© WHO/Enric Catala
ແມ່ພາລູກສາວມາສັກຢາກັນພະຍາດຢູ່ໂຮງໝໍນ້ອຍນາຈະເລີນ
© Credits

ສະຫະລັດອາເມລິກາ ສະໜອງອຸປະກອນ ເພື່ອສ້າງຄວາມເຂັ້ມແຂງ ດ້ານວຽກງານສັກວັກຊີນກັນພະຍາດ ແລະ ລະບົບສາທາລະນະສຸກ ໃນ ສປປ ລາວ

13 September 2023
Media release
ນະຄອນຫຼວງວຽງຈັນ, ສປປ ລາວ

ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID) ໄດ້ມອບອຸປະກອນ ມູນຄ່າ 260,000 ໂດລາສະຫະລັດ ໃຫ້ແກ່ກະຊວງສາທາລະນະສຸກ ເພື່ອເປັນການສືບຕໍ່ໃຫ້ການສະໜັບສະໜູນຈາກສະຫະລັດອາເມລິກາ ໃນການປິດຊ່ອງຫວ່າງການສັກວັກຊີນປ້ອງກັນພະຍາດໂຄວິດ-19 ແລະ ສັກວັກຊີນຮອບປົກກະຕິ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກຂອງ ສປປ ລາວ ຕ້ານກັບໄພຂົ່ມຂູ່ໃນອະນາຄົດ. ອຸປະກອນທີ່ໄດ້ຮັບຈາກອົງການ USAID ເຊິ່ງຈັດຊື້ໂດຍອົງການອະນາໄມໂລກ ໄດ້ຖືກແຈກຢາຍໃຫ້ສະຖານທີ່ບໍລິການສາທາລະນະສຸກໃນຂອບເຂດທົ່ວ ສປປ ລາວ. 

ອຸປະກອນດັ່ງກ່າວປະກອບມີ ຄອມພິວເຕີໂນດບຸກ 250 ໜ່ວຍ ເພື່ອນຳໃຊ້ໃນການເກັບຂໍ້ມູນ, ຂະຫຍາຍລະບົບການລົງທະບຽນສັກວັກຊີນກັນພະຍາດແບບເອເລັກໂຕຣນິກທົ່ວປະເທດ ແລະ ຊ່ວຍຄົ້ນຫາເປົ້າໝາຍຢູ່ຊຸມຊົນທີ່ຕ້ອງໄດ້ຮັບການສັກວັກຊີນປ້ອງກັນພະຍາດຮອບປົກກະຕິ ຫຼື ໂຄວິດ-19; ຢາສຸກເສີນ 1,500 ຊຸດ ນຳໃຊ້ເພື່ອຮັບປະກັນການສັກວັກຊີນຢ່າງປອດໄພ ແລະ ໂຕ້ຕອບຕໍ່ເຫດການປະຕິປັກພາຍຫຼັງການໃຫ້ວັກຊີນກັນພະຍາດ (ຫປພຊ); ແລະ ກະເປົາເປ້ 2,375 ໜ່ວຍ ເພື່ອເກັບຮັກສາ ແລະ ຂົນສົ່ງວັກຊີນ ແລະ ອຸປະກອນອື່ນໆ ຢ່າງປອດໄພໃນລະຫວ່າງການລົງໃຫ້ບໍລິການເຄື່ອນທີ່ ໂດຍສະເພາະຢູ່ໃນເຂດທີ່ເຂົ້າເຖິງຍາກ. ນອກນັ້ນ, ຍັງມີແທັບເລັດ 100 ໜ່ວຍ ທີ່ຈະສະໜອງໃຫ້ອົງການອະນາໄມໂລກ ເພື່ອສະໜັບສະໜູນການເກັບກຳຂໍ້ມູນຂອງບ້ານ ໃນການປັບປຸງການວາງແຜນການສັກວັກຊີນກັນພະຍາດ. 

ກະຊວງສາທາລະນະສຸກ ໄດ້ສະແດງຄວາມຂອບໃຈຕໍ່່ລັດຖະບານສະຫະລັດອາເມລິກາ, ອົງການ USAID ແລະ ອົງການອະນາໄມໂລກ ທີ່ໄດ້ໃຫ້ການສະໜັບສະໜູນດ້ານສາທາລະນະສຸກທົ່ວປະເທດ. 

“ໂດຍຜ່ານການສະໜັບສະໜູນຂອງ ອົງການ USAID ແລະ ອົງການອະນາໄມໂລກ, ໃນໄລຍະການສັກວັກຊີນກັນພະຍາດໂຄວິດ-19 ທີ່ຜ່ານມາ, ສປປ ລາວ ໄດ້ພັດທະນາລະບົບດິຈິຕອນເປັນລະບົບທຳອິດ ເພື່ອຕິດຕາມ ແລະ ເກັບຂໍ້ມູນການສັກວັກຊີນ ເພື່ອຮັບປະກັນວ່າພວກເຮົາເຂົ້າເຖິງປະຊາກອນກຸ່ມບູລິມະສິດ ແລະ ບໍ່ໃຫ້ມີໃຜພາດໂອກາດໃນການສັກວັກຊີນ. ມາຮອດປັດຈຸບັນ, 86% ຂອງປະຊາກອນ ທີ່ສາມາດຮັບວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ລົງທະບຽນສັກວັກຊີນ ຜ່ານລະບົບດິຈິຕອນ.” 

ການຊ່ວຍເຫຼືອຄັ້ງນີ້ ຈະຊ່ວຍໃຫ້ພວກເຮົາສາມາດຂະຫຍາຍລະບົບການລົງທະບຽນສັກວັກຊີນສຳລັບວັກຊີນຊະນິດອື່ນໆອີກ ພ້ອມທັງ ສະໜອງຂໍ້ມູນອັນສຳຄັນ ເພື່ອປິດຊ່ອງຫວ່າງອັດຕາປົກຄຸມ ແລະ ສົ່ງເສີມວຽກງານສັກວັກຊີນກັນພະຍາດໃນຮອບປົກກະຕິ ແລະ ຮັບປະກັນໃຫ້ລະບົບສາທາລະນະສຸກຂອງ ສປປ ລາວ ສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນລາວ, ທັງເປັນການກຽມພ້ອມຮັບມືກັບການລະບາດຂອງພະຍາດ ຫຼື ວິກິດການທາງດ້ານສຸຂະພາບທີ່ອາດເກີດຂຶ້ນໃນຕໍ່ໜ້າ.” 

ທ່ານ ໄມເຄິລ ຣອນນິ້ງ, ຜູ້ຕາງໜ້າອົງການ USAID ປະຈຳ ສປປ ລາວ ເນັ້ນໜັກການຂະຫຍາຍ ແລະ ຮັດແໜ້ນການຮ່ວມມືລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ. 

ທ່ານ ໄມເຄິລ ຣອນນິ້ງ ໄດ້ກ່າວວ່າ: “ລັດຖະບານສະຫະລັດອາເມລິກາ ມີຄວາມພາກພູມໃຈ ທີ່ໄດ້ໃຫ້ການສະໜັບສະໜູນ ລັດຖະບານ ສປປ ລາວ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ແລະ ຍົກສູງສຸຂະພາບຂອງປະຊາຊົນລາວ.” 

ທ່ານ ນາງ ດຣ. ຢິງ-ຣູ ໂລ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ກ່າວຊົມເຊີຍຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ຫັນວິກິດການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ເປັນໂອກາດໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ. 

“ສປປ ລາວ ໄດ້ນຳເອົານະວັດຕະກໍາດັ່ງກ່າວມາໝູນໃຊ້ໄດ້ຢ່າງທັນການ ເພື່ອຊ່ວຍໃນການສັກວັກຊີນປ້ອງກັນພະຍາດໂຄວິດ-19, ຮັບປະກັນໃຫ້ທຸກຄົນ, ຢູ່ທຸກຫົນແຫ່ງໄດ້ຮັບການປົກປ້ອງ. ຂ້າພະເຈົ້າເຊື່ອວ່າ ສປປ ລາວ ຈະສາມາດຮັກສາ ແລະ ສືບຕໍ່ສ້າງຜົນງານອັນໜ້າປະທັບໃຈແບບນີ້ໄດ້ອີກ ໂດຍມີການຊ່ວຍເຫຼືອຂອງຄູ່ຮ່ວມພັດທະນາຫຼາຍພາກສ່ວນ ເຊິ່ງໜຶ່ງໃນນັ້ນກໍແມ່ນ ອົງການ USAID ແລະ ພວກເຮົາເອງກໍຈະສືບຕໍ່ຈະສະໜັບສະໜູນວຽກງານດັ່ງກ່າວນີ້ ເຊັ່ນດຽວກັນ." 

“ການຊ່ວຍເຫຼືອຈາກອົງການ USAID ຄັ້ງນີ້ ຍັງເປັນການປະກອບສ່ວນອັນສຳຄັນໃຫ້ແກ່ອົງການອະນາໄມໂລກ ໃນດ້ານວຽກງານການສັກວັກຊີນຢູ່ ສປປ ລາວ, ລວມທັງການໃຫ້ບໍລິການເຄື່ອນທີ່ ແລະ ການມີສ່ວນຮ່ວມຂອງຊຸມຊົນ ເພື່ອເຂົ້າເຖິງຜູ້ສູງອາຍຸ, ຜູ້ທີ່ມີຄວາມພິການ, ຊົນກຸ່ມນ້ອຍ ແລະ ຄົນອື່ນໆທີ່ດ້ອຍໂອກາດ. ພວກເຮົາຈຶ່ງຢາກຂໍສະແດງຄວາມຂອບໃຈມາຍັງອົງການ USAID ຕໍ່ກັບການຊ່ວຍເຫຼືອອັນເອື້ອເຟື້ອເຜື່ອແຜ່ນີ້.” 

ນັບຕັ້ງແຕ່ເລີ່ມມີການແຜ່ລະບາດຂອງພະຍາດໂຄວິດ-19, ລັດຖະບານສະຫະລັດອາເມລິກາ ໂດຍຜ່ານອົງການ USAID, ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມລິກາ (US CDC), ກະຊວງປ້ອງກັນປະເທດສະຫະລັດອາເມລິກາ, ອົງການຢູນິເຊັບ ແລະ ອົງການອະນາໄມໂລກ, ໄດ້ໃຫ້ການສະໜັບສະໜູນວຽກງານການສັກວັກຊີນປ້ອງກັນພະຍາດໂຄວິດ-19 ທົ່ວປະເທດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກຂອງ ສປປ ລາວ ໃນຫຼາຍດ້ານ ລວມທັງການບົ່ງມະຕິ ແລະ ກວດຫາເຊື້ອພະຍາດໂຄວິດ-19; ເຫດການປະຕິປັກພາຍຫຼັງການສັກວັກຊີນກັນພະຍາດ (ຫປພຊ); ການກັນ ແລະ ຄວບຄຸມການຕິດເຊື້ອ (IPC); ແລະ ການເກັບກຳ ແລະ ຄຸ້ມຄອງຂໍ້ມູນການສັກວັກຊີນ; ການສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ; ການກະກຽມ ແລະ ສະໜອງອົກຊີແຊນທາງການແພດ; ການຄຸ້ມຄອງກໍລະນີ ແລະ ການກະກຽມຄວາມພ້ອມໃນຂັ້ນໂຮງໝໍ.