ກະຊວງສາທາລະນະສຸກ ຮ່ວມກັບ ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID) ແລະ ອົງການອະນາໄມໂລກ ໄດ້ແຈ້ງກ່ຽວກັບການຮັບຮອງເອົາການຮ່ວມມືຄັ້ງໃໝ່ ເພື່ອຮອງຮັບຕໍ່ໄພຂົ່ມຂູ່ດ້ານຄວາມໝັ້ນຄົງດ້ານສຸຂະພາບ ແລະ ກະກຽມຄວາມພ້ອມເພື່ອຮອງຮັບກັບຄວາມສ່ຽງຕໍ່ການລະບາດ ແລະ ເຫດສຸກເສີນທີ່ອາດເກີດຂຶ້ນໃນອະນາຄົດ ພ້ອມທັງຖອດຖອນບົດຮຽນຈາກການໂຕ້ຕອບຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະທີ່ຜ່ານມາ. ໃນການຮ່ວມມືຄັ້ງນີ້, ອົງການ USAID ໄດ້ມີເຈດຈຳນົງຈະໃຫ້ການສະໜັບສະໜູນເປັນມູນຄ່າ 10 ລ້ານ ໂດລາສະຫະລັດ ໃນໄລຍະເວລາ 5 ປີ.
ໃນພິທີແຈ້ງກ່ຽວກັບການຮ່ວມມືດັ່ງກ່າວ ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ຮ່ວມກັບ ທ່ານ ນາງ ແຮັດເຕີ ວາເຣຍອາວາ, ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ທ່ານ ດຣ ທິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ.
ໃນການເປີດພິທີຢ່າງເປັນທາງການ, ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: "ການເພີ່ມທະວີຄວາມໝັ້ນຄົງດ້ານສຸຂະພາບ ແລະ ການປົກປ້ອງສຸຂະພາບຂອງປະຊາຊົນ ຖືເປັນວຽກງານທີ່ເປັນບູລິມະສິດທີ່ສໍາຄັນອັນດັບໜຶ່ງຂອງ ສປປ ລາວ."
“ເມື່ອອີງໃສ່ຂໍ້ມູນທາງດ້ານລະບາດວິທະຍາ ເຫັນວ່າ ໃນປີ 2023, ສປປ ລາວ ພວກເຮົາໄດ້ປະເຊີນກັບການລະບາດຂອງພະຍາດ ແລະ ເຫດການສຸກເສີນທາງດ້ານສາທາລະນະສຸກອື່ນໆ ຫຼາຍກວ່າ 30 ຄັ້ງ. ຕໍ່ເຫດການດັ່ງກ່າວນັ້ນກະຊວງສາທາລະນະສຸກກໍຄືລັດຖະບານ ໄລຍະຜ່ານມາກໍໄດ້ສຸມໃສ່ການກໍານົດມາດຕະການກັນ ແລະ ຄວບຄຸມພະຍາດຕິດຕໍ່ກໍຄືເຫດການສຸກເສີນທາງດ້ານສາທາລະນະສຸກຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເປັນຕົ້ນການສ້າງແຜນຄວາມກຽມພ້ອມໃນການໂຕ້ຕອບຕໍ່ການລະບາດຢ່າງເປັນປະຈໍາແຕ່ລະປີ ເພື່ອເສີມສ້າງຄວາມກຽມພ້ອມ ແລະ ຄວາມສາມາດໃນການຮອງຮັບຕໍ່ເຫດການສຸກເສີນດ້ານສາທາລະສຸກກໍຄື ຄວາມໝັ້ນຄົງດ້ານສຸຂະພາບ. ພ້ອມດຽວກັນນີ້ຍັງໄດ້ນໍາເອົາບົດຮຽນ ແລະ ປະສົບການຈາກການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ເພື່ອມາຜັນຂະຫຍາຍເປັນແນວທາງໃນການກໍານົດແຜນຍຸດທະສາດ ທີ່ແທດເໝາະກັບສະພາບຕົວຈິງ ແລະ ພ້ອມທີ່ຈະນໍາໃຊ້ໃນຕໍ່ໜ້າ ເພື່ອສະໜັບສະໜູນໃຫ້ວຽກງານດັ່ງກ່າວທ່ວງທັນກັບພາກພື້ນ ແລະ ສາກົນເທື່ອລະກ້າວ.”
“ນອກຈາກນີ້, ສປປ ລາວ ກໍຍັງເປັນໜຶ່ງໃນບັນດາປະເທດພາຄີທີ່ຮັບຮອງເອົາກົດລະບຽບສາກົນດ້ານສາທາລະນະສຸກ (IHR) ເພື່ອຮັບປະກັນຄວາມໝັ້ນຄົງດ້ານສຸຂະພາບ ເຊິ່ງຖືເປັນວຽກງານທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນວາລະທີ່ສໍາຄັນຂອງຊາດ ທີ່ມີຄວາມຈໍາເປັນຕ້ອງໄດ້ປະຕິບັດຢ່າງເຄັ່ງຄັດເຊິ່ງມັນຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມກັນໃນການປະຕິບັດກົດລະບຽບດັ່ງກ່າວໃຫ້ມີປະສິດທິພາບ ເຊິ່ງໃນໄລຍະຜ່ານມາກໍມີຫຼາຍພາກສ່ວນທັງພາຍໃນ ແລະ ສາກົນທີ່ໄດ້ເຂົ້າມາມີສ່ວນຮ່ວມໃນການສະໜັບສະໜູນການຈັດຕັ້ງປະຕິບັດກົດລະບຽບດັ່ງກ່າວ ເຊິ່ງອົງການ USAID ກໍເປັນໜຶ່ງໃນພາກສ່ວນທີ່ໄດ້ມີສ່ວນຮ່ວມໃນການສະໜັບສະໜູນຕໍ່ພາລະກິດສໍາຄັນນີ້ຢ່າງຕໍ່ເນື່ອງຕະຫຼອດມາ ແລະ ການສະໜັບໜູນຈາກອົງການ USAID ຄັ້ງນີ້ກໍແມ່ນມີໝາຍທີ່ສໍາຄັນທີ່ຈະຊ່ວຍໃຫ້ ສປປ ລາວ ສາມາດບັນລຸແຜນການສ້າງຄວາມກຽມພ້ອມໃນການໂຕ້ຕອບການລະບາດຂອງພະຍາດກໍ່ຄືການປະຕິບັດກົດລະບຽບສາກົນດ້ານສຸຂະພາບ ໂດຍຜ່ານການຈັດຕັ້ງປະຕິບັດແຜນງານແຫ່ງຊາດວ່າດ້ວຍຄວາມໝັ້ນຄົງດ້ານສຸຂະພາບ ປີ 2022-2025 ເພື່ອຮັບປະກັນໄດ້ຄວາມໝັ້ນຄົງດ້ານສຸຂະພາບໃນ ສປປ ລາວ ກໍຄືໃນພາກພຶື້ນ ເປັນຕົ້ນແມ່ນການສ້າງຄວາມເຂັ້ມແຂງວຽກງານເຝົ້າລະວັງພະຍາດ, ການປະເມີນຄວາມສ່ຽງ, ການສ້າງຄວາມເຂັ້ມແຂງຂອງວຽກງານວິເຄາະ, ການຄົ້ນຫາການລະບາດ, ປ້ອງກັນ ແລະ ໂຕ້ຕອບຕໍ່ການລະບາດ, ການຫຼຸດຜ່ອນຄວາມສ່ຽງຈາກການລະບາດຂອງພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ເຊື້ອຈຸລະຊີບຕ້ານຕໍ່ຢາຕ້ານເຊື້ອ, ລະບົບການຄຸ້ມຄອງເຫດການສຸກເສີນດ້ານສາທາລະນະສຸກ ລວມທັງໄພພິບັດທາງທຳມະຊາດ, ການສື່ສານເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ການມີສ່ວນຮ່ວມຈາກຫຼາຍຂະແໜງການ.”
ພ້ອມດຽວກັນນີ້, ທ່ານ ນາງ ແຮັດເຕີ ວາເຣຍອາວາ ຍັງໄດ້ຢ້ຳຄືນຄວາມສຳຄັນຂອງການຮ່ວມມືເຊິ່ງກັນ ແລະ ກັນ ແລະ ການຂະຫຍາຍການຮ່ວມມືຮ່ວມກັບ ສປປ ລາວ ເຊິ່ງທ່ານໄດ້ກ່າວວ່າ: “ສະຫະລັດອາເມລິກາໃຫ້ຄຳໝັ້ນສັນຍາທີ່ຈະຮ່ວມມືກັບ ສປປ ລາວ ໃນວຽກງານການເພີ່ມທະວີຄວາມໝັ້ນຄົງດ້ານສຸຂະພາບ. ທຶນຊ່ວຍເຫຼືອນີ້ຈະຊ່ວຍສະໜັບສະໜູນ ສປປ ລາວ ໃນການສ້າງລະບົບສາທາລະນະສຸກໃຫ້ໝັ້ນຄົງ ແລະ ກະກຽມຄວາມພ້ອມຮັບມືກັບການລະບາດຂອງພະຍາດທີ່ອາດເກີດຂຶ້ນໃນອະນາຄົດ.”
"ພວກເຮົາຂໍສະແດງຄວາມຂອບໃຈເປັນຢ່າງສູງສໍາລັບການຮ່ວມມືຢ່າງຕໍ່ເນື່ອງກັບຄູ່ຮ່ວມພັດທະນາທັງສອງພາກສ່ວນ ກໍຄື ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ. ຖ້າພວກເຮົາຮ່ວມມືກັນ ພວກເຮົາຈະສາມາດປົກປ້ອງສຸຂະພາບ ແລະ ກອບກູ້ຊີວິດປະຊາຊົນໄດ້ຢ່າງແນ່ນອນ.”
ທຶນຊ່ວຍເຫຼືອໄລຍະໃໝ່ນີ້ ຈະໄດ້ນຳໄປສະໜັບສະໜູນການປະຕິບັດວຽກງານຕ່າງໆ ເຊິ່ງກວມເອົາວຽກງານການເຝົ້າລະວັງພະຍາດ ແລະ ການປະເມີນຄວາມສ່ຽງ, ການພັດທະນາຂີດຄວາມສາມາດຂອງຫ້ອງວິເຄາະ, ການປ້ອງກັນ ແລະ ໂຕ້ຕອບຕໍ່ເຫດການສຸກເສີນດ້ານສາທາລະນະສຸກ, ການສື່ສານ ແລະ ການຮ່ວມມືຫຼາຍຂະແໜງການ.
ສິ່ງສຳຄັນ ກໍຄື ງົບປະມານດັ່ງກ່າວ ຈະໄດ້ນຳໄປປະກອບສ່ວນໃນການປັບປຸງຂີດຄວາມສາມາດຫຼັກຂອງ ສປປ ລາວ ພາຍໃຕ້ກົດລະບຽບສາກົນທາງດ້ານສາທາລະນະສຸກ (IHR 2005) ເຊິ່ງເປັນພັນທະສາກົນທີ່ທຸກປະເທດຕ້ອງໄດ້ເຮັດວຽກຮ່ວມກັນເພື່ອຮັບປະກັນຄວາມໝັ້ນຄົງດ້ານສຸຂະພາບໃນທົ່ວໂລກ.
ທ່ານ ດຣ ທິມ ອາມສະຕຣອງ ຈາກອົງການອະນາໄມໂລກ ໄດ້ກ່າວວ່າ: "ສປປ ລາວ ໄດ້ສະແດງໃຫ້ເຫັນເຖິງຄວາມສາມາດຂອງຕົນໃນການໂຕ້ຕອບຕໍ່ການລະບາດຂອງພະຍາດ ແລະ ໄພຂົ່ມຂູ່ດ້ານສຸຂະພາບຕ່າງໆ. ເຖິງຢ່າງໃດກໍຕາມ, ບໍ່ມີປະເທດໃດທີ່ມີພູມຄຸ້ມກັນຕໍ່ເຫດເຫຼົ່ານີ້ໄດ້; ສະນັ້ນ, ພວກເຮົາຕ້ອງເຝົ້າລະວັງຢ່າງຕໍ່ເນື່ອງ ເພື່ອຮັບປະກັນຄວາມປອດໄພ ແລະ ປົກປ້ອງສຸຂະພາບຂອງປະຊາຊົນ. ການລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາ ໄດ້ເຮັດໃຫ້ເຫັນເຖິງຄວາມຈຳເປັນໃນການສືບຕໍ່ແກ້ໄຂຂໍ້ຄົງຄ້າງ ແລະ ການຊ່ວຍເຫຼືອຄັ້ງສຳຄັນຈາກອົງການ USAID ໃນຄັ້ງນີ້ ກໍຖືເປັນບາດກ້າວສຳຄັນອັນໜຶ່ງທີ່ເຮັັດໃຫ້ເຮົາກ້າວເຂົ້າໃກ້ເປົ້າໝາຍດັ່ງກ່າວຍິ່ງຂຶ້ນ.”
ລັດຖະບານສະຫະລັດອາເມລິກາ, ໂດຍຜ່ານອົງການ USAID, ສູນຄວບຄຸມ ແລະ ປ້ອງກັນພະຍາດ, ກະຊວງປ້ອງກັນປະເທດສະຫະລັດອາເມລິກາ ແລະ ອົງການອະນາໄມໂລກ ໄດ້ເຮັດວຽກມາເປັນເວລາຫຼາຍປີ ເພື່ອຍົກສູງສຸຂະພາບໃນທົ່ວປະເທດ ເຊິ່ງລວມມີ ການສະໜັບສະໜູນການໂຕ້ຕອບຕໍ່ການລະບາດຂອງພະຍາດໂຄວິດ-19 ໃນການສັກວັກຊີນກັນພະຍາດ, ການເສີມສ້າງຂີດຄວາມສາມາດດ້ານລະບາດວິທະຍາ ແລະ ຫ້ອງວິເຄາະ, ການເສີມສ້າງຄວາມເຂັ້ມແຂງໃນການສະໜອງອົກຊີແຊນ, ການກັນ ແລະ ຄວບຄຸມການຕິດເຊື້ອ (IPC), ການເກັບກຳ ແລະ ຄຸ້ມຄອງຂໍ້ມູນການສັກວັກຊີນ, ການສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ແລະ ການກະກຽມຄວາມພ້ອມຂອງໂຮງໝໍ.