© WHO / Soudaphone Viravongsa
Chargée d’Affaires a.i. Michelle Y. Outlaw handed over four Toyota Landcruiser-based mobile vaccination clinics to Dr. Souphaphone Sadettan, representative of Lao Ministry of Health.
© Credits

ລັດຖະບານອາເມລິກາສະໜັບສະໜູນລົດໃຫ້ບໍລິການວັກຊີນແບບເຄື່ອນທີ່ ເພື່ອເພີ່ມອັດຕາປົກຄຸມຢູ່ບັນດາເມືອງທີ່ຢູ່ເຂດຫ່າງໄກ

19 October 2023
Media release
ນະຄອນຫຼວງວຽງຈັນ, ສປປ ລາວ
ລັດຖະບານອາເມລິກາ ສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ເພີ່ມທະວີບໍລິການວັກຊີນຢູ່ເຂດຫ່າງໄກ, ເພີ່ມອັດຕາປົກຄຸມການສັກວັກຊີນແຫ່ງຊາດ. ພິທີມອບ-ຮັບ ຈັດຂຶ້ນຢູ່ທີ່ກະຊວງສາທາລະນະສຸກ, ໂດຍ ທ່ານ ນາງ Michelle Y. Outlaw, ອຸປະທູດຮັກສາການຊົ່ວຄາວ ສະຖານທູດອາເມລິກາປະຈຳ ສປປ ລາວ ໄດ້ມອບລົດໂຕໂຢຕາແລນຄຣູສເຊີ ຈຳນວນ 4 ຄັນ ນຳໃຊ້ສຳລັບໃຫ້ບໍລິການວັກຊີນເຄື່ອນທີ່ ໃຫ້ແກ່ ທ່ານ ນາງ ດຣ. ສຸພາພອນ ສະເດັດຕັນ, ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ. ການຊ່ວຍເຫຼືອລົດຈຳນວນດັ່ງກ່າວ ຈະຊ່ວຍຂະຫຍາຍການເຂົ້າເຖິງການສັກວັກຊີນ ແລະ ການບໍລິການອື່ນໆ ໃຫ້ສາມາດເຂົ້າເຖິງຫຼາຍກວ່າ 300 ບ້ານທີ່ຢູ່ເຂດຫ່າງໄກ ຢູ່ ແຂວງບໍ່ແກ້ວ, ຫຼວງພະບາງ, ຜົ້ງສາລີ ແລະ ຫົວພັນ.

ການຊ່ວຍເຫຼືອ ມູນຄ່າ 2.3 ຕື້ກີບ (113,000 ໂດລາສະຫະລັດ) ຈາກສະຫະລັດອາເມລິກາ ຜ່ານອົງການອະນາໄມໂລກ ຈະຊ່ວຍຊຸກຍູ້ແພດໝໍໃນການໃຫ້ບໍລິການສັກວັກຊີນໂຄວິດ-19 ແລະ ວັກຊີນຮອບປົກກະຕິຢູ່ເຂດຫ່າງໄກ ແລະ ຊ່ວຍສະໜັບສະໜູນການໃຫ້ບໍລິການດ້ານສຸຂະພາບອື່ນໆທີ່ສຳຄັນຢູ່ເຂດທີ່ເຂົ້າເຖິງຍາກ.  



ທ່ານ ດຣ. ສຸພາພອນ ສະເດັດຕັນ ໄດ້ກ່າວວ່າ: “ຂ້າພະເຈົ້າ ຕາງໜ້າກະຊວງສາທາລະນະສຸກ ຂໍສະແດງຄວາມຂອບໃຈມາຍັງລັດຖະບານອາເມລິກາສຳລັບການສະໜັບສະໜູນທາງດ້ານສາທາລະນະສຸກໃນບັນດາ 4 ແຂວງເປົ້າໝາຍນີ້, ເພື່ອປະກອບສ່ວນຊ່ວຍແພດໝໍ ແລະ ນຳເອົາວັກຊີນໄປໃຫ້ບໍລິການແກ່ກຸ່ມເປົ້າໝາຍຫຼາຍພັນຄົນທີ່ຢູ່ໃນກຸ່ມສ່ຽງທີ່ຈຳເປັນຕ້ອງສັກວັກຊີນທີ່ຢູ່ເຂດຫ່າງໄກ ແລະ ຊ່ວຍປິດຊ່ອງຫວ່າງການໃຫ້ບໍລິການສັກວັກຊີນ.” 

“ລົດບໍລິການວັກຊີນດັ່ງກ່າວນີ້ ຈະໄດ້ນຳໄປໃຊ້ເພື່ອຮັບ-ສົ່ງຜູ້ທີ່ມີບັນຫາດ້ານສຸຂະພາບຂັ້ນຮຸນແຮງ, ລວມທັງຜູ້ທີ່ມີອາການພະຍາດໂຄວິດ-19 ຂັ້ນຮຸນແຮງ, ແລະ ການລົງໃຫ້ບໍລິການເຄື່ອນທີ່ ເຊັ່ນ ການບໍລິການສຸຂະພາບສຳລັບແມ່ ແລະ ເດັກ, ການໃຫ້ຄຳແນະນຳດ້ານໂພຊະນາການ ແລະ ດ້ານການວາງແຜນຄອບຄົວ. ການຊ່ວຍເຫຼືອດັ່ງກ່າວນີ້ ຖືເປັນການຫຼຸດຜ່ອນຄວາມບໍ່ສະເໝີພາບ ໂດຍການຊ່ວຍໃຫ້ກຸ່ມເປົ້າໝາຍທີ່ອາໄສຢູ່ເຂດດັ່ງກ່າວສາມາດເຂົ້າເຖິງວັກຊີນ ແລະ ການບໍລິການດ້ານສຸຂະພາບອື່ນໆ ເຊິ່ງຈະຊ່ວຍສົ່ງເສີມສຸຂະພາບ, ກອບກູ້ຊີວິດ ແລະ ຍົກສູງຄຸນນະພາບຊີວິດໃຫ້ດີຂຶ້ນ.” 

ກຸ່ມປະຊາກອນທີ່ມີຄວາມສ່ຽງສູງຢູ່ 4 ເມືອງ ໃນບັນດາແຂວງເປົ້າໝາຍກໍຄື ເມືອງສຳພັນ ແຂວງຜົ້ງສາລີ, ເມືອງເມິງ ແຂວງບໍ່ແກ້ວ, ເມືອງງອຍ ແຂວງຫຼວງພະບາງ ແລະ ເມືອງຊຳໃຕ້ ແຂວງຫົວພັນ ເຊິ່ງເປັນເຂດທີ່ມີຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກເປັນເມືອງທີ່ຕັ້ງຢູ່ເຂດທີ່ຫ່າງໄກ ແລະ ເຂົ້າເຖິງຍາກສົມຄວນ. ຊຸມຊົນຢູ່ເຂດນີ້ພົບຄວາມຫຍຸ້ງຍາກໃນການເຂົ້າເຖິງການບໍລິການສາທາລະນະສຸກ ແລະ ພົບເງື່ອນໄຂທ້າທາຍໃນການເຂົ້າເຖິງການປິ່ນປົວສຸກເສີນ  ອີກດ້ວຍ. ແພດໝໍຕ້ອງເດີນທາງໄກ ຜ່ານຫົນທາງບໍ່ອຳນວຍຄວາມສະດວກ, ເຂດນ້ຳຖ້ວມ ແລະ ເຂດພູສູງ ເພື່ອເຂົ້າໄປເຖິງສະຖານທີ່ດັ່ງກ່າວ.  



ທ່ານ ອຸປະທູດ Outlaw ໄດ້ເນັ້ນໜັກເຖິງການຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ໃນການປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນລາວ ໃນໄລຍະຂອງການຮັບມືກັບພະຍາດໂຄວິດ-19 ແລະ ພະຍາດລະບາດອື່ນໆ. ທ່ານ ອຸປະທູດ Outlaw ໄດ້ກ່າວວ່າ:“ສະຫະລັດອາເມລິກາມີຄວາມພາກພູມໃຈທີ່ຈະສືບຕໍ່ພັນທະດັ່ງກ່າວເພື່ອກອບກູ້ຊີວິດ ແລະ ຊຸກຍູ້ເສດຖະກິດພາຍໃນທ້ອງຖິ່ນ. ລົດຈຳນວນດັ່ງກ່າວນີ້ ຈະເປັນເຄື່ອງມືສຳຄັນໃນການຂະຫຍາຍອັດຕາການປົກຄຸມການສັກວັກຊີນ ເພື່ອປົກປ້ອງຊີວິດຂອງ ແມ່, ເດັກນ້ອຍ, ແລະ ຄອບຄົວ ຜ່ານການສັກວັກຊີນ ແລະ ການບໍລິການເຄື່ຶອນທີ່ອື່ນໆ. ພວກເຮົາເຊື່ອວ່າການຊ່ວຍເຫຼືອດັ່ງກ່າວເປັນບາດກ້າວທີ່ດີໃນການຍົກສູງສຸຂະພາບຂອງຄົນໃນຊຸມຊົນ.” 

ທ່ານ ນາງ ດຣ. Satoko Otsu, ຮັກສາການ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ການປະກອບສ່ວນຂອງປະຊາຊົນອາເມລິກາຄັ້ງນີ້ ຈະຊ່ວຍຊຸກຍູ້ສົ່ງເສີມວຽກງານສາທາລະນະສຸກຢູ່ເຂດຫ່າງໄກ ເຊິ່ງຂ້າພະເຈົ້າຮູ້ສຶກດີໃຈທີ່ເຫັນວ່າການປະກອບສ່ວນລົດເຫຼົ່ານີ້ຈະສາມາດຮັບປະກັນໃຫ້ທີມແພດໝໍ ສາມາດນຳບໍລິການດ້ານສຸຂະພາບຕ່າງໆໃຫ້ໄປຮອດເຂດທີ່ມີຄວາມຕ້ອງການທີ່ສຸດ ແລະ ເຂົ້າເຖິງກຸ່ມເປົ້າໝາຍທີ່ເຮົາຍັງເຂົ້າບໍ່ເຖິງ. ການສະໜັບສະໜູນດັ່ງກ່າວຈະຊ່ວຍສ້າງຜົນລັບທີ່ມີຄວາມໝາຍສຳຄັນ ໂດຍສະເພາະຕໍ່ກັບອັດຕາການປົກຄຸມການສັກວັກຊີນໂຄວິດ-19 ຍັງທີ່ຕ່ຳຢູ່ບັນດາ 4 ເມືອງເປົ້າໝາຍນີ້.” 

ລົດບໍລິການສັກຊີນ ຈຳນວນ 4 ຄັນດັ່ງກ່າວ ເປັນສ່ວນໜຶ່ງຂອງການສະໜັບສະໜູນຢ່າງຕໍ່ເນື່ອງຈາກລັດຖະບານອາເມລິກາໃນຂົງເຂດສາທາລະນະສຸກ ແລະ ການໂຕ້ຕອບການລະບາດ ໃນ ສປປ ລາວ,ແລະ ເປັນການຊ່ວຍເຫຼືອເພີ່ມຕື່ມໃຫ້ແກ່ກະຊວງສາທາລະນະສຸກ ລວມໄປເຖິງ ການປັບປຸງລະບົບເຢັນ, ວັກຊີນໂຄວິດ-19 ເກືອບ 3 ລ້ານ ໂດສ, ແລະ ອຸປະກອນການແພດອື່ນໆອີກ.