ຈາກການປະເມີນພົບວ່າ ສະຖານທີ່ບໍລິການສາທາລະນະສຸກໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຍັງປະສົບກັບສິ່ງທ້າທາຍໃນວຽກງານນ້ຳ-ສຸຂາພິບານ-ອະນາໄມ (WASH) ເຊິ່ງເຮັດໃຫ້ມີຄວາມາບອບບາງຕໍ່ເຫດການສະພາບອາກາດຮຸນແຮງ ອັນເກີດຈາກການປ່ຽນແປງດິນຟ້າອາກາດ.
ການສຳຫຼວດ ດ້ານນ້ຳ, ສຸຂາພິບານ ແລະ ອະນາໄມ ໃນສະຖານທີ່ບໍລິການສາທາລະນະສຸກ ສປປ ລາວ ປີ 2021 ເຊິ່ງກວມເອົາໂຮງໝໍ ແລະ ສຸກສາລາເກືອບທຸກແຫ່ງທົ່ວປະເທດ ພົບວ່າ ມີພຽງແຕ່ 16% ຂອງສະຖານທີ່ບໍລິການທັງໝົດທີ່ມີການບໍລິການຂັ້ນພື້ນຖານດ້ານອະນາໄມ ແລະ ພຽງແຕ່ 19% ມີລະບົບການຄຸ້ມຄອງສິ່ງເສດເຫຼືອທີ່ໄດ້ມາດຕະຖານ, 98% ສາມາດສະໜອງການບໍລິການດ້ານສຸຂາພິບານໃນຂອບເຂດຈໍາກັດ ເຊິ່ງມີພຽງ 2% ເທົ່ານັ້ນທີ່ສາມາດສະໜອງບໍລິການຂັ້ນພື້ນຖານດ້ານສຸຂາພິບານ. ນອກນີ້, ຜົນສຳຫຼວດຍັງຍົກເຫັນວ່າ ມີບາງແຂວງທີ່ຍັງບໍ່ສາມາດສະໜອງການບໍລິການໄດ້ຕາມເກນມາດຕະຖານເທື່ອ.
ອີງຕາມຜົນສໍາຫຼວດທີ່ໄດ້ມີການເຜີຍແຜ່ ໃນມື້ນີ້ ໂດຍກະຊວງສາທາລະນະສຸກ, ອົງການອະນາໄມໂລກ ແລະ ຄູ່ຮ່ວມງານ ພົບວ່າ ສະຖານທີ່ບໍລິການສາທາລະນະສຸກສ່ວນຫຼາຍ ແມ່ນໄດ້ຮັບຜົນກະທົບຈາກເຫດການສະພາບອາກາດຮຸນແຮງ ໃນໄລຍະ 20 ປີທີ່ຜ່ານມາ. ໃນນັ້ນ, ຫຼາຍກວ່າເຄິ່ງ ແມ່ນໄດ້ຮັບຄວາມເສຍຫາຍຂ້ອນຂ້າງໜັກ ແຕ່ມີພຽງ 1% ຂອງບັນດາສະຖານທີ່ບໍລິການສາທາລະນະສຸກ ມີມາດຕະການຮັບມື ເພື່ອຫຼຸດຜ່ອນຄວາມບອບບາງຕໍ່ການປ່ຽນແປງດິນຟ້າອາກາດ.
ຜົນສໍາຫຼວດຄັ້ງນີ້ຍັງໄດ້ແນະນຳໃຫ້ມີການສ້າງກອບວຽກໃນການຕິດຕາມປະເມີນຜົນ ແລະ ມາດຕະການໃນການສ້າງຄວາມເຂັ້ມແຂງໃນວຽກງານນ້ຳ-ສຸຂາພິບານ-ອະນາໄມ ແລະ ສ້າງຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ອັນຈະນຳໄປສູ່ການປະກອບສ່ວນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກໃນ ສປປ ລາວ.
ທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວຂອບໃຈບັນດາຄູ່ຮ່ວມງານ ສຳລັບການປະກອບສ່ວນສະໜັບສະໜູນໃນບົດລາຍງານຜົນສໍາຫຼວດສະບັບນີ້ ເຊິ່ງປະກອບມີຄຳແນະນຳເພື່ອການຈັດຕັ້ງປະຕິບັດ ທີ່ສອດຄ່ອງກັບທິດທາງຍຸດທະສາດ ແລະ ກອບການຕິດຕາມປະເມີນຜົນ.
ທ່ານ ຮອງລັດຖະມົນຕີ ໄດ້ກ່າວວ່າ: “ການຄົ້ນຄວ້າຄັ້ງນີ້ ມີຄວາມສຳຄັນເປັນຢ່າງຍິ່ງ ໃນການທຳຄວາມເຂົ້າໃຈ ແລະ ປັບປຸງການເຂົ້າເຖິງການບໍລິການພື້ນຖານດ້ານນ້ຳ, ສຸຂາພິບານ ແລະ ອະນາໄມ, ແລະ ຊ່ວຍໃຫ້ເຂົ້າໃຈເຖິງໄພຂົ່ມຂູ່ຈາກການປ່ຽນແປງດິນຟ້າອາກາດຕໍ່ກັບສະຖານທີ່ບໍລິການສາທາລະນະສຸກ. ຜົນການສຳຫຼວດ ໄດ້ເຮັດໃຫ້ເຮົາເຫັນເຖິງບັນຫາດັ່ງກ່າວມີຄວາມຮ້າຍແຮງເທົ່າໃດ ແລະ ສະເໜີທິດທາງການແກ້ໄຂບັນຫາສິ່ງທ້າທາຍທີ່ເກີດຈາກການປ່ຽນແປງດິນຟ້າອາກາດອາກາດ ແລະ ສິ່ງແວດລ້ອມ ອີກດ້ວຍ.”
ດຣ ສະໜອງ ທອງຊະນະ ໄດ້ກ່າວຕື່ມອີກວ່າ ຖ້າທຸກບ່ອນສາມາດເຂົ້າເຖິງການບໍລິການດ້ານນ້ຳ, ສຸຂາພິບານ ແລະ ອະນາໄມ, ແລະ ການຄຸ້ມຄອງສິ່ງເສດເຫຼືອທາງການແພດທີ່ປອດໄພ ແລະ ສະຖານທີ່ບໍລິການສາທາລະນະສຸກທີ່ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ຖືເປັນເງື່ອນໄຂຫຼັກຂອງການບໍລິການປິ່ນປົວທີ່ມີຄຸນນະພາບ. ໃນແຜນ ແລະ ເຄື່ອງມືຍຸດທະສາດຂອງລັດຖະບານ ບໍ່ວ່າຈະເປັນ ແຜນການປັບຕົວແຫ່ງຊາດ ຂອງຂະແໜງສາທາລະນະສຸກ ເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ (HNAP) ປີ 2023 ແລະ ຮ່າງ ຍຸດທະສາດແຫ່ງຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ລ້ວນແລ້ວແຕ່ມີເປົ້າໝາຍຊ່ວຍໃນການບັນລຸເງື່ອນໄຂທີ່ກ່າວມານີ້.
ທ່ານຍັງໄດ້ກ່າວອີກວ່າ: “ການສຳຫຼວດຄັ້ງນີ້ ຖືເປັນສິ່ງກະຕຸ້ນໃຫ້ແກ່ບັນດາພະນັກງານສາທາລະນະສຸກ ແລະ ຄະນະບໍລິຫານໂຮງໝໍ ໃຫ້ເອົາໃຈໃສ່ປັບປຸງວຽກງານນ້ຳ, ສຸຂາພິບານ, ອະນາໄມ ແລະ ຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ຂອງຕຶກອາຄານ ແລະ ຄວາມອາດສາມາດຂອງພະນັກງານແພດໝໍ. ໃນວຽກງານອັນສຳຄັນນີ້ ແນ່ນອນ ຕ້ອງຮຽກຮ້ອງການຊີ້ນຳນຳພາຈາກຄະນະອຳນວຍການຂອງໂຮງໝໍທຸກໆແຫ່ງ ພ້ອມດ້ວຍທີມງານຂັ້ນໂຮງໝໍ.”
ທ່ານ ນາງ ດຣ ຢິງ-ຣູ ແຈັກກະລິນ ໂລ, ຜູ້ຕາງໜ້າອົງການອະນາໄມໂລກ ໄດ້ກ່າວວ່າ ອົງການການອະນາໄມໂລກ ມີຄວາມດີໃຈທີ່ໄດ້ປະກອບສ່ວນຊ່ວຍເຫຼືອໃນບົດສຳຫຼວດນີ້ ເຊິ່ງເປັນການຊ່ວຍໃຫ້ສາມາດທຳຄວາມເຂົ້າໃຈສະພາບການປັດຈຸບັນ, ແລະ ຊອກຫາວິທີທາງໃນການປັບປຸງ ພ້ອມທັງກໍານົດຄາດໝາຍສູ້ຊົນທີ່ຕ້ອງບັນລຸພາຍໃນປີ 2025 ແລະ 2030. ເພິ່ນຍັງໄດ້ກ່າວຄຳໝັ້ນສັນຍາວ່າ ອົງການອະນາໄມໂລກ ຈະສືບຕໍ່ຮ່ວມມືກັບພາກລັດ ແລະ ຄູ່ຮ່ວມງານ ເພື່ອໃຫ້ສາມາດບັນລຸຄາດໝາຍສູ້ຊົນດັ່ງກ່າວ.
ທ່ານ ນາງ ດຣ ຢິງ-ຣູ ໄດ້ກ່າວວ່າ: “ສປປ ລາວ ມີຄວາມສ່ຽງທີ່ຈະປະສົບກັບເຫດການສະພາບອາກາດຮຸນແຮງຫຼາຍຂຶ້ນ, ໂດຍຄາດຄະເນວ່າຈະມີປະລິມານນ້ຳຝົນເພີ່ມຂຶ້ນ 10-30% ໃນລະດູຝົນ ແລະ ອຸນຫະພູມຈະເພີ່ມຂຶ້ນ 2-3° C ໃນປີ 2050. ຕໍ່ກັບສະພາບດັ່ງກ່າວ, ການບໍລິການສຸຂະພາບຈະມີປະສິດທິພາບ ແລະ ປອດໄພ ກໍຂຶ້ນຢູ່ກັບວຽກງານນ້ຳ, ສຸຂາພິບານ ແລະ ອະນາໄມ ພ້ອມທັງຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດຂອງສະຖານທີ່ບໍລິການ.”
“ສ່ວນຫຼາຍ, ສະຖານທີ່ບໍລິການສາທາລະນະສຸກ ຍັງບໍ່ສາມາດໃຫ້ບໍລິການແກ່ ຄົນເຈັບ, ພີ່ນ້ອງຄົນເຈັບ ແລະ ພະນັກງານແພດໝໍ ເມື່ອປະສົບກັບເຫດການອັນຕະລາຍທີ່ບໍ່ຄາດຄິດ. ບົດສຳຫຼວດ ດ້ານນ້ຳ, ສຸຂາພິບານ ແລະ ອະນາໄມ ປີ 2021 ສະບັບນີ້ ຖືເປັນພື້ນຖານໃນການສ້າງແຜນການຮັບມື, ການລະດົມຊັບພະຍາກອນ ແລະ ການຮ່ວມມືກັບພາກສ່ວນກ່ຽວຂ້ອງ ແລະ ຊຸກຍູ້ໃຫ້ມີການຈັດຕັ້ງປະຕິບັດຕົວຈິງໃນຂົງເຂດອັນຈຳເປັນນີ້. ອົງການອະນາໄມໂລກ ຖືເອົາການແກ້ໄຂຜົນກະທົບທາງສຸຂະພາບຈາກການປ່ຽນແປງດິນຟ້າອາກາດ ເປັນວຽກງານບູລິມະສິດໃນການຊ່ວຍເຫຼືອ ສປປ ລາວ ເນື່ອງຈາກເປັນຂົງເຂດທີ່ມີຄວາມສ່ຽງສູງ ແລະ ສົ່ງຜົນກະທົບເປັນວົງກວ້າງ.
ການເຜີຍແຜ່ຜົນສໍາຫຼວດສະບັບດັ່ງກ່າວນີ້ ແມ່ນກິດຈະກໍາຕໍ່ເນື່ອງມາຈາກກອງປະຊຸມລັດພາຄີສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 28 (COP28) ເຊິ່ງເປັນຄັ້ງທຳອິດກອງປະຊຸມໄດ້ມີການເນັ້ນຢໍ້າເຖິງບັນຫາຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ກັບຂະແໜງສາທາລະນະສຸກ.
ພາຍໃນກອງປະຊຸມດັ່ງກ່າວ, ສປປ ລາວ ແມ່ນ 1 ໃນ 123 ປະເທດ ທີ່ໄດ້ຮັບຮອງເອົາຖະແຫຼງການ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ແລະ ສຸຂະພາບ ທີ່ສະຫະນະຄອນ ເອເມເຣດ ອາຣັບ. ຖະແຫຼງການດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມວິຕົກກັງວົນຕໍ່ກັບຜົນກະທົບຮ້າຍແຮງຕໍ່ຂະແໜງສາທາລະນະສຸກທີ່ເປັນຜົນມາຈາກການປ່ຽນແປງດິນຟ້າອາກາດ. ຖະແຫຼງການດັ່ງກ່າວ ຍັງໄດ້ຮຽກຮ້ອງໃຫ້ບັນດາປະເທດທົ່ວໂລກ ຮີບຮ້ອນລົງມືຈັດຕັ້ງປະຕິບັດກິດຈະກໍາຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ, ຫຼຸດຜ່ອນມົນລະພິດທາງອາກາດ ແລະ ຫັນປ່ຽນວິທີການດຳລົງຊີວິດໃຫ້ມີຄວາມຍືນຍົງ.
ຄູ່ຮ່ວມງານທີ່ມີສ່ວນຮ່ວມໃນການສ້າງ ແລະ ດຳເນີນບົດສຳຫຼວດແຫ່ງຊາດ ດ້ານນ້ຳ, ສຸຂາພິບານ ແລະ ອະນາໄມ ໃນສະຖານທີ່ບໍລິການສາທາລະນະສຸກ ປີ 2021 ປະກອບດ້ວຍ ອົງການ Global Environment Facility (ຮ່ວມກັບອົງການສະຫະປະຊາຊາດເພື່ອການພັດທະນາ ຫຼື UNDP), ກອງທຶນ Green Climate Fund ໃນໂຄງການກະກຽມຄວາມພ້ອມ (ຮ່ວມກັບອົງການອະນາໄມໂລກ) ແລະ ລັດຖະບານຍີ່ປຸ່ນ ຜ່ານການຮ່ວມມືເພື່ອບັນລຸການປົກຄຸມສຸຂະພາບທົ່ວປວງຊົນ ພາຍໃນ ປີ 2030 (UHC 2030).