©WHO / Enric Catala
© Credits

ເຄື່ອງຟອກໝາກໄຂ່ຫຼັງ ທີ່ ລັດຖະບານອົດສະຕຣາລີ ໄດ້ມອບໃຫ້ ສປປ ລາວ ຈະຊ່ວຍຮັກສາຫຼາຍພັນຊີວິດ ພ້ອມທັງປົກປ້ອງກຸ່ມຄົນທີ່ມີຄວາມສ່ຽງໃນການເຈັບເປັນ ແລະ ເສຍຊີວິດຈາກ ພະຍາດໂຄວິດ-19.

1 September 2022
Media release
ທີ່ກະຊວງສາທາລະນະສຸກ

ຄື່ອງຟອກໝາກໄຂ່ຫຼັງຈຳນວນ 4 ໜ່ວຍ, ມຸນຄ່າ 1 ຕື້ ກີບ (65.000 ໂດລາ) ທີ່ໄດ້ຮັບ ຈາກລັດຖະບານອົດສະຕຣາລີ ຈະສາມາດຮັກສາຄົນເຈັບຈາກພະຍາດ ໝາກໄຂ່ຫຼັງ ແລະ ເບົາຫວານ ໄດ້ຫຼາຍພັນຄົນ.

ທ່ານ ແດນ ເຮວເດິນ, ຮອງເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ, ແລະ ທ່ານ ນາງ ໂລ ຢິງ ຣູ ແຈັກເກີລີນ, ຜູ້ຕາງໜ້າ ອົງການອະນາໄມໂລກ ໄດ້ມອບເຄື່ອງຟອກໝາກໄຂ່ຫຼັງໃຫ້ແກ່ ສປປ ລາວ, ຊຶ່ງຮັບໂດຍ ທ່ານ ປອ. ດຣ. ບຸນແຝງ ພູມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ເຄື່ອງດັ່ງກ່າວຈະຖືກສົ່ງຕໍ່ໃຫ້ ໂຮງໝໍແຂວງ ຄຳມ່ວນ, ສາລະວັນ ແລະ ຈຳປາສັກ.

ເຄື່ອງຟອກໝາກໄຂ່ຫຼັງດັ່ງກ່າວຈະຊ່ວຍເພີ່ມຄວາມອາດສາມາດໃນການປິ່ນປົວຄົນເຈັບ ທີ່ທຸກທໍລະມານຈາກ ພະຍາດໝາກໄຂ່ຫຼັງ. ນອກຈາກນັ້ນ, ມັນຍັງສາມາດຊ່ວຍໃຫ້ຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ໄດ້ຮັບການຮັກສາ ແຍກຈາກຄົນເຈັບທົ່ວໄປ, ຊຶ່ງໝາຍຄວາມວ່າ ມັນຈະເປັນການຫຼຸດຜ່ອນຄວາມສ່ຽງໃນການແພ່ພະຍາດໄປສູ່ຜູ້ເຖົ້າ, ຄົນເຈັບ ແລະ ກຸ່ມຄົນທີ່ມີຄວາມສ່ຽງສູງ ທີ່ຕ້ອງໄປໂຮງໝໍຢູ່ເປັນປະຈຳ.

ທ່ານ ປອ. ດຣ. ບຸນແຝງ ພູມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ກ່າວວ່າ “ພວກເຮົາຂໍສະແດງ ຄວາມຂອບໃຈເປັນຢ່າງຍິ່ງຕໍ່ລັດຖະບານ ອົດສະຕຣາລີ, ທີ່ໃຫ້ການຊ່ວຍເຫຼືອຢ່າງກວ້າງຂວາງ ແລະ ທັນເວລາ, ເນື່ອງຈາກ ສປປ ລາວ ກຳລັງປະເຊີນກັບການເພີ່ມຂຶ້ນຂອງກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນຊຸມຊົນ ແລະ ຍັງປະເຊີນກັບການເພີ່ມຂຶ້ນຂອງຈຳນວນຄົນເຈັບຈາກພະຍາດໝາກໄຂ່ຫຼັງ ແລະ ເບົາຫວານ, ການຊ່ວຍເຫຼືອຄັ້ງນີ້ ຈະຊ່ວຍຮັກສາໄດ້ຫຼາຍຊີວິດໃນຫຼາຍຊຸມຊົນທັງໃນປະຈຸບັນ ແລະ ໃນອະນາຄົດ.

ທ່ານ ແດນ ເຮວເດິນ, ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ໄດ້ກ່າວວ່າ “ເຄື່ອງຟອກ ໝາກໄຂ່ຫຼັງດັ່ງກ່າວ ຈະຊ່ວຍຮັກສາຊີວິດຈຳນວນຫຼາຍ, ໂດຍສະເພາະຄົນເຈັບທີ່ຕິດພະຍາດໂຄວິດ-19 ແລະ ມີພະຍາດປະຈຳໂຕ, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ຮັບຮູ້ວ່າເຄື່ອງດັ່ງກ່າວຈະຖືກສົ່ງໄປຍັງບັນດາໂຮງໝໍແຂວງ ທີ່ມີ ຄວາມຈຳເປັນໃນການໃຊ້ເຄື່ອງຟອກໝາກໄຂ່ຫຼັງຫຼາຍທີ່ສຸດ ແລະ ຍັງມີທ່າແຮງຈຳກັດ.

“ພວກເຮົາຂໍສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ການຊ່ວຍເຫຼືອໃນຄັ້ງນີ້”, ກ່າວໂດຍ ທ່ານ ນາງ ໂລ ຢິງ-ຣູ ແຈັກເກີລີນ, “ການຊ່ວຍເຫຼືອດັ່ງກ່າວມາໃນເວລາທີ່ຄົນເຈັບຈາກພະຍາດໝາກໄຂ່ຫຼັງ ແລະ ຄົນເຈັບທີ່ບໍ່ສາມາດ ເຂົ້າເຖິງການບໍລິການ ຕ້ອງການການປິ່ນປົວທີ່ເໝາະສົມຢ່າງຮີບດ່ວນທີ່ສຸດ”.

“ນອກຈາກນັ້ນ, ໃນໄລຍະຍາວ- ພວກເຮົາໄດ້ເຫັນເຖິງການເພີ່ມຂຶ້ນຂອງພະຍາດທີ່ເກີດຈາກການໃຊ້ຊີວິດຂອງຄົນ ຢູ່ໃນ ສປປ ລາວ, ດັ່ງນັ້ນ, ພວກເຮົາຕ້ອງຈື່ໄວ້ວ່າ ການປ້ອງກັນ ແລະ ການຮັກສາສຸຂະພາບ ຈະເປັນການຮັກສາ ຊີວິດທີ່ຍືນຍາວ. ຖ້າບໍ່ດັ່ງນັ້ນ, ໂຕເລກຂອງຄົນເຈັບທີ່ມີຄວາມຕ້ອງການໃຊ້ເຄື່ອງຟອກໝາກໄຂ່ຫຼັງ ຈະຍິ່ງເພີ່ມຂຶ້ນ ເລື້ອຍໆ.

ໃນແຕ່ລະປີ, ສປປ ລາວ ສູນເສຍປະຊາກອນຫຼາຍກວ່າ 30.000 ຊີວິດ ຈາກພະຍາດທີ່ບໍ່ຕິດຕໍ່ ເຊັ່ນ ພະຍາດເບົາຫວານ, ຊຶ່ງເກືອບເຄິ່ງໜຶ່ງຂອງຈຳນວນດັ່ງກ່າວສາມາດປ້ອງກັນຈາກການເສຍຊີວິດໄດ້.

ອີງຕາມການສຳຫຼວດຂອງ ສະຖາບັນພະຍາດເຂດຮ້ອນ ແລະ ສາທາລະນະສຸກສາດ, ກະຊວງສາທາລະນະສຸກ, ພົບວ່າຈຳນວນ 1 ໃນ 5 ຂອງປະຊາກອນ ມີລະດັບຄວາມດັນເລືອດເພີ່ມຂຶ້ນ, ແລະ 1 ໃນ 10 ຂອງປະຊາກອນ ມີລະດັບນ້ຳຕານເພີ່ມຂຶ້ນ- ຊຶ່ງນີ້ແມ່ນສັນຍານເຕືອນຂອງພະຍາດໝາກໄຂ່ຫຼັງ ແລະ ເບົາຫວານ- ຍິ່ງໄປກວ່ານັ້ນ, ປະຊາກອນສ່ວນຫຼາຍບໍ່ໄດ້ຮັບການປິ່ນປົວຈາກພະຍາດດັ່ງກ່າວ.

ການຊ່ວຍເຫຼືອໃນຄັ້ງນີ້ແມ່ນສ່ວນໜຶ່ງຂອງເງິນຊ່ວຍເຫຼືອຈຳນວນ 2 ລ້ານ ໂດລາສະຫະລັດ ທີ່ລັດຖະບານ ອົດສະຕຣາລີ ໄດ້ຊ່ວຍເຫຼືອຜ່ານອົງການອະນາໄມໂລກປະຈຳ ສປປ ລາວ ເພື່ອປັບປຸງແກ້ໄຂວຽກງານປ້ອງກັນ ແລະ ປິ່ນປົວພະຍາດ ໂຄວິດ-19, ວັກຊີນກັນພະຍາດໂຄວິດ-19 ແລະ ພະຍາດອື່ນໆ, ແລະ ບັນຫາທາງດ້ານສາທາ ລະນະສຸກອື່ນໆ ໃນທົ່ວປະເທດ. ການຊ່ວຍເຫຼືອດັ່ງກ່າວ ຍັງລວມໄປເຖິງການຊ່ວຍເຫຼືອໃນການກວດພະຍາດ ໂຄວິດ-19 ແລະ ການເຝົ້າລະວັງການແພ່ລະບາດ, ການສະໜອງວັກຊີນ, ຫ້ອງທົດລອງ, ຄລີນິກ ແລະ ການຝຶກອົບຮົມພະນັກງານສາທາລະນະສຸກ. 

Lao PDR Health Minister, His Excellency Dr Bounfeng Phoummalaysith receives a donation of four dialysis machines from Dan Heldon, Deputy Ambassador at the Embassy of Australia in Lao PDR, and Dr Ying-Ru Jacqueline Ro, the WHO Representative to Lao PDR, at a handover ceremony with other senior officials from the Ministry of Health, Australian Embassy and WHO.