ມື້ນີ້ ໄດ້ມີການເຜີຍແຜ່ 3 ກົດໝາຍໃນຂົງເຂດສາທາລະນະສຸກ ສະບັບໃໝ່ 2 ສະບັບ (ກົດໝາຍ ວ່າດ້ວຍສາທາລະນະສຸກ ແລະ ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ) ແລະ ສະບັບປັບປຸງ 1 ສະບັບ (ກົດໝາຍ ວ່າດ້ວຍການປິ່ນປົວ) ເຊິ່ງມີເປົ້າໝາຍສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກຂອງ ສປປ ລາວ ແລະ ຍົກສູງສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ, ໂດຍການເປັນປະທານຂອງ ທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ມີຕາງໜ້າຈາກບັນດາກະຊວງ, ອົງການຈັດຕັ້ງສາກົນ, ຄະນະຫ້ອງການກະຊວງ, ບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າ ແລະ ຮອງສະຖາບັນ, ຜູ້ອຳນວຍການໂຮງໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ທີ່ນະຄອນຫຼວງວຽງຈັນ.
/countries/lao-peoples-democratic-republic/health-law-meeting.jpeg?sfvrsn=f73da212_5)
ທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ກຽດກ່າວຄຳເຫັນວ່າ: “ກົດໝາຍດັ່ງກ່າວ ຖືເປັນບາດກ້າວສຳຄັນອັນໜຶ່ງ ໃນພາລະກິດການສະໜອງການບໍລິການປິ່ນປົວທີ່ມີຄຸນນະພາບໃຫ້ແກ່ພໍ່ແມ່ປະຊາຊົນທຸກຄົນ ເຊິ່ງກົດໝາຍເຫຼົ່ານີ້ ຈະເປັນເຄື່ອງມືຊ່ວຍໃຫ້ລັດຖະບານແກ້ໄຂບັນຫາທ້າທາຍໃນວຽກງານສາທາລະນະສຸກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.” “ການມີນິຕິກຳດ້ານສາທາລະນະສຸກທີ່ມີປະສິດທິພາບ ຖືເປັນເສົາຫຼັກອັນໜຶ່ງໃນການສ້າງລະບົບສາທາລະນະສຸກທີ່ເຂັ້ມແຂງ ແລະ ໝັ້ນຄົງ ເນື່ອງຈາກນິຕິກຳດັ່ງກ່າວ ຈະຊ່ວຍວາງກອບການຈັດຕັ້ງປະຕິບັດງານ ເພື່ອຮັບປະກັນການເຂົ້າເຖິງການບໍລິການປິ່ນປົວທີ່ມີຄຸນນະພາບ, ປົກປ້ອງສຸຂະພາບ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ດີຂອງພໍ່ແມ່ປະຊາຊົນທຸກຄົນ. ກົດໝາຍທັງ 3 ສະບັບນີ້ ຖືເປັນຜົນງານຢັ້ງຢືນຄວາມມຸ່ງໝັ້ນ ແລະ ເອົາໃຈໃສ່ຂອງລັດຖະບານໃນການລົງທຶນໃສ່ວຽກງານສາທາລະນະສຸກ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນລາວທັງໃນປັດຈຸບັນ ແລະ ອະນາຄົດ ແລະ ກົດໝາຍດັ່ງກ່າວ ຍັງເປັນຜົນງານອັນມາຈາກເຫື່ອແຮງ ແລະ ຄວາມເອົາໃຈໃສ່ຂອງບັນດາພະນັກງານ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ ອີກດ້ວຍ.”
ສະບັບທຳອິດ, “ກົດໝາຍ ວ່າດ້ວຍສາທາລະນະສຸກ” ໄດ້ມີຜົນສັກສິດນັບແຕ່ເດືອນກໍລະກົດ ປີ 2023 ເປັນຕົ້ນມາ ເຊິ່ງໄດ້ເນັ້ນໜັກຄວາມມຸ່ງໝັ້ນ ແລະ ເອົາໃຈໃສ່ຂອງລັດຖະບານຕໍ່ກັບຂະແໜງສາທາລະນະສຸກ ໂດຍສະເພາະໄດ້ກຳນົດໃຫ້ມີການຈັດສັນງົບປະມານຂອງຂະແໜງສາທາລະນະສຸກໃຫ້ກວມເອົາຢ່າງໜ້ອຍ 9% ຂຶ້ນໄປຂອງງົບປະມານແຫ່ງລັດ. ກົດໝາຍສະບັບນີ້ ຍັງມີບົດບາດໃນການເຊື່ອມຕໍ່ ແລະ ຊີ້ນຳນິຕິກຳຫຼາຍສະບັບທີ່ນອນໃນຂົງເຂດວຽກງານສາທາລະນະສຸກ ພ້ອມທັງກຳນົດພາລະບົດບາດ, ໂຄງຮ່າງການຈັດຕັ້ງ ແລະ ການດຳເນີນງານໂດຍລວມຂອງກະຊວງສາທາລະນະສຸກ ອີກດ້ວຍ.
ສະບັບທີ 2, “ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ” ໄດ້ມີຜົນສັກສິດນັບແຕ່ເດືອນພະຈິກ ປີ 2023 ເປັນຕົ້ນມາ ເຊິ່ງກົດໝາຍສະບັບນີ້ ໄດ້ຊຸກຍູ້ໃຫ້ປະຊາຊົນ ແລະ ອາສາສະໝັກສາທາລະນະສຸກຂັ້ນບ້ານມີສ່ວນຮ່ວມໃນການວາງແຜນ ແລະ ການໃຫ້ບໍລິການສຸຂະພາບຂັ້ນຕົ້ນ ພ້ອມທັງສ້າງຄວາມເຂັ້ມແຂງ ແລະ ເຊື່ອມສານການບໍລິການສຸຂະພາບ ເພື່ອໃຫ້ການ້ບໍລິການໃນຂັ້ນຊຸມຊົນມີປະສິດທິພາບຍິ່ງຂຶ້ນ. ກົດໝາຍສະບັບນີ້ ໄດ້ສ້າງຕັ້ງ “ຄະນະກຳມະການຮັກສາສຸຂະພາບຂັ້ນຕົ້ນ” ໃນຂັ້ນສູນກາງ ໂດຍມີຮອງນາຍົກລັດຖະມົນຕີ ເປັນຫົວໜ້າຄະນະ ແລະ ມີຮອງຫົວໜ້າຄະນະ ແລະ ບັນດາກຳມະການເປັນຕາງໜ້າຈາກຂະແໜງສາທາລະນະສຸກ, ພາຍໃນ, ສຶກສາທິການ ແລະ ກິລາ, ກະຊວງ ແລະ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງ. ຄະນະກຳມະການດັ່ງກ່າວ ແລະ ແຕ່ລະພາກສ່ວນໃນກົດໝາຍສະບັບນີ້ ຈະສົ່ງເສີມໃຫ້ມີການບໍລິຫານຮ່ວມກັນຫຼາຍພາກສ່ວນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດກົດໝາຍ, ນະໂຍບາຍ ແລະ ຍຸດທະສາດທີ່ກ່ຽວພັນກັບການຮັກສາສຸຂະພາບຂັ້ນຕົ້ນໄດ້ຢ່າງມີປະສິດທິພາບຍິ່ງຂຶ້ນ ແລະ ຮັບປະກັນໃຫ້ຊຸມຊົນໄດ້ຮັບການປິ່ນປົວທີ່ດີຂຶ້ນ.
ສະບັບທີ 3, ກົດໝາຍ ວ່າດ້ວຍການປິ່ນປົວ (ສະບັບປັບປຸງ) ໄດ້ມີຜົນສັກສິດນັບແຕ່ເດືອນພະຈິກ ປີ 2023 ເປັນຕົ້ນມາ, ໄດ້ກຳນົດແນວທາງຈໍາເປັນໃນການຄຸ້ມຄອງສະຖານທີ່ບໍລິການປິ່ນປົວພາກເອກະຊົນທີ່ນັບມື້ນັບຂະຫຍາຍຕົວ ເຊິ່ງປະກອບມີ ການຂຶ້ນທະບຽນໂຮງໝໍ, ຄລິນິກ ແລະ ສູນການປິ່ນປົວເອກະຊົນ ແລະ ກໍານົດນິຍາມຂອງ “ຜູ້ປະກອບວິຊາຊີບປິ່ນປົວ” ໂດຍຕ້ອງມີໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວທີ່ອອກໃຫ້ໂດຍ ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ ແລະ ບັນທຶກເຂົ້າໃນຖານຂໍ້ມູນຂອງສະພາຄຸ້ມຄອງວິຊາຊີບສາທາລະນະສຸກ. ກົດໝາຍສະບັບນີ້ ຖ້າມີການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ຈະຊ່ວຍຊຸກຍູ້ວຽກງານການຍົກສູງຄຸນນະພາບ ແລະ ຄວາມປອດໄພຂອງການບໍລິການປິ່ນປົວ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນການແພດ. ຄືກັນກັບກົດໝາຍສະບັບອື່ນໆ, ການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ແມ່ນຈຳເປັນຕ້ອງໄດ້ມີການປະສານງານກັນຢ່າງໃກ້ຊິດລະຫວ່າງບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ຕ້ອງມີການສະໜັບສະໜູນຈາກຊຸມຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ອີກດ້ວຍ.
ກົດໝາຍທັງ 3 ສະບັບ ແມ່ນຮ່າງຂຶ້ນ ແລະ ປັບປຸງໂດຍ ກະຊວງສາທາລະນະສຸກ ຮ່ວມກັບສະພາແຫ່ງຊາດຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທຳ ແລະ ກະຊວງທີ່ກ່ຽວຂ້ອງ. ຂະບວນການຮ່າງກົດໝາຍ ວ່າດ້ວຍສາທາລະນະສຸກ ແມ່ນສະໜັບສະໜູນ ແລະ ຮ່ວມມືໂດຍອົງການອະນາໄມໂລກ ແລະ ສູນຄວບຄຸມ ແລະ ປ້ອງກັນພະຍາດ ຂອງສະຫະລັດອາເມລິກາ (USCDC). ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແມ່ນສະໜັບສະໜູນ ແລະ ຮ່ວມມືອົງການຢູນິເຊັບ ແລະ ອົງການອະນາໄມໂລກ. ການປັບປຸງກົດໝາຍ ວ່າດ້ວຍການປິ່ນປົວ ແມ່ນສະໜັບສະໜູນ ແລະ ຮ່ວມມືໂດຍອົງການອະນາໄມໂລກ.
/countries/lao-peoples-democratic-republic/dr_tim.jpeg?sfvrsn=91f5d262_5)
ທ່ານ ດຣ ທິມ ອາມສະຕຣອງ ຈາກອົງການອະນາໄມໂລກ ໄດ້ມີຄຳເຫັນວ່າ: “ການຮັບຮອງເອົາກົດໝາຍເຫຼົ່ານີ້ ຖືເປັນບາດກ້າວອັນສຳຄັນສູ່ການບັນລຸການປົກຄຸມສຸຂະພາບທົ່ວປວງຊົນ ແລະ ສົ່ງເສີມໃຫ້ປະຊາຊົນທຸກຄົນໃນ ສປປ ລາວ ມີສຸຂະພາບດີ. ກົດໝາຍເຫຼົ່ານີ້ ຖືເປັນຜົນງານທີ່ສະທ້ອນເຖິງຄວາມມຸ່ງໝັ້ນໃນການສ້າງອະນາຄົດທີ່ປະຊາຊົນລາວທຸກຄົນມີສຸຂະພາບດີ ແລະ ມີໂອກາດໄດ້ໃຊ້ຊີວິດຢ່າງເຕັມທີ່. ອົງການອະນາໄມໂລກ ຖືເປັນກຽດທີ່ໄດ້ປະກອບສ່ວນໃນການປະຕິຮູບທາງກົດໝາຍຄັ້ງນີ້ ເຊິ່ງວຽກງານນີ້ກໍເປັນສ່ວນໜຶ່ງຂອງພາລະບົດບາດຫຼັກຂອງອົງການອະນາໄມໂລກ ແລະ ທີ່ສຳຄັນທີ່ສຸດ ແມ່ນໃນການຊ່ວຍເຫຼືອໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ເພື່ອໃຫ້ປະຊາຊົນລາວທຸກຄົນໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ.”
ທ່ານ ອາຕູໂຣ ຣົມໂບລິ ຮອງຜູ້ຕາງໜ້າອົງການ ຢູນິເຊັບ ໄດ້ມີຄຳເຫັນວ່າ: “ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ຖືເປັນບາດກ້າວສຳຄັນສຳລັບ ສປປ ລາວ ໃນການຫັນທິດທາງຂອງລັດຖະບານໃຫ້ເປັນຮູບປະທຳຍິ່ງຂຶ້ນ ເພື່ອຮັບປະກັນໃຫ້ທຸກຄອບຄົວ ໂດຍສະເພາະຄອບຄົວທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ ສາມາດເຂົ້າເຖິງການບໍລິການສຸຂະພາບທີ່ຈຳເປັນ. ການຮ່ວມມືເຊິ່ງກັນ ແລະ ກັນ ຫຼາຍພາກສ່ວນ ໃນວຽກງານສາທາລະນະສຸກ, ການສຶກສາ, ນ້ຳສະອາດ, ສຸຂາພິບານ ແລະ ການປົກປ້ອງທາງສັງຄົມ ຖືເປັນກຸນແຈທີ່ຈະນຳໄປສູ່ຄວາມສຳເລັດ. ອົງການຢູນິເຊັບ ມີຄວາມພາກພູມໃຈທີ່ໄດ້ຢືນຄຽງຂ້າງກະຊວງສາທາລະນະສຸກ, ອົງການອະນາໄມໂລກ ແລະ ຄູ່ຮ່ວມງານທຸກພາກສ່ວນໃນວຽກງານການສ້າງຄວາມເຂັ້ມແຂງໃຫ່ແກ່ການບໍລິການສຸຂະພາບ ແລະ ຮັບປະກັນບໍ່ໃຫ້ໃຜຖືກປະຖິ້ມໄວ້ຂ້າງຫຼັງ.”
ນັບແຕ່ປີ 2021 ເປັນຕົ້ນມາ, ກະຊວງສາທາລະນະສຸກ ໄດ້ມີຄວາມຄືບໜ້າຢ່າງພົ້ນເດັ່ນໃນການພັດທະນາກົດໝາຍໃນຂົງເຂດສາທາລະນະສຸກ. ນອກຈາກກົດໝາຍ ວ່າດ້ວຍສາທາລະນະສຸກ ທີ່ໄດ້ເຜີຍແຜ່ໄປແລ້ວນີ້, ກະຊວງສາທາລະນະສຸກ ຍັງພວມດຳເນີນການປັບປຸງ ກົດໝາຍ ວ່າດ້ວຍການປະກັນສຸຂະພາບ ແລະ ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ໂດຍໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ ແລະ ຄູ່ຮ່ວມພັດທະນາພາກສ່ວນອື່ນໆ./countries/lao-peoples-democratic-republic/group-photo.jpeg?sfvrsn=1191c595_5)