© WHO/Enric Catala
Nurse giving mother health education during regular house visit
© Credits

ການສ້າງໃຫ້ປະຊາຊົນ ໃນ ສປປ ລາວ ມີສຸຂະພາບດີ ເປັນການລົງທຶນພັດທະນາທີ່ສະຫຼາດສ່ອງໃສທີ່ສຸດ

ທ່ານ ສາດສະດາຈານ ກິດຕິມະສັກ, ປະລິນຍາເອກ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ດຣ ທິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ

7 April 2025

ມື້ນີ້ ເປັນວັນສຸຂະພາບໂລກ ແລະ ວັນຄົບຮອບການສ້າງຕັ້ງອົງການອະນາໄມໂລກ. ນັບຕັ້ງແຕ່ອົງການອະນາໄມໂລກໄດ້ສ້າງຕັ້ງຂຶ້ນຫຼາຍກວ່າ 75 ປີ ຜ່ານມາ, ພວກເຮົາໄດ້ສືບຕໍ່ຄຳໝັ້ນສັນຍາຂອງພວກເຮົາຕໍ່ກັບມາດຕະຖານສຸຂະພາບທີ່ຄວນບັນລຸໄດ້ສູງທີ່ສຸດ ເຊິ່ງນີ້ບໍ່ແມ່ນການສ້າງຄວາມແຕກໂຕນດ້ານສຸຂະພາບໃຫ້ຜູ້ໃດຜູ້ໜຶ່ງ, ແຕ່ເພື່ອໃຫ້ສິດສຳລັບທຸກໆຄົນໃຫ້ມີສຸຂະພາບດີ.

ການທີ່ຈະບັນລຸເປົ້າໝາຍດັ່ງກ່າວ ແລະ ເອົາຊະນະສິ່ງທ້າທາຍໃນວຽກງານສາທາລະນະສຸກນັ້ນ ຕ້ອງໄດ້ນຳໃຊ້ວິທະຍາສາດ, ວິທີແກ້ໄຂ, ຄວາມສາມັກຄີ ແລະ ການລົງມືປະຕິບັດຮ່ວມກັນ.

ສະພາບການໃນໂລກຂອງເຮົາໄດ້ປະສົບກັບໄພຂົ່ມຂູ່ຫຼາຍຢ່າງຕໍ່ລະບົບສາທາລະນະສຸກຢ່າງບໍ່ເຄີຍມີມາກ່ອນ ແລະ ອາດຈະເກີດຂຶ້ນໃໝ່ໃນອະນາຄົດ. ສະນັ້ນ, ການກະກຽມຄວາມພ້ອມໃນການປ້ອງກັນ ແລະ ໂຕ້ຕອບຕໍ່ໄພຂົ່ມຂູ່ດັ່ງກ່າວ ຈຶ່ງມີຄວາມຈຳເປັນທີ່ສຸດ. ໃນໄລຍະທີ່ຜ່ານມາ ຍ້ອນການໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນ, ສປປ ລາວ ໄດ້ພິສູດໃຫ້ເຫັນວ່າມີຄວາມສາມາດຜ່ານຜ່າບັນຫາທ້າທາຍດ້ານສາທາລະນະສຸກອັນໃຫຍ່ຫຼວງໄດ້, ພ້ອມດຽວກັນ ກໍຍັງສືບຕໍ່ປັບປຸງ ແລະ ພັດທະນາຄວາມສາມາດໃນການແກ້ໄຂບັນຫາຕ່າງໆ ໃຫ້ດີຂຶ້ນ.

ນັບແຕ່ອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກຂອງ ສປປ ລາວ ໄດ້ເລີ່ມເຮັດວຽກຮ່ວມກັນໃນປີ 1950 ເປັນຕົ້ນມາ, ການຮ່ວມມືດັ່ງກ່າວ ໄດ້ຊ່ວຍເຫຼືອປະຊາຊົນໃນຊາດ ກໍຄື ເປັນຄູ່ຮ່ວມພັດທະນາຫຼັກ ຂອງກະຊວງສາທາລະນະສຸກ ໃນພາລະກິດການປົກປ້ອງປະຊາຊົນບັນດາເຜົ່າ ໃຫ້ມີສຸຂະພາບດີ ທຸກຖ້ວນໜ້າ ດີຂຶ້ນເປັນກ້າວໆ.

ການຮ່ວມມືດັ່ງກ່າວ ໄດ້ສົ່ງຜົນໃຫ້ພວກເຮົາ ສາມາດກ້າວໄປສູ່ ການລົບລ້າງພະຍາດໄຂ້ມາລາເຣຍ ເຊິ່ງຕົວເລກກໍລະນີຕິດເຊື້ອໄດ້ຫຼຸດລົງຈາກ ປະມານ 460 000 ໃນປີ 1997 ເຫຼືອພຽງ 343 ກໍລະນີ ໃນປີ 2024.

ໃນປີ 2000, ສປປ ລາວ ໄດ້ປະກາດລົບລ້າງພະຍາດໂປລີໂອ ແລະ ປີ 2023 ໄດ້ປະກາດລົບລ້າງພະຍາດຂາຊ້າງຢ່າງເປັນທາງການ ເຊິ່ງເປັນໜຶ່ງໃນພະຍາດເຂດຮ້ອນທີ່ຄວນເອົາໃຈໃສ່. ນອກນີ້, ສປປ ລາວ ກໍໃກ້ລົບລ້າງພະຍາດໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ ອື່ນໆ ເຊັ່ນກັນ.

ການສັກຢາກັນພະຍາດແຫ່ງຊາດ ໄດ້ມີການຂະຫຍາຍກວ້າງຂຶ້ນ ໂດຍໄດ້ລົງເຄື່ອນໄຫວໃຫ້ວັກຊີນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ແລະ ວັກຊີນປ້ອງກັນພະຍາດໂປລີໂອໃຫ້ແກ່ເດັກນ້ອຍທີ່ຢູ່ໃນເກນອາຍຸທົ່ວປະເທດ ພ້ອມທັງ ລົງສັກວັກຊີນກັນມະເຮັງປາກມົດລູກ (ເຊິ່ງວັກຊີນດັ່ງກ່າວ ໄດ້ຊ່ວຍໃຫ້ເດັກນ້ອຍຜູ້ຍິງອາຍຸ 10 ປີ ຫຼາຍກວ່າ 90% ໄດ້ຮັບການປົກປ້ອງຈາກມະເຮັງປາກມົດລູກ) ຮັບປະກັນໃຫ້ເດັກນ້ອຍໃນ ສປປ ລາວ ມີພູມຄຸ້ມກັນຕໍ່ພະຍາດດັ່ງກ່າວ.

ສປປ ລາວ ຍັງເປັນຕົວແບບໃຫ້ການອອກນິຕິກຳ ວ່າດ້ວຍກຳນົດໃຫ້ຢາສູບໄຟຟ້າ ເປັນຜະລິດຕະພັນທີ່ຜິດກົດໝາຍ, ເຊິ່ງ ສປປ ລາວ ເປັນ 1 ໃນ 35 ປະເທດທົ່ວໂລກ ທີ່ຫ້າມບັນດາບໍລິສັດຢາສູບ ໃນການຈຳໜ່າຍຜະລິດຕະພັນເສບຕິດທີ່ອັນຕະລາຍໃຫ້ແກ່ປະຊາຊົນ.

ອີກໜຶ່ງຜົນສຳເລັດທີ່ພົ້ນເດັ່ນ ໃນວຽກງານສຸຂະພາບແມ່ ແລະ ເດັກ ເຊິ່ງເປັນຕົວຊີ້ວັດອັນສຳຄັນໃນວຽກງານການພັດທະນາວຽກງານສາທະລະນະສຸກ. ນັບແຕ່ປີ 2000 ຈົນເຖິງ ປີ 2023, ຕົວເລກກໍລະນີເສຍຊີວິດຂອງແມ່ຍິງຖືພາ ໄດ້ຫຼຸດລົງເຖິງ 81.6% ຫຼື ຈາກ 609 ຄົນ ຕໍ່ການເກີດມີຊິວິດ 100 000 ຄົນ ເຫຼືອ 112 ຄົນ ເຊິ່ງ ສປປ ລາວ ເປັນໜຶ່ງໃນປະເທດທີ່ມີອັດຕາການເສຍຊີວິດຂອງແມ່ຍິງຖືພາ ຫຼຸດລົງໄວທີ່ສຸດໃນໂລກ.

ໃນປີ 1978, ອັດຕາການເສຍຊີວິດຂອງເດັກອາຍຸຕ່ຳກວ່າ 5 ປີ ແມ່ນ 218 ຄົນ ຕໍ່ທຸກໆ 1000 ຄົນເກີດມີຊີວິດ ເຊິ່ງເປັນເລື່ອງທີ່ໜ້າສະຫຼົດໃຈ. ແຕ່ມາໃນປີ 2023, ຫຼັງຈາກມີການກຳນົດໃຫ້ບັນຫາດັ່ງກ່າວ ເປັນວຽກງານບູລິມະສິດ ແລະ ມີການລົງທຶນຢ່າງຕໍ່ເນື່ອງ ໄດ້ເຮັດໃຫ້ຕົວເລກດັ່ງກ່າວ ຫຼຸດລົງເຫຼືອ 28 ຄົນ ຕໍ່ທຸກໆ 1000 ຄົນ ນີ້ກໍແມ່ນຜົນງານອັນພົ້ນເດັ່ນອັນໜຶ່ງ.

ບັນດາຜົນສຳເລັດເຫຼົ່ານີ້ ສະທ້ອນໃຫ້ເຫັນເຖິງ ຄວາມພະຍາຍາມຂອງການນຳພັກ-ລັດ, ບັນດາພະນັກງານແພດໝໍທີ່ເຮັດວຽກຢູ່ເບື້ອງຫຼັງ ພ້ອມທັງ ການຊີ້ນຳນຳພາທີ່ເຂັ້ມແຂງຂອງອົງການຈັດຕັ້ງລັດທຸກຂັ້ນ ເຊິ່ງເປັນສິ່ງທີ່ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຢ່າງສະເໝີຕົ້ນສະເໝີປາຍ ແລະ ການລົງທຶນໃສ່ຂະແໜງສາທາລະນະສຸກ ທັງພາຍໃນປະເທດ ແລະ ຈາກບັນດາຄູ່ຮ່ວມພັດທະນາຫຼາຍພາກສ່ວນ.

ບັນດາຜົນສຳເລັດເຫຼົ່ານີ້ ເປັນເຄື່ອງໝາຍພິສູດໃຫ້ຮູ້ວ່າ ຄວາມສຳເລັດເປັນສິ່ງທີ່ບໍ່ເໜືອຄວາມສາມາດ ເຊິ່ງອົງການອະນາໄມໂລກ ກໍມີຄວາມພາກພູມໃຈທີ່ໄດ້ມີສ່ວນໃນການສະໜັບສະໜູນ ຮ່ວມກັບ ຄູ່ຮ່ວມພັດທະນາພາກສ່ວນອື່ນໆ ໃນທຸກບາດກ້າວ ຂອງຂະແໜງສາທາລະນະສຸກ.

ເຖິງຢ່າງໃດກໍຕາມ, ພວກເຮົາກໍຍັງຕ້ອງສືບຕໍ່ຈັດຕັ້ງປະຕິບັດວຽກງານເຫຼົ່ານີ້ ເພື່ອຮັບປະກັນໃຫ້ປະຊາຊົນ ມີສຸຂະພາບດີ. ເຖິງແມ່ນວ່າ ສປປ ລາວ ພວມປະເຊີນບັນຫາທ້າທາຍຫຼາຍຢ່າງ ເປັນຕົ້ນ ດ້ານງົບປະມານ, ຄ່າໃຊ້ຈ່າຍທີ່ເພີ່ມສູງຂຶ້ນ, ການປ່ຽນແປງ ໃນຂະແໜງການພັດທະນາສາກົນ ແລະ ໄພຂົ່ມຂູ່ ຈາກການປ່ຽນແປງດິນຟ້າອາກາດ.

ບັນດາສິ່ງທ້າທາຍທີ່ກ່າວມາ ອາດສົ່ງຜົນກະທົບຕໍ່ກັບບັນດາຜົນສຳເລັດດ້ານສຸຂະພາບທີ່ຍາດມາໄດ້ ແລະ ອາດເຮັດໃຫ້ບາງຂົງເຂດວຽກງານບໍ່ມີຄວາມຄືບໜ້າ.

ຂົງເຂດວຽກງານສຸຂະພາບແມ່ ແລະ ເດັກ ຖືເປັນຕົວຢ່າງທີ່ພົ້ນເດັ່ນ. ຜ່ານມາ, ສປປ ລາວ ໄດ້ມີຄວາມຄືບໜ້າຢ່າງຫຼວງຫຼາຍ ໃນຂົງເຂດດັ່ງກ່າວ ແຕ່ວ່າ ພວກເຮົາມີຄວາມສ່ຽງ ທີ່ຈະບໍ່ສາມາດບັນລຸບາງເປົ້າໝາຍ ໃນຂົງເຂດວຽກງານດັ່ງກ່າວ. ເຖິງວ່າ ອັດຕາການເສຍຊີວິດຂອງເດັກອາຍຸຕ່ຳກວ່າ 5 ປີ ຢູ່ໃນເກນບັນລຸຄາດໝາຍ ພາຍໃຕ້ເປົ້າໝາຍການພັດທະນາແບບຍືນຍົງ, ແຕ່ອັດຕາການເສຍຊີວິດຂອງເດັກເກີດໃໝ່ ຍັງຄົງຫຼຸດຄາດໝາຍທີ່ວາງໄວ້. ຕົວເລກຂອງແມ່ທີ່ເກີດລູກຢ່າງປອດໄພ ຜ່ານມາ ແມ່ນດີຂຶ້ນ, ແຕ່ວ່າຕົວເລກດັ່ງກ່າວ ກໍຍັງເພີ່ມຂຶ້ນຊ້າ. ທ່າມກາງສະພາບການ ງົບປະມານທີ່ຈຳກັດ ເຮັດໃຫ້ວຽກງານດັ່ງກ່າວຕົກຢູ່ໃນຄວາມສ່ຽງ ແລະ ອາດບໍ່ສາມາດເຮັດໃຫ້ບັນດາຄາດໝາຍເຫຼົ່ານັ້ນ ບັນລຸໄດ້ ຫຼື ຫຼຸດໜ້ອຍຖອຍລົງ.

ເວລານີ້ ເປັນເວລາທີ່ພວກເຮົາ ຕ້ອງພ້ອມກັນເລັ່ງສືບຕໍ່ ສ້າງຜົນສຳເລັດ ແລະ ຮັກສາຜົນງານທີ່ຍາດມາໄດ້ ບໍ່ໃຫ້ຫຼຸດໜ້ອຍຖອຍລົງ.

ການລົງທຶນໃສ່ຂະແໜງສາທາລະນະສຸກ ເປັນການລົງທຶນໃສ່ ທັງປັດຈຸບັນ ແລະ ອະນາຄົດ. ບໍ່ພຽງແຕ່ເປັນການຊ່ວຍເຫຼືອ ແລະ ກອບກູ້ຊີວິດ ຂອງບັນດາແມ່, ເດັກນ້ອຍ, ພໍ່ແມ່ຜູ້ປົກຄອງ ແລະ ຄອບຄົວ ອັນເປັນທີ່ຮັກ ແລະ ຍັງເປັນການຊຸກຍູ້ ການຈ້າງງານ, ລາຍຮັບ, ຜົນຜະລິດ, ຄວາມເທົ່າທຽມ, ການສຶກສາ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ຍິງ ເຊິ່ງສິ່ງເຫຼົ່ານີ້ ໄດ້ຖືກພິສູດແລ້ວວ່າ ເປັນສິ່ງທີ່ຈຳເປັນຢ່າງຍິ່ງ ໃນການພັດທະນາ ຂອງປະເທດຊາດ.

ຜົນສະທ້ອນຈາກງົບປະມານທີ່ຈຳກັດ ຈະສົ່ງຜົນກະທົບຕໍ່ການໃຫ້ບໍລິການສາທາລະນະສຸກ, ການເຂົ້າເຖິງ ແລະ ຄຸນນະພາບຂອງການບໍລິການປີ່ນປົວສຸຂະພາບ ແລະ ຍິ່ງໄປກວ່ານັ້ນ ອາດກະທົບຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ແຕ່ໂຈດເຫຼົ່ານີ້ ບໍ່ແມ່ນຫຼີກລ່ຽງບໍ່ໄດ້. ເພື່ອສ້າງຄວາມຍືນຍົງ, ແຂງແກ່ນຂຶ້ນ ແລະ ປະຊາຊົນມີສຸຂະພາບດີຂຶ້ນ ແມ່ນ ຮຽກຮ້ອງໃຫ້ມີການດຳເນີນການ 4 ຂໍ້ສຳຄັນດັ່ງນີ້:

ຂໍ້ທຳອິດ, ການຈັດສັນງົບປະມານແຫ່ງຊາດ ແກ່ຂະແໜງການສາທາລະນະສຸກ ຢ່າງເໝາະສົມ ຕາມທີ່ສະພາແຫ່ງຊາດ ໄດ້ມີມະຕິຕົກລົງ ເຊິ່ງຄວນແມ່ນການປະກອບສ່ວນ ຈາກງົບປະມານລັດ ເພີ່ມຂຶ້ນ ໃນຂະນະທີ່ທຶນການຊ່ວຍເຫຼືອມີທ່າອ່ຽງຫຼຸດລົງ, ບໍ່ແມ່ນການປະກອບສ່ວນຈາກຜູ້ໃຫ້ທຶນ ທັງນີ້ ແມ່ນເພື່ອຮັບປະກັນຄວາມຍືນຍົງ.

ຂໍ້ທີ 2, ພວກເຮົາ ຕ້ອງສຸມໃສ່ການສ້າງລາຍຮັບເພີ່ມ ເພື່ອນຳໄປໃຊ້ຈ່າຍ ສຳລັບສິ່ງທີ່ຈຳເປັນ ໂດຍຊຸກຍູ້ໃຫ້ມີການຈັດຕັ້ງປະຕິບັດອາກອນກັບຜະລິດຕະພັນທີ່ມີທາດເຫຼົ້າ, ຜະລິດຕະພັນຢາສູບ ແລະ ເຄື່ອງດື່ມທີ່ມີທາດນ້ຳຕານ ແລະ ຢຸດການຍົກເວັ້ນອາກອນ ແລະ ຂຶ້ນອາກອນສຳລັບຜະລິດຕະພັນທີ່ເປັນອັນຕະລາຍ ເຫຼົ່ານີ້. ການປະຕິບັດດັ່ງນີ້ ຈະເປັນຜົນດີ ຕໍ່ກັບລາຍຮັບຂອງລັດຖະບານ ແລະ ຊ່ວຍຫຼຸດພາລະ ທີ່ມາຈາກບັນດາພະຍາດທີ່ບໍ່ຕິດຕໍ່ ໂດຍການສົ່ງເສີມໃຫ້ປະຊາຊົນ ມີສຸຂະພາບທີ່ດີຂຶ້ນ.

ຂໍ້ທີ 3, ບັນດາຄູ່ຮ່ວມພັດທະນາ ຕ້ອງສືບຕໍ່ໃຫ້ການສະໜັບສະໜູນ ແລະ ເພີ່ມງົບປະມານການຊ່ວຍເຫຼືອ ເພື່ອຮັກສາການບໍລິການສຸຂະພາບ ທີ່ຈຳເປັນ. ພວກເຮົາ ຂໍຮຽກຮ້ອງໃຫ້ບັນດາຄູ່ຮ່ວມພັດທະນາ ພິຈາລະນາຊ່ວຍເຫຼືອ ສປປ ລາວ ເພີ່ມຕື່ມ ເນື່ອງຈາກຄວາມທ້າທາຍດ້ານສະພາບເສດຖະກິດ ແລະ ສະພາບການຂອງໂລກ.

ຂໍ້ສຸດທ້າຍ, ຮັບປະກັນວ່າແຫຼ່ງຊັບພະຍາກອນ ຂອງອົງການອະນາໄມໂລກ ຈະຖືກນຳໃຊ້ຢ່າາງເໝາະສົມ. ງົບປະມານ ທຸກໆ 1 ໂດລາທີ່ລົງທຶນໃນອົງການອະນາໄມໂລກ ໃຫ້ຜົນຕອບແທນ 35 ໂດລາ. ເວົ້າລວມແລ້ວ, ຖ້າອົງການອະນາໄມໂລກ ມີງົບປະມານທີ່ຍືນຍົງ ຈະສາມາດຊ່ວຍສະໜັບສະໜູນ ສປປ ລາວ ໃນການສ້າງສັງຄົມທີ່ມີສຸຂະພາບດີ, ເຂັ້ມແຂງ ແລະ ເປັນປະເທດມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ ພ້ອມທັງປ້ອງກັນ ແລະ ປົກປ້ອງສັງຄົມຈາກໄພຂົ່ມຂູ່ຕ່າງໆ ທີ່ກະທົບຕໍ່ສຸຂະພາບ ທີ່ອາດເກີດຂຶ້ນໃນອະນາຄົດ.

ການປະຕິບັດເຫຼົ່ານີ້ ມີຄວາມຈຳເປັນຮຽກຮ້ອງ ໃຫ້ມີການຕັດສິນໃຈຮ່ວມມືຊ່ວຍເຫຼືອກັນຈາກຫຼາຍພາກສ່ວນ, ຖ້າເຮັດໄດ້ແນວນັ້ນ ຈະສົ່ງຜົນຕອບແທນອັນໃຫຍ່ຫຼວງ ຕໍ່ການລົງທຶນດັ່ງກ່າວ.

ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ພວກເຮົາເຫັນແຈ້ງແລ້ວວ່າ ການມີມາດຕະຖານທາງສາທາລະນະສຸກທີ່ເຂັ້ມແຂງ ແມ່ນມີຄວາມຈຳເປັນຕໍ່ການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຄວາມສ່ຽງຂອງການລົງທຶນຕໍ່າ.

ວຽກງານດັ່ງກ່າວ ອາດຈະເບິ່ງຄືເປັນສິ່ງທີ່ຫຍຸ້ງຍາກ. ແຕ່ເຖິງຢ່າງໃດກໍຕາມ, ດັ່ງທີ່ພວກເຮົາໄດ້ເຫັນຈາກຜົນສຳເລັດຂອງ ສປປ ລາວ ທີ່ຜ່ານມາ, ເຮັດໃຫ້ພວກເຮົາເຊື່ອໝັ້ນວ່າ: ພວກເຮົາຈະສາມາດເຮັດສຳເລັດໄດ້.