ໃນ ສປປ ລາວ, ການຊົມໃຊ້ຢາສູບ ເຮັດໃຫ້ມີຄົນເສຍຊີວິດຫຼາຍກວ່າ 6700 ຄົນ ຕໍ່ປີ ຫຼື ຫຼາຍກວ່າ 17 ຄົນຕໍ່ມື້. ໝາຍຄວາມວ່າ ເຮົາໄດ້ສູນເສຍຄົນທີ່ຮັກໄປ ລວມທັງຜູ້ທີ່ເປັນແມ່, ພໍ່, ລູກຫຼານ, ປູ່ຍ່າຕາຍາຍ ຈຳນວນເກືອບ 7000 ຄົນ ຍ້ອນພະຍາດຫົວໃຈ, ພະຍາດປອດ, ພະຍາດມະເຮັງ, ພະຍາດເສັ້ນເລືອດໃນສະໝອງຕີບ-ຕັນ-ແຕກ ແລະ ພະຍາດຮ້າຍແຮງອື່ນໆ ທີ່້ເປັນຜົນກະທົບຕໍ່ສຸຂະພາບເນື່ອງມາຈາກການຊົມໃຊ້ຢາສູບ ເຊັ່ນ ຄວາມສ່ຽງຕໍ່ການເປັນພະຍາດວັນນະໂລກ ຍ້ອນການສູບຢາ ແລະ ການໄດ້ຮັບຄວັນຢາສູບມືສອງ.
ສິ່ງເຫຼົ່ານີ້ ມີຜົນກະທົບຫຼາຍຕໍ່ການພັດທະນາເສດຖະກິດ-ສັງຄົມ ເພາະວ່າການສູບຢາພາໃຫ້ມີການໃຊ້ຈ່າຍຄ່າປິ່ນປົວພະຍາດທີ່ສູງຂຶ້ນ, ໃນຂະນະດຽວກັນ ການເຈັບເປັນທີ່ມີສາເຫດກ່ຽວຂ້ອງກັບການຊົມໃຊ້ສູບຢາ ແລະ ການເສຍຊີວິດກ່ອນໄວອັນຄວນ ເຮັດໃຫ້ເກີດການສູນເສຍຜະລິດຕະພາບທາງເສດຖະກິດ. ໂດຍປະມານແລ້ວ ໃນປີ 2017, ການຊົມໃຊ້ຢາສູບ ແມ່ນໄດ້ເຮັດໃຫ້ ສປປ ລາວ ສູນເສຍມູນຄ່າທາງເສດຖະກິດ ສູງເຖິງ 3.6 ລ້ານລ້ານກີບ ຫຼື ເທົ່າກັບ 2.3% ຂອງລວມຍອດຜະລິດຕະພັນພາຍໃນ (GDP).
ເຖິງຢ່າງໃດກໍຕາມ, ຍັງມີວິທີການທີ່ຈະຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສຸຂະພາບຈາກການຊົມໃຊ້ຢາສູບ ໃນຄະນະທີ່ເລັ່ງເກັບລາຍຮັບຈາກອາກອນຢາສູບ ເພື່ອຕອບສະໜອງງົບປະມານໃຫ້ແກ່ການບໍລິການສາທາລະນະສຸກ ໃນການປິ່ນປົວພະຍາດທີ່ເກີດຈາກການສູບຢາ ແລະ ເພື່ອຂະຫຍາຍຕາໜ່າງການບໍລິການດ້ານສາທາລະນະສຸກໃຫ້ກັບປະຊາຊົນໃຫ້ກວ້າງຂວາງຍິ່ງຂຶ້ນ.
ສປປ ລາວ ມີອັດຕາອາກອນຢາສູບທີ່ຕ່ຳທີ່ສຸດ ແລະ ລາຄາຢາສູບທີ່ຕ່ຳເປັນອັນດັບສອງ ໃນບັນດາປະເທດອາຊຽນ. ການເກັບອາກອນຈາກຜະລິດຕະພັນຢາສູບ ແມ່ນເປັນເຄື່ອງມືທີ່ໄດ້ຮັບການພິສູດແລ້ວວ່າ ມີປະສິດທິພາບສາມາດຊ່ວຍຫຼຸດຜ່ອນຜົນກະທົບຂອງຜະລິດຕະພັນດັ່ງກ່າວ ເຊິ່ງອາດຮ້າຍແຮງເຖິງແກ່ຊີວິດຂອງຜູ້ຊົມໃຊ້ ທັງຍັງສາມາດສ້າງລາຍຮັບຢ່າງຫຼວງຫຼາຍໃຫ້ກັບລັດຖະບານ ອີກດ້ວຍ.
ປະເທດໃກ້ຄຽງ ເຊັ່ນ ປະເທດໄທ ແລະ ປະເທດຟິລິບປິນ ຖືເປັນຕົວຢ່າງທີ່ດີ ໃນການເກັບອາກອນຢາສູບ. ປະເທດໄທ ໄດ້ເອົາງົບປະມານ 2% ທີ່ໄດ້ຈາກການເກັບອາກອນ ຢາສູບ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ໄປນຳໃຊ້ໃນກິດຈະກຳການສົ່ງເສີມສຸຂະພາບ ຜ່ານໜ່ວຍງານອິດສະຫຼະຂອງລັດ ກໍຄື ສຳນັກງານກອງທຶນສະໜັບສະໜູນການສ້າງເສີມສຸຂະພາບ (ສສສ ຫຼື ThaiHealth) ເຮັດໃຫ້ ສສສ ໄດ້ຮັບງົບປະມານສະເລ່ຍຕໍ່ປີປະມານ 120 ໂດລາ ສະຫະລັດ ຈາກອາກອນ ຢາສູບ.
ໃນທຳນອງດຽວກັນ, ໃນລະຫວ່າງປີ 2012 ຫາ ປີ 2020, ການປະຕິຮູບອາກອນຢາສູບ ແລະ ຜະລິດຕະພັນທີ່ມີທາດເຫຼົ້າໃນປະເທດຟິລິບປິນ ລວມທັງການຂຶ້ນອາກອນ 1,000% ສຳລັບຍີ່ຫໍ້ຢາສູບລາຄາຖືກ ເຮັດໃຫ້ລາຍຮັບທີ່ໄດ້ຈາກອາກອນຜະລິດຕະພັນຢາສູບ ແມ່ນເພີ່ມຂຶ້ນຈາກ 0.99 ຕື້ ໂດລາສະຫະລັດໃນປີ 2012 ເປັນ 6.6 ຕື້ ໂດລາສະຫະລັດ ໃນປີ 2020 ເຊິ່ງເທົ່າກັບ 11.3% ຂອງລາຍຮັບທັງໝົດຂອງລັດຖະບານໃນປີ 2020. ລາຍຮັບທີ່ເພີ່ມຂຶ້ນນີ້ ແມ່ນໄດ້ຖືກນຳໄປລົງທຶນເຂົ້າໃນກອງທຶນປະກັນສຸຂະພາບແຫ່ງຊາດ ເຮັດໃຫ້ສາມາດຄຸ້ມຄອງຄອບຄົວທີ່ທຸກຍາກ ແລະ ຢູ່ໃນເກນເກືອບທຸກຍາກ ໄດ້ຫຼາຍຂຶ້ນເຖິງ 3 ເທົ່າ ພາຍໃນເວລາພຽງ 3 ປີ.
ຜົນປະໂຫຍດທີ່ໄດ້ຈາກອາກອນຢາສູບຍັງມີຫຼາຍກວ່ານັ້ນ. ການເກັບອາກອນຢາສູບ ແລະ ການຂຶ້ນລາຄາຢາສູບ ຈະເຮັດໃຫ້ຄົນເຊົາສູບຢາ. ໃນປະເທດຟິລິບປິນ, ລາຄາຢາສູບທີ່ສູງຂຶ້ນຈາກການຂຶ້ນອາກອນຢາສູບ ສົ່ງຜົນໃຫ້ອັດຕາການສູບຢາຫຼຸດລົງ 34.4%. ໃນປະເທດໄທ, ຈຳນວນຜູ້ທີ່ສູບຢາແມ່ນຫຼຸດລົງຈາກ 22.5% ໃນປີ 2001 (ໃນໄລຍະທີ່ປະເທດໄທເລີິ່ມນຳໃຊ້ມາດຕະການທາງກົດໝາຍສຳລັບ ສສສ.) ເຫຼືອ 18.2% ໃນປີ 2014. ອັດຕາການສູບຢາທີ່ຫຼຸດລົງ ເຮັດໃຫ້ສູນເສຍຜະລິດຕະພາບໜ້ອຍລົງ ແລະ ມີການລາພັກວຽກເພື່ອປິ່ນປົວສຸຂະພາບຫຼຸດລົງ ເຊັ່ນດຽວກັນ. ນັ້ນໝາຍຄວາມວ່າ: ຈຳນວນຄົນເຈັບທີ່ຕ້ອງການການປິ່ນປົວທີ່ມີຄ່າໃຊ້ຈ່າຍທີ່ສູງ ແມ່ນຈະມີໜ້ອຍລົງ ແລະ ທີ່ສຳຄັນທີ່ສຸດກໍຄື ເຮັດໃຫ້ຊ່ວຍຊີວິດຜູ້ຄົນໄດ້ຫຼາຍຂຶ້ນ.
ອາກອນຢາສູບ ແມ່ນສົ່ງຜົນດີຕໍ່ກັບຜູ້ທຸກຍາກ ເຊິ່ງຂັດກັບຄວາມເຊື່ອທົ່ວໄປຂອງຫຼາຍຄົນ ເພາະວ່າເມື່ອອາກອນ ແລະ ລາຄາຂອງຢາສູບເພີ່ມສູງຂຶ້ນ ເຮັດໃຫ້ສະມາຊິກໃນຄົວເຮືອນທີ່ທຸກຍາກ ສູບຢາໜ້ອຍລົງ ຫຼື ອາດຈະອອກຢາສູບເລີຍ. ຜູ້ທຸກຍາກໃນປະເທດຟິລິບປິນ ແມ່ນກຳລັງໄດ້ຮັບຜົນປະໂຫຍດເຫຼົ່ານີ້.
ໃນປັດຈຸບັນ, ອາກອນຢາສູບຂອງ ສປປ ລາວ ແມ່ນຖືໄດ້ວ່າຕ່ຳທີ່ສຸດໃນພາກພື້ນ.[1] ອັດຕາອາກອນຢາສູບຂອງ ສປປ ລາວ ແມ່ນຢູ່ທີ່ 18.8% ຂອງລາຄາຂາຍຍ່ອຍ, ໃນຂະນະທີ່ອົງການອະນາໄມໂລກ ແນະນຳວ່າ ອາກອນຢາສູບ ຢ່າງໜ້ອຍ ຕ້ອງຢູ່ທີ່ 75%. ເຖິງຢ່າງໃດກໍຕາມ, ຍັງມີໂອກາດສຳຄັນທີ່ ສປປ ລາວ ຈະເພີ່ມອາກອນຢາສູບເປັນ 75% ຂອງລາຄາຂາຍຍ່ອຍ ເຊິ່ງຈະສາມາດສ້າງລາຍຮັບໄດ້ຢ່າງຫຼວງຫຼາຍໃຫ້ແກ່ລັດ ສຳລັບນຳໃຊ້ເຂົ້າໃນວຽກງານທີ່ຈຳເປັນ.
ເຫດຜົນໜຶ່ງທີ່ອັດຕາອາກອນຢາສູບຂອງ ສປປ ລາວ ຍັງຢູ່ໃນເກນທີ່ຕ່ຳ ແມ່ນເນື່ອງມາຈາກສິດຜົນປະໂຫຍດ ແລະ ການຍົກເວັ້ນອາກອນີໃຫ້ແກ່ອຸດສາຫະກຳຢາສູບ. ສິ່ງນີ້ໄດ້ຈຳກັດການຂຶ້ນອາກອນ ແລະ ລາຄາຢາສູບ ເຊິ່ງສົ່ງຜົນໃຫ້ມີຈຳນວນຜູ້ຊົມໃຊ້ຢາສູບຫຼາຍຂຶ້ນ. ເຮົາຕ້ອງການຢ້ຳຄືນວ່າ: ບໍ່ມີບໍລິສັດຢາສູບໃດ ຄວນໄດ້ຮັບການຍົກເວັ້ນອາກອນີ, ສິ່ງຈູງໃຈ, ສິດທິພິເສດ ຫຼື ສິດຜົນປະໂຫຍດໃດໆທັງນັ້ນ.
ສະຖານະການນີ້ ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນເທົ່ານັ້ນ, ມັນຍັງເຮັດໃຫ້ເກີດການສູນເສຍລາຍຮັບຈາກການເກັບອາກອນທາງກົງ ເຊິ່ງຄາດຄະເນວ່າ ສປປ ລາວ ແມ່ນໄດ້ສູນເສຍລາຍຮັບຫຼາຍກວ່າ 140 ລ້ານ ໂດລາສະຫະລັດ ລະຫວ່າງປີ 2002-2019 ຍ້ອນການຍົກເວັ້ນອາກອນດັ່ງກ່າວ.[2] ການຄາດຄະເນຂອງພວກເຮົາສະແດງໃຫ້ເຫັນວ່າ ຈຳນວນງົບປະມານເຫຼົ່ານີ້ ສາມາດນຳໄປສ້າງໂຮງໝໍໄດ້ເຖິງ 30 ແຫ່ງ ຫຼື ສາມາດນຳໄປໃຊ້ເຂົ້າໃນການບໍລິການສຸຂະພາບທີ່ຈຳເປັນ ແລະ ເລັ່ງດ່ວນສຳລັບປະຊາຊົນໄດ້.
ໃນໄລຍະທີ່ງົບປະມານແຫ່ງຊາດ ແລະ ການໃຊ້ຈ່າຍດ້ານສຸຂະພາບ ກຳລັງຢູ່ພາຍໃຕ້ແຮງກົດດັນ ຍ້ອນຜົນກະທົບຂອງການແຜ່ລະບາດຢ່າງຕໍ່ເນື່ອງ ແລະ ວິກິດການດ້ານສະບຽງອາຫານ, ນ້ຳມັນເຊື້ອໄຟ, ປຸ໋ຍ ແລະ ວິກິດການດ້ານການເງິນໃນທົ່ວໂລກ, ການເກັບອາກອນຢາສູບອາດຊ່ວຍໄດ້ຫຼາຍ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງໄດ້ການບໍລິການສຸຂະພາບທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ລາຄາບໍ່ສູງເກີນໄປ.
ການບັງຄັບໃຊ້ມາດຕະການອາກອນຢາສູບທີ່ມີຢູ່ ໃຫ້ສອດຄ່ອງກັບກົດໝາຍສ່ວຍສາອາກອນຂອງ ສປປ ລາວ ແລະ ການຂຶ້ນອັດຕາອາກອນ ຈະສາມາດຫລຸດພາລະໃຫ້ກັບລະບົບສາທາລະນະສຸກ ແລະ ບັນເທົາຜົນກະທົບທາງສັງຄົມໄດ້, ສະນັ້ນ, ພວກເຮົາຈຶ່ງສົ່ງເສີມໃຫ້ລັດຖະບານເລີ່ມດຳເນີນການຂຶ້ນອາກອນຢາສູບ.
ປະເທດໄທ, ປະເທດຟິລິບປິນ ແລະ ຫຼາຍໆປະເທດ ໄດ້ສະແດງໃຫ້ເຫັນຜົນປະໂຫຍດຫຼາຍຢ່າງທີ່ໄດ້ຈາກການເກັບອາກອນຢາສູບ. ສປປ ລາວ ກໍສາມາດສ້າງຜົນປະໂຫຍດທີ່ຄ້າຍຄືກັນນີ້ໄດ້ ເພື່ອປົກປ້ອງສຸຂະພາບຂອງປະຊາຊົນ ໂດຍສະເພາະຜູ້ທີ່ມີລາຍຮັບຕ່ຳ ແລະ ເພື່ອປົກປ້ອງເສດຖະກິດ ໂດຍການເພີ່ມລາຍຮັບໃຫ້ແກ່ລັດ ແລະ ຫຼຸດຜ່ອນຜົນກະທົບທາງເສດຖະກິດຈາກການຊົມໃຊ້ຢາສູບ ພຽງແຕ່ປັບປ່ຽນແນວທາງ ຫຼື ວິທີການທີ່ກຳລັງປະຕິບັດຢູ່ໃນປັດຈຸບັນ ກ່ຽວກັບອາກອນຢາສູບ.
ໃນປີ 2021, ສປປ ລາວ ກາຍເປັນຜູ້ນຳຂອງໂລກໃນການປົກປ້ອງສຸຂະພາບຂອງປະຊາຊົນຈາກຢາສູບ ໂດຍເປັນ 1 ໃນ 30 ກວ່າປະເທດທີີ່ຫ້າມໃຫ້ມີການຂາຍຢາສູບໄຟຟ້າ ແລະ ຜະລິດຕະພັນອື່ນໆທີ່ກ່ຽວຂ້ອງ ຈັດໃຫ້ວຽກງານການປົກປ້ອງສຸຂະພາບຂອງປະຊາຊົນ ເປັນບູລິມະສິດອັນດັບຕົ້ນໆຂອງປະເທດ. ການຂຶ້ນອັດຕາອາກອນ ເປັນຕົ້ນອາກອນຜະລິດຕະພັນຢາສູບ ຈະເປັນອີກບາດກ້າວທີ່ສຳຄັນຂອງ ສປປ ລາວ ໃນການສ້າງຄວາມຍືນຍົງໃນການປົກປ້ອງສຸຂະພາບ ແລະ ການຊ່ວຍຊີວິດຂອງປະຊາຊົນ ທັງຍັງເປັນການລົງທຶນເຂົ້າໃນການສ້າງສາພັດທະນາປະເທດໃນໄລຍະຍາວ ອີກດ້ວຍ.
ທ່ານ ນາງ ເຄັດເທີຣີນ ເຟືອງ, ຮອງຜູ້ຕາງໜ້າ ແລະ ຮັກສາການຜູ້ຕາງໜ້າ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ.
ທ່ານ ນາງ ດຣ ຢິງ-ຣູ ໂລ, ຜູ້ຕາງໜ້າ ອົງການອະນາໄມໂລກ ປະຈຳ ສປປ ລາວ.
ຂໍ້ມູນເພີ່ມເຕີມ ກ່ຽວກັບ ການປ່ຽນແປງວິທີການເກັບອາກອນຜະລິດຕະພັນຢາສູບຂອງ ສປປ ລາວ, ສາມາດເຂົ້າອ່ານໄດ້ທີ່ https://www.undp.org/laopdr