລະບາດໃຫຍ່ຂອງພະຍາດໂຄວິດ-19.

ວຽກງານສຳຄັນ ທີ່ອົງການອະນາໄມໂລກ ກຳລັງໃຫ້ການສະໜັບສະໜຸນແກ່ກະຊວງສາທາລະນະສຸກຂອງ ສປປ ລາວ ລວມມີ: ວຽກງານສ້າງຄວາມເຂັ້ມແຂງໃນການເຝົ້າລະວັງພະຍາດໂຄວິດ-19 ແລະ ພະຍາດທາງລະບົບຫາຍໃຈອື່ນໆ; ວຽກງານເພີ່ມທະວີຄວາມສາມາດໃນການວິເຄາະຫາເຊື້ອພະຍາດໂຄວິດ-19; ວຽກງານເພີ່ມທະວີຄວາມສາມາດ ແລະ ຄວາມກຽມພ້ອມຂອງລະບົບສາທາລະນະສຸກ; ວຽກງານສະໜັບສະໜຸນດ້ານວິຊາການ ກ່ຽວກັບການໃຫ້ຄຳແນະນຳກ່ຽວກັບສຸຂະພາບ; ການສື່ສານຄວາມສ່ຽງ ແລະ ການຮ່ວມມືກັບຊຸມຊົນ.

ສະຖິຕິກ່ຽວກັບພະຍາດໂຄວິດ-19 ຢູ່ ສປປ ລາວ (ເປັນພາສາອັງກິດ)

Confirmed cases
Confirmed deaths

ກອງທຶນສາມັກຄີສຳລັບການຕອບໂຕ້ກັບພະຍາດໂຄວິດ-19

ຂໍ້ມູນເພີ່ມເຕີມກ່ຽວກັບພະຍາດໂຄວິດ-19 ຈາກອົງການອະນາໄມໂລກ (ເປັນພາສາອັງກິດ)