ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ຄຳໝັ້ນສັນຍາ ໃນການຫຼຸດຜ່ອນການປ່ອຍອາຍເຮືອນແກ້ວ ແລະ ການຈັດຕັ້ງປະຕິບັດຍຸດທະສາດການຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ.
ໃນຂະນະດຽວກັນ, ນະໂຍບາຍກ່ຽວກັບສະພາບດິນຟ້າອາກາດທີ່ທັນສະໄໝ ຂະແໜງການສາທາລະນະສຸກ ສາມາດນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ຂົງເຂດສາທາລະນະສຸກ ແລະ ຂົງເຂດວຽກງານອື່ນໆ. ການຫຼຸດຜ່ອນ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດສາມາດສ້າງຜົນປະໂຫຍດຮ່ວມກັນຫຼາຍຢ່າງ ລວມທັງດ້ານສຸຂະພາບ ແລະ ດ້ານອື່ນໆ.
ເມື່ອເຂົ້າໃຈເຖິງການເຊື່ອມຕໍ່ກັນລະຫວ່າງຍຸດທະສາດການຫຼຸດຜ່ອນ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ, ປັດໃຈດ້ານສິ່ງແວດລ້ອມ, ເສດຖະກິດ - ສັງຄົມ ແລະ ສຸຂະພາບ ກໍ່ສາມາດສ້າງຜົນປະໂຫຍດຮ່ວມກັນໄດ້ດ້ານສຸຂະພາບ, ປະຢັດຄ່າໃຊ້ຈ່າຍ ແລະ ນຳໄປສູ່ຜົນໄດ້ຮັບເທົ່າທຽມກັນສໍາລັບປະຊາກອນທີ່ມີຄວາມສ່ຽງ.
ຕົວຢ່າງ: ການຄຸ້ມຄອງຂີ້ເຫຍື້ອສິ່ງເສດເຫຼືອທີ່ດີຂຶ້ນ ສາມາດນໍາເອົາຜົນປະໂຫຍດມາສູ່ ສິ່ງແວດລ້ອມ-ສັງຄົມ ແລະ ສຸຂະພາບ ເຊີ່ງຊີ້ໃຫ້ເຫັນເຖິງວິທີການ ແລະ ຜົນປະໂຫຍດທີ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງຊັດເຈນ.
ຂ້າງເທິງ: ການເຜົາໄໝ້ຂີ້ເຫຍື້ອແມ່ນບໍ່ດີຕໍ່ສິ່ງແວດລ້ອມ ແລະ ເປັນອັນຕະລາຍຕໍ່ສຸຂະພາບ.
ການຈັດຕັ້ງປະຕິບັດວຽກງານການປ່ຽນແປງດິນຟ້າອາກາດມີຜົນປະໂຫຍດຫຼາຍດ້ານ
ສປປ ລາວ ມີຄວາມສ່ຽງໂດຍສະເພາະຈາກການປ່ຽນແປງດິນຟ້າອາກາດ, ໂດຍຄາດຄະເນວ່າຈະມີອາກາດຮ້ອນເພີ້ມຂຶ້ນຫຼາຍກ່ວາເກົ່າ, ອຸນຫະພູມ ຈະເພີ່ມຂຶ້ນ 2-3 ອົງສາເຊ ໃນປີ 2050 ແລະ ຈະມີຝົນຕົກເພີ່ມຂື້ນ 10-30%.ໃນທົ່ວທຸກຂະແໜງການ ລວມມີ ກະສິກຳ, ພະລັງງານ-ບໍ່ແຮ່, ປ່າໄມ້, ການຂົນສົ່ງ ແລະ ການຄຸ້ມຄອງຂີ້ເຫຍື້ອສິ່ງເສດເຫຼືອ, ສປປ ລາວ ໄດ້ໃຫ້ຄຳໝັ້ນສັນຍາທີ່ໜັກແໜ້ນ ໃນການຫຼຸດຜ່ອນການປ່ອຍອາຍເຮືອນແກ້ວ ແລະ ການຈັດຕັ້ງປະຕິບັດຍຸດທະສາດການຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ.
ເພື່ອເຂົ້າໃຈຜົນປະໂຫຍດຮ່ວມກັນຈາກວຽກງານການຫຼຸດຜ່ອນ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ, ອົງການອະນາໄມໂລກ (WHO) ໄດ້ເຮັດການຄົ້ນຄວ້າ ແລະ ປຶກສາຫາລືຮ່ວມກັນກັບອົງການຈັດຕັ້ງພາກລັດທີ່ມາຈາກຂະແໜງການຕ່າງໆ ເຊິ່ງແມ່ນພາກສ່ວນໜຶ່ງຂອງໂຄງການ ກອງທຶນສີຂຽວການປ່ຽນແປງດິນຟ້າອາກາດ ແລະ ເອກະພາບເລືອກເອົາການສຸມໃສ່ການຄຸ້ມຄອງຂີ້ເຫຍື້ອສີ່ງເສດເຫຼືອເປັນຂະແຫນງການໜຶ່ງໃນການຈັດຕັ້ງປະຕິບັດການປ່ຽນແປງດິນຟ້າອາກາດ ທີ່ສາມາດນໍາເອົາຜົນປະໂຫຍດຮ່ວມກັນດ້ານສຸຂະພາບທີ່ສໍາຄັນມາໃຫ້.
ເພື່ອປັບປຸງການຄຸ້ມຄອງຂີ້ເຫຍື້ອ
ປະຈຸບັນ ສປປ ລາວ ມີອັດຕາການເກັບຂີ້ເຫຍື້ອຕ່ຳ ແລະ ມີການແຍກຂີ້ເຫຍື້ອທີ່ສາມາດນໍາມາໃຊ້ຄືນໄດ້ ຢ່າງຈຳກັດ. ມີຂໍ້ຈຳກັດໃນການນໍາມາໃຊ້ຄືນ ແລະ ການຟື້ນຟູຂອງຊັບພະຍາກອນ, ການນໍາໃຊ້ວິທີການຖິ້ມ, ຈູດຂີ້ເຫຍື້ອ ກາງແຈ້ງຢ່າງກວ້າງຂວາງ ແລະ ການຂຸດຂຸມຖີ້ມຂີ້ເຫຍື້ອຫຼາຍບ່ອນບໍ່ມີການຄຸ້ມຄອງທີ່ດີ, ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອທາງການແພດ ທີ່ເປັນອັນຕະລາຍສາມາດຖິ້ມໃນສະຖານທີ່ກຳຈັດຂີ້ເຫຍື້ອສິ່ງເສດເຫຼືອຂອງເທດສະບານເມືອງ ແລະ ຢູ່ດິນເປົ່າວ່າງໂດຍບໍ່ມີການບໍາບັດ.
ໂດຍການເພີ້ມຂື້ນຂອງປະຊາກອນໃນຕົວເມືອງແລະ ການປ່ຽນແປງວິຖີຊີວິດ, ໃນໄລຍະ 20 ປີທີ່ຜ່ານມາ, ໄດ້ມີຂີ້ເຫຍື້ອເພີ່ມຂຶ້ນເປັນສອງເທົ່າໃນ ສປປ ລາວ. ມີການຜະລິດຂີ້ເຫຍື່ອປະມານ 910 000 ໂຕນ ໃນແຕ່ລະປີ; ຄາດວ່າຈະເພີ່ມຂຶ້ນເປັນ 1.4 ລ້ານໂຕນໃນປີ 2035.
ການຄຸ້ມຄອງຂີ້ເຫຍື້ອທີ່ບໍ່ໄດ້ດີເປັນອັນຕະລາຍຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ສຸຂະພາບ
ຂີ້ເຫຍື້ອມີລະດັບຄວາມອັນຕະລາຍທາງເຄມີ, ຊີວະພາບ ແລະ ທາງກາຍຍະພາບ ກໍ່ໃຫ້ເກີດການປ່ອຍອາຍເຮືອນແກ້ວຢ່າງຫຼວງຫຼາຍໃນທົ່ວໂລກ, ພ້ອມດຽວກັນນັ້ນ ຍັງສາມາດເປັນອັນຕະລາຍຕໍ່ສຸຂະພາບ.
ໃນທົ່ວໂລກ, ປັດໄຈດ້ານສິ່ງແວດລ້ອມທີ່ສາມາດຖືກດັດແກ້ໄດ້ ລວມມີການຄຸ້ມຄອງຂີ້ເຫຍື້ອທີ່ບໍ່ໄດ້ດີ ເປັນສາຍເຫດກໍ່ໃຫ້ມີການເສຍຊີວິດ 24% (ແລະ 28% ຂອງການເສຍຊີວິດ ແມ່ນເດັກນ້ອຍອາຍຸຕໍ່າກວ່າ 5 ປີ).
10 ສາເຫດຕົ້ນຕໍຂອງການເສຍຊີວິດ ໃນ ສປປ ລາວ ລ້ວນແລ້ວແຕ່ມີສ່ວນພົວພັນ ກັບການຄຸ້ມຄອງຂີ້ເຫຍື້ອທີ່ບໍ່ໄດ້ດີ (ເບິ່ງຮູບຂ້າງລຸ່ມ).
ການຄຸ້ມຄອງຂີ້ເຫຍື້ອບໍ່ໄດ້ດີສາມາດນໍາໄປສູ່ການສໍາຜັດກັບຄວາມຂໍ້ມູນຄວາມຈິງມີດັ່ງນີ້:
- ຄາດຄະເນວ່າຂະແໜງການຄຸ້ມຄອງຂີ້ເຫຍື້ອກວມເອົາ 12% ຂອງມົນລະພິດທາງອາກາດ ໃນນະຄອນຫຼວງວຽງຈັນ. ໃນທົ່ວໂລກ, ໄດ້ຮັບການຄາດຄະເນວ່າ ການຈູດຂີ້ເຫຍື້ອແບບເປີດແປນກໍ່ໃຫ້ເກີດ ຝຸ່ນລະອອງນ້ອຍໆ 29%, ເຊີ່ງເປັນຜົນກະທົບຫຼາຍທີ່ສຸດ ໃນມົນລະພິດທາງອາກາດ.
- ຈໍານວນທັງໝົດ 2686 ຂອງຜູ້ເສຍຊີວິດ ໃນປະເທດ ໃນປີ 2019 ອາດເປັນຍ້ອນມົນລະພິດທາງອາກາດ. ໃນຈໍານວນດັ່ງກ່າວນີ້, 528 ຄົນເສຍຊີວິດຍ້ອນການຕິດເຊື້ອທາງເດີນຫາຍໃຈຕ່ໍາ, 184 (35%) ແມ່ນເດັກນ້ອຍ.
- ໃນປີ 2019, ມົນລະພິດທາງອາກາດເຮັດໃຫ້ປະຊາຊົນລາວສູນເສຍຫຼາຍກວ່າ 80,000 ຂອງປີຊີວິດ (ປີຂອງຊີວິດທີ່ສູນເສຍຍ້ອນພະຍາດ, ຄວາມພິການ ຫຼື ການເສຍຊີວິດກ່ອນໄວອັນຄວນ). ພ້ອມທັງ ເຮັດໃຫ້ເດັກນ້ອຍປະເຊີນກັບຜົນກະທົບທີ່ບໍ່ເທົ່າທຽມກັນຫຼາຍຂຶ້ນ/ພ້ອມທັງເດັກນ້ອຍແມ່ນໄດ້ຮັບຜົນກະທົບຫຼາຍກວ່າໝູ່.
10 ສາເຫດຕົ້ນຕໍຂອງການເສຍຊີວິດທັງໝົດ ໃນ ສປປ ລາວ (ເບິ່ງຮູບຂ້າງເທິງ) ໄດ້ສະແດງໃຫ້ເຫັນສາຍພົວພັນກັນກັບການຄຸ້ມຄອງຂີ້ເຫຍື້ອທີ່ບໍ່ໄດ້ດີ.
ການຄຸ້ມຄອງຂີ້ເຫຍື້ອບໍ່ໄດ້ດີແມ່ນມີຄ່າໃຊ້ຈ່າຍທີ່ແພງ
ຖ້າມີການຄຸ້ມຄອງຂີ້ເຫຍື້ອບໍ່ໄດ້ດີ ກໍ່ຈະເກີດມີຄ່າໃຊ້ຈ່າຍສໍາລັບປີ່ນປົວສຸຂະພາບ ຖືກຄາດຄະເນຢູ່ໃນບັນດາປະເທດທີ່ມີລາຍໄດ້ຕໍ່າ-ປານກາງ ຢູ່ທີ່ 375 US$ ຕໍ່ໂຕນ, ເຊິ່ງສູງກວ່າຄ່າໃຊ້ຈ່າຍຕົວຈິງສໍາລັບການເກັບ ແລະ ການກໍາຈັດຖີ້ມເຊີ່ງຢູ່ໃນ 30 US$ ຫາ 115 US$ ຕໍ່ໂຕນ.
ມົນລະພິດທາງອາກາດຈາກທຸກໆແຫຼ່ງແມ່ນຖືກຄາດຄະເນວ່າຄ່າໃຊ້ຈ່າຍດ້ານສຸຂະພາບເທົ່າກັບ 6.1% ຂອງລວມຍອດຜະລິດຕະພັນພາຍໃນ ໃນທົ່ວໂລກ (ຫຼາຍກວ່າ 8 ພັນຕື້ໂດລາສະຫະລັດໃນປີ 2019).
ບາງກຸ່ມຄົນທີ່ມີຄວາມສ່ຽງຫຼາຍກ່ວາໝູ່
ກຸ່ມທີ່ມີຄວາມສ່ຽງຈາກຜົນກະທົບທີ່ເປັນອັນຕະລາຍຕໍ່ສຸຂະພາບຈາກການຄຸ້ມຄອງຂີ້ເຫຍື້ອທີ່ບໍ່ໄດ້ດີ ປະກອບມີເດັກນ້ອຍ, ຜູ້ສູງອາຍຸ ແລະ ຄົນເຈັບທີ່ມີພະຍາດປະຈຳຕົວ, ທີ່ມີຄວາມອ່ອນໄຫວຕໍ່ກັບການສໍາຜັດກຸ່ມຄົນທີ່ໄດ້ສໍາພັດເປັນປະຈໍາກັບສານອັນຕະລາຍເຫຼົ່ານີ້ເປັນຕົ້ນແມ່ນພະນັກງານເກັບມ້ຽນຂີ້ເຫຍື້ອ ແລະ ຜູ້ທີ່ອາໃສຢູ່ບໍລິເວນໃກ້ກັບບ່ອນຖິ້ມຂີ້ເຫຍື້ອຫຼື ບ່ອນຈູດຂີ້ເຫຍື້ອກາງແຈ້ງ ແມ່ນມີຄວາມສ່ຽງຫຼາຍ.
ສປປ ລາວ ໄດ້ຮັບໂອກາດໃນການຮ່ວມມືພາຍໃຕ້ເງື່ອນໄຂຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ
ສປປ ລາວ ມີຍຸດທະສາດການຫຼຸດຜ່ອນ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ທີ່ອາດຈະປັບປຸງການຄຸ້ມຄອງຂີ້ເຫຍື້ອ, ຕົວຢ່າງ ໃນຮ່າງຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງດິນຟ້າອາກາດຂອງ ສປປ ລາວ.
ການກ້າວໄປສູ່ວິທີການຄຸ້ມຄອງຂີ້ເຫຍື້ອສິ່ງເສດເຫຼືອທີ່ມີຄວາມຍືນຍົງຕໍ່ສິ່ງແວດລ້ອມອາດຈະຊ່ວຍປະຢັດ,ຄ່າໃຊ້ຈ່າຍ ແລະ ໃຫ້ຜົນປະໂຫຍດຕໍ່ສຸຂະພາບຢ່າງກວ້າງຂວາງ, ໂດຍຜ່ານການປັບປຸງຄຸນນະພາບຂອງອາກາດ, ນ້ໍາ, ດິນ ແລະ ອາຫານ ຈະຊ່ວຍຫຼຸດຜ່ອນການສຳຜັດກັບຂີ້ເຫຍື້ອ ທີ່ມີກິ່ນເໝັນ, ພາຫະທີ່ນໍາເຊື້ອພະຍາດ ແລະ ວັດສະດຸອັນຕະລາຍ, ປັບປຸງຊີວິດການເປັນຢູ່, ສະພາບການເຮັດວຽກ ແລະ ປົກປ້ອງຜູ້ມີຄວາມສ່ຽງ.
ເພື່ອປັບປຸງການຄຸ້ມຄອງຂີ້ເຫຍື້ອສິ່ງເສດເຫຼືອ, ຫຼາຍໜ່ວຍງານທີ່ມີໜ້າທີໃນການຄຸ້ມຄອງຢູ່ໃນ ສປປ ລາວ ຕ້ອງຮ່ວມມືກັນ, ດ້ວຍການຈັດຕັ້ງປະຕິບັດນະໂຍບາຍຕ່າງໆທີ່ໃຫ້ຜົນປະໂຫຍດໂດຍກົງ ຕໍ່ສຸຂະພາບ, ເສດຖະກິດ ແລະ ສັງຄົມ.
ຫົກ ບາດກ້າວບຸລິມະສິດເພື່ອຈັດຕັ້ງປະຕິບັດຍຸດທະສາດຂອງ ສປປ ລາວ
ພາກສ່ວນທີ່ມີສ່ວນຮ່ວມຂອງ ສປປ ລາວ ໄດ້ກຳນົດ 6 ບາດກ້າວບຸລິມະສິດ ເພື່ອປັບປຸງການຄຸ້ມຄອງຂີ້ເຫຍື້ອ ແລະ ເພື່ອບັນລຸຜົນທີ່ດີຕໍ່ສະພາບດິນຟ້າອາກາດ, ສັງຄົມ ແລະ ສຸຂະພາບ:
- ເຮັດວຽກກັບທົ່ວອົງການຈັດຕັ້ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ໄດ້ຜົນປະໂຫຍດສູງສຸດສໍາລັບສະພາບດິນຟ້າອາກາດ, ສັງຄົມ ແລະ ສຸຂະພາບ.
- ນຳໃຊ້ຫຼັກການຈັດລຳດັບຂີ້ເຫຍື້ອ (ເບິ່ງຮູບ ຂ້າງລຸ່ມ) ເພື່ອຫຼຸດຜ່ອນ, ນຳໃຊ້ຄືນ ແລະ ນຳມາໜູນໃຊ້ໃໝ່ ເພື່ອຫຼຸດຜ່ອນສິ່ງເສດເຫຼືອ; ເກັບ ແລະ ແຍກຂີ້ເຫຍື້ອ (ລວມທັງສິ່ງເສດເຫຼືອທີ່ເປັນອັນຕະລາຍ) ແລະ ຈໍາກັດຂີ້ເຫຍື້ອຖີ້ມຢ່າງລະມັດລະວັງ (ລວມທັງການຢຸດການຖິ້ມຂີ້ເຫຍື້ອ ແລະ ການຈູດຂີ້ເຫຍື້ອ ຢ່າງ
ເກາງແຈ້ງ). - ສ້າງການໂຄສະນາເພື່ອລະດົມການ ສື່ສານການປ່ຽນແປງພຶດຕິກຳສໍາລັບສາທາລະນະ ແລະ ພະນັກງານສາທາລະນະສຸກ.
- ມີສ່ວນຮ່ວມກັບຊຸມຊົນເພື່ອປະສົມປະສານການປັບຕົວເຂົ້າກັບການຄຸ້ມຄອງຂີ້ເຫຍື້ອເພື່ອໃຫ້ລະບົບສາມາດທົນທານຕໍ່ສະພາບອາກາດທີ່ຮ້າຍແຮງ.
- ນໍາໃຊ້ຫຼັກຖານທີ່ມີຢູ່ເພື່ອຜົນປະໂຫຍດຮ່ວມກັນ ເພື່ອສົ່ງເສີມການຈັດຕັ້ງປະຕິບັດຍຸດທະສາດທີ່ມີຢູ່.
- ສ້າງຄວາມເຂັ້ມແຂງໃຫ້ລະບົບການຕິດຕາມ ແລະ ປະເມີນຜົນ ເພື່ອຕິດຕາມຄວາມຄືບໜ້າ, ເຮັດການດັດແປງອື່ນໆ ທີ່ອາດມີຄວາມຈໍາເປັນ ແລະ ມອບຄວາມຮັບຜິດຊອບໃຫ້ພາກສ່ວນກ່ຽວຂ້ອງ.
ການຈັດລໍາດັບສິ່ງເສດເຫຼືອ (ເບິ່ງຮູບຂ້າງເທິງ) ໄດ້ໃຫ້ບຸລິມະສິດສູງສຸດເພື່ອຫຼີກເວັ້ນການສ້າງສິ່ງເສດເຫຼືອ, ເຊີ່ງມີຂັ້ນຕອນຄືການນໍາມາໃຊ້ຄືນ, ການປຸງແຕ່ງໃຫມ່, ການໜູນໃຊ້ຄືນໃໝ່, ການຟື້ນຟູແລະ ສຸດທ້າຍ, ການກໍາຈັດ.
WHO ສະໜັບສະໜູນວຽກງານການປ່ຽນແປງຂອງສະພາບດິນຟ້າອາກາດຂອງລັດຖະບານ
WHO ໄດ້ສະໜັບສະໜຸນການຕອບໂຕ້ຂອງລັດຖະບານຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ເພື່ອສົ່ງເສີມສຸຂະພາບ ແລະ ການດໍາລົງຊີວິດທີ່ດີຂອງພົນລະເມືອງຂອງຕົນ. ຍົກຕົວຢ່າງ, ກະຊວງສາທາລະນະສຸກໄດ້ເຮັດວຽກຮ່ວມກັບ WHO ເພື່ອຕິດຕັ້ງເຕົາອົບຂີ້ເຫຍື້ອຕິດເຊື້ອ ໃນສະຖານທີ່ບໍລິການສາທາລະນະສຸກເພື່ອຂ້າເຊື້ອ ຫຼື ບໍາບັດຂີ້ເຫຍື້ອສິ່ງເສດເຫຼືອຕິດເຊື້ອໃຫ້ກາຍເປັນຂີ້ເຫຍື້ອທົ່ວໄປ ທົດແທນການຈູດຂີ້ເຫຍື້ອຢູ່ໃນສະຖານທີ່ບໍລິການສາທາລະນະສຸກ. ການສະໜັບສະໜູນທີ່ຈະມາເຖິງລວມມີການສຶກສາຄວາມເປັນໄປໄດ້ໃນການສ້າງສະຖານທີ່ອໍານວຍຄວາມສະດວກໃນນຳເອົາສີ່ງເສດເຫຼືອທາງການແພດມາໃຊ້ຄືນໃໝ່ ເຊັ່ນດຽວກັນກັບ ການສ້າງແຜນຈັດຕັ້ງປະຕິບັດງານແຫ່ງຊາດສໍາລັບການຄຸ້ມຄອງສິ່ງເສດເຫຼືອຈາກສະຖານທີ່ບໍລິການສາທາລະນະສຸກແບບຍືນຍົງ ແລະ ເປັນມິດຕໍ່ສີ່ງແວດລ້ອມ.
ສໍາລັບຂໍ້ມູນເພີ່ມເຕີມ
ຂໍ້ມູນເພີ່ມເຕີມລະອຽດກ່ຽວກັບເລື່ອງນີ້ໂດຍຫຍໍ້ສາມາດຂໍໄດ້ຈາກ:
ດຣ. Oyuntogos Lkhasuren ຫົວໜ້າທີມ, ສຸຂະພາບສິ່ງແວດລ້ອມ, ອົງການອະນາໄມໂລກປະຈຳ ສປປ ລາວ
lkhasureno@who.int