© WHO/Phoonsab Thevongsa
© Credits

ສປປ ລາວ ແລະ ອົງການອະນາໄມໂລກ ສືບຕໍ່ສົ່ງເສີມວຽກງານຮັກສາສຸຂະພາບຂັ້ນຕົ້ນ ແລະ ການປົກຄຸມສຸຂະພາບທົ່ວປວງຊົນ

4 March 2026
Media release
ນະຄອນຫຼວງວຽງຈັນ, ສປປ ລາວ

ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ດຣ ໄຊອາ ມາອຸ ປິວກາລາ, ຜູ້ອຳນວຍການ ປະຈຳພາກພື້ນປາຊີຟິກຕາເວັນຕົກ, ອົງການອະນາໄມໂລກ (WHO) ພ້ອມດ້ວຍຄະນະ ໃນລະຫວ່າງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງທຳອິດ ເຊິ່ງເປັນການຮັດແໜ້ນສາຍພົວພັນຮ່ວມມື ເພື່ອບັນລຸເປົ້າໝາຍໃຫ້ປະຊາຊົນລາວມີສຸຂະພາບດີທຸກຄົນ. 

ທັງສອງທ່ານ ໄດ້ມີການປຶກສາຫາລືວຽກງານສຳຄັນກ່ຽວກັບບຸລິມະສິດຕ່າງໆ ເຊິ່ງຈຸດສຸມຫຼັກ ແມ່ນບຸລິມະສິດວຽກງານສາທາລະນະສຸກ ແລະ ວິທີແກ້ໄຂຂໍ້ຄົງຄ້າງດ້ານສາທາລະນະສຸກຕ່າງໆ, ໃນນັ້ນ ໄດ້ມີການປຶກສາຫາລືວຽກງານຮັກສາສຸຂະພາບຂັ້ນຕົ້ນ ເພື່ອກ້າວໄປສູ່ການປົກຄຸມສຸຂະພາບທົ່ວປວງຊົນ, ວຽກງານການຄວບຄຸມຢາສູບ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ, ອາກອນສຸຂະພາບ ແລະ ການເງິນສາທາລະນະສຸກທີ່ມີຄວາມຍືນຍົງ, ວຽກງານໃຫ້ວັກຊີນກັນພະຍາດ ແລະ ການໂຕ້ຕອບຕໍ່ເຫດການສຸກເສີນດ້ານສາທາລະນະສຸກ. 

ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ກ່າວວ່າ: “ພວກເຮົາມີຄວາມຍິນດີຕ້ອນຮັບທ່ານ ດຣ ໄຊອາ ມາອຸ ປິວກາລາ, ເຊິ່ງໄດ້ເປັນຜູ້ສະໜັບສະໜູນວຽກງານດ້ານສາທາລະນະສຸກໃນພາກພື້ນມາຢ່າງຍາວນານ ແລະ ພວກເຮົາເຫັນເຖິງຄວາມສຳຄັນຕໍ່ກັບອົງການອະນາໄມໂລກ ທີ່ໄດ້ໃຫ້ການສະໜັບສະໜູນວຽກງານດັ່ງກ່າວຢ່າງກວ້າງຂວາງ.” 

"ນັບຕັ້ງແຕ່ ອົງການອະນາໄມໂລກ ໄດ້ສ້າງຕັ້ງຫ້ອງການໃນປະເທດເຮົາໃນປີ 1962, ອົງການອະນາໄມໂລກ ແລະ ພະນັກງານຂອງອົງການ ໄດ້ກາຍເປັນຄູ່ຮ່ວມງານໃກ້ຊິດ ແລະ ພວກເຮົາໃຫ້ຄວາມເຊື່ອໝັ້ນ ສະເໝີມາ. ຄວາມພະຍາຍາມດັ່ງກ່າວ ໄດ້ປະກອບສ່ວນເຮັດໃຫ້ ສປປ ລາວ ມີຄວາມກ້າວໜ້າທາງດ້ານສາທາລະນະສຸກ, ເຊິ່ງລວມມີ ການລົບລ້າງພະຍາດຂາຊ້າງ, ພະຍາດຕາສານ ແລະ ກຳລັງກ້າວໄປສູ່ການລົບລ້າງພະຍາດໄຂ້ມາລາເຣຍ, ການພັດທະນາໂຄງການໃຫ້ວັກຊີນທີ່ມີຄວາມເຂັ້ມແຂງ ໃນຂອບເຂດທົ່ວປະເທດ, ການໂຕ້ຕອບຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ມີປະສິດທິພາບ ແລະ ການຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່ ເກືອບ 80% ພາຍໃນສອງທົດສະວັດ ທີ່ຜ່ານມາ.” 


ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ກ່າວຕື່ມອີກວ່າ: “ດ້ວຍການຮ່ວມມືກັນຢ່າງເຂັ້ມແຂງ, ພວກເຮົາຍາດໄດ້ຜົນສຳເລັດດ້ານສາທາລະນະສຸກທີ່ສຳຄັນຕ່າງໆ, ແຕ່ພວກເຮົາກຳລັງປະເຊີນກັບຄວາມກົດດັນດ້ານສາທາລະນະສຸກໃໝ່ ແລະ ຄວາມຕ້ອງການຈາກຊຸມຊົນທີ່ເພີ່ມຂຶ້ນນັບມື້. ການສ້າງຄວາມເຂັ້ມແຂງວຽກງານຮັກສາສຸຂະພາບຂັ້ນຕົ້ນ ແມ່ນເປັນສູນກາງການແກ້ໄຂຂອງພວກເຮົາ ແລະ ການປະຕິຮູບແບບໃໝ່ໂດຍມີຕາແສງ ເຊິ່ງຖືເປັນໂອກາດດີທີ່ຈະນຳເອົາການບໍລິການສຸຂະພາບມາສູ່ປະຊາຊົນໃຫ້ໃກ້ຊິດຍິ່ງຂຶ້ນ ໂດຍການສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ແລະ ການເຮັດວຽກຮ່ວມກັບຂະແໜງການຕ່າງໆ. ພວກເຮົາເຊື່ອໝັ້ນໃນການຮ່ວມມືຢ່າງຕໍ່ເນື່ອງຂອງອົງການອະນາໄມໂລກ ໃນຄວາມພະຍາຍາມໃນການຫັນປ່ຽນນີ້." 

ດ້ວຍວິຖີການດຳລົງຊີວິດມີການປ່ຽນແປງຢ່າງວ່ອງໄວ ເຮັດໃຫ້ລະບົບສາທາລະນະສຸກມີພາລະດ້ານພະຍາດບໍ່ຕິດຕໍ່ເພີ່ມຂຶ້ນໃນ ສປປ ລາວ, ເຊິ່ງກວມເອົາປະມານ 60% ຂອງການເສຍຊີວິດທັງໝົດໃນປີ 2016. ການແກ້ໄຂບັນຫາພາລະທີ່ເພີ່ມຂຶ້ນດັ່ງກ່າວນີ້ ແມ່ນຮຽກຮ້ອງໃຫ້ມີການປ່ຽນແປງຢ່າງໃຫຍ່ຫຼວງຕໍ່ລະບົບສາທາລະນະສຸກ, ນະໂຍບາຍຕ່າງໆ ແລະ ວິຖີດຳລົງຊີວິດ, ລວມທັງສືບຕໍ່ໃຫ້ການສະໜັບສະໜູນການຄວບຄຸມຢາສູບ ແລະ ເຄື່ອງດື່ມທີ່ທາດເຫຼົ້າ, ການເກັບອາກອນສຸຂະພາບ ເພື່ອຫຼຸດຜ່ອນການຊົມໃຊ້ ແລະ ເພີ່ມລາຍຮັບໃຫ້ແກ່ລັດຖະບານ ສົ່ງເສີມໃຫ້ງົບປະມານດ້ານສາທາລະນະສຸກມີຄວາມຍືນຍົງ.  

ໃນລະຫວ່າງການປະຊຸມ,  ດຣ ປິວກາລາ ໄດ້ເນັ້ນໜັກຄຳໝັ້ນສັນຍາຂອງອົງການອະນາໄມໂລກ ໃນການສືບຕໍ່ສະໜັບສະໜູນວຽກງານສາທາລະນະສຸກ ແລະ ໃນການເສີມສ້າງສາຍພົວພັນຮ່ວມມືອັນຍາວນານຫຼາຍທົດສະວັດ ໃຫ້ເກີດໝາກອອກຜົນ.  

“ການສະໜັບສະໜູນຮ່ວມມືກັບ ສປປ ລາວ ຖືເປັນຫຼັກຖານທີ່ສະທ້ອນໃຫ້ເຫັນວ່າ ພວກເຮົາສາມາດແກ້ໄຂບັນຫາສຸຂະພາບທີ່ທ້າທາຍທີ່ສຸດໄດ້ ຖ້າເຮົາມີການຮ່ວມມື ແລະ ປະສານສົມທົບທ່າແຮງເຊິ່ງກັນ ແລະ ກັນ. ໃນການຢ້ຽມຢາມຄັ້ງນີ້, ເປົ້າໝາຍຂອງຂ້າພະເຈົ້າ ແມ່ນຢາກຮຽນຮູ້ເພີ່ມເຕີມ ວ່າ ອົງການອະນາໄມໂລກ ຈະສາມາດຊ່ວຍເຫຼືອປະຊາຊົນລາວໄດ້ແນວໃດແດ່, ນັບຕັ້ງແຕ່ ການປັບປຸງລະບົບສາທາລະນະສຸກ ໂດຍການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການຮັກສາສຸຂະພາບຂັັ້ນຕົ້ນ, ການຮັບປະກັນລະບົບສາທາລະນະສຸກ ແລະ ສະຖານທີ່ບໍລິການ ທີ່ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ການແກ້ໄຂບັນຫາທີ່ຕິດພັນກັບພະຍາດບໍ່ຕິດຕໍ່ ໂດຍສະເພາະການເສີມສ້າງວຽກງານການຄວບຄຸມຢາສູບ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ, ຕະຫຼອດຮອດການຊຸກຍູ້ຊ່ວຍເຫຼືອໃຫ້ບັນດາຊຸມຊົນໃຫ້ມີຄວາມເຂັ້ມແຂງ ແລະ ທົນທານຕໍ່ການປ່ຽນແປງ ໃນຂະນະທີ່ພາກພື້ນຂອງເຮົາໄດ້ປະສົບກັບເຫດສຸກເສີນດ້ານສາທາລະນະສຸກຫຼາຍຂຶ້ນກວ່າເກົ່າ.” 

“ໃນຂະນະດຽວກັນ, ພວກເຮົາຕ້ອງຮັບຮູ້ ເຖິງອຸປະສັກຕ່າງໆ ທີ່ຕ້ອງແກ້ໄຂໃຫ້ໄດ້, ໂດຍສະເພາະ ແມ່ນການຮັບປະກັນການເງິນສາທາລະນະສຸກທີ່ພຽງພໍ ຢູ່ ສປປ ລາວ. ການຊ່ວຍເຫຼືອຢ່າງຕໍ່ເນື່ອງ ຈາກບັນດາຄູ່ຮ່ວມພັດທະນາ ໄດ້ເຮັດໃຫ້ມີຄວາມກ້າວໜ້າຢ່າງຫຼວງຫຼາຍ ກໍເຫັນວ່າເປັນສິ່ງສໍາຄັນຫຼາຍ, ພ້ອມດຽວກັນ ການສະໜັບສະໜູນສົມທົບຂອງລັດຖະບານທີ່ພຽງພໍ ກໍມີຄວາມສຳຄັນ ດ້ວຍການເພີ່ມລາຍຮັບໂດຍຜ່ານການເພີ່ມອາກອນຢາສູບ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ. ລະບົບສາທາລະນະສຸກທີ່ເຂັ້ມແຂງ ແລະ ປະຊາກອນສຸຂະພາບແຂງແຮງ ລ້ວນແລ້ວແຕ່ຖືເປັນປັດໄຈສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ເຊິ່ງຂ້າພະເຈົ້າຕີລາຄາສູງຕໍ່ກັບຄວາມພະຍາຍາມຂອງ ສປປ ລາວ ໃນການຊຸກຍູ້ວຽກງານສາທາລະນະສຸກຢ່າງຕັ້ງໜ້າ." 

ກ່ອນພົບປະໂອ້ລົມກັບລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ ປິວກາລາ ໄດ້ເດີນທາງໄປເຄື່ອນໄຫວເຮັດວຽກໃນແຂວງຫຼວງພະບາງ ໃນວັນທີ 3-4 ມີນາ ເຊິ່ງນຳໂດຍ ທ່ານ ດຣ ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ເພື່ອໃຫ້ທ່ານເຫັນໄດ້ພາບລວມຂອງວຽກງານສາທາລະນະສຸກ ໃນ ສປປ ລາວ. ຢູ່ແຂວງຫຼວງພະບາງ, ທ່ານ ດຣ ປິວກາລາ ໄດ້ເຂົ້າພົບອົງການປົກຄອງຂັ້ນແຂວງ, ພະແນກສາທາລະນະສຸກແຂວງ ແລະ ໂຮງໝໍແຂວງ, ເພື່ອທົບທວນບຸລິມະສິດ ແລະ ຄວາມຄືບໜ້າໃນລະດັບແຂວງ.  

ໃນໂອກາດການຢ້ຽມຢາມ ສປປ ລາວ ເປັນທາງການໃນຄັ້ງນີ້, ດຣ ປິວກາລາ ຍັງໄດ້ເດີນທາງໄປຢ້ຽມຢາມເມືອງໄຊທານີ ແລະ ຕາແສງຊ້າງມີໄຊ, ນະຄອນຫຼວງວຽງຈັນ, ໂດຍຈຸດສຸມ ແມ່ນວຽກງານສາທາລະນະສຸກຢູ່ຂັ້ນເມືອງ ແລະ ຕາແສງ, ໂດຍເນັ້ນໜັກວຽກງານຮັກສາສຸຂະພາບຂົ້ນຕົ້ນ, ການຮັບຟັງສຽງຂອງຊຸມຊົນ ແລະ ການປະສານງານຫຼາຍຂະແໜງການ ມີສ່ວນສຳຄັນແນວໃດຕໍ່ກັບການນຳເອົາການບໍລິການໃຫ້ໃກ້ຊິດກັບປະຊາຊົນຫຼາຍຂຶ້ນ.

ດຣ ໄຊອາ ມາອຸ ປິວກາລາ ເປັນຜູ້ອຳນວຍການ ປະຈຳພາກພື້ນ ຂອງອົງການອະນາໄມໂລກ ຄົນທຳອິດໃນປະຫວັດສາດທີ່ມີພື້ນຖານມາຈາກປະເທດໃນເຂດປາຊິຟິກ ເຊິ່ງໄດ້ຮັບຕຳແໜ່ງຢ່າງເປັນທາງການ ໃນເດືອນກຸມພາ ປີ 2024. ດຣ ປິວກາລາ ເປັນແພດຜ່າຕັດ ແລະ ເປັນອະດີດລັດຖະມົນຕີກະຊວງສາທາລະນະສຸກ ປະເທດຕົງກາ. 

ໃນ ສປປ ລາວ, ອົງການອະນາໄມໂລກ ໄດ້ມີການຮ່ວມມືຢ່າງຮອບດ້ານຮ່ວມກັບກະຊວງສາທາລະນະສຸກ ແລະ ບັນດາກະຊວງອື່ນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາສິ່ງທ້າທາຍທີ່ຕິດພັນກັບສຸຂະພາບ. ອົງການອະນາໄມໂລກ ໄດ້ສຸມໃສ່ວຽກງານການສົ່ງເສີມລະບົບສາທາລະນະສຸກທີ່ມີຄວາມຍືນຍົງ ແລະ ທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ປົກປ້ອງຊຸມຊົນຈາກເຫດການສຸກເສີນດ້ານສາທາລະນະສຸກ ແລະ ພະຍາດຕ່າງໆ ທັງພະຍາດຕິດຕໍ່ ແລະ ບໍ່ຕິດຕໍ່ ແລະ ປົກປ້ອງສຸຂະພາບຂອງປະຊາຊົນຈາກການປ່ຽນແປງດິນຟ້າອາກາດ ແລະ ໄພຂົ່ມຂູ່ຈາກສິ່ງແວດລ້ອມ

 

Media Contacts

ທ່ານ ນາງ ສຸດາພອນ ວິລະວົງສາ

ວິຊາການ ວຽກງານການສື່ສານເພື່ອສຸຂະພາບ
ອົງການອະນາໄມໂລກ ປະຈຳ ສປປ ລາວ