WHO/Soudaphone Viravongsa
Delegates given a guided gallery tour at the event
© Credits

ເຈົ້າແຂວງ ແລະ ເຈົ້າເມືອງໄດ້ຮັບຟັງ ຜົນສຳເລັດ ແລະ ແຜນການຜັນຂະຫຍາຍການນຳໃຊ້ວິທີການແບບຄອນເນັກ (CONNECT) ເພື່ອສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ

10 March 2023
Media release
ນະຄອນຫຼວງວຽງຈັນ, ສປປ ລາວ

ມື້ນີ້ ທີ່ນະຄອນຫຼວງວຽງຈັນ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ລັດຖະມົນຕີກະຊວງພາຍໃນ ໄດ້ປຶກສາຫາລືຮ່ວມກັບເຈົ້າແຂວງ ແລະ ເຈົ້າເມືອງ ພ້ອມທັງຕາງໜ້າຈາກບັນດາກະຊວງ ແລະ ຄູ່ຮ່ວມພັດທະນາ ກ່ຽວກັບຄວາມຄືບໜ້າ ແລະ ແຜນການຂະຫຍາຍວິທີການແບບ CONNECT ເຊິ່ງເປັນວິທີການການສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ແລະ ການສ້າງຄວາມເຂັ້ມແຂງໃຫ້ການປົກຄອງທ້ອງຖິ່ນ ທີ່ນຳພາໂດຍທັງສອງກະຊວງ.

ວິທີການແບບ CONNECT ໄດ້ມີການລິເລີ່ມໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ເປັນວິທີການທີ່ນຳພາໂດຍກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ແລະ ສະໜັບສະໜູນດ້ານວິຊາການໂດຍ ອົງການອະນາໄມໂລກ ເຊິ່ງເປັນວິທີການທີ່ເນັ້ນໃສ່ການສ້າງຄວາມໄວ້ວາງໃຈລະຫວ່າງຜູ້ໃຫ້ບໍລິການສາທາລະນະສຸກ ກໍຄື ບັນດາແພດໝໍ ກັບ ຊຸມຊົນ, ເປັນວິທີການທີ່ສຸມໃສ່ເຮັດວຽກຮ່ວມກັບການນຳຂັ້ນທ້ອງຖິ່ນຢ່າງໃກ້ຊິດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງຖິ່ນ ໃນການວາງແຜນ, ການປະສານງານ ແລະ ການເພີ່ມການເຂົ້າເຖິງການບໍລິການສຸຂະພາບຂັ້ນພື້ນຖານ ເປັນຕົ້ນ ການສັກວັກຊີນ ແລະ ການຝາກທ້ອງ.

ອີງໃສ່ຜົນສຳເລັດການຈັດຕັ້ງປະຕິບັດທັງໝົດ 175 ບ້ານ ໃນ 24 ເມືອງ ໃນນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ, ຫົວພັນ, ຊຽງຂວາງ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ຈຳປາສັກ, ກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ມີແຜນໃນການຂະຫຍາຍວິທີການແບບ CONNECT ໃຫ້ກວມເອົາທຸກແຂວງທົ່ວປະເທດ ໂດຍເນັ້ນໜັກໃສ່ເຂດພື້ນທີ່ທີ່ມີອັດຕາການສັກວັກຊີນ ແລະ ການເກີດລູກມີແພດຊ່ວຍຕ່ຳທີ່ສຸດ.

ກອງປະຊຸມຄັ້ງນີ້ ໄດ້ໃຫ້ກຽດເປັນປະທານຮ່ວມໂດຍ ພະນະທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ພະນະທ່ານ ປອ ດຣ ທອງຈັນ ມະນີໄຊ, ລັດຖະມົນຕີກະຊວງພາຍໃນ ເຊິ່ງໄດ້ນຳພາບັນດາຄູ່ຮ່ວມງານ ເປັນຕົ້ນ ທ່ານ ຈັງ ຢັງ ຊູ, ເອກອັກຄະລັດຖະທູດ ສ. ເກົາຫຼີ, ຕາງໜ້າຈາກສະຫະພາບເອີຣົບ, ອົງການພັດທະນາສາກົນ ສະຫະລັດອາເມລິກາ, ລຸກຊຳບວກ ແລະ ຄູ່ຮ່ວມພັດທະນາອື່ນໆ ຮັບຟັງ ແລະ ແລກປ່ຽນ ກ່ຽວກັບຜົນສຳເລັດຂອງວິທີການແບບ CONNECT ໃນປີທີ່ຜ່ານມາ ໂດຍສະເພາະໃນວຽກງານການສັກວັກຊີນ, ສຸຂະພາບຂອງແມ່ ແລະ ການເຂົ້າເຖິງປະຊາຊົນທີ່ເຂົ້າເຖິງຍາກ.

ປອ ດຣ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: “ພວກເຮົາ ໄດ້ເຫັນໝາກຜົນໃນຫຼາຍດ້ານທີ່ໂດດເດັ່ນ ບໍ່ວ່າຈະເປັນທາງດ້ານຄຸນນະພາບ ແລະ ປະລິມານ ຈາກບັນດາ ແຂວງ ແລະ ເມືອງ.”

ໃນແຂວງຊຽງຂວາງ ກ່ອນໜ້າງານມະຫະກຳກິລາແຫ່ງຊາດ ເມື່ອບໍ່ດົນມານີ້, ໄດ້ມີການນຳໃຊ້ວິທີການ CONNECT ໃນຂະບວນການຕະລຸມບອນສັກວັກຊີນ ເຮັດໃຫ້ປະຊາຊົນ ຈໍານວນຫຼາຍກວ່າ 39,000 ຄົນ ໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ທັງເຂັມພື້ນຖານ ແລະ ເຂັມກະຕຸ້ນ, ພ້ອມທັງເປັນການເພີ່ມການເຂົ້າເຖິງປະຊາຊົນກຸ່ມທີ່ດ້ອຍໂອກາດ.

ປອ ດຣ ບຸນແຝງ ພູມມະໄລສິດ ຍັງໄດ້ກ່າວຕື່ມອີກວ່າ: “ດ້ວຍໝາກຜົນໄດ້ຮັບທີ່ສໍາຄັນ ຈາກການສັກວັກຊີນປ້ອງກັນໂຄວິດ-19 ແລະ ການບໍລິການອື່ນໆ, ຄວາມເປັນເຈົ້າການການນໍາພາ ຂອງອົງການປົກຄອງທ້ອງຖິ່ນ ໄດ້ເຮັດໃຫ້ພວກເຮົາເຫັນໄດ້ຊັດເຈນວ່າ ອົງການປົກຄອງທ້ອງຖິ່ນ ມີຄວາມສຳຄັນຫຼາຍ. ດັ່ງທີ່ພວກເຮົາເຫັນໄດ້ຄວາມສໍາຄັນ ດັ່ງກ່າວນີ້, ຂ້າພະເຈົ້າ ຢາກເນັ້ນໜັກວ່າ ຜົນສໍາເລັດທີ່ຍາດມາໄດ້ ແມ່ນຜົນມາຈາກການປະກອບສ່ວນຈາກພວກເຮົາທັງໝົດທຸກພາກສ່ວນ.”

ຜ່ານວິທີການ CONNECT, ແພດ, ພະຍາບານ, ແພດຜະດຸງຄັນ, ແພດອາສາສະໝັກ, ອົງການປົກຄອງບ້ານ ແລະ ພະນັກງານຈາກອົງການຈັດຕັ້ງ ໄດ້ຮັບການຊ່ວຍເຫຼືອໃຫ້ສາມາດເຮັດວຽກຮ່ວມກັນ ແລະ ສະໜອງການບໍລິການສຸຂະພາບໃຫ້ແກ່ປະຊາຊົນໄດ້ດີຂຶ້ນ.

ປອ ດຣ ທອງຈັນ ມະນີໄຊ ໄດ້ກ່າວວ່າ: “ວຽກງານການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງຖິ່ນ ແລະ ການມີສ່ວນຮ່ວມຂອງຊຸມຊົນໃນການຄວບຄຸມ, ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດຕາມລະດູການ ເປັນວຽກງານໜຶ່ງທີ່ພັກ, ລັດຖະບານໄດ້ໃຫ້ຄວາມສຳຄັນ ຕ້ອງໄດ້ດຳເນີນເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອແນໃສ່ເຮັດໃຫ້ຄຸນນະພາບດ້ານການບໍລິການຂອງລັດ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນຜູ້ມາໃຊ້ບໍລິການ.”

ທ່ານ ຈັງ ຢັງ ຊູ, ເອກອັກຄະລັດຖະທູດ ສ. ເກົາຫຼີ ໄດ້ກ່າວວ່າ: "ລັດຖະບານ ແຫ່ງ ສ. ເກົາຫຼີ ແລະ ອົງການໂກຟີ ພວມຈັດຕັ້ງປະຕິບັດວຽກງານ ເພື່ອເສີມສ້າງຂີດຄວາມສາມາດຂອງ ສປປ ລາວ ເປັນຕົ້ນ ໃນຂະແໜງສາທາລະນະສຸກ ແລະ ສ. ເກົາຫຼີ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂະແໜງສາທາລະນະສຸກຕໍ່ໄປ."

ທ່ານ ນາງ ໄມລໍ ຊົງ, ນາຍບ້ານ ຈາກແຂວງບໍລິຄຳໄຊ ໄດ້ກ່າວວ່າ: “ວິທີການ CONNECT ໄດ້ປັບປຸງການມີສ່ວນຮ່ວມລະຫວ່າງອົງການປົກຄອງບ້ານ ແລະ ໂຮງໝໍນ້ອຍໃຫ້ດີຂຶ້ນ. ສະຫະພັນແມ່ຍິງ, ອາສາສະໝັກບ້ານ ແລະ ນາຍບ້ານ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນການຊ່ວຍເຫຼືອແມ່ຍິງຖືພາໃຫ້ໄປໃຊ້ບໍລິການຢູ່ໂຮງໝໍນ້ອຍ, ພາລູກໄປສັກວັກຊີນ, ຈົດທະບຽນການເກີດ ແລະ ຮັບປະກັນວ່າພວກເຂົາມີເອກະສານຄົບຖ້ວນສຳລັບການໃຊ້ປະກັນສັງຄົມ.”

ດຣ ຍິງ-ຣູ ໂລ ໄດ້ໃຫ້ຄຳເຫັນວ່າ: “ຄວາມໄວ້ວາງໃຈ ແລະ ການເຮັດວຽກຮ່ວມກັນ ເປັນດັ່ງກະແຈສູ່ການພັດທະນາ ບໍ່ພຽງແຕ່ໃນຂົງເຂດການປົກຄອງເທົ່ານັ້ນ ແຕ່ຍັງໃນການຍົກສູງຄຸນນະພາບການບໍລິການສາທາລະນະສຸກ ແລະ ດ້ານອື່ນໆ. ສຳລັບຕອນນີ້, ເປົ້າໝາຍທີ່ຕ້ອງແນໃສ່ ແມ່ນການຈົດທະບຽນການເກີດ, ການສັກວັກຊີນຮອບປົກກະຕິ ແລະ ການຮັບປະກັນເກີດລູກທີ່ປອດໄພ ຢູ່ໂຮງໝໍ, ແລະ ດັ່ງທີ່ພວກເຮົາຮູ້ວ່າ ວິທີການ CONNECT ນີ້ຍັງມີທ່າແຮງອີກຫຼາຍດ້ານ; ສະນັ້ນ, ເຮົາຕ້ອງຮັບປະກັນການບໍລິຫານ ແລະ ນຳໃຊ້ຊັບພະຍາກອນທີ່ມີຢູ່ໃນຊຸມຊົນຢ່າງມີປະສິດທິພາບ.”

ອີງໃສ່ແຜນການຂະຫຍາຍວິທີການ CONNECT ໃນຂອບເຂດທົ່ວປະເທດ, ກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ຍັງມີແຜນໃນການເຊື່ອມສານວິທີການ CONNECT ເຂົ້າໃນຫຼັກສູດການສຶກສາ ໃນມະຫາວິທະຍາໄລວິທະຍາສາດສຸຂະພາບ, ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ເພື່ອເປັນການສົ່ງເສີມການເຮັດວຽກຮ່ວມກັບຫຼາຍຂະແໜງການ ໂດຍມີເປົ້າໝາຍໃຫ້ທຸກຄົນສາມາດເຂົ້າເຖິງການບໍລິການສຸຂະພາບ ແລະ ມີຊີວິດການເປັນຢູ່ທີດີ.

ວິທີການ CONNECT ໄດ້ຮັບການສະໜັບສະໜູນຈາກ ອົງການອະນາໄມໂລກ, ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID), ສະຫະພາບເອີຣົບ (EU), ລັດຖະບານລຸກຊຳບວກ, ອົງການສາທາລະນະສຸກສາກົນ ສ. ເກົາຫຼີ (KOFIH) ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ (SDC).