ເມືອງໂຂງ, ແຂວງຈຳປາສັກ, ວັນທີ 13-14 ພະຈິກ 2025
ການນໍາລະດັບສູງຈາກກະຊວງສາທາລະນະສຸກ, ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC), ແລະ ອົງການອະນາໄມໂລກ (WHO) ໄດ້ລົງຕິດຕາມຊຸກຍູ້ກິດຈະກໍາຢູ່ແຂວງຈໍາປາສັກ ເພື່ອປະເມີນຄວາມຄືບໜ້າໃນການລົບລ້າງພະຍາດໃບໄມ້ໃນເລືອດ.
ພະຍາດໃບໄມ້ໃນເລືອດ ແມ່ນພະຍາດກາຝາກທີ່ມີຫອຍທີ່ເປັນໂຕກາງນໍາເຊື້ອ. ຄົນເຮົາສາມາດຕິດເຊື້ອໃນເວລາທີ່ລົງສໍາຜັດກັບນ້ຳທີ່ປົນເປື້ອນເຊື້ອພະຍາດ ໃນເວລາທີ່ເຮົານຳໃຊ້ນໍ້າໃນຊິວິດປະຈຳວັນ. ພະຍາດດັ່ງກ່າວນີ້ ຖືວ່າຍັງເປັນບັນຫາທາງດ້ານສາທາລະນະສຸກໃນແຂວງທາງພາກໃຕ້ຂອງລາວ, ເຊິ່ງມີປະຊາຊົນໄດ້ຮັບຜົນກະທົບປະມານ 120,000 ຄົນ ໃນ 202 ບ້ານ ຂອງເມືອງໂຂງ ແລະ ເມືອງມູນລະປາໂມກ. ຖ້າຫາກວ່າຜູ້ທີ່ຕິດເຊື້ອ ບໍ່ໄດ້ຮັບການປິ່ນປົວກໍຈະສົ່ງຜົນເຮັດໃຫ້ເກີດມີອາການເຈັບທ້ອງ, ຖອກທ້ອງ, ຖ່າຍປົນເລືອດ ແລະ ຕັບໃຫຍ່ ໃນກໍລະນີທີ່ມີອາການຮຸນແຮງ.
/countries/lao-peoples-democratic-republic/who00850.jpg?sfvrsn=9bb54dde_4&Status=Master)
ການລົງຕິດຕາມຊຸກຍູ້ຄັ້ງນີ້ ເປັນກຽດນຳພາໂດຍ ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງສາທາລະນະສຸກ, ແລະ ຮ່ວມດ້ວຍ ທ່ານ ຈ່ອງ-ກາບຼີແຢຣ ດຸສ, ຜູ້ອຳນວຍການພາກພື້ນຂົງເຂດແມ່ນ້ຳຂອງ ອົົງການ SDC ແລະ ທ່ານ ດຣ ທິມໂມຕີ ອາມສະຕຣອງ, ຜູ້ຕາງຫນ້າອົງການອະນາໄມໂລກ ປະຈໍາ ສປປ ລາວ. ການລົງຕິດຕາມຊຸກຍູ້ຄັ້ງນີ້ ແມ່ນໄດ້ລົງຢ້ຽມຢາມຄອບຄົວປະຊາຊົນ, ໂຮງຮຽນ ແລະ ສຸກສາລາ ໃນເມືອງໂຂງ ເຊິ່ງເປັນສະຖານທີ່ດຳເນີນກິດຈະກຳວຽກງານຊຸມຊົນເປັນເຈົ້າການໃນການເຊື່ອມສານແຜນນ້ຳປອດໄພ, ສຸຂາພິບານ ແລະ ອະນາໄມສິ່ງແວດລ້ອມ, ການກິນຢາປິ່ນປົວທົ່ວປວງຊົນ ແລະ ການໃຫ້ສຸຂະສຶກສາ.
ການລົງຕິດຕາມຊຸກຍູ້ໃນຄັ້ງນີ້ ແມ່ນເພື່ອຕິດຕາມພາຍຫຼັງທີ່ການເປີດໂຄງການຮ່ວມມື 3 ຝ່າຍໃນເດືອນເມສາ ປີ 2025 ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກກອງທຶນພັດທະນາທົ່ວໂລກ ແລະ ການຮ່ວມມືພາກໃຕ້ ຂອງ ສປ ຈີນ ແລະ ອົງການSDC ຮ່ວມກັບ ອົງການອະນາໄມໂລກ ໂດຍການສະໜັບສະໜູນງົບປະມານຈຳນວນ 1.18 ລ້ານໂດລາສະຫະລັດ ເພື່ອລົບລ້າງພະຍາດໃບໄມ້ໃນເລືອດໃນ ສປປ ລາວ.
ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: "ການລົບລ້າງພະຍາດໃບໄມ້ໃນເລືອດຈະເປັນອີກໜຶ່ງຄວາມພາກພູມໃຈຂອງ ສປປ ລາວ ເພື່ອກ້າວໄປສູ່ການມີສຸຂະພາບທີ່ດີໃນອະນາຄົດ. ການລົງຕິດຕາມຊຸກຍູ້ຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມເສຍສະລະຂອງພະນັກງານ ແລະ ອົງການປົກຄອງທ້ອງຖິ່ນ. ການທີ່ໄດ້ຮັບການສະໜັບສະໜູນຢ່າງເຂັ້ມແຂງຈາກຄູ່ຮ່ວມພັດທະນາຈາກສາກົນ ເປັນຕົ້ນ ສປ ຈີນ, ສະວິດເຊີແລນ ແລະ ອົງການອະນາໄມໂລກ ຈະຊ່ວຍໃຫ້ການລົບລ້າງພະຍາດໃບໄມ້ໃນເລືອດ ປະກົດຜົນເປັນຈິງ. ກະຊວງສາທາລະນະສຸກ ໃຫ້ຄຳໝັ້ນສັນຍາທີ່ຈະບັນລຸເປົ້າໝາຍໃນການລົບລ້າງບັນດາພະຍາດຕິດຕໍ່ ແລະ ປົກປ້ອງສຸຂະພາບຂອງປະຊາຊົນລາວທຸກຄົນ.”
/countries/lao-peoples-democratic-republic/who00414.jpg?sfvrsn=aaed87b5_4&Status=Master)
ຈາກການສະໜັບສະໜູນຂອງກອງທຶນພັດທະນາທົ່ວໂລກ ແລະ ການຮ່ວມມືພາກໃຕ້ ຂອງ ສປ ຈີນ ແລະ ອົງການ SDC ໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 95,000 ຄົນໄດ້ຮັບການປິ່ນປົວດ້ວຍຢາ Praziquantel, ຄຽງຄູ່ກັນກັບກິດຈະກໍາການໃຫ້ສຸຂະສຶກສາ, ການປັບປຸງວຽກງານຊຸມຊົນເປັນເຈົ້າໃນການເຊື່ອມສານແຜນນ້ຳປອດໄພ, ສຸຂາພິບານ ແລະ ອະນາໄມສິ່ງແວດລ້ອມ ໃນແຂວງຈຳປາສັກ.
ທ່ານ ຈ່ອງ-ກາບຼີແຢຣ ດຸສ, ຜູ້ອຳນວຍການພາກພື້ນຂົງເຂດແມ່ນ້ຳຂອງ ອົົງການ SDC ໄດ້ກ່າວວ່າ: "ການທີ່ໄດ້ເຫັນການຈັດຕັ້ງປະຕິບັດວຽກງານໃນຂັ້ນຊຸມຊົນ ນັບແຕ່ຄະນະທີ່ຮັບຜິດຊອບວຽກງານນ້ຳສະອາດ, ສຸຂາພິບານ ແລະ ສຸຂະອະນາໄມ ທີ່ເຮັດວຽກຢ່າງຕັ້ງໜ້າ ຕະຫຼອດຮອດພະນັກງານແພດໝໍທີ່ມີຄວາມມຸ່ງໝັ້ນເອົາໃຈໃສ່ ເປັນສິ່ງຢ້ຳເຕືອນວ່າ ຄວາມຄືບໜ້າໃນວຽກງານສາທາລະນະສຸກ ແມ່ນເລີ່ມຈາກການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນ, ຊຸມຊົນ ແລະ ທ້ອງຖິ່ນ. ການລົງຕິດຕາມຊຸກຍູ້ຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າການຮ່ວມມືເຊິ່ງກັນ ແລະ ກັນລະຫວ່າງປະເທດ, ອົງການຈັດຕັ້ງ ແລະ ຊຸມຊົນ ພາໃຫ້ເກີດມີການປ່ຽນແປງໄປໃນທິດທາງທີ່ດີຢ່າງແທ້ຈິງ. ປະເທດສະວິດເຊີແລນ ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນວຽກງານການລົບລ້າງພະຍາດໃບໄມ້ໃນເລືອດ ແລະ ສົ່ງເສີມໃຫ້ຊຸມຊົນໃນ ສປປ ລາວ ມີຄວາມໝັ້ນຄົງ ແລະ ຊີວິດການເປັນຢູ່ທີດີ.”
/countries/lao-peoples-democratic-republic/who01832.jpg?sfvrsn=ac0b9333_4&Status=Master)
ວຽກງານທີ່ທຸກພາກສ່ວນໄດ້ຈັດຕັ້ງປະຕິບັດນີ້ ຖືວ່າເປັນຫຼາຍກວ່າການລົບລ້າງພະຍາດຕິດຕໍ່. ວຽກງານດັ່ງກ່າວ ຍັງໄດ້ສ້າງໃຫ້ຊຸມຊົນມີຄວາມໝັ້ນຄົງໃນທ່າມກາງສະພາບທີ່ມີຄວາມຫຍຸ້ງຍາກ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກໃນການຄົ້ນຫາ ແລະ ໂຕ້ຕອບຕໍ່ພະຍາດທີ່ໄວຕໍ່ການປ່ຽນແປງດິນຟ້າອາກາດເຊັ່ນ: ພະຍາດຖອກທ້ອງ ແລະ ບັນດາພະຍາດທີ່ມີແມງໄມ້ເປັນພາຫະນໍາເຊື້ອ.
ທ່ານ ດຣ ທິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າ ອົງການອະນາໄມໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ຄວາມຄືບໜ້າຂອງວຽກງານລົບລ້າງພະຍາດໃບໄມ້ໃນເລືອດ ເປັນຜົນຈາກການນໍາພາທີ່ເຂັ້ມແຂງຂອງ ສປປ ລາວ ແລະ ການສະໜັບສະໜູນຈາກຄູ່ຮ່ວມງານຢ່າງຕໍ່ເນື່ອງ ໂດຍສະເພາະຈາກ ສປ ຈີນ ແລະ ປະເທດສະວິດເຊີແລນ. ອົງການອະນາໄມໂລກ ມີຄວາມພາກພູມໃຈທີ່ໄດ້ຄຽງຂ້າງກັບລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອສືບຕໍ່ສ້າງຜົນງານເຫຼົ່ານີ້ ໂດຍສະເພາະຮັບປະກັນໃຫ້ຊຸມຊົນປາສະຈາກພະຍາດໃບໄມ້ໃນເລືອດໃນອະນາຄົດຂ້າງໜ້າ."
ຜ່ານການຮ່ວມມືທີ່ເຂັ້ມແຂງຈາກຫຼາຍຂະແໜງການ ລວມທັງກະຊວງສາທາລະນະສຸກ, ກະຊວງການສຶກສາ ແລະ ກິລາ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ສປປ ລາວ ໄດ້ເຊື່ອມສານວຽກງານການປິ່ນປົວ, ການສຶກສາ, ການປັບປຸງສຸຂະອະນາໄມ ແລະ ເສີມສ້າງຄວາມເຂັ້ມແຂງໃນການເຝົ້າລະວັງພະຍາດ. ຈາກການຮ່ວມມື ແລະ ປະສານງານດັ່ງກ່າວ, ສປປ ລາວ ກໍພວມກ້າວໄປສູ່ການລົບລ້າງພະຍາດໃບໄມ້ໃນເລືອດພາຍໃນປີ 2035 ເຊິ່ງຈະເປັນຜົນສໍາເລັດອີກອັນໜຶ່ງທີ່ສະທ້ອນເຖິງຄວາມພະຍາຍາມຂອງປະຊາຊົນລາວ ແລະ ພາກສ່ວນກ່ຽວຂ້ອງໃນວຽກງານການລົບລ້າງພະຍາດ.
/countries/lao-peoples-democratic-republic/who00520.jpg?sfvrsn=6dc38015_4&Status=Master)