© WHO / Yoshi Shimizu
Patient receiving care in TB ward
© Credits

ສປປ ລາວ ກຳລັງດໍາເນີນການຄົ້ນຄວ້າ ເພື່ອປະເມີນການສະໜັບສະໜູນດ້ານໂພຊະນາການ ຕໍ່ການປິ່ນປົວ ແລະ ພາລະດ້ານການເງິນສໍາລັບຄົນເຈັບວັນນະໂລກ

4 March 2024
News release
ນະຄອນຫຼວງວຽງຈັນ, ສປປ ລາວ

ການຂາດສານອາຫານ ແມ່ນພົບເລື້ອຍໃນຄົນເຈັບວັນນະໂລກ ແລະ ເປັນປັດໄຈທີ່ກໍ່ໃຫ້ເກີດຄວາມສ່ຽງໃນການເກີດເປັນພະຍາດວັນນະໂລກ. ອີກທິດທາງໜຶ່ງ, ພະຍາດວັນນະໂລກ ແມ່ນເຮັດໃຫ້ເກີດການຂາດສານອາຫານໄດ້ ຄົນເຈັບພະຍາດວັນນະໂລກ ຈະມີຄວາມຢາກອາຫານ ແລະ ກິນອາຫານໜ້ອຍລົງ. ສປປ ລາວ ເປັນປະເທດທີ່ມີການລະບາດພະຍາດວັນນະໂລກສູງ ຊຶ່ງມີອັດຕາການເກີດກໍລະນີວັນນະໂລກໃໝ່ປະມານ 138 ຕໍ່ປະຊາກອນ 100 000 ຄົນ ໃນປີ 2022. ເຖິງຢ່າງໃດກໍຕາມ, ຍັງບໍ່ທັນມີການສຶກສາ ອັດຕາການຊຸກຊຸມພາວະຂາດສານອາຫານໃນຄົນເຈັບພະຍາດວັນນະໂລກ, ການປະເມີນພາວະໂພຊະນາການ ແລະ ໃຫ້ການສະໜັບສະໜູນຄົນເຈັບ ໃນຈຸດບໍລິການວັນນະໂລກຍັງບໍ່ທັນເປັນລະບົບປົກກະຕິ.

ແຜນງານຄວບຄຸມວັນນະໂລກແຫ່ງຊາດ (NTP) ໄດ້ມີການດໍາເນີນການສໍາຫຼວດຄ່າໃຊ້ຈ່າຍຂອງຄົນເຈັບວັນນະໂລກ ໃນລະດັບຊາດເປັນຄັ້ງທຳອິດ ໃນປີ 2018-2019. ຈາກຜົນການສໍາຫຼວດເຫັນໄດ້ວ່າ ພາລະຄ່າໃຊ້ຈ່າຍດ້ານການເງິນເນື່ອງມາຈາກພະຍາດວັນນະໂລກ ແມ່ນຄ່າໃຊ້ຈ່າຍເພື່ອຊື້ອາຫານ ຫຼື ອາຫານເສີມດ້ານໂພຊະນາການ, ຂໍ້ແນະນໍາຈາກຜົນການສໍາຫຼວດ ແມ່ນເພື່ອປັບປຸງການສະໜັບສະໜູນດ້ານໂພຊະນາການໃຫ້ແກ່ຄົນເຈັບວັນນະໂລກ.

ພາຍໃຕ້ການສະໜັບສະໜູນດ້ານງົບປະມານ ແລະ ວິຊາການຈາກອົງການອະນາໄມໂລກ, ແຜນງານຄວບຄຸມວັນນະໂລກ ໄດ້ມີການຮ່ວມມືກັນຢ່າງໃກ້ຊິດ ກັບແຜນງານໂພຊະນາການແຫ່ງຊາດ ໃນການດຳເນີນການສຶກສາຄົ້ນຄວ້າ ຜົນຂອງການນໍາໃຊ້ ໂພຊະນາການເຂົ້າແກ້ໄຂ ຕໍ່ຜົນໄດ້ຮັບຂອງການປິ່ນປົວພະຍາດວັນນະໂລກ ແລະ ພາລະດ້ານການເງິນ ເນື່ອງມາຈາກພະຍາດວັນນະໂລກ: ກ່ອນ ແລະ ຫຼັງ ການທົດລອງ ໃນ ສປປ ລາວ ນັບແຕ່ເດືອນ ມີນາ ປີ 2022 ເປັນຕົ້ນມາ ເພື່ອເບິ່ງຜົນຂອງການນໍາໃຊ້ໂພຊະນາການເຂົ້າແກ້ໄຂຕໍ່ຜົນໄດ້ຮັບຂອງການປິ່ນປົວພະຍາດວັນນະໂລກ ແລະ ພາລະດ້ານການເງິນ. ໃນໄລຍະການສຶກສາ ໄດ້ມີການປະເມີນພາວະໂພຊະນາການຢ່າງເປັນລະບົບ, ໃຫ້ສຸຂະສຶກສາ ໂດຍນັກໂພຊະນາການທີ່ໄດ້ຮັບການຝຶກອົບຮົມ. ຄົນເຈັບທີ່ຂາດສານອາຫານ ແມ່ນໄດ້ຮັບສານອາຫານທາງການແພດ ແລະ ອາຫານເສີມສໍາເລັດຮູບ. ການສຶກສາກໍາລັງດໍາເນີນຢູ່ 6 ແຫ່ງໃນໂຮງໝໍສູນກາງ ແລະ ໂຮງໝໍແຂວງ.

ຜົນການສໍາຫຼວດເບື້ອງຕົ້ນສະແດງໃຫ້ເຫັນວ່າ ອັດຕາຊຸກຊຸມພາວະຂາດໂພຊະນາການ ໃນກຸ່ມຄົນເຈັບວັນນະໂລກພາຍຫຼັງບົ່ງມະຕິ ແມ່ນສູງກວມເອົາ 41% ທີ່ມີມວນສານນໍ້າໜັກຮ່າງກາຍ (BMI) ຕໍ່າກວ່າ 18.5 ໃນບັນດາຜູ້ເຂົ້າຮ່ວມການສໍາຫຼວດທັງໝົດ 290 ຄົນ. ຜົນຈາກການສຶກສາເຫັນໄດ້ວ່າ ມີຄວາມຈໍາເປັນອັນຮີບດ່ວນ ທີ່ຕ້ອງໄດ້ເຮັດການປະເມີນພາວະໂພຊະນາການ ແລະ ໃຫ້ສຸຂະສຶກສາ ຢ່າງເປັນລະບົບ ຖືເອົາການແກ້ໄຂບັນຫາດ້ານໂພຊະນາການເປັນອົງປະກອບທີ່ສໍາຄັນ ໃນການເບິ່ງແຍງດູແລຄົນເຈັບພະຍາດວັນນະໂລກ ເພື່ອປັບປຸງສຸຂະພາບໃຫ້ດີຂຶ້ນ ໂດຍແນໃສ່ຜົນການປິ່ນປົວວັນນະໂລກ. ຜົນຈາກການສຶກສາຄັ້ງນີ້ ຄາດວ່າຈະສໍາເລັດພາຍໃນໄຕມາດທີ 2 ຂອງປີ 2024.

ຄາດຄະເນໃນທົ່ວໂລກ ອັດຕາການເກີດກໍລະນີຄົນເຈັບວັນນະໂລກ ທີ່ມີພາວະຂາດສານອາຫານແມ່ນປະມານ 2.2 ລ້ານ ໃນນັ້ນສ່ວນຫຼາຍແມ່ນຜູ້ຕິດເຊື້ອເຮສໄອວີ (HIV), ສູບຢາ ແລະ ມີພະຍາດເບົາຫວານຮ່ວມ. ການຮ່ວມມືລະຫວ່າງ ແຜນງານຄວບຄຸມວັນນະໂລກ ແລະ ແຜນງານໂພຊະນາການແຫ່ງຊາດ ແລະ ການເຊື່ອມສານການບໍລິການ ແມ່ນມີຄວາມສຳຄັນຫຼາຍເພື່ອຢຸດຕິການລະບາດພະຍາດວັນນະໂລກ.

ທ່ານ ນາງ ຢູລີ ປາກ, ຮັກສາການຜູ້ຕາງໜ້າອົງການອະນາໄມໂລກ ໄດ້ກ່າວວ່າ: “ການສຶກສາຄົ້ນຄວ້ານີ້ ແມ່ນເປັນເຄື່ອງມືໃນການສະໜອງຂໍ້ມູນຫຼັກຖານ ເພື່ອເປັນແນວທາງໃນຄວາມພະຍາຍາມຢ່າງຕໍ່ເນື່ອງຂອງພວກເຮົາ ໃນການລິເລີ່ມປຶກສາຫາລືດ້ານນະໂຍບາຍ ໃນການເຊື່ອມສານການບໍລິການວັນນະໂລກ ແລະ ໂພຊະນາການ ໃນ ສປປ ລາວ. ຂ້າພະເຈົ້າຂໍຂອບໃຈຢ່າງສູງ ຕໍ່ກັບທຸກພາກສ່ວນທີ່ໄດ້ມີສ່ວນຮ່ວມໃນວຽກງານດັ່ງກ່າວ ໂດຍສະເພາະພະນັກງານແພດໝໍຜູ້ຢູ່ດ່ານໜ້າ ທີ່ໄດ້ອຸທິດຕົນໃນການໃຫ້ບໍລິການດ້ານສຸຂະພາບທີ່ຈໍາເປັນເຫຼົ່ານີ້.”