© WHO/Staff
ນັກຮຽນພວມຮັບວັກຊີນກັນມະເຮັງປາກມົດລູກ
© Credits

ຂະບວນການໃຫ້ວັກຊີນກັນມະເຮັງປາກມົດລູກໃນຂົງເຂດທົ່ວປະເທດ ປີ 2023

8 August 2023
Joint News Release
ນະຄອນຫຼວງວຽງຈັນ, ສປປ ລາວ

ເດັກຍິງ ແລະ ໄວໜຸ່ມຍິງທຸກຄົນ ອາຍຸລະຫວ່າງ 10 ຫາລຸ່ມ 17 ປີ ຈະໄດ້ຮັບການປ້ອງກັນຈາກໄວຣັດສ໌ HPV ຊຶ່ງເປັນສາເຫດຫຼັກທີ່ພາໃຫ້ເກີດມະເຮັງປາກມົດລູກ ໃນຂະບວນການສັກວັກຊີນກັນມະເຮັງປາກມົດລູກ  ຢູ່ໃນໂຮງຮຽນຂອງທຸກແຫ່ງໃນ ສປປ ລາວ ໃນໄລຍະເດືອນກັນຍາປີ 2023.

ມະເຮັງປາກມົດລູກເປັນ ມະເຮັງທີ່ພົບເຫັນຫຼາຍທີ່ສຸດເປັນອັນດັບສອງ ສໍາລັບມະເຮັງທີ່ເກີດໃນແມ່ຍິງ ໃນ ສປປ ລາວ ແລະ ມະເຮັງປາກມົດລູກ 99.7% ແມ່ນເກີດຈາກເຊື້ອໄວຣັດສ໌ HPV. ເພື່ອແກ້ໄຂບັນຫາດັ່ງກ່າວ, ລັດຖະບານແຫ່ງ ສປປ ລາວ ໄດ້ຮັບການສະໜັບສະໜູນຈາກກອງທຶນກາວີ ໂດຍຜ່ານອົງການອະນາໄມໂລກ ແລະ ອົງການ ຢູນິເຊັບ ໄດ້ນຳເຂົ້າວັກຊີນກັນມະເຮັງປາກມົດລູກ ແລະ ໃຫ້ບໍລິການທົ່ວປະເທດເລີ່ມແຕ່ປີ 2020 ຊຶ່ງຄວາມຄືບໜ້າຂອງຂະບວນການດັ່ງກ່າວຄືເດັກຍິງ ອາຍຸ 12-16 ປີ ຫຼາຍກວ່າ 90% ໃນ ສປປ ລາວ ໄດ້ຮັບວັກຊີນກັນມະເຮັງປາກມົດລູກແລ້ວຢ່າງໜ້ອຍໜຶ່ງຄັ້ງ.

ທ່ານ ດຣ ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກໄດ້ ກ່າວວ່າ: “ຂະບວນການໃຫ້ວັກຊີນຄັ້ງນີ້ ເປັນຂີດໝາຍອັນໜຶ່ງ ໃນການສົ່ງເສີມສຸຂະພາບຂອງເດັກຍິງ ແລະ ໄວໜຸ່ມ ໃນ ສປປ ລາວ. ວັກຊີນ ຊະນິດນີ້ ສາມາດປ້ອງກັນເດັກຍິງຈາກ ມະເຮັງປາກມົດລູກ ແລະ ຂ້ອຍຮູ້ສຶກພູມໃຈ ທີ່ໄດ້ເຫັນເດັກຍິງ ແລະ ໄວໜຸ່ມລາວ ໄດ້ຮັບວັກຊີນກັນມະເຮັງປາກມົດລູກ ໃນສາມປີຜ່ານມາ."

ທ່ານ ດຣ ສຸລິຍາ ຈັນນາວົງ, ຮັກສາການຫົວໜ້າທີມວັກຊີນ, ອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ວັກຊີນກັນມະເຮັງປາກມົດລູກສາມາດປ້ອງກັນເດັກຍິງຈາກພະຍາດຮ້າຍໄດ້. ວັກຊີນກັນມະເຮັງປາກມົດລູກແມ່ນໃຫ້ບໍລິການໂດຍບໍ່ເສຍຄ່າ ສໍາລັບເດັກຍິງທຸກຄົນທີ່ມີິອາຍຸລະຫວ່າງ 10 ຫາລຸ່ມ 17 ປີ. ວັກຊີນຊະນິດນີ້ປອດໄພ, ມີປະສິດທິພາບສູງ, ສາມາດປົກປ້ອງເດັກຍິງຈາກມະເຮັງປາກມົດລູກ ຊຶ່ງເປັນພະຍາດທີ່ເປັນອັນຕະລາຍແກ່ຊີວິດໄດ້.”

ທ່ານ ດຣ. Mohammed Yunus ໄດ້ກ່າວວ່າ: “ເດັກຍິງທຸກຄົນທີ່ມີອາຍຸລະຫວ່າງ 10 ຫາລຸ່ມ 17 ປີ ຕ້ອງໄດ້ຮັບວັກຊີນກັນມະເຮັງປາກມົດລູກສອງຄັ້ງສຳລັບໃນປີ 2023. ວັກຊີນເຫຼົ່ານີ້ປອດໄພ ແລະ ມີປະສິດທິພາບ ພ້ອມດຽວກັນນັ້ນວັກຊີນກັນມະເຮັງປາກມົດລູກ ຍັງສາມາດສັກພ້ອມກັບວັກຊີນໂຄວິດ-19 ໄດ້.”

ເດັກຍິງອາຍຸ 10 ຫາລຸ່ມ 17 ປີ ທຸກຄົນສາມາດໄປຮັບວັກຊີນກັນມະເຮັງປາກມົດລູກໄດ້ ທີ່ ໂຮງຮຽນ ແລະ ໃນສະຖານທີ່ບໍລິການສາທາລະນະສຸກໃກ້ບ້ານທ່ານ. ວັກຊີນກັນ ມະເຮັງປາກມົດລູກ ມີໃຫ້ບໍລິການໃນຂອບເຂດທົ່ວປະເທດ.

ວັກຊີນດັ່ງກ່າວໄດ້ຮັບທຶນສະໜັບສະໜູນຈາກກອງທຶນກາວີ, ອົງການອະນາໄມໂລກ, ອົງການຢູນິເຊັບ ໂດຍຮ່ວມກັບກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກິລາ ໃນການໃຫ້ບໍລິການ ໂດຍເຊື່ອມສານກັບການສັກວັກຊີນໂຄວິດ-19.

ລັດຖະບານແຫ່ງ ສປປ ລາວ ຊ່ວຍປົກປ້ອງໄວໜຸ່ມ ແລະ ເດັກຍິງຮຸ່ນຕໍ່ໄປຈາກການເປັນມະເຮັງປາກມົດລູກ ໂດຍການໃຫ້ບໍລິການວັກຊີນ.