© WHO
ສປປ ລາວ ບັນລຸບາດກ້າວສຳຄັນໃນວຽກງານການຄວບຄຸມຢາສູບ ໂດຍໃນປັດຈຸບັນ ສປປ ລາວ ເປັນ 1 ໃນ 25 ປະເທດໃນໂລກ ທີ່ໄດ້ການອອກຂໍ້ຕົກລົງວ່າດ້ວຍການບັນຈຸ, ການຫຸ້ມຫໍ່, ການພິມຄຳເຕືອນສຸຂະພາບ ແລະ ສະຫຼາກ ໃສ່ຊອງ ແລະ ຕຸດຢາສູບ.
© Credits

ອົງການອະນາໄມໂລກ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ລັດຖະບານ ສປປ ລາວ ໃນການອອກຂໍ້ຕົກລົງກຳນົດຊອງ ແລະ ຕຸດຢາສູບແບບມາດຕະຖານ

2 October 2024
Media release
ນະຄອນຫຼວງວຽງຈັນ, ສປປ ລາວ

ສປປ ລາວ ເປັນໜຶ່ງໃນ 25 ປະເທດໃນທົ່ວໂລກທີ່ໄດ້ອອກຂໍ້ຕົກລົງ ວ່າດ້ວຍການບັນຈຸ, ການຫຸ້ມຫໍ່, ການພິມຄຳເຕືອນສຸຂະພາບທີ່ເປັນຮູບພາບ ແລະ ສະຫຼາກ ໃສ່ຊອງ ແລະ ຕຸດຢາສູບ, ຖືວ່າເປັນບາດກ້າວສຳຄັນໃນການປົກປ້ອງສຸຂະພາບຂອງປະຊາຊົນລາວຈາກຜົນຮ້າຍທີ່ເກີດຈາກຢາສູບ.

ຂໍ້ຕົກລົງສະບັບດັ່ງກ່າວ ໄດ້ຮັບການຮັບຮອງໂດຍ ລັດຖະມົນຕີກະຊວງສາທາລະນະສຸກ ໃນກາງປີ 2024 ເຊິ່ງກຳນົດໃຫ້ທຸກໆຊອງ ແລະ ຕຸດຢາສູບ ທີ່ຜະລິດ, ນຳເຂົ້າ, ຊື້, ຂາຍ ແລະ ຈຳໜ່າຍ ຢູ່ ສປປ ລາວ ລວມທັງໃນຮ້ານຄ້າປອດພາສີ ຕ້ອງເປັນຊອງ ແລະ ຕຸດຢາສູບມາດຕະຖານ ແລະ ຕ້ອງພິມ 10 ຄຳເຕືອນສຸຂະພາບທີ່ເປັນຮູບພາບ ແລະ ຄຳເຕືອນສຸຂະພາບທີ່ເປັນຂໍ້ຄວາມໃນທຸກໆຊອງ ແລະ ທຸກໆຕຸດຢາສູບ. ບັນດາບໍລິສັດຢາສູບ ແລະ ຜູ້ປະກອບການທຸລະກິດຢາສູບ ມີເວລາຮອດວັນທີ 5 ທັນວາ ປີ 2024 ໃນການປັບປຸງ ການບັນຈຸ, ການຫຸ້ມຫໍ່, ການພິມຄຳເຕືອນສຸຂະພາບທີ່ເປັນຮູບພາບ ແລະ ສະຫຼາກ ໃສ່ຊອງ ແລະ ຕຸດຢາສູບທຸກປະເພດ ໃຫ້ຖືກຕ້ອງຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້. 

ດຣ ໄຊອາ ມາອຸ ປິວກາລາ , ຜູ້ອຳນວຍການ ອົງການອະນາໂມໂລກປະຈຳພາກພື້ນປາຊີຟິກຕາເວັນຕົກ ໄດ້ກ່າວວ່າ: “ນີ້ແມ່ນບາດກ້າວສໍາຄັນໃນການປົກປ້ອງຊີວິດ ແລະ ສຸຂະພາບຂອງປະຊາຊົນຈາກຜົນຮ້າຍທີ່ເກີດຈາກການໂຄສະນາ, ຂາຍ ແລະ ການຊົມໃຊ້ຢາສູບ. ຜົນສຳເລັດດັ່ງກ່າວນີ້ ແມ່ນໜຶ່ງໃນບັນດາຜົນສຳເລັດທີ່ຜ່ານມາໃນການຫ້າມໂຄສະນາ, ສົ່ງເສີມ ແລະ ສະໜັບສະໜູນຜະລິດຕະພັນຢາສູບຢ່າງຮອບດ້ານຈາກບໍລິສັດຢາສູບ ແລະ ລວມເຖິງການເປັນຜູ້ນຳອັນດັບຕົ້ນໆຂອງໂລກ ໃນການປະກາດໃຫ້ມີການຫ້າມນຳເຂົົ້າ, ຈຳໜ່າຍ, ຊື້ ແລະ ຂາຍ ຜະລິດຕະພັນຢາສູບໄຟຟ້າ ໃນປີ 2021.”

“ຜົນສຳເລັດດັ່ງກ່າວ ຍັງສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງກະຊວງສາທາລະນະສຸກ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການເງິນ ແລະ ບັນດາຄູ່ຮ່ວມພັດທະນາ ໃນການປົກປ້ອງຄອບຄົວ ກໍຄືທຸກຄົນໃນຊຸມຊົນ ຈາກພະຍາດທີ່ເກີດຈາກຢາສູບ. ອົງການອະນາໄມໂລກຈະສືບຕໍ່ໃຫ້ການສະໜັບສະໜູນ ຕໍ່ ສປປ ລາວ ໃນຄວາມພະຍາຍາມຄວບຄຸມຢາສູບຂອງຕົນ.”

ການສູບຢາສົ່ງຜົນກະທົບອັນຮ້າຍແຮງຕໍ່ສຸຂະພາບຂອງປະຊາຊົນໃນ ສປປ ລາວ. ຄ່າໃຊ້ຈ່າຍໃນການປິ່ນປົວພະຍາດທີ່ເກີດຈາກການສູບຢາ ແມ່ນສູງເຖິງ 3.6 ຕື້ກີບຕໍ່ປີ ຫຼື ປະມານ 2.3% ຂອງ GDP.

ທ່ານ ດຣ ທິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ນີ້ແມ່ນບາດກ້າວສຳຄັນທີ່ໜ້າຍົກຍ້ອງຊົມເຊີຍໃນການປົກປ້ອງສຸຂະພາບຂອງປະຊາຊົນຈາກຜົນຮ້າຍທີ່ເກີດຈາກການສູບຢາ. ເຖິງຢ່າງໃດກໍຕາມ, ຍັງມີວຽກງານຄວບຄຸມຢາສູບອື່ນຕື່ມອີກທີ່ຈຳເປັນຕ້ອງໄດ້ເຮັດຄວບຄູ່ກັນໄປໃຫ້ສຳເລັດລຸລ່ວງດ້ວຍດີ. ໃນແຕ່ລະປີ, ປະຊາຊົນລາວຫຼາຍກວ່າ 6700 ຄົນ ເສຍຊີວິດຈາກພະຍາດທີ່ເກີດຈາກຢາສູບ ຫຼື ປະມານ 17 ຄົນຕໍ່ມື້. ການດຳເນີນການທີ່ຈະສົ່ງຜົນດີຕໍ່ການຫຼຸດຜ່ອນການສູບຢາ ແມ່ນການຂຶ້ນອາກອນຢາສູບແລະ ປັບລາຄາຢາສູບໃຫ້ສູງຂຶ້ນ ເພື່ອເຮັດໃຫ້ຄວາມສາມາດຊື້ຢາສູບຂອງຜູ້ສູບຢາຫຼຸດລົງ. ປັດຈຸບັນນີ້, ສປປ ລາວ ມີອັດຕາອາກອນຊົມໃຊ້ຢາສູບຕໍ່າທີ່ສຸດໃນພາກພື້ນອາຊຽນ. ສະນັ້ນ, ການຂຶ້ນອາກອນຢາສູບ ແລະ ການຍົກເລີກບັນດາຂໍ້ຍົກເວັ້ນອາກອນໃຫ້ແກ່ບໍລິສັດຢາສູບທັງຫຼາຍ ຈະຊ່ວຍຮັກສາຊີວິດຫຼາຍຄົນ ທັງຍັງສາມາດສ້າງລາຍຮັບໄດ້ຫຼາຍລ້ານໂດລາ ເພື່ອນຳໃຊ້ເຂົ້າໃນການພັດທະນາວຽກງານທີ່ເປັນບູລິມະສິດຂອງລັດຖະບານ.”

ການອອກຂໍ້ຕົກລົງ ກ່ຽວກັບ ຊອງ ແລະ ຕຸດ ຢາສູບແບບມາດຕະຖານ  ເປັນມາດຕະການທີ່ມີປະສິດທິພາບສູງ ທີ່ກວມລວມລະບຽບການທີ່ຈໍາກັດການນຳໃຊ້ໂລໂກ້, ສີ, ຮູບພາບ ຫຼື ຂໍ້ມູນທີ່ສົ່ງເສີມການໂຄສະນາການຂາຍເທິງຊອງ ແລະ ຕຸດຢາສຸບ ໂດຍອະນຸຍາດໃຫ້ສະແດງພຽງແຕ່ຊື່ຍີ່ຫໍ້ ຫຼື ຊື່ຍ່ອຍຂອງຍີ່ຫໍ້່ຢາສູບ ເປັນຕົວໜັງສືເທົ່ານັ້ນ.  

ຊອງ ແລະ ຕຸດ ຢາສູບແບບມາດຕະຖານ ແມ່ນມາດຕະການທີ່ໄດ້ຮັບການພິສູດແລ້ວວ່າສາມາດຫຼຸດຄວາມໜ້າດຶງດູດຂອງຜະລິດຕະພັນຢາສູບໄດ້, ຈຳກັດການນຳໃຊ້ຊອງຢາສູບເປັນພາຫະນະໃນການສົ່ງເສີມການຂາຍຢາສູບ ແລະ ຫຼີກລ່ຽງປ້ອງກັນການໃຊ້ການສະແດງຂໍ້ມູນທີ່ເຮັດໃຫ້ຜູ້ຊົມໃຊ້ເຂົ້າໃຈຜິດວ່າຢາສູບບາງຍີ່ຫໍ້ແມ່ນມີຄວາມອັນຕະລາຍໜ້ອຍກວ່າ. ຈຸດສຳຄັນອີກຈຸດໜຶ່ງຂອງ ຊອງ ແລະ ຕຸດ ຢາສູບແບບມາດຕະຖານ ແມ່ນການໂຄສະນາ ເຮັດໃຫ້ຂໍ້ຄວາມຄຳເຕືອນສຸຂະພາບໃຫ້ມີຄວາມໂດດເດັ່ນ ແລະ ມີປະສິດທິພາບຫຼາຍຂຶ້ນ. ຜ່ານການຄົ້ນຄວ້າ ໄດ້ສະແດງໃຫ້ເຫັນວ່າ ຂໍ້ຄວາມຄຳເຕືອນສຸຂະພາບເຫຼົ່ານີ້ ມີບົດບາດສຳຄັນໃນການປ້ອງກັນບໍ່ໃຫ້ໄວໜຸ່ມເລີ່ມສູບຢາ ແລະ ກະຕຸ້ນຜູ້ສູບຢາໃຫ້ເຊົາ ຫຼື ອອກຢາສູບໃນທີ່ສຸດ. 

ທ່ານ ດວງແກ້ວ ທໍ່ຈົ່ງເລ່ຍຈີ່, ວິຊາການ ຜູ້ຮັບຜິດຊອບວຽກງານຄວບຄຸມຢາສູບ ຂອງອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ຜົນປະໂຫຍດຂອງຂໍ້ຄວາມຄຳເຕືອນສຸຂະພາບ ແມ່ນມີຫຼາຍຢ່າງ, ຂໍ້ຄວາມຄຳເຕືອນສຸຂະພາບ ແມ່ນມີເພື່ອເຕືອນຜູ້ສູບ ແລະ ຜູ້ທີ່ບໍ່ສູບຢາກ່ຽວກັບຜົນຮ້າຍຂອງຢາສູບ. ຜູ້ທີ່ສູບຢາເປັນປົກກະຕິ ຈະເຫັນຂໍ້ຄວາມເຕືອນສຸຂະພາບດັ່ງກ່າວນີ້ຫຼາຍພັນເທື່ອຕໍ່ປີ ເຊິ່ງການນຳໃຊ້ຊອງ ແລະ ຕຸດ ຢາສູບແບບມາດຕະຖານ ຈຶ່ງເປັນການເຮັດໃຫ້ຂໍ້ຄວາມຄຳເຕືອນສຸຂະພາບເທິງຊອງ ແລະ ຕຸດຂອງຢາສູບມີຄວາມໂດດເດັ່ນຍິ່ງຂຶ້ນ.”

“ນັບຕັ້ງແຕ່ມີການອອກຂໍ້ຕົກລົງໃນການນໍາໃຊ້ຄໍາເຕືອນສຸຂະພາບທີ່ເປັນຮູບພາບຢູ່ຊອງ ແລະ ຕຸດ ຢາສູບໃນ ສປປ ລາວ ໃນປີ 2016, ບໍລິສັດຢາສູບບໍ່ປະຕິບັດຕາມເຈດຈຳນົງຂອງຂໍ້ຕົກລົງສະບັບດັ່ງກ່າວ ອັນເປັນຜົນໃຫ້ຂໍ້ຄວາມເຕືອນສຸຂະພາບ ແລະ ຮູບພາບຄຳເຕືອນສຸຂະພາບມີປະສິດທິພາບຫຼຸດລົງ. ການອອກຂໍ້ຕົກລົງ ກ່ຽວກັບ ຊອງ ແລະ ຕຸດຢາສູບແບບມາດຕະຖານ ຈຶ່ງເປັນການອຳນວຍໃຫ້ແກ່ກະຊວງສາທາລະນະສຸກ ໃນການປັບປຸງຄຳເຕືອນສຸຂະພາບທີ່ເປັນຮູບພາບ ແລະ ຄຳເຕືອນສຸຂະພາບທີ່ເປັນຂໍ້ຄວາມ ເປັນແຕ່ລະໄລຍະ ເພື່ອຮັບປະກັນປະສິດທິພາບ, ຄວາມສອດຄ່ອງກັບສະພາບການ ແລະ ເຮັດໃຫ້ການບັງຄັບໃຊ້ນິຕິກຳມີຄວາມເຂັ້ມງວດຫຼາຍຂຶ້ນ.”

ອົງການອະນາໄມໂລກ ແນະນຳໃຫ້ນຳໃຊ້ຊອງ ແລະ ຕຸດ ຢາສູບແບບມາດຕະຖານນີ້ ເປັນສ່ວນໜຶ່ງໃນຍຸດທະສາດການຄວບຄຸມຢາສູບແບບຮອບດ້ານ ເຊິ່ງປະກອບມີ ການຫ້າມໂຄສະນາຜະລິດຕະພັນຢາສູບ, ຫ້າມການສົ່ງເສີມ ແລະ ການສະໜັບສະໜູນຈາກບໍລິສັດຢາສູບທຸກຮູບແບບ, ມາດຕະການກ່ຽວກັບການບັນຈຸ ແລະ ຫຸ້ມຫໍ່ຜະລິດຕະພັນຢາສູບອື່ນໆ, ການຫຼຸດຄວາມສາມາດໃນການຜະລິດ ແລະ ຄວາມສາມາດຊື້ຜະລິດຕະພັນຢາສູບຂອງປະຊາຊົນ ໂດຍການຂຶ້ນອາກອນຢາສູບ ແລະ ການບັງຄັບໃຊ້ນິຕິກຳທີ່ມີຢູ່ແລ້ວໃຫ້ເຂັ້ມງວດ ແລະ ຕໍ່ເນື່ອງ.