ກະຊວງສາທາລະນະສຸກ ໄດ້ມີພິທີມອບຮັບເຄື່ອງອຸປະກອນສຳລັບການສ້າງຄວາມເຂັ້ມແຂງໃຫ້ທີມແພດສຸກເສີນ (Emergency Medical Team EMT) ໃນ ສປປ ລາວ ໄດ້ຮັບການສະໜັບສະໜູນທາງດ້ານອຸປະກອນ ເຊິ່ງລວມເປັນມູນຄ່າ 150 000 ໂດລາສະຫະລັດຈາກອົງການອະນາໄມໂລກ ເພື່ອໝູນໃຊ້ເຂົ້າໃນການດໍາເນີນການ ແລະ ສະໜັບສະໜູນການປະຕິບັດງານສຸກເສີນ.
ການມອບອຸປະກອນໃນຄັ້ງນີ້ ລວມມີບັນດາລາຍການທີ່ຈຳເປັນສຳລັບທີມແພດສຸກເສີນ ເພື່ອນຳໃຊ້ເຂົ້າໃນຈັດຕັ້ງປະຕິບັດ 'ຄລີນິກພາກສະໜາມ' ເພື່ອສາມາດຮອງຮັບຄົນເຈັບໄດ້ 50 ຄົນຕໍ່ມື້ ເປັນເວລາຢ່າງໜ້ອຍ 14 ວັນ ແລະ ຮັກສາລະດັບການປິ່ນປົວທີ່ເໝາະສົມ, ການເປັນຢູ່ຂອງຄົນເຈັບ ແລະ ພະນັກງານ, ການສື່ສານ, ພະລັງງານ ແລະ ສຸຂາພິບານ.
“ການສ້າງທີມແພດສຸກເສີນແຫ່ງຊາດ ແມ່ນບາດກ້າວອັນສຳຄັນ ໃນການເສີມສ້າງຂີດຄວາມສາມາດຂອງປະເທດເຮົາ ໃນການກຽມຄວາມພ້ອມຮັບມື ແລະ ໂຕ້ຕອບຕໍ່ເຫດການສຸກເສີນດ້ານສາທາລະນະສຸກ. ການລິເລີ່ມວຽກງານນີ້ຈະຮັບປະກັນໃຫ້ພວກເຮົາສາມາດສະໜອງການບໍລິການທາງການແພດ ໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ການລະບາດໄດ້ຢ່າງທັນເວລາ ແລະ ມີປະສິດທິພາບ” ກ່າວໂດຍ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ. “ຂໍສະແດງຄວາມຂອບໃຈມາຍັງອົງການອະນາໄມໂລກ ຍາມໃດກໍ່ໃຫ້ການຊ່ວຍເຫລືອທາງດ້ານວິຊາການ ແລະ ງົບປະມານຕໍ່ ສປປລາວ ໂດຍສະເພາະໃຫ້ການສະໜັບສະໜູນດ້ານອຸປະກອນສໍາລັບທີມແພດສຸກເສີນຄັ້ງນີ້, ເຊິ່ງຊ່ວຍໃຫ້ພວກເຮົາຮັບປະກັນວ່າ ທີມງານຂັ້ນສູນກາງ ແລະ ແຂວງ ສາມາດລົງພາກສະໜາມ ເພື່ອໂຕ້ຕອບຕໍ່ເຫດການສຸກເສີນ ແລະ ຊ່ວຍຊີວິດຜູ້ຄົນໄດ້”.
“ໃນປີ 2023, ສປປ ລາວ ໄດ້ປະເຊີນກັບເຫດການສຸກເສີນທາງດ້ານສາທາລະນະສຸກ ຫຼາຍກວ່າ 30 ຄັ້ງ, ເຊິ່ງຊີ້ໃຫ້ເຫັນເຖິງຄວາມຈຳເປັນອັນຮີບດ່ວນຂອງທີມແພດສຸກເສີນ ທີ່ຕ້ອງມີອຸປະກອນຄົບຊຸດ ແລະ ການຝຶກອົບຮົມເປັນຢ່າງດີ ເພື່ອໂຕ້ຕອບຕໍ່ເຫດການດັ່ງກ່າວ” ກ່າວໂດຍ ທ່ານ ດຣ ທິມ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ. “ອົງການອະນາໄມໂລກ ມີຄວາມມຸ່ງໝັ້ນໃນການສະໜັບສະໜູນ ສປປ ລາວ ໃນການສ້າງລະບົບສາທາລະນະສຸກທີ່ເຂັ້ມແຂງ ແລະ ໝັ້ນຄົງ ທີ່ສາມາດຮັບມືກັບສິ່ງທ້າທາຍຕ່າງໆໄດ້. ທີມແພດສຸກເສີນແຫ່ງຊາດຈະເປັນຊັບພະຍາກອນທີ່ສໍາຄັນໃນການດໍາເນີນວຽກງານດັ່ງກ່າວ ແລະ ເປັນສິ່ງທີ່ພວກເຮົາພາກພູມໃຈທີ່ສຸດທີ່ຈະໃຫ້ການສະໜັບສະໜູນ”.
“ການຝຶກອົບຮົມ ແລະ ການຈໍາລອງເຫດການພາກສະໜາມ ກໍແມ່ນອົງປະກອບອີກອັນໜຶ່ງທີ່ສໍາຄັນ ເພື່ອຮັບປະກັນວ່າທີມແພດສຸກເສີນ ແລະ ສະມາຊິກຂອງທີມງານໃນທົ່ວປະເທດ ແມ່ນມີຄວາມພ້ອມທີ່ຈະລົງພາກສະໜາມ ເພື່ອໃຫ້ການບໍລິການທາງການແພດ ໃນສະຖານທີ່ທີ່ຕ້ອງການຄວາມຊ່ວຍເຫຼືອຫຼາຍທີ່ສຸດໃນເວລາທີ່ເກີດວິກິດການ”.
ສ່ວນໜຶ່ງຂອງການພັດທະນາວຽກງານທີມແພດສຸກເສີນ ແມ່ນການສ້າງຄວາມສາມາດໃຫ້ບຸກຄະລາກອນຈາກກະຊວງສາທາລະນະສຸກ ແລະ ບັນດາໂຮງໝໍ ໃນການຝຶກອົບຮົມວຽກງານທີມແພດສຸກເສີນ, ໂດຍຄາດວ່າຈະຝຶກອົບຮົມໃຫ້ໄດ້ 12 ແຂວງພາຍໃນປີ 2025, ເຊິ່ງຈະເຮັດໃຫ້ສາມາດລົງປະຕິບັດງານພາກສະໜາມໄດ້ເຕັມຮູບແບບຕາມຄວາມຕ້ອງການ.