ຊ່ຽວຊານດ້ານວຽກງານສາທາລະນະສຸກ ແລະ ສິ່ງແວດລ້ອມ ໄດ້ເຂົ້າຮ່ວມກອງປະຊຸມ ທີ່ເມືອງປາກຊ່ອງ, ແຂວງຈຳປາສັກ ເພື່ອປຶກສາຫາລື ແລະ ແລກປ່ຽນ ກ່ຽວກັບ ວິທີການ ແລະ ການຈັດຕັ້ງປະຕິບັດວຽກງານ ສຸມໃສ່ການເສີມສ້າງຄວາມໝັ້ນຄົງໃຫ້ແກ່ລະບົບສາທາລະນະສຸກຂອງ ສປປ ລາວ ໃຫ້ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ.
ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ສປປ ລາວ ຄາດວ່າຈະໄດ້ຮັບຜົນກະທົບຈາກສະພາບອາກາດທີ່ຮຸນແຮງຂຶ້ນ ໂດຍສະເພາະ ການເພີ່ມຂຶ້ນຂອງປະລິມານນ້ຳຝົນ ເຖິງ 10-30% ໃນລະດູຝົນ ແລະ ອຸນຫະພຸມສະເລ່ຍ ເພີ່ມຂຶ້ນ 2-3 ອົງສາ ເຊ ພາຍໃນປີ 2050. ລະບົບສາທາລະນະສຸກຂອງ ສປປ ລາວ ກໍມີຄວາມບອບບາງຫຼາຍ ເຊິ່ງຮຽກຮ້ອງໃຫ້ເຮົາຕ້ອງສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກຂອງ ສປປ ລາວ ໃຫ້ມີຄວາມທົນທານຕໍ່ຜົນກະທົບທີ່ມາຈາກການປ່ຽນແປງດິນຟ້າອາກາດ ແລະ ເພື່ອໃຫ້ສາມາດຮອງຮັບຄົນເຈັບໄດ້ຢ່າງພຽງພໍ.”
/countries/lao-peoples-democratic-republic/who09841.jpg?sfvrsn=ece00869_5)
ກອງປະຊຸມຄັ້ງນີ້ ແມ່ນເປັນເຈົ້າພາບໂດຍກະຊວງສາທາລະນະສຸກ ຮ່ວມກັບ ອົງການອະນາໄມໂລກ ປະຈຳ ສປປ ລາວ ແລະ ອົງການຊ່ວຍເຫຼືອເດັກ ປະຈຳ ສປປ ລາວ ເຊິ່ງໄດ້ຮັບການສະໜັບສະໜູນຈາກ ກອງທຶນສີຂຽວ ດ້ານການປ່ຽນແປງດິນຟ້າອາກາດ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນປະສົບການ ແລະ ບົດຮຽນຈາກໂຮງໝໍເມືອງປາກຊ່ອງ ແລະ ພາກສ່ວນອື່ນ ທີ່ມີຜົນງານໃນການປັບປຸງຄວາມພ້ອມຕໍ່ຜົນກະທົບທີ່ມາຈາກການປ່ຽນແປງດິນຟ້າອາກາດ.
ນອກຈາກນັ້ນ, ກອງປະຊຸມດັ່ງກ່າວ ຍັງເປັນເວທີໃນການແລກປ່ຽນ ກ່ຽວກັບ ວຽກງານສະຖານທີ່ບໍລິການສາທາລະນະສຸກ ສະອາດ, ປອດໄພ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ທົນທານຕໍ່ການປ່ຽນແປງດິນຟ້າອາກາດ ເຊິ່ງໄດ້ສະໜັບສະໜູນສະຖານທີ່ບໍລິການສາທາລະນະສຸກເຖິງ 125 ແຫ່ງ ທົ່ວປະເທດ ໃນການນຳໃຊ້ຂະບວນການ ແລະ ເຄື່ອງມືເຕັກໂນໂລຊີທັນສະໄໝ ເພື່ອເສີມສ້າງຄວາມໝັ້ນຄົງສາມາດຮັບມືກັບສະພາບອາກາດທີ່ຮຸນແຮງຂຶ້ນນັບມື້.
ດຣ ຄຣິສໂຕເຟີ ຟິສແພັດທຣິກ, ຮອງຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ໄດ້ກາຍເປັນວຽກງານຫຼັກອັນໜຶ່ງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ. ການສ້າງຄວາມທົນທານຕໍ່ດິນຟ້າອາກາດ ເລີ່ມຕົ້ນຈາກການນຳໃຊ້ວິທີການທີ່ຈັດຕັ້ງປະຕິບັດໄດ້ຈິງ ແລະ ມີຄວາມຍືນຍົງ ເຊິ່ງຈະຊ່ວຍໃຫ້ແພດໝໍສາມາດສືບຕໍ່ໃຫ້ບໍລິການປິ່ນປົວທີ່ມີຄຸນນະພາບ ແລະ ປອດໄພ ເຖິງວ່າຈະມີສະພາບອາກາດທີ່ຮຸນແຮງ. ອົງການອະນາໄມໂລກ ມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນ ສປປ ລາວ ໃນການສ້າງລະບົບສາທາລະນະສຸກທີ່ສາມາດສະໜອງບໍລິການໃຫ້ກັບທຸກຄົນ ແລະ ທຸກສະຖານະການ.”
ກອງປະຊຸມຄັ້ງນີ້ ໄດ້ມີຫຼາຍພາກສ່ວນເຂົ້າຮ່ວມ ເປັນຕົ້ນ ຄະນະຈາກກະຊວງສາທາລະນະສຸກ, ພະນັກງານແພດໝໍ, ຕາງໜ້າຈາກຂັ້ນແຂວງ ແລະ ເມືອງ ຕະຫຼອດຮອດບັນດາໂຮງໝໍ ໃນແຂວງຈຳປາສັກ, ສະຫວັນນະເຂດ, ເຊກອງ, ສາລະວັນ ແລະ ອັດຕະປື ແລະ ຄູ່ຮ່ວມພັດທະນາ.
/countries/lao-peoples-democratic-republic/who00082.jpg?sfvrsn=56d12e39_1&Status=Master)
ດຣ ໂອຢຸນໂຕໂກສ ຄາຊູເຣນ, ຫົວໜ້າໜ່ວຍງານສິ່ງແວດລ້ອມ ຂອງອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ກອງປະຊຸມຄັ້ງນີ້ ຖືເປັນຂີດໝາຍໃຫ້ແກ່ການຂະຫຍາຍຕົວຂອງວຽກງານລະດັບຊາດໃນການສ້າງຂີດຄວາມສາມາດໃຫ້ແກ່ສະຖານທີ່ບໍລິການສາທາລະນະສຸກ. ໂດຍຜ່ານວຽກງານການສົ່ງເສີມສະຖານທີ່ບໍລິການສາທາລະນະສຸກ ສະອາດ, ປອດໄພ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ພວກເຮົາບໍ່ພຽງແຕ່ສ້າງຄວາມເຂັ້ມແຂງດ້ານພື້ນຖານໂຄງຮ່າງ ແຕ່ຍັງສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ, ລະບົບບໍລິຫານ ແລະ ວິທີການທີ່ມີຄວາມຍືນຍົງ. ການດຳເນີນງານຢ່າງຮອບດ້ານນີ້ ຈະຮັບປະກັນໃຫ້ການສະໜອງບໍລິການສຸຂະພາບສາມາດສືບຕໍ່ໄດ້ ເຖິງວ່າຈະມີໄພຂົ່ມຂູ່ຈາກການປ່ຽນແປງດິນຟ້າອາກາດ ແລະ ຍັງສາມາດສະໜອງບໍລິການທີ່ປອດໄພ, ສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມຫຼາຍຂຶ້ນໃຫ້ແກ່ທຸກຄົນ.”
ກິດຈະກຳພາຍໃນກອງປະຊຸມຄັ້ງນີ້ ປະກອບມີ ການຢ້ຽມຢາມໂຮງໝໍເມືອງປາກຊ່ອງ ເຊິ່ງຜູ້ເຂົ້າຮ່ວມໄດ້ເຫັນການປັບປຸງລະບົບນ້ຳສະອາດ, ສຸຂາພິບານ ແລະ ອະນາໄມ (WASH), ລະບົບຄຸ້ມຄອງສິ່ງເສດເຫຼືອ ເຊິ່ງມີການນຳໃຊ້ເຕັກໂນໂລຊີສີຂຽວ ແລະ ບໍ່ມີການຈູດສິ່ງເສດເຫຼືອ, ການນຳໃຊ້ວິທີການທີ່ປະຢັດພະລັງງານ ຕະຫຼອດຮອດ ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ. ແຕ່ລະອົງປະກອບທີ່ກ່າວມານີ້ ໄດ້ຮັບການອອກແບບ ແລະ ດັດປັບ ເພື່ອໃຫ້ສາມາດແກ້ໄຂສິ່ງທ້າທາຍດ້ານດິນຟ້າອາກາດ ແລະ ສົ່ງເສີມຄວາມຍືນຍົງທາງດ້ານສິ່ງແວດລ້ອມໃນຂັ້ນສຸກສາລາ.
ທ່ານ ຄູແບ ອາດີກາລິ, ທີ່ປຶກສາດ້ານລະບົບສາທາລະນະສຸກ ຈາກອົງການຊ່ວຍເຫຼືອເດັກ ໄດ້ມີຄຳເຫັນວ່າ: “ສຸຂະພາບ ແລະ ຄວາມປອດໄພຂອງ ສປປ ລາວ ແມ່ນຂຶ້ນຢູ່ກັບຄວາມໝັ້ນຄົງຂອງລະບົບສາທາລະນະສຸກ. ການປ່ຽນແປງດິນຟ້າອາກາດ ໄດ້ສົ່ງຜົນກະທົບຕໍ່ຂະແໜງສາທາລະນະສຸກຢ່າງໜັກໜ່ວງ. ສະນັ້ນ, ການຍົກໃຫ້ເຫັນຄວາມສຳຄັນຂອງລະບົບສາທາລະນະສຸກທີ່ມີຄວາມຍືນຍົງຕໍ່ສິ່ງແວດລ້ອມ ແລະ ທົນທານຕໍ່ການປ່ຽນແປງດິນຟ້າອາກາດ ຈຶ່ງມີຄວາມສຳຄັນ.
/countries/lao-peoples-democratic-republic/who00201.jpg?sfvrsn=f037dd1a_11)
ຜົນຈາກກອງປະຊຸມຄັ້ງນີ້ ຈະເປັນບ່ອນອີງ ແລະ ເປັນສິ່ງກະຕຸກຊຸກຍູ້ໃຫ້ແກ່ການຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນສີຂຽວທາງດ້ານການປ່ຽນແປງດິນຟ້າອາກາດ (GCF) ກໍຄື “ໂຄງການສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ ໃນ ສປປ ລາວ ເພື່ອສາມາດທົນທານກັບສະພາບການປ່ຽນແປງດິນຟ້າອາກາດ”. ໂດຍການສະໜັບສະໜູນຈາກກອງທຶນ GCF ແລະ ການຮ່ວມມືລະຫວ່າງກະຊວງສາທາລະນະສຸກ, ອົງການອະນາໄມໂລກ ແລະ ອົງການຊ່ວຍເຫຼືອເດັກ ພ້ອມດ້ວຍຄູ່ມຮ່ວມພັດທະນາພາກສ່ວນອື່ນໆ, ສປປ ລາວ ພວມເດີນໜ້າໃນວຽກງານການສ້າງລະບົບສາທາລະນະສຸກ ແລະ ສະຖານທີ່ບໍລິການສາທາລະນະສຸກທີ່ມີຄວາມເຂັ້ມແຂງທົນທານຕໍ່ການປ່ຽນແປງດິນຟ້າອາກາດ ໂດຍສະເພາະ ເລີ່ມຈາກແຂວງ ແລະ ເມືອງທີ່ມີຄວາມບອບບາງເປັນພິເສດ.
ບາດກ້າວສຳຄັນຕໍ່ໄປ ກໍຄືການຂະຫຍາຍການຈັດຕັ້ງປະຕິບັດວຽກງານການສົ່ງເສີມສະຖານທີ່ບໍລິການສາທາລະນະສຸກ ສະອາດ, ປອດໄພ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ທົນທານຕໍ່ການປ່ຽນແປງດິນຟ້າອາກາດໄປຍັງໂຮງໝໍເມືອງ ແລະ ສຸກສາລາ ເປົ້າໝາຍ 100 ແຫ່ງ ໃນ 25 ເມືອງ, ປັບປຸງພື້ນຖານໂຄງຮ່າງສະຖານທີ່ບໍລິການສາທາລະນະສຸກ 79 ແຫ່ງ ແລະ ສ້າງຂີດຄວາມສາມາດໃຫ້ແກ່ພະນັກງານແພດໝໍ ແລະ ຊຸມຊົນ ໃນການເຝົ້າລະວັງ, ກະກຽມຄວາມພ້ອມ ແລະ ຮັບມືກັບຄວາມສ່ຽງດ້ານສຸຂະພາບທີ່ກ່ຽວພັນກັບການປ່ຽນແປງດິນຟ້າອາກາດ. ວຽກງານດັ່ງກ່າວ ແມ່ນຈະດຳເນີນຄຽງຄູ່ກັບການຈັດຕັ້ງປະຕິບັດບັນດານະໂຍບາຍສົ່ງເສີມຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ລະບົບແຈ້ງເຕືອນລ່ວງໜ້າ ແລະ ລະບົບຂໍ້ມູນດ້ານສາທາລະນະສຸກທີ່ໄດ້ຮັບການປັບປຸງດີຂຶ້ນ ແລະ ຂະບວນການສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນທີ່ເຂັ້ມແຂງ. ໂດຍມີໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍກອງທຶນ GCF ເປັນໂຄງການລິເລີ່ມທຳອິດ, ສປປ ລາວ ມີເປົ້າໝາຍໃນການສ້າງຕົວແບບຂອງການບໍລິການສຸຂະພາບທີ່ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ສາມາດນຳໄປປັບໃຊ້ໄດ້ທົ່ວປະເທດ ແລະ ເປັນຕົວຢ່າງທີ່ດີໃນລະດັບພາກພື້ນ.
/countries/lao-peoples-democratic-republic/who09926.jpg?sfvrsn=559d29ec_5)