WHO/Staff
ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ເຂົ້າຮ່ວມກິດຈະກຳຍ່າງເພື່ອສຸຂະພາບ
© Credits

ກິດຈະກຳຍ່າງເພື່ອສຸຂະພາບ ເນື່ອງໃນວັນງົດສູບຢາໂລກ ໄດ້ເນັ້ນໃຫ້ເຫັນເຖິງຜົນຮ້າຍຂອງການຊົມໃຊ້ຢາສູບ ແລະ ຢາສູບໄຟຟ້າທຸກຮູບແບບ

3 June 2023
Media release

ກິດຈະກໍາຍ່າງເພື່ອສຸຂະພາບ ທີ່ນະຄອນຫຼວງວຽງຈັນ ມື້ນີ້ ໄດ້ເປັນເຈົ້າພາບຈັດງານຮ່ວມກັນ ໂດຍ ທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ອົງການອະນາໄມໂລກ, ອົງການສະຫະປະຊາຊາດ ເພື່ອການພັດທະນາ ແລະ ສະມາພັນຄວບຄຸມຢາສູບອາຊຽນ ເພື່ອເປັນເວທີ  ໃຫ້ພະນັກງານໃນຂະແໜງສາທາລະນະສຸກ ໄດ້ມີໂອກາດໃນການດຳເນີນກິດຈະກຳສຸຂະສຶກສາໃຫ້ສັງຄົມໄດ້ຮັບຮູ້ເຖິງຜົນຮ້າຍຂອງການຊົມໃຊ້ຜະລິດຕະພັນຢາສູບ ແລະ ຢາສູບໄຟຟ້າທຸກຮູບແບບ ແລະ ເປັນການຊີ້ໃຫ້ເຫັນການເສຍຊີວິດຈາກພະຍາດທີ່ເກີດຈາກການຊົມໃຊ້ຜະລິດຕະພັນຢາສູບ.

ທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ເຂົ້າຮ່ວມງານຍ່າງເພື່ອສຸຂະພາບກັບບັນດາທ່ານຜູ້ຕາງໜ້າຈາກ ກະຊວງທີ່ກ່ຽວຂ້ອງ, ອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ສະຖານການສຶກສາ ແລະ ຜູ້ເຂົ້າຮ່ວມຈາກພາກສ່ວນອື່ນໆອີກ ຫຼາຍຮ້ອຍຄົນ ທີ່ສວນສາທາລະນະບຶງທາດຫຼວງ ເພື່ອເປັນການສະເຫຼີມສະຫຼອງວັນງົດຢາສູບໂລກ, ຄັ້ງທີ 35  ເຊິ່ງວັນງົດຢາສູບ ແມ່ນກົງກັບວັນທີ 31 ພຶດສະພາ ຂອງທຸກໆປີ.

ທ່ານ ດຣ ສະໜອງ ທອງຊະນະ ໄດ້ກ່າວໃນພິທີວ່າ: “ການຊົມໃຊ້ຜະລິດຕະພັນຢາສູບໃນ ສປປ ລາວ ເຮັດໃຫ້ມີຄົນເສຍຊີວິດສູງເຖິງ 17 ຄົນຕໍ່ມື້ ເຊິ່ງການເສຍຊີວິດດັ່ງກ່າວແມ່ນສາມາດຫຼີກເວັ້ນໄດ້ ແລະ ຍັງເຮັດໃຫ້ສູນເສຍມູນຄ່າທາງເສດຖະກິດເຖິງ 3.6 ຕື້ ກີບຕໍ່ປີ. ການຊົມໃຊ້ຜະລິດຕະພັນຢາສູບ ພາໃຫ້ເກີດມະເຮັງປອດ, ພະຍາດຫົວໃຈ, ພະຍາດເສັ້ນເລືອດໃນສະໝອງຕີບ-ຕັນ ແລະ ຜົນກະທົບຮ້າຍແຮງອື່ນໆ. ໃນຂະນະດຽວກັນ, ຄວັນຢາສູບມືສອງ ຍັງເປັນອັນຕະລາຍຕໍ່ຄອບຄົວ ແລະ ໝູ່ເພື່ອນຂອງຜູ້ທີ່ສູບຢາ ອີກດ້ວຍ.”

“ໃນປັດຈຸບັນນີ້, ພວກເຮົາຈະເຫັນວ່າ ມີການຊົມໃຊ້ຜະລິດຕະພັນຢາສູບໄຟຟ້າ ແລະ ຜະລິດຕະພັນທີ່ມີນິໂຄຕີນອື່ນໆ ເພີ່ມຂຶ້ນ. ຜູ້ຜະລິດຜະລິດຕະພັນເຫຼົ່ານີ້ ເນັ້ນເປົ້າໃສ່ກຸ່ມລູກຄ້າທີ່ເປັນໄວໜຸ່ມ ໂດຍການຄິດຄົ້ນກິ່ນ ຫຼື ລົດຊາດຕ່າງໆ ທີ່ໜ້າດຶງດູດຕໍ່ເຍົາວະຊົນ ແລະ ການໂຄສະນາຜ່ານຊ່ອງທາງຕ່າງໆ. ຜະລິດຕະພັນເຫຼົ່ານີ້ ເປັນຜະລິດຕະພັນທີ່ອັນຕະລາຍ ທັງຕໍ່ກັບຜູ້ຊົມໃຊ້ ແລະ ຄົນອ້ອມຂ້າງ. ຜະລິດຕະພັນດັ່ງກ່າວ ມີສ່ວນປະກອບຂອງສານເຄມີທີ່ເປັນພິດ ແລະ ມີຫຼັກຖານຍັ້ງຢືນທາງວິທະຍາສາດ ວ່າສານເສບຕິດດັ່ງກ່າວສາມາດກໍ່ໃຫ້ເກີດຄວາມສ່ຽງໃນການເປັນພະຍາດຫົວໃຈ ແລະ ພະຍາດປອດ, ສົ່ງຜົນກະທົບຕໍ່ກັບພັດທະນາການຂອງສະໝອງ ແລະ ເປັນຢາເສບຕິດຮ້າຍແຮງຕໍ່ສຸຂະພາບ.”

ທ່ານ ນາງ ດຣ ຍິງ-ຣູ ແຈັກກະລິນ ໂລ, ຜູ້ຕາງໜ້າອົງການອະນາໄມໂລກ ໄດ້ມີຄຳເຫັນວ່າ: “ສປປ ລາວ ຖືວ່າມີຄວາມຄືບໜ້າຢ່າງຫຼວງຫຼາຍໃນວຽກງານການຄວບຄຸມຢາສູບ ແລະ ປົກປ້ອງສຸຂະພາບ ໂດຍມີກົດໝາຍທີ່ຄົບຖ້ວນ ແລະ ທັນກັບສະພາບການ ແລະ ມີການຊີ້ນຳນຳພາທີ່ເຂັ້ມແຂງຈາກພາກລັດ. ຕໍ່ຈາກນີ້ໄປ, ພວກເຮົາຈະຕ້ອງຮັບປະກັນການຈັດຕັ້ງປະຕິບັດບັນດາກົດໝາຍ ແລະ ນິຕິກຳທີ່ມີຢູ່ ເພື່ອເປັນການປ້ອງກັນບໍ່ໃຫ້ມີການເສຍຊີວິດຈາກສາເຫດທີ່ສາມາດຫຼີກລ້ຽງໄດ້ ເປັນຕົ້ນພະຍາດທີ່ເກີດຈາກການສູບຢາ.”

“ແຕ່ວ່າ ຢາສູບໄຟຟ້າ ແລະ ຜະລິດຕະພັນອື່ນທີ່ຄ້າຍຄືກັນ ຍັງມີວາງຂາຍໃນອິນເຕີເນັດ ແລະ ຕາມທ້ອງຕະຫຼາດທົ່ວໄປ ເຊິ່ງເຮົາຕ້ອງພະຍາຍາມໃຫ້ປະຊາຊົນຮັບຮູ້ເຖິງຜົນຮ້າຍຂອງຜະລິດຕະພັນດັ່ງກ່າວ ແລະ ຮັບຮູ້ວ່າຜະລິດຕະພັນເຫຼົ່ານັ້ນ ແມ່ນຜິດກົດໝາຍ. ຖ້າທຸກພາກສ່ວນໃນສັງຄົມ ເປັນຕົ້ນ ຜູ້ຂາຍ, ຕະຫຼາດ, ເຈົ້າໜ້າທີ່ຕຳຫຼວດ ແລະ ເຈົ້າໜ້າທີ່ພາສີ ຮ່ວມມືກັນ, ເຮົາຈະສາມາດປົກປ້ອງທຸກຄົນຈາກກົນອຸບາຍຂອງອຸດສາຫະກຳຢາສູບ.”

ປີນີ້, ສະພາແຫ່ງຊາດ ໄດ້ຮັບຫຼຽນລາງວັນ ວັນງົດສູບຢາໂລກ ຈາກອົງການອະນາໄມໂລກ ເນື່ອງຈາກ ສປປ ລາວ ໄດ້ມີການຮັບຮອງ ແລະ ບັງຄັບໃຊ້ກົດໝາຍທີ່ມີຄວາມນຳໜ້າລະດັບໂລກ ກໍຄື ກົດໝາຍ ວ່າດ້ວຍການຄວບຄຸມຢາສູບ ສະບັບປັບປຸງ ປີ 2021 ເຊິ່ງໄດ້ຫ້າມການຜະລິດ ແລະ ຈຳໜ່າຍຢາສູບໄຟຟ້າທຸກຮູບແບບ, ຜະລິດຕະພັນຢາສູບອາຍລະເຫີຍ ແລະ ຊີຊາ ໂດຍ ສປປ ລາວ ເປັນ 1 ໃນ 30 ປະເທດທີ່ອອກກົດໝາຍໃນລັກສະນະນີ້.