ໃນອາທິດນີ້, ເຄື່ອງອຸປະກອນຂ້າເຊື້ອສໍາລັບໂຮງໝໍ ໄດ້ຖືກຈັດສົ່ງໄປໃຫ້ສະຖານທີ່ບໍລິການສາທາລະນະສຸກໃນຂອບເຂດທົ່ວປະເທດ.
ອຸປະກອນດັ່ງກ່າວ
ຈັດຊື້ໂດຍອົງການອະນາໄມໂລກ ໃນມູນຄ່າ ຫຼາຍກວ່າ 160,000 ໂດລາສະຫະລັດ ເຊິ່ງເປັນສ່ວນໜຶ່ງຂອງການຮ່ວມມືກັນລະຫວ່າງກະຊວງສາທາລະນະສຸກ,
ອົງການອະນາໄມໂລກ ແລະ ສະຫະພາບເອີຣົບ (EU)
ເພື່ອຮັບມືກັບການລະບາດຂອງພະຍາດໂຄວິດ-19 ແລະ ການຕິດເຊື້ອພະຍາດອື່ນໆ
ພ້ອມທັງເປັນການສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດຂອງລະບົບສາທາລະນະສຸກໃນການກຽມພ້ອມຮັບມືກັບໄພຂົ່ມຂູ່ຕໍ່ສຸຂະພາບຂອງປະຊາຊົນລາວໃນອະນາຄົດ ລວມທັງເຊື້ອຈຸລະຊີບຕ້ານຕໍ່ຢາ.
ການຊ່ວຍເຫຼືອຄັ້ງນີ້
ປະກອບມີ ເຕົາອົບຂ້າເຊື້ອອຸປະກອນການແພດ
(autoclaves) ຂະໜາດ 150 ລີດ
ແລະ 200 ລີດ ຈໍານວນ 12 ໜ່ວຍ
ທີ່ໃຊ້ສໍາລັບການອະເຊື້ອອຸປະກອນການແພດຈຳນວນຫຼາຍ ບັນດາເຕົາອົບຂ້າເຊື້ອເຫຼົ່ານີ້ ຈະຊ່ວຍຂະຫຍາຍຂີດຄວາມສາມາດຂອງໂຮງໝໍແຂວງ
ໃນການເຮັດອະນາໄມອະເຊື້ອເຄື່ອງມືຜ່າຕັດ ແລະ ອຸປະກອນການແພດໄດ້ຈຳນວນຫຼາຍ
ດ້ວຍອຸນນະພູມສູງໃນການອະເຊື້ອ.
ນອກຈາກການຊ່ວຍເຫຼືອທາງດ້ານອຸປະກອນແລ້ວ, ສະຫະພາບເອີຣົບຍັງໄດ້ໃຫ້ການສະໜັບສະໜູນດ້ານງົບປະມານໃນການຈັດການຝຶກອົບຮົມ,
ເຊິ່ງດຳເນີນການໂດຍອົງການອະນາໄມໂລກ ກ່ຽວກັບ ການຄວບຄຸມ
ແລະ ການປ້ອງກັນການຕິດເຊື້ອ ໃຫ້ແກ່ ພະຍາບານ, ທ່ານໝໍ ແລະ ແພດພະດຸງຄັນ ຢູ່ໂຮງໝໍຂັ້ນສູນກາງ, ແຂວງ ແລະ ໂຮງໝໍເມືອງ ຈຳນວນ 243 ທ່ານ, ການອົບຮົມດັ່ງກ່າວ ໄດ້ຈັດຂື້ນທີ່ແຂວງຫຼວງພະບາງ, ອຸດົມໄຊ, ຈຳປາສັກ, ຊຽງຂວາງ, ເຊກອງ, ວຽງຈັນ ແລະ
ນະຄອນຫຼວງວຽງຈັນ.
ທ່ານ ດຣ ບຸນແຝງ
ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ການຍົກສູງຄຸນນະພາບ
ແລະ ຄວາມປອດໄພຂອງການບໍລິການດ້ານສາທາລະນະສຸກໃຫ້ແກ່ປະຊາຊົນ
ຖືເປັນວຽກງານບູລິມະສິດຂອງກະຊວງສາທາລະນະສຸກ. ການຊ່ວຍເຫຼືອຈາກສະຫະພາບເອີຣົບໃນຄັ້ງນີ້
ຈະເປັນການເສີມຂະຫຍາຍວຽກງານການປ້ອງກັນ
ແລະ ຄວບຄຸມການຕິດເຊື້ອ ເຊິ່ງເປັນວຽກງານອັນຈຳເປັນໃນການຍົກສູງຄຸນນະພາບຂອງການບໍລິການດ້ານສາທາລະນະສຸກ
ແລະ ການຊ່ວຍເຫຼືອຄັ້ງນີ້
ຍັງຈະເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກຂອງເຮົາໃນປັດຈຸບັນ ແລະ
ໃນອະນາຄົດ ໃຫ້ດີຍິ່ງຂຶ້ນຕື່ມອີກດ້ວຍ.”
ທ່ານ ດຣ ສົມຈັນ ທູນສະຫວັດ, ຮອງຫົວໜ້າກົມປິ່ນປົວ ແລະ
ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ພວກເຮົາຂໍສະແດງຄວາມຮູ້ບຸນຄຸນມາຍັງສະຫະພາບເອີຣົບ
ທີ່ໄດ້ໃຫ້ການຊ່ວຍເຫຼືອ ໃນຄັ້ງນີ້, ເຕົາອົບຂ້າເຊື້ອດັ່ງກ່າວ ຈະເພີ່ມຄວາມປອດໄພໃຫ້ແກ່ຄົນເຈັບ ໂດຍການຫຼຸດຜ່ອນອັດຕາການແຜ່ເຊື້ອພະຍາດຕ່າງໆໃນສະຖານບໍລິການສາທາລະນະສຸກ.”
“ການປິ່ນປົວທີ່ມີຄຸນນະພາບສູງ ແລະ ການໃຫ້ທຸກຄົນມີສຸຂະພາບດີນັ້ນ ແມ່ນບູລິມະສິດສູງສຸດ ຂອງພວກເຮົາ. ການປະກອບສ່ວນໃນຄັ້ງນີ້ ຈະຊ່ວຍປົກປ້ອງບັນດາພະນັກງານແພດໝໍ, ຄົນເຈັບ, ແລະ ຊຸມຊົນໄດ້ດີຂຶ້ນກວ່າເກົ່າ.”
ນອກຈາກເຕົາອົບຂ້າເຊື້ອ ທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້
ເຊິ່ງມີຄວາມສາມາດອະເຊື້ອ ທັງຫມົດ ຈໍານວນ 2,000 ລີດ, ຍັງມີການຝຶກອົບຮົມໃຫ້ແກ່ແພດໝໍ
ເຊິ່ງສຸມໃສ່ການສ້າງຄວາມເຂັ້ມແຂງກ່ຽວກັບຄວາມຮູ້ໃນການປ້ອງກັນການຕິດເຊື້ອ, ທັກສະ, ການຕິດຕາມ, ການປະເມີນຜົນ ແລະ ການສ້າງແຜນສະເພາະເພື່ອແກ້ໄຂບັນຫາທີ່ເປັນຊ່ອງຫວ່າງໃນການປ້ອງກັນ ແລະ ຄວບຄຸມການຕິດເຊື້ອໃນສະຖານບໍລິການສາທາລະນະສຸກ.
ຕໍ່ກັບວຽກງານດັ່ງກ່າວ, ອົງການອະນາໄມໂລກ ຈະໄດ້ຈັດການຝຶກອົບຮົມ ແລະ ຊ່ວຍເຫຼືອໃນຂັ້ນຕອນການປະເມີນຜົນ ພາຍໃຕ້ການນໍາພາຂອງພະແນກພະຍາບານ
ແລະ ຜະດຸງຄັນ, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ.
ທ່ານ
ນາງ Ina
Marčiulionytė, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ກ່າວວ່າ:
“ສະຫະພາບເອີຣົບ ມີຄວາມພາກພູມໃຈທີ່ໄດ້ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກໃນ
ສປປ ລາວ ແລະ ໄດ້ຊ່ວຍເຫຼືອບຸກຄະລາກອນການແພດ ໃຫ້ມີຄວາມຮູ້ ແລະ ມີອຸປະກອນຈຳເປັນທີ່ຈະນຳໃຊ້ເຂົ້າໃນວຽກງານພວກເຂົາໃຫ້ດີຂື້ນກວ່າເກົ່າ.”
“ພວກເຮົາຈະສືບຕໍ່ເຮັດວຽກຮ່ວມກັບຄູ່ຮ່ວມພັດທະນາຂອງພວກເຮົາ
ຄື ອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ເພື່ອຮັບປະກັນໃຫ້ປະຊາຊົນລາວໃນທົ່ວປະເທດ ສາມາດເຂົ້າເຖິງການປິ່ນປົວ ແລະ ການບໍລິການດ້ານສຸຂະພາບອື່ນໆ ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19. ສະຫະພາບເອີຣົບ ພ້ອມກັບບັນດາປະເທດຕ່າງໆ ຢູ່ທະວີບເອີຣົບ ຈະສືບຕໍ່ປະຕິບັດຄຳໝັ້ນສັນຍາໃນການສະໜັບສະໜູນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງຂຶ້ນນັບມື້.”
ຕໍ່ກັບການແຜ່ລະບາດຂອງພະຍາດໂຄວິດ-19, ການປ້ອງກັນ ແລະ ການຄວບຄຸມການຕິດເຊື້ອ ແມ່ນມີຄວາມສຳຄັນຫຼາຍໃນການຫຼຸດຜ່ອນການແຜ່ລະບາດຂອງເຊື້ອໄວຣັສໃນສະຖານທີ່ບໍລິການສາທາລະນະສຸກ
ແລະ ພະຍາດອື່ນໆ ກໍເຊັ່ນດຽວກັນ. ໃນແຕ່ລະປີ, ປະຊາຊົນຫຼາຍຮ້ອຍລ້ານຄົນໃນທົ່ວໂລກ ໄດ້ຮັບຜົນກະທົບຈາກການຕິດເຊື້ອທີ່ເກີດຂຶ້ນໃນໂຮງໝໍ, ສ່ວນຫຼາຍເກີດຈາກການອະເຊື້ອອຸປະກອນ ແລະ ການຮັກສາຄວາມສະອາດ ບໍ່ໄດ້ດີເທົ່າທີ່ຄວນ
ເຊິ່ງສິ່ງນີ້ ແມ່ນສາມາດຫຼີກລ່ຽງໄດ້.
ທ່ານ ນາງ ດຣ. Ying-Ru
Lo, ຜູ້ຕາງຫນ້າ ອົງການອະນາໄມໂລກ
ໄດ້ກ່າວວ່າ: "ບໍ່ຄວນມີໃຜຕິດເຊື້ອໃນຂະນະຮັບການປິ່ນປົວ, ແຕ່ການຕິດເຊື້ອໃນໂຮງໝໍກໍມີໂອກາດເກີດຂື້ນໄດ້. ເຮົາສາມາດຢຸດມັນໄດ້ ຖ້າເຮົາມີເຄື່ອງມື ແລະ ນຳໃຊ້ທັກສະທີ່ຖືກຕ້ອງ
ແລະ ເໝາະສົມ. ມາດຕະການການຄວບຄຸມ ແລະ ການປ້ອງກັນການຕິດເຊື້ອ
ແມ່ນໜຶ່ງໃນບັນດາວິທີທີ່ມີປະສິດທິພາບທີ່ສຸດໃນການປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນເຊື້ອຈຸລະຊີບທີ່ຕ້ານຕໍ່ຢາໃນສະຖານທີ່ບໍລິການສາທາລະນະສຸກ
ແລະ ຍັງເປັນການຍົກສູງຄຸນນະພາບ ແລະ ຄວາມປອດໄພຂອງການບໍລິການອີກດ້ວຍ."
"ການຊ່ວຍເຫຼືອຂອງສະຫະພາບເອີຣົບນີ້ ຈະຊ່ວຍໃນການຫຼຸດຜ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດອື່ນໆ ໂດຍສະເພາະຢ່າງຍິ່ງ ແມ່ນຊ່ວຍປະຊາຊົນທີ່ມີຄວາມສ່ຽງດ້ານສຸຂະພາບໃນສະຖານທີ່ບໍລິການສາທາລະນະສຸກ ແລະ ຊ່ວຍອີກຫຼາຍຊີວິດ. ພວກເຮົາຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງຍິ່ງສຳລັບການປະກອບສ່ວນອັນໃຫຍ່ຫຼວງ ໃນການຍົກສູງວຽກງານສາທາລະນະສຸກ.”
ການສະໜັບສະໜູນນີ້ ເປັນສ່ວນໜຶ່ງຂອງການຮ່ວມມື
ລະຫວ່າງ ສະຫະພາບເອີຣົບ ແລະ ອົງການອະນາໄມໂລກ ໃນການຍົກສູງວຽກງານສາທາລະນະສຸກໃນ ສປປ ລາວ. ການຊ່ວຍເຫຼືອນີ້
ແມ່ນສ່ວນໜຶ່ງຂອງວຽກງານການແກ້ໄຂບັນຫາພະຍາດໂຄວິດ-19 ມູນຄ່າຫຼາຍລ້ານໂດລາ ເພື່ອຍົກສູງສຸຂະພາບ ແລະ
ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊຸມຊົນ ເຊິ່ງການຊ່ວຍເຫຼືອ ແມ່ນລວມທັງການສະໜັບສະໜູນວຽກງານການວິເຄາະ
ແລະ ການເຝົ້າລະວັງພະຍາດ, ການຕອບໂຕ້ເຫດການສຸກເສີນດ້ານສາທາລະນະສຸກ, ການປັບປຸງການຄຸ້ມຄອງການປິ່ນປົວ, ການປ້ອງກັນ ແລະ ການຄວບຄຸມການຕິດເຊື້ອ, ການປັບປຸງນໍ້າ, ສຸຂາພິບານ ແລະ
ສຸຂະອະນາໄມ ລວມທັງການຊ່ວຍເຫຼືອໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ອີກດ້ວຍ.