WHO / Lao PDR Staff
© Credits

ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ ໄດ້ຮ່ວມກັນສະເຫຼີມສະຫຼອງ ວັນ ວັນນະໂລກສາກົນ ຄົບຮອບ 143 ປີ ພາຍໃຕ້ຄໍາຂວັນ: “ຍຶດໝັ້ນຄໍາສັນຍາ, ພ້ອມກັນປະກອບສ່ວນ, ລົງມືປະຕິບັດ ແນ່ນອນ! ພວກເຮົາສາມາດລົບລ້າງວັນນະໂລກໄດ້”.

7 April 2025
Media release
ນະຄອນຫຼວງວຽງຈັນ, ສປປ ລາວ

ວັນ ວັນນະໂລກສາກົນ ໄດ້ຈັດຂຶ້ນທຸກໆປີ ໃນວັນທີ 24 ເດືອນມີນາ, ນີ້ເປັນໂອກາດສໍາຄັນ ເພື່ອ​ເພີ່ມ​ທະວີ​ຄວາມ​ຮີບ​ດ່ວນໃນການລົບລ້າງ​ວັນນະ​ໂລກ ທີ່ເປັນໜຶ່ງໃນພະຍາດຕິດຕໍ່ທີ່ຂ້າຊີວິດຄົນໃນທົ່ວໂລກ. ວັນນະໂລກ ຍັງສືບຕໍ່ສົ່ງຜົນກະທົບທີ່ຮ້າຍແຮງຕໍ່ສຸຂະພາບ, ສັງຄົມ ແລະ ເສດຖະກິດໃຫ້ກັບຜູ້ຄົນຢ່າງຫຼວງຫຼາຍໃນທົ່ວໂລກ.

ກະຊວງສາທາລະນະສຸກ, ສູນຄວບຄຸມວັນນະໂລກ, ອົງການອະນາໄມໂລກ ແລະ ບັນດາຄູ່ຮ່ວມງານຈາກທຸກພາກສ່ວນ ໄດ້ຮ່ວມປະຕິບັດກິດຈະກໍາຍ່າງເພື່ອສຸຂະພາບ ໃນວັນເສົາທີ 29 ເດືືອນມີນາ 2025 ເພື່ອສະເຫຼີມສະຫຼອງ ວັນ ວັນນະໂລກສາກົນ ຄົບຮອບ 143 ປີ ພາຍໃຕ້ຄໍາຂວັນວ່າ: “ຍຶດໝັ້ນຄໍາສັນຍາ, ພ້ອມກັນປະກອບສ່ວນ, ລົງມືປະຕິບັດ ແນ່ນອນ! ພວກເຮົາສາມາດລົບລ້າງວັນນະໂລກໄດ້”.

ໃນແຕ່ລະມື້, ທົ່ວໂລກ ມີຄົນເສຍຊີວິດຍ້ອນພະຍາດວັນນະໂລກ ຫຼາຍກວ່າ 3400 ຄົນ ແລະ ເກືອບ 30 000 ຄົນ ເຈັບປ່ວຍຍ້ອນພະຍາດວັນນະໂລກທີ່ສາມາດປ້ອງກັນ ແລະ ປິ່ນປົວໃຫ້ຫາຍດີໄດ້. ວັນນະໂລກເປັນສາຍເຫດທີ່ນໍາໄປສູ່ການເສຍຊີວິດໃນຜູ້ທີ່ຕິດເຊືື້ອ ເຮສໄອວີ (HIV) ແລະ ເປັນສ່ວນສໍາຄັນທີ່ເຮັດໃຫ້ເກີດການຕ້ານຕໍ່ຢາ. ວັນນະໂລກແມ່ນຍັງເປັນບັນຫາ ດ້ານສາທາລະນະສຸກ ໃນ ສປປ ລາວ ອີງຕາມການຄາດຄະເນຂອງອົງການອະນາໄມໂລກ ເຫັນວ່າກໍລະນີຄົນເຈັບວັນນະໂລກໃໝ່ ແລະ ກັບຄືນເປັນອີກມີປະມານ 10 000 ຄົນ ແລະ ກໍລະນີເສຍຊີວິດ ຍ້ອນວັນນະໂລກປະມານ 1100 ຄົນ. ເຖິງຢ່າງໃດກໍຕາມ, ອັດຕາການປົກຄຸມການປິ່ນປົວວັນນະໂລກ ແມ່ນບັນລຸໄດ້ເຖິງ 90% (9124 ກໍລະນີ)ໃນປີ 2023.

“ເພື່ອບໍ່ໃຫ້ມີພະຍາດວັນນະໂລກ, ສປປ ລາວ ໄດ້ຍຶດໝັ້ນຄຳສັນຍາ ເພື່ອບັນລຸຍຸດທະສາດລົບລ້າງວັນນະໂລກ ແລະ ຮັບປະກັນໃຫ້ປາສະຈາກວັນນະໂລກ ພາຍໃນປີ 2030 ໂດຍການເອົາໃຈໃສ່ ໃຫ້ເຂົ້າເຖິງກຸ່ມທີ່ບໍ່ສາມາດເຂົ້າເຖິງ ແລະ ຊອກຫາກໍລະນີວັນນະໂລກ,” ທ່ານ ດຣ ໄພວັນ ແກ້ວປະເສີດ  ຮອງລັດຖະມູນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: ເພື່ອບັນລຸເປົ້າໝາຍດັ່ງກ່າວ, ກະຊວງສາທາລະນະສຸກ, ສູນຄວບຄຸມວັນນະໂລກ ແລະ ບັນດາຄູ່ຮ່ວມງານ ໄດ້ເຮັດວຽກຢ່າງ          ໜັກໜ່ວງ ໃນການຮັກສາການບໍລິການທີ່ຈໍາເປັນ ໂດຍການຂະຫຍາຍວຽກງານການກັນ ແລະ ການເບິ່ງແຍງດູແລ, ສຸມໃສ່ປະຊາກອນທີ່ມີຄວາມສ່ຽງ ຊຶ່ງໄດ້ຮັບຜົນກະທົບ ແລະ ປະເຊີນກັບສິ່ງທ້າທາຍ ໃນການເຂົ້າເຖິງການດູແລ ໂດຍເພີ່ມທະວີການເຂົ້າເຖິງການກວດບົ່ງມະຕິວັນນະໂລກແຕ່ຫົວທີ ໂດຍສະເພາະ ການປິ່ນປົວທີ່ມີຄຸນນະພາບ ລວມທັງວັນນະໂລກຕ້ານຕໍ່ຢາ, ຂະຫຍາຍວຽກງານການປິ່ນປົວປ້ອງກັນວັນນະໂລກ ຮອດຂັ້ນສຸກສາລາໃນຂອບເຂດທົ່ວປະເທດ.”

ທ່ານ ດຣ ໄພວັນ ແກ້ວປະເສີດ ໄດ້ກ່າວເພີ່ມຕື່ມວ່າ: “ເຖິງຢ່າງໃດກໍຕາມ, ຍັງມີຄົນເຈັບວັນນະໂລກ ຈໍານວນຫຼາຍທີ່ຍັງບໍ່ໄດ້ຮັບການບົ່ງມະຕິ ແລະ ປິ່ນປົວ, ຊຶ່ງໝາຍເຖິງວັນນະໂລກຍັງຈະສືບຕໍ່ແຜ່ເຊື້ອຢູ່ໃນຊຸມຊົນ. ສະນັ້ນຈິ່ງເປັນສິ່ງສຳຄັນ ທີ່ຈະຕ້ອງໄດ້ຂໍການສະໜັບສະໜູນຈາກບັນດາທ່ານ, ຄູ່ຮ່ວມງານ ແລະ ພາກສ່ວນຕ່າງໆ ເພື່ອຮັບປະກັນໃຫ້ທຸກໆກໍລະນີສົງໄສ ສາມາດເຂົ້າເຖິງການບໍລິການສາທາລະນະສຸກ ແລະ ໄດ້ຮັບການປິ່ນປົວໂດຍໄວ.”

ທ່ານ ດຣ ທິມ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ໄດ້ກ່າວ: “ອົງການອະນາໄມໂລກ ມີບົດບາດສໍາຄັນໃນການສົ່ງເສີມໃຫ້ບັນດາປະເທດ ບັນລຸເປົ້າໝາຍລົບລ້າງວັນນະໂລກ ແລະ ຮັບປະກັນທົ່ວປວງຊົນໄດ້ເຂົ້າເຖິງການປ້ອງກັນ ແລະ ດູແລເພື່ອຮັກສາຊີວິດ.”

“ເນື່ອງໃນໂອກາດວັນ ວັນນະໂລກສາກົນ, ອົງການອະນາໄມໂລກ ໄດ້ຮຽກຮ້ອງຂໍການປະກອບສ່ວນໃນຫຼາຍໆດ້ານ ເພື່ອຮັບປະກັນໃຫ້ບັນລຸເປົ້າໝາຍລົບລ້າງວັນນະໂລກ ໂດຍການລົງມືປະຕິບັດຕາມຄໍາໝັ້ນສັນຍາ:

  • ກ່ອນອື່ນໝົດ, WHO ຮຽກຮ້ອງຢ່າງຮີບດ່ວນ ໃຫ້ຫັນປ່ຽນຄຳໝັ້ນສັນຍາໄປສູ່ການຕັດສິນໃຈລົງມືປະຕິບັດ.
  • ສອງ, WHO ຮຽກຮ້ອງໃຫ້ມີການປະກອບສ່ວນ ເພີ່ມທະວີເລັ່ງການຕອບໂຕ້ ຍຸດທະສາດວັນນະໂລກແບບຍືນຍົງ ແລະ ສົ່ງເສີມການຄົ້ນຄວ້າທີ່ສໍາຄັນ.
  • ສາມ, WHO ຮຽກຮ້ອງຢ່າງຮີບດ່ວນ ໃນການລົງມືປະຕິບັດຕາມຄໍາໝັ້ນສັນຍາ ໂດຍການເລັ່ງພິຈາລະນາຮັບຮອງເອົາຂໍ້ແນະນໍາໃນຄູ່ມືຂອງ WHO ເພື່ອຮັບປະກັນປວງຊົນເຂົ້າເຖິງການປ້ອງກັນ ແລະ ດູແລວັນນະໂລກ ຢ່າງມີປະສິດທິພາບ.
  • ສີ່, WHO ຮຽກຮ້ອງໃຫ້ເອົາໃຈໃສ່ຢ່າງຮີບດ່ວນ ໃນການປະສານງານຮ່ວມກັບບັນດາຂະແໜງການ, ຊຸມຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອຂັບເຄື່ອນຮ່ວມກັນຢ່າງເຂັ້ມແຂງໃນການຢຸດຕິການລະບາດວັນນະໂລກ.

“ຫວັງຢ່າງຍິ່ງວ່າ, ທຸກການຮຽກຮ້ອງໃຫ້ປະຕິບັດຮ່ວມກັນນີ້ ຈະສາມາດຊ່ວຍໃນການຕອບໂຕ້ວັນນະໂລກ ເພື່ອຊ່ວຍຮັກສາຊີວິດ ແລະ ບັນລຸເປົ້າໝາຍລົບລ້າງວັນນະໂລກສາກົນໄດ້. ອີງຕາມການສະເໜີຈາກ ຖະແຫຼງການກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 2, ອົງການອະນາໄມໂລກ ຈະສືບຕໍ່ນໍາພາໃນລະດັບສາກົນ ເພື່ອຕອບໂຕ້ວັນນະໂລກ, ປະສານສົມທົບໃນການເຮັດວຽກຮ່ວມກັບທຸກພາກສ່ວນ ຈົນກວ່າພວກເຮົາຈະຊ່ວຍຊີວິດທຸກຄົນ, ຄອບຄົວ ແລະ ຊຸມຊົນ ທີ່ໄດ້ຮັບຜົນກະທົບຈາກພະຍາດທີ່ອັນຕະລາຍຕໍ່ຊີວິດ.”