WHO/Soudaphone Viravongsa
Joint action protects Lao youth from online e-cigarette sales.
© Credits

ກະຊວງສາທາລະນະສຸກ ຮ່ວມກັບ ອົງການອະນາໄມໂລກ ປິດເພດຈຂາຍຢາສູບໄຟຟ້າອອນລາຍທີ່ມີສະມາຊິກຫຼາຍກວ່າ 759,599 ຄົນ

18 November 2025
Media release

11 ພະຈິກ 2025, ນະຄອນຫຼວງວຽງຈັນ, ສປປ ລາວ: ຈາກການບັງຄັບໃຊ້ນິຕິກໍາກ່ຽວກັບ ການຄວບຄຸມຢາສູບໄຟຟ້າ ເຮັດໃຫ້ ສປປ ລາວ ສາມາດປິດເພດຈ ຂາຍຢາສູບໄຟຟ້າທາງອອນລາຍທີ່ຈຳໜ່າຍ ແລະ ສົ່ງເສີມການຊົມໃຊ້ຢາສູບໄຟຟ້າ ຈຳນວນ 288 ເພດຈ ໂດຍມີສະມາຊິກທັງໝົດ 759,599 ຄົນ. ຜົນງານດັ່ງກ່າວນີ້ ເປັນການຮ່ວມມືກັນລະຫວ່າງກະຊວງສາທາລະນະສຸກ, ອົງການອະນາໄມໂລກ ແລະ ບໍລິສັດເມຕາ (Meta) ທີ່ເປັນບໍລິສັດແມ່ ຂອງ ເຟສບຸກ (Facebook), ວັອດແອັບ (WhatsApp) ແລະ ອິນສະຕາແກຣມ (Instagram).

ໃນປີ 2021, ກົດໝາຍວ່າດ້ວຍການຄວບຄຸມຢາສູບ (ສະບັບປັບປຸງ) ໄດ້ຫ້າມການນຳເຂົ້າ, ຈຳໜ່າຍ, ຂາຍ ແລະ ຊົມໃຊ້ຜະລິດຕະພັນຢາສູບໄຟຟ້າ ທຸກຮູບແບບ, ເຮັດໃຫ້ ສປປ ລາວ ກາຍເປັນໜຶ່ງໃນ 35 ປະເທດທົ່ວໂລກ ທີ່ໄດ້ມີການນຳໃຊ້ນິຕິກຳທີ່ຮັດກຸມກ່ຽວກັບການຫ້າມຜະລິດຕະພັນດັ່ງກ່າວ.

ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ການເຮັດວຽກຮ່ວມກັນໃນຄັ້ງນີ້ ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ການຄ້າ ແລະ ຂາຍ ຢາສູບໄຟຟ້າທາງອອນລາຍເທົ່ານັ້ນ ແຕ່ຍັງເປັນການສົ່ງສັນຍານຢ່າງຊັດເຈນວ່າ ສປປ ລາວຈະບໍ່ຍອມໃຫ້ມີການຂາຍຜະລິດຕະພັນທີ່ຜິດກົດໝາຍ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງປະຊາຊົນ. ພວກເຮົາຈະສືບຕໍ່ເຮັດວຽກຮ່ວມກັບກະຊວງຕ່າງໆ ເພື່ອຕິດຕາມ, ກວດກາ ແລະ ແກ້ໄຂບັນຫາ ທີ່ກ່ຽວຂ້ອງກັບຜະລິດຕະພັນຢາສູບໄຟຟ້າ ທີ່ຈໍາໜ່າຍໃນຂອບເຂດທົ່ວປະເທດ, ພວກເຮົາຂໍຂອບໃຈມາຍັງຄູ່ຮ່ວມພັດທະນາທຸກພາກສ່ວນ ທີ່ໃຫ້ການຮ່ວມມືເພື່ອປົກປ້ອງໄວໝຸ່ມລາວ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ກັບການບັງຄັບໃຊ້ກົດໝາຍ ແລະ ນິຕິກໍາ ກ່ຽວກັບການຄວບຄຸມຢາສູບ.”

Lao Ministry of Health & WHO collaboration

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ນັບຕັ້ງແຕ່ມີການຫ້າມນໍາເຂົ້າ, ຈໍາໝ່າຍ, ຊື້ ແລະ ຂາຍ ຜະລິດຕະພັນຢາສູບໄຟຟ້າ ພາຍໃຕ້ກົດໝາຍ ວ່າດ້ວຍການຄວບຄຸມຢາສູບ ສະບັບປັບປຸງ ປີ 2021, ລັດຖະບານໄດ້ດຳເນີນການຢ່າງຈິງຈັງ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ໃຫ້ແກ່ປະຊາຊົນ ແລະ ຮັບປະກັນການບັງຄັບໃຊ້ກົດໝາຍສະບັບດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຕະຫຼອດມາ.”

“ຄວາມພະຍາຍາມດັ່ງກ່າວນີ້ ໄດ້ຊ່ວຍຫຼຸດຈຳນວນການວາງຂາຍຜະລິດຕະພັນຢາສູບໄຟຟ້າແບບເປີດເຜີຍທີ່ໜ້າຮ້ານ ແຕ່ຜູ້ຂາຍຢາສູບໄຟຟ້າຈຳນວນຫຼາຍໄດ້ຫັນໄປນຳໃຊ້ສື່ສັງຄົມອອນລາຍເປັນເຄື່ອງມືໃນການຂາຍຢາສູບໄຟຟ້າແທນ. ເພື່ອຮັບມືກັບສິ່ງທ້າທາຍເຫຼົ່ານີ້, ກະຊວງສາທາລະນະສຸກ ຈຶ່ງໄດ້ຮ່ວມມືກັບອົງການອະນາໄມໂລກ ແລະ ບໍລິສັດເມຕາ ໃນການຄົ້ນຫາ, ລາຍງານ ແລະ ລຶບລ້າງເພດຈຂາຍຢາສູບໄຟຟ້າຜ່ານຊ່ອງທາງອອນລາຍຕ່າງໆ ເຊັ່ນ ເຟສບຸກ (Facebook) ແລະ ອິນສະຕາແກຣມ (Instagram) ເພາະເປັນການລະເມີດຕໍ່ກົດໝາຍຂອງ ສປປ ລາວ ລວມເຖິງມາດຕະຖານຄວາມປອດໄພຂອງເມຕາ.”

ຢາສູບໄຟຟ້າ ຖືກນຳມາຈໍາໜ່າຍ ແລະ ບິດເບືອນຄວາມເປັນຈິງວ່າເປັນທາງເລືອກທີ່ປອດໄພກວ່າຜະລິດຕະພັນຢາສູບແບບກອກ ຫຼື ຢາສູບແບບດັ້ງເດີມ. ແຕ່ໃນຄວາມເປັນຈິງ ຢາສູບໄຟຟ້າແມ່ນປະກອບມີສານເສບຕິດທີ່ເປັນອັນຕະລາຍຕໍ່ສຸຂະພາບ ແລະ ອາດກໍ່ໃຫ້ເກີດຜົນກະທົບໄລຍະຍາວ ໂດຍສະເພາະ ໃນກຸ່ມໄວໜຸ່ມ ຜູ້ທີ່ສະໝອງຍັງຢູ່ໃນໄລຍະທີ່ກຳລັງພັດທະນາ. ຜະລິດຕະພັນເຫຼົ່ານີ້ມີສານນິໂຄຕິນ ເຊິ່ງເປັນສານທີ່ເຮັດໃຫ້ເສບຕິດ ແລະ ເພີ່ມຄວາມສ່ຽງຕໍ່ການເລີ່ມຊົມໃຊ້ຜະລິດຕະພັນຢາສູບແບບກອກໃນອະນາຄົດ.

e-cigarette stores taken offline

ດຣ. ທິມ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ນີ້ເປັນຕົວຢ່າງຂອງຜົນສໍາເລັດທີ່ດີ ເມື່ອລັດຖະບານ, ບໍລິສັດເຕັກໂນໂລຊີ ແລະ ອົງການທີ່ເຮັດວຽກດ້ານສາທາລະນະສຸກເຮັດວຽກຮ່ວມກັນ. ຊ່ອງທາງອອນລາຍບໍ່ຄວນກາຍເປັນພື້ນທີ່ປອດໄພສຳລັບຜະລິດຕະພັນທີ່ທໍາລາຍສຸຂະພາບ. ພວກເຮົາພູມໃຈທີ່ຄວາມພະຍາຍາມຮ່ວມກັນຄັ້ງນີ້ໄດ້ຊ່ວຍຫຼຸດໂອກາດການເຂົ້າເຖິງຜະລິດຕະພັນຢາສູບໄຟຟ້າທາງອອນລາຍລົງຢ່າງຫຼວງຫຼາຍ.”

“ອົງການອະນາໄມໂລກ ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ມາເປັນເວລາຫຼາຍປີຢ່າງຕໍ່ເນື່ອງໃນການປົກປ້ອງສຸຂະພາບຂອງປະຊາຊົນຈາກຄວາມອັນຕະລາຍຂອງຜະລິດຕະພັນຢາສູບ ແລະ ຢາສູບໄຟຟ້າ ນັບຕັ້ງແຕ່ການສ້າງ ແລະ ປັບປຸງນິຕິກຳ, ການສ້າງຄວາມຮັບຮູ້ໃຫ້ແກ່ປະຊາຊົນ ຕະຫຼອດຮອດການເສີມສ້າງຄວາມເຂັ້ມແຂງໃນການບັງຄັບໃຊ້ກົດໝາຍຮ່ວມກັບຫຼາຍພາກສ່ວນ. ອົງການອະນາໄມໂລກຍັງຄົງມຸ່ງໝັ້ນທີ່ຈະໃຫ້ການສະໜັບສະໜູນຕໍ່ໄປ. ເຖິງຢ່າງໃດກໍຕາມ, ບັນດາບໍລິສັດຢາສູບທັງຫຼາຍແມ່ນມີຄວາມເຂັ້ມແຂງ, ພວກເຮົາບໍ່ຄວນລະເລີຍກັບວຽກງານຄວບຄຸມຢາສູບ ແລະ ຕ້ອງລະມັດລະວັງຕໍ່ກົນລະຍຸດທີ່ແອບແຝງທາງບໍລິສັດຢາສູບອາດນໍາມາໃຊ້ໃນອະນາຄົດ.”

ການບັງຄັບໃຊ້ກົດໝາຍຄັ້ງນີ້ເກີດຂຶ້ນໃນຂະນະທີ່ ສປປ ລາວ ກຳລັງດຳເນີນມາດຕະການໃໝ່ເພື່ອປົກປ້ອງສຸຂະພາບປະຊາຊົນຈາກຜົນຮ້າຍທີ່ເກີດຈາກການຊົມໃຊ້ຜະລິດຢາສູບ ແລະ ຢາສູບໄຟຟ້າ ໂດຍພວມມີການປັບປຸງດຳລັດ ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ການລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຄວບຄຸມຢາສູບ ທີ່ມີການກຳນົດ່ມາດຕະການປັບໃໝ ແລະ ມາດຕະການອື່ນຕໍ່ ການນຳເຂົ້າ, ຈຳໜ່າຍ, ຂາຍ ແລະ ຊົມໃຊ້ຢາສູບ ແລະ ຢາສູບໄຟຟ້າທຸກຮູບແບບ, ການສູບຢາໃນສະຖານທີ່ຫ້າມສູບຢາ, ການຂາຍຢາສູບໃຫ້ກັບເດັກ ຫຼື ການໃຫ້ເດັກຂາຍຢາສູບ, ການໂຄສະນາ ຫຼື ການສົ່ງເສີມການຂາຍຢາສູບ, ການຂາຍຢາສູບ ແລະ ຢາສູບໄຟຟ້າຜ່ານຊ່ອງທາງອອນລາຍ ລວມທັງການໃຫ້ ຫຼື ຮັບເອົາການສະໜັບສະໜູນທຸກຮູບແບບຈາກບໍລິສັດຢາສູບ ແລະ ຜູ້ປະກອບການຢາສູບ ເປັນຕົ້ນ.


Photo Credit: WHO / Enric Catala