ໂດຍທົ່ວໄປແລ້ວ, ໄວໜຸ່ມໃນ ສປປ ລາວ ມີຄວາມເຂົ້າໃຈ ກ່ຽວກັບອາການຂອງພະຍາດ COVID-19 ແລະ ພຶດຕິກໍາໃນການຮັກສາສຸຂະພາບ ເປັນຢ່າງດີ,
ແຕ່ບາງຄົນບໍ່ເຊື່ອວ່າພະຍາດ COVID-19 ມີຄວາມອັນຕະລາຍເຖິງຂັ້ນເສຍຊີວິດໄດ້, ອີງຕາມຜົນສຳຫຼວດ
ໂດຍກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ ໂດຍໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ
(EU).
ໄວໜຸ່ມຄົນໜຶ່ງໃນນະຄອນຫຼວງວຽງຈັນ ໄດ້ກ່າວວ່າ:
“ຂ້ອຍບໍ່ຢ້ານພະຍາດ COVID-19
ເພາະວ່າເຮົາສາມາດເຊົາໄດ້.
ຫຼາຍຄົນມີຄວາມຢ້ານຢູ່, ແຕ່ກໍຍັງຢາກອອກໄປນອກຢູ່."
ເຖິງຢ່າງໃດກໍຕາມ, ການຄົ້ນຄວ້າດັ່ງກ່າວ
ໄດ້ສະແດງໃຫ້ເຫັນວ່າ ຊາວໜຸ່ມສ່ວນຫຼາຍມີຄວາມຮູ້ກ່ຽວກັບພະຍາດ COVID-19 ເປັນຢ່າງດີ. ໃນນັ້ນ, ເກືອບໝົດທຸກຄົນຮູ້ວ່າ ຖ້າເຂົາເຈົ້າມີອາການ ຄວນແຍກປ່ຽວຢູ່ເຮືອນ ແລະ ສ່ວນໃຫຍ່ສາມາດບອກອາການທົ່ວໄປຂອງພະຍາດ COVID-19 ໄດ້.
ດຣ ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໄດ້ກ່າວວ່າ: "ຜົນການສໍາຫຼວດເຫຼົ່ານີ້ ເປັນສິ່ງເຕືອນໃຈວ່າ ບໍ່ມີໃຜທີ່ບໍ່ຮູ້ຫຍັງເລີຍ
ກ່ຽວກັບພະຍາດ COVID-19. ເຖິງວ່າໄພຂົ່ມຂູ່ຂອງພະຍາດ
COVID-19 ມີທ່າອ່ຽງຫຼຸດລົງແລ້ວ, ແຕ່ພະຍາດ COVID-19 ຍັງຢູ່ອ້ອມຕົວເຮົາ, ຍັງສາມາດແຜ່ລະບາດ ແລະ ຍັງເຮັດໃຫ້ພວກເຮົາເຈັບປ່ວຍໄດ້ຢູ່."
"ນອກຈາກນັ້ນ, ພວກເຮົາຍັງຄົງມີຄວາມສ່ຽງແຜ່ເຊື້ອໄວຣັສໄປຍັງຜູ້ທີ່ບໍ່ໄດ້ຮັບການປ້ອງກັນຢ່າງເຕັມທີ່
ກໍຄື ຜູ້ທີ່ຍັງບໍ່ທັນໄດ້ສັກວັກຊີນເຂັມພື້ນຖານ ແລະ ເຂັມກະຕຸ້ນ. ສຳລັບຜູ້ສູງອາຍຸ ຫຼື
ຜູ້ທີ່ມີບັນຫາທາງສຸຂະພາບຮ້າຍແຮງ ມີຄວາມສ່ຽງເສຍຊີວິດຈາກການຕິດເຊື້ອ COVID-19 ຖ້າບໍ່ໄດ້ສັກວັກຊີນ. ຖ້າທ່ານຮູ້ສຶກບໍ່ສະບາຍ
ແລະ ຕ້ອງການການປິ່ນປົວ,
ໃຫ້ຕິດຕໍ່ພົວພັນກັບສະຖານທີ່ບໍລິການສາທາລະນະສຸກ."
ປັດຈຸບັນ, ປະຊາຊົນ 75% ໄດ້ຮັບວັກຊີນປ້ອງກັນພະຍາດ COVID-19 ຄົບໂດຍພື້ນຖານ. ແຕ່ຢ່າງໃດກໍຕາມ, ໃນກຸ່ມຜູ້ສູງອາຍຸ ເຊິ່ງຖືວ່າເປັນຜູ້ທີ່ມີຄວາມສ່ຽງສູງທີ່ສຸດທີ່ຈະຕິດເຊື້ອພະຍາດ
COVID-19 ມີພຽງແຕ່ 1 ສ່ວນ 4 ເທົ່ານັ້ນທີ່ໄດ້ຮັບວັກຊີນປ້ອງກັນພະຍາດ COVID-19 ເຂັມກະຕຸ້ນ.
ການສໍາຫຼວດຄັ້ງນີ້ ໄດ້ດຳເນີນຢູ່ນະຄອນຫຼວງວຽງຈັນ, ແຂວງຊຽງຂວາງ, ສະຫວັນນະເຂດ ແລະ ຄຳມ່ວນ. ເຊິ່ງໄດ້ສຳຫຼວດຄວາມຄິດເຫັນຂອງໄວໜຸ່ມຫຼາຍກວ່າ 200 ຄົນ ກ່ຽວກັບ ພະຍາດ COVID-19 ແລະ ການສັກວັກຊີນ.
ຂໍ້ດີ ເຫັນວ່າ ໄວໜຸ່ມສ່ວນຫຼາຍ ແມ່ນມີຄວາມຍິນດີທີ່ຈະໄປສັກວັກຊີນປ້ອງກັນພະຍາດ
COVID-19 ເຂັມກະຕຸ້ນ, ແຕ່ວ່າຄວາມຮັບຮູ້ຕໍ່ກັບວັກຊີນເຂັມກະຕຸ້ນ ແລະ ຜົນປະໂຫຍດຂອງມັນ
ແມ່ນຕໍ່າກວ່າຄວາມຮັບຮູ້ຕໍ່ກັບວັກຊີນປ້ອງກັນພະຍາດ COVID-19 ເຂັມພື້ນຖານ. ເຫດຜົນທີ່ເຮັດໃຫ້ຄົນເລືອກບໍ່ໄປສັກວັກຊີນ ມີສອງເຫດຜົນຫຼັກ
ເຊິ່ງກວມເອົາສັດສ່ວນເທົ່າໆກັນ ກໍຄື 'ສ່ວນຫຼາຍແມ່ນຢູ່ແຕ່ເຮືອນ' ແລະ ຄວາມກັງວົນ ກ່ຽວກັບພະຍາດປະຈຳຕົວ ຫຼື ຜົນຂ້າງຄຽງຂອງວັກຊີນ.
ທ່ານ ດຣ Nyambat Batmunkh, ຫົວຫນ້າທີມໂຄງການການສັກຢາປ້ອງກັນພະຍາດ ຂອງອົງການອະນາໄມໂລກ
ໄດ້ກ່າວວ່າ: "ການສຳຫຼວດນີ້ ໄດ້ສະແດງໃຫ້ເຫັນເຖິງທັດສະນະທີ່ສໍາຄັນ
ກ່ຽວກັບ ສຸຂະພາບ ແລະ ຊ່ວຍຊີ້ນໍາແນວທາງການເຄື່ອນໄຫວວຽກງານຂອງກະຊວງສາທາລະນະສຸກ, ຄູ່ຮ່ວມພັດທະນາ ເຊັ່ນ
ສະຫະພາບເອີຣົບ
ແລະ
ພາກສ່ວນອື່ນໆ
ໃນການປິດຊ່ອງວ່າງທີ່ເປັນອຸປະສັກໃນການສັກວັກຊີນປ້ອງກັນພະຍາດ
COVID-19."
“ນອກຈາກນີ້, ຍັງເປັນສິ່ງເຕືອນໃຈອັນສຳຄັນ
ສໍາລັບພວກເຮົາທຸກຄົນໃນຂະແໜງສາທາລະນະສຸກວ່າພວກເຮົາຕ້ອງສືບຕໍ່ພະຍາຍາມໃຫ້ຄວາມຮູ້ ແລະ ເຂົ້າເຖິງກຸ່ມຄົນທີ່ຢູ່ຫ່າງໄກສອກຫຼີກ; ໃຫ້ເຮົາຄຳນຶງສະເໝີວ່າ
ພວກເຮົາຍັງບໍ່ປອດໄພ ຈົນກວ່າທຸກຄົນຈະປອດໄພ.”
ການສໍາຫຼວດຄັ້ງນີ້ ໄດ້ດໍາເນີນການສົນທະນາເປັນກຸ່ມເປົ້າໝາຍໃນຊຸມຊົນຫຼາຍແຫ່ງ, ເຊິ່ງໄດ້ມີການສໍາພາດກຸ່ມນັກສຶກສາ
ອາຍຸ 15-29 ປີ, ຄູອາຈານ, ລັດຖະກອນ, ຊາວກະສິກອນ, ບຸກຄະລາກອນການແພດ, ຕໍາຫຼວດ
ແລະ ອື່ນໆ.
ທ່ານ ນາງ Ina Marciulionyte, ເອກອັກຄະລັດຖະທູດ
ສະຫະພາບເອີຣົບ ໄດ້ເນັ້ນເຖິງການສະໜັບສະໜູນວ່າ:
ວຽກງານດັ່ງກ່າວ ເປັນສ່ວນໜຶ່ງຂອງການຮ່ວມມື ລະຫວ່າງ ສະຫະພາບເອີຣົບ ແລະ ອົງການອະນາໄມໂລກ ໃນການສະໜັບສະໜູນວຽກງານສາທາລະນະສຸກໃນ
ສປປ ລາວ ເຊິ່ງລວມມີກິດຈະກຳທີ່ຕິດພັນກັບພະຍາດ COVID-19 ເຊິ່ງເນັ້ນໃສ່ການຍົກສູງສຸຂະພາບ
ແລະ ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊຸມຊົນ ປະກອບມີການສະໜັບສະໜູນວຽກງານການວິເຄາະ
ແລະ ການເຝົ້າລະວັງພະຍາດ, ການຕອບໂຕ້ເຫດການສຸກເສີນດ້ານສາທາລະນະສຸກ, ການປັບປຸງການຄຸ້ມຄອງການປິ່ນປົວ, ການຄວບຄຸມ ແລະ ປ້ອງກັນການຕິດເຊື້ອ, ການປັບປຸງນໍ້າສະອາດ, ສຸຂາພິບານ ແລະ ສຸຂະອະນາໄມ ແລະ ການຊ່ວຍເຫຼືອໃນການຈັດຕັ້ງປະຕິບັດວຽກງານຕ່າງໆ
ອີກດ້ວຍ.