ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 18 ພະຈິກ 2025 – ລັດຖະບານ ແຫ່ງ ສປປ ລາວ, ຮ່ວມກັບອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO), ອົງການອະນາໄມໂລກ (WHO), ມູນນິທິເມຣີເອີ, ບັນດາຄູ່ຮ່ວມງານໃນລະດັບທ້ອງຖິ່ນ ແລະ ສາກົນ, ສະຖາບັນການສືກສາ, ໂຮງໝໍ, ຜູ້ໃຫ້ບໍລິການດ້ານສຸຂະພາບ, ແລະ ພາກເອກະຊົນ, ໄດ້ເປີດກອງປະຊຸມຢ່າງເປັນທາງການ ຢູ່ ໂຮງແຮມແລນມາກ ເພື່ອສ້າງຄວາມຮັບຮູ້ຕໍ່ກັບໄພຂົ່ມຂູ່ດ້ານສາທາລະນະສຸກທີ່ກໍາລັງເພີ່ມຂຶ້ນໃນທົ່ວໂລກ ເຊິ່ງເອີ້ນກັນວ່າ ເຊື້ອຈຸລະຊີບຕ້ານຕໍ່ຢາ (AMR), ພ້ອມທັງເປັນການສ້າງຄວາມຮັບຮູ້ໃຫ້ແກ່ປະຊາຊົນ ໂດຍຜ່ານງານສັບປະດາສາກົນປູກຈິດສໍານຶກກ່ຽວກັບເຊື້ອຈຸລະຊີບຕ້ານຕໍ່ຢາ ທີ່ຈັດຂຶ້ນເປັນປະຈໍາທຸກໆປີ, ເຊິ່ງເປັນຄໍາໝັ້ນສັນຍາໃນການຮ່ວມມືກັນຂອງຫຼາຍພາກສ່ວນ.
ສັບປະດາສາກົນປູກຈິດສໍານຶກກ່ຽວກັບເຊື້ອຈຸລະຊີບຕ້ານຕໍ່ຢາ (WAAW) ໄດ້ຮັບການສະເຫຼີມສະຫຼອງເປັນປະຈໍາໃນເດືອນ ພະຈິກ ຂອງທຸກໆປີ ເພື່ອສ້າງຄວາມຮັບຮູ້ກ່ຽວກັບປະກົດການ ເຊື້ອຈຸລະຊີບຕ້ານຕໍ່ຢາ (AMR) ແລະ ເປັນການສ້າງແຮງບັນດານໃຈໃນການດໍາເນີນການເພື່ອຮັກສາປະສິດທິພາບຂອງຢາປິ່ນປົວພະຍາດ. ໃນຂະນະທີ່ AMR ສາມາດເກີດຂຶ້ນໄດ້ຕາມປະກົດການທາງທໍາມະຊາດ, ແຕ່ໄພຂົ່ມຂູ່ດັ່ງກ່າວນີ້ ໄດ້ເພີ່ມທະວີຄວາມໄວຂຶ້ນຈາກການໃຊ້ຢາຕ້ານເຊື້ອຫຼາຍເກີນໄປ ແລະ ການໃຊ້ຢາບໍ່ຖືກຕາມຫຼັກວິຊາການທັງໃນສຸຂະພາບຂອງຄົນ ແລະ ສັດ, ລວມທັງ ການພັດທະນາຢາຕ້ານເຊື້ອຊະນິດໃໝ່ທີ່ຫຼຸດລົງ. ຜົນຂອງການວິເຄາະສະຖານະການຈາກສາກົນ ໄດ້ປະເມີນໄວ້ວ່າ ຖ້າທ່າອ່ຽງໃນປະຈຸບັນຍັງສືບຕໍ່, ພາຍໃນປີ 2050, AMR ອາດຈະເຮັດໃຫ້ມີຜູ້ເສຍຊີວິດເຖິງ 10 ລ້ານຄົນຕໍ່ປີ ແລະ ເຮັດໃຫ້ເກີດການສູນເສຍເສດຖະກິດປະມານ 100 ພັນຕື້ໂດລາສະຫະລັດ. ຍ້ອນເຫດຜົນດັ່ງກ່າວ ໃນປະຈຸບັນຈຶ່ງຈໍາເປັນຕ້ອງມີການຈັດຕັ້ງປະຕິບັດຮ່ວມກັນຫຼາຍຂຶ້ນກວ່າເກົ່າ ເພື່ອຮັບປະກັນວ່າຢາຕ້ານເຊື້ອຍັງຄົງມີປະສິດທິພາບສຳລັບຄົນລຸ້ນຕໍ່ໆໄປ.
ທ່ານນາງ ອາພອນ ວິຊາເທບ, ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ, ໄດ້ໃຫ້ຂໍ້ສັງເກດວ່າ ສປປ ລາວ ໄດ້ເຂົ້າຮ່ວມກັບປະຊາຄົມໂລກໃນການສະເຫຼີມສະຫຼອງ ສັບປະດາສາກົນປູກຈິດສໍານຶກກ່ຽວກັບເຊື້ອຈຸລະຊີບຕ້ານຕໍ່ຢາ ເປັນປະຈຳທຸກປີ, ເຊິ່ງໄດ້ຮຽກຮ້ອງໃຫ້ມີການດຳເນີນການຈັດຕັ້ງປະຕິບັດຢ່າງຮີບດ່ວນເພື່ອຮັກສາປະສິດທິພາບຂອງຢາປິ່ນປົວພະຍາດຕ່າງໆ. ທ່ານນາງ ອາພອນ ວິຊາເທບ ໄດ້ເນັ້ນໜັກວ່າ ຢູ່ໃນຂະແໜງສາທາລະນະສຸກ ເຊື້ອຈຸລະຊີບຕ້ານຕໍ່ຢາ ຖືເປັນໄພຂົ່ມຂູ່ເຮັດໃຫ້ຄວາມກ້າວໜ້າຖອຍຫຼັງໄປເປັນຫຼາຍທົດສະວັດ. ເພື່ອຕອບໂຕ້ກັບປະກົດການດັ່ງກ່າວ, ສປປ ລາວ ກຳລັງເພີ່ມທະວີການເຝົ້າລະວັງ, ການປ້ອງກັນການຕິດເຊື້ອ, ແລະ ການໃຊ້ຢາຢ່າງມີຄວາມຮັບຜິດຊອບ ເພື່ອປົກປ້ອງປະຊາຊົນ. ເຖິງຢ່າງໃດກໍຕາມ, ການແກ້ໄຂບັນຫາ ເຊື້ອຈຸລະຊີບຕ້ານຕໍ່ຢາ ຈໍາເປັນຕ້ອງໄດ້ຮັບການຮ່ວມມື ແລະ ການສະໜັບສະໜູນຈາກທຸກຂະແໜງການເພື່ອຮັບປະກັນວ່າປະຊາຊົນທຸກຄົນສາມາດເຂົ້າເຖິງການປິ່ນປົວທີ່ປອດໄພ ແລະ ມີປະສິດທິພາບເມື່ອເຂົາເຈົ້າຕ້ອງການ.
ການໂຄສະນາສ້າງຄວາມຮັບຮູ້ ທີ່ດຳເນີນເປັນເວລາໜຶ່ງອາທິດ ໄດ້ເນັ້ນໃຫ້ເຫັນເຖິງໄພຂົ່ມຂູ່ທີ່ເພີ່ມຂຶ້ນຂອງ ເຊື້ອຈຸລະຊີບຕ້ານຕໍ່ຢາ ແລະ ຄວາມຈໍາເປັນໃນການຕອບໂຕ້ຮ່ວມກັນໃນທົ່ວຂະແໜງການ, ຄົນ, ສັດ ແລະ ສິ່ງແວດລ້ອມ ເພື່ອປົກປ້ອງສຸຂະພາບ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສິ່ງແວດລ້ອມ.
/countries/lao-peoples-democratic-republic/0y7a6873.jpg?sfvrsn=ecb9ed76_1&Status=Master)
ທ່ານ ດຣ. ກິແກ້ວ ສິງນະວົງ, ຮອງລັດຖະມົນຕີ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການກະສິກຳແບບຍືນຍົງ ແລະ ການຄຸ້ມຄອງສິ່ງແວດລ້ອມ, ຖືເອົາຊາວກະສິກອນ ແລະ ສັດຕະວະແພດ ເປັນກອງນໍາໜ້າໃນການປະເຊີນກັບສິ່ງທ້າທາຍດັ່ງກ່າວນີ້. ໂດຍການສົ່ງເສີມການໃຊ້ຢາຕ້ານເຊື້ອໃນສັດລ້ຽງຢ່າງມີຄວາມຮັບຜິດຊອບ, ການປັບປຸງຄວາມປອດໄພທາງຊີວະພາບ ແລະ ການປົກປ້ອງລະບົບນິເວດ, ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ແລະ ຮັບປະກັນເຮັດໃຫ້ລະບົບການຜະລິດ ແລະ ການສະໜອງສະບຽງອາຫານ ແລະ ຊັບພະຍາກອນທຳມະຊາດທີ່ຫຼໍ່ລ້ຽງປະເທດຊາດ ມີຄວາມໝັ້ນຄົງ. ທ່ານ ດຣ. ກິແກ້ວ ສິງນະວົງ ຍັງໄດ້ເນັ້ນໜັກວ່າ ເຊື້ອຈຸລະຊີບຕ້ານຕໍ່ຢາ ແມ່ນຄວາມຮັບຜິດຊອບຮ່ວມກັນ, ແລະ ຂະແໜງກະສິກໍາ ແລະ ສິ່ງແວດລ້ອມ ມີບົດບາດສຳຄັນໃນການແກ້ໄຂບັນຫາດັ່ງກ່າວ.
ຄໍາຂວັນສຳລັບປີ 2025, “ລົງມືປະຕິບັດດຽວນີ້: ເພື່ອປົກປ້ອງປະຈຸບັນ ແລະ ຮັບປະກັນອະນາຄົດຂອງພວກເຮົາ”, ໄດ້ຖືກອອກແບບມາເພື່ອຊຸກຍູ້ການຈັດຕັ້ງປະຕິບັດທີ່ດີທີ່ສຸດໃນທົ່ວໂລກ ໃນບັນດາປະຊາຊົນ, ຊຸມຊົນ, ພະນັກງານສາທາລະນະສຸກ, ຊາວກະສິກອນ, ຜູ້ກຳນົດນະໂຍບາຍ ແລະ ຄູ່ຮ່ວມພັດທະນາ. ການໂຄສະນາສ້າງຄວາມຮັບຮູ້ດັ່ງກ່າວຍັງຮຽກຮ້ອງໃຫ້ທຸກຂະແໜງການລົງມືຈັດຕັ້ງປະຕິບັດໂດຍທັນທີ ເພື່ອເຂົ້າຮ່ວມໃນການຮັກສາປະສິດທິພາບຂອງຢາປິ່ນປົວພະຍາດຕ່າງໆ ແລະ ຮັກສາລະບົບການເຝົ້າລະວັງທີ່ເຂັ້ມແຂງໃນທົ່ວຂະແໜງການ, ຄົນ, ສັດ ແລະ ສິ່ງແວດລ້ອມ, ເຊິ່ງເປັນສ່ວນໜຶ່ງຂອງອະນາຄົດທີ່ມີສຸຂະພາບດີກວ່າສຳລັບໝົດທຸກຄົນ.
ທ່ານ ດຣ. ທິໂມທີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ, ໄດ້ສະແດງຄວາມຊົມເຊີຍຕໍ່ກັບຄວາມພະຍາຍາມຮ່ວມກັນເພື່ອສະໜັບສະໜູນບັນດາເປົ້າໝາຍຄຳໝັ້ນສັນຍາລະດັບສູງທົ່ວໂລກເພື່ອຕໍ່ສູ້ກັບເຊື້ອຈຸລະຊີບຕ້ານຕໍ່ຢາ. ທ່ານ ດຣ. ທິໂມທີ ອາມສະຕຣອງ ໄດ້ຊົມເຊີຍ ສປປ ລາວ ຕໍ່ກັບຄວາມພະຍາຍາມທີ່ໂດດເດັ່ນ ແລະ ຄວາມກ້າວໜ້າທີ່ສຳຄັນໃນການຕໍ່ສູ້ກັບ ເຊື້ອຈຸລະຊີບຕ້ານຕໍ່ຢາ ໃນໄລຍະທົດສະວັດທີ່ຜ່ານມາ, ໃນຂະນະທີ່ ໄພຂົ່ມຂູ່ທົ່ວໂລກ ແລະ ພາກພື້ນຍັງສືບຕໍ່ເພີ່ມຂຶ້ນ. ທ່ານ ດຣ. ທິໂມທີ ອາມສະຕຣອງ ໄດ້ຢືນຢັນຄຳໝັ້ນສັນຍາທີ່ເດັດດ່ຽວຂອງ ອົງການອະນາໄມໂລກ ທັງໃນພາກພື້ນ ແລະ ທົ່ວໂລກ ໃນການແກ້ໄຂບັນຫາ ເຊື້ອຈຸລະຊີບຕ້ານຕໍ່ຢາ ແລະ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືກັນຂອງຫຼາຍຂະແໜງການ ລະຫວ່າງລັດຖະບານ, ຄູ່ຮ່ວມພັດທະນາສາກົນ, ແລະ ອົງການຈັດຕັ້ງທາງສັງຄົມ. ກອງປະຊຸມຄັ້ງນີ້ໄດ້ເນັ້ນໜັກເຖິງຄວາມເປັນຜູ້ນຳ ແລະ ຄວາມຮັບຜິດຊອບຮ່ວມກັນລະຫວ່າງຄູ່ຮ່ວມພັດທະນາ ແລະ ບັນດາຜູ້ມີສ່ວນຮ່ວມທີ່ສຳຄັນ, ເສີມສ້າງການປະສານງານເພື່ອສົ່ງເສີມການຈັດຕັ້ງປະຕິບັດທີ່ມີຜົນກະທົບຕໍ່ກັບ ເຊື້ອຈຸລະຊີບຕ້ານຕໍ່ຢາ ໃນທຸກລະດັບ. ທ່ານ ດຣ. ທິໂມທີ ອາມສະຕຣອງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຫຼາຍຂະແໜງການ, ການສະໜັບສະໜູນຮ່ວມກັນຢ່າງຕໍ່ເນື່ອງ, ແລະ ຄຳໝັ້ນສັນຍາຂອງຄູ່ຮ່ວມພັດທະນາເພື່ອຈັດຕັ້ງປະຕິບັດ ແຜນຍຸດທະສາດແຫ່ງຊາດກ່ຽວກັບ ເຊື້ອຈຸລະຊີບຕ້ານຕໍ່ຢາ ໃນ ສປປ ລາວ ທີ່ໄດ້ຮັບການປັບປຸງ, ເຊິ່ງເປັນການຜັນຂະຫຍາຍຄວາມສໍາເລັດຕໍ່ຈາກ ກອງທຶນ Fleming Fund.
/countries/lao-peoples-democratic-republic/0y7a6725.jpg?sfvrsn=8e46f12a_1&Status=Master)
ທ່ານ ດຣ. ເດວິດ ຣາມີນາສວິລີ, ຜູ້ຕາງໜ້າ ມູນນິທິເມຣິເອີສ໌ ປະຈຳ ສປປ ລາວ, ໄດ້ເນັ້ນໜັກວ່າ ກິດຈະກໍາສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນ ແລະ ການມີສ່ວນຮ່ວມຂອງຊາວໜຸ່ມ ໃນທົ່ວປະເທດ ແມ່ນມີຄວາມສຳຄັນຫຼາຍຕໍ່ກັບການປັບປ່ຽນພຶດຕິກຳທີ່ມີຄວາມຮັບຜິດຊອບ. ເພື່ອຮັບປະກັນຜົນໄດ້ຮັບທີ່ຄາດໄວ້ໃນການຮັບມືກັບ ເຊື້ອຈຸລະຊີບຕ້ານຕໍ່ຢາ, ທ່ານ ດຣ. ເດວິດ ຣາມີນາສວິລີ ໄດ້ຢືນຢັນອີກຄັ້ງວ່າ ມູນນິທິເມຣິເອີສ໌ ມີຄວາມພູມໃຈທີ່ໄດ້ຢືນຢູ່ຄຽງຂ້າງ ສປປ ລາວ ແລະ ຄູ່ຮ່ວມງານໃນການສະໜັບສະໜູນພື້ນຖານທາງວິທະຍາສາດ ແລະ ລະບົບຫ້ອງວິໄຈທີ່ເຂັ້ມແຂງ, ພ້ອມທັງການສ້າງເຄືອຂ່າຍການເຝົ້າລະວັງ ແລະ ການແລກປ່ຽນຄວາມຮູ້ໃນທົ່ວຂະແໜງສຸຂະພາບຄົນ, ສັດ ແລະ ສິ່ງແວດລ້ອມ. ໂດຍການລົງທຶນໃນວິທະຍາສາດ, ການຝຶກອົບຮົມ, ແລະ ການຮ່ວມມື, ຊຸມຊົນຈະໄດ້ຮັບການປົກປ້ອງທີ່ດີຂຶ້ນ ແລະ ຢາປິ່ນປົວພະຍາດຈະຍັງຄົງມີປະສິດທິພາບສຳລັບຄົນລຸ້ນຫຼັງ. ແນວທາງສຸຂະພາບໜຶ່ງດຽວ ບໍ່ພຽງແຕ່ເປັນຫຼັກການເທົ່ານັ້ນ - ມັນເປັນເສັ້ນທາງໄປສູ່ການປົກປ້ອງສຸຂະພາບ, ຄວາມໝັ້ນຄົງດ້ານສະບຽງອາຫານ, ແລະ ການພັດທະນາທີ່ຍືນຍົງ.
ສປປ ລາວ ໄດ້ພິສູດໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ມີຕໍ່ແນວທາງສຸຂະພາບໜຶ່ງດຽວ. ການຮ່ວມມືລະຫວ່າງກະຊວງສາທາລະນະສຸກ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແມ່ນຫຼັກຖານທີ່ສໍາຄັນ ກ່ຽວກັບ ຫຼັກການສຸຂະພາບໜຶ່ງດຽວ ໃນການແກ້ໄຂສິ່ງທ້າທາຍ ແລະ ຜົນກະທົບຕ່າງໆຂອງ ເຊື້ອຈຸລະຊີບຕ້ານຕໍ່ຢາ ຕໍ່ກັບ ສາທາລະນະສຸກ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ. ການສ້າງຕັ້ງຄະນະກຳມະການ ຄວບຄຸມເຊື້ອຈຸລະຊີບຕ້ານຕໍ່ຢາ ໂດຍມີຫຼາຍຂະແໜງການ ແລະ ຄວາມກ້າວໜ້າຂອງແຜນຍຸດທະສາດແຫ່ງຊາດກ່ຽວກັບ ເຊື້ອຈຸລະຊີບຕ້ານຕໍ່ຢາ (2026-2030) ແມ່ນໝາກຜົນທີ່ໄດ້ຮັບຈາກຕົວແບບດັ່ງກ່າວ.
ທ່ານນາງ ຄະຍອງ-ມີ ຄິມ, ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ, ໄດ້ເນັ້ນໜັກວ່າ ເຊື້ອຈຸລະຊີບຕ້ານຕໍ່ຢາ ແມ່ນການລະບາດທີ່ມິດງຽບ ແລະ ມັນເປັນວິກິດການທີ່ເກີດຂຶ້ນໃນເງົາມືດ, ແຕ່ຜົນກະທົບຂອງມັນມີຄວາມຮຸນແຮງທຽບເທົ່າກັບການປ່ຽນແປງຂອງດິນຟ້າອາກາດ. ເນື່ອງຈາກອາຫານ ແລະ ກະສິກຳເປັນຈຸດໃຈກາງຂອງສິ່ງທ້າທາຍທາງດ້ານ ເຊື້ອຈຸລະຊີບຕ້ານຕໍ່ຢາ, ອົງການ FAO ມີຄວາມພູມໃຈທີ່ໄດ້ສະໜັບສະໜູນ ສປປ ລາວ ໃນການສ້າງລະບົບສະບຽງອາຫານທີ່ທົນທານ ເຊິ່ງຫຼຸດຜ່ອນການເພິ່ງພາຢາຕ້ານເຊື້ອໃນການກະສິກຳ, ການສັດລ້ຽງ ແລະ ການລ້ຽງສັດນ້ຳ; ສົ່ງເສີມຄວາມປອດໄພທາງຊີວະພາບ, ສຸຂະອະນາໄມທີ່ດີ ແລະ ການຈັດຕັ້ງປະຕິບັດກະສິກຳທີ່ດີ; ຈັດຕັ້ງປະຕິບັດການເຝົ້າລະວັງ ເຊື້ອຈຸລະຊີບຕ້ານຕໍ່ຢາ ຢ່າງຕັ້ງໜ້າ ຢູ່ໃນຂະແໜງການລ້ຽງສັດ ແລະ ການລ້ຽງສັດນ້ຳ; ປັບປຸງຫ້ອງວິໄຈ ແລະ ເສີມສ້າງຄວາມສາມາດດ້ານການວິໄຈ; ແລະ ປົກປ້ອງຊີວິດການເປັນຢູ່ ພ້ອມທັງ ການຮັບປະກັນການຜະລິດທີ່ດີຂຶ້ນ, ໂພຊະນາການທີ່ດີຂຶ້ນ, ສິ່ງແວດລ້ອມທີ່ດີຂຶ້ນ ແລະ ຊີວິດທີ່ດີຂຶ້ນສຳລັບທຸກຄົນ. ທ່ານນາງ ຄະຍອງ-ມີ ຄິມ ຍັງໄດ້ຮຽກຮ້ອງການມີສ່ວນຮ່ວມ ແລະ ຄຳໝັ້ນສັນຍາຮ່ວມກັນ ຈາກທຸກຂະແໜງການເພື່ອຮັບມືກັບສິ່ງທ້າທາຍ ແລະ ໃຊ້ມາດຕະການທີ່ເຂັ້ມແຂງ ແລະ ເດັດຂາດຫຼາຍຂຶ້ນ ເພື່ອຮັບມືກັບ ເຊື້ອຈຸລະຊີບຕ້ານຕໍ່ຢາ ແລະ ໄພຂົ່ມຂູ່ທີ່ເພີ່ມຂຶ້ນ. ທ່ານນາງ ຄະຍອງ-ມີ ຄິມ ຍັງໄດ້ຮັບປະກັນວ່າ ອາຫານທີ່ປອດໄພ ແລະ ສິ່ງແວດລ້ອມທີ່ອຸດົມສົມບູນຈະຍັງຄົງຢູ່ກັບຄົນລຸ້ນຫຼັງສືບຕໍ່ໄປ ຖ້າພວກເຮົາຮ່ວມມືກັນ.
ຕະຫຼອດໜຶ່ງອາທິດ, ສປປ ລາວ ຈະເປັນເຈົ້າພາບຈັດການໂຄສະນາສ້າງຄວາມຮັບຮູ້ໃນຊຸມຊົນ, ກອງປະຊຸມດ້ານວິຊາການ, ການເຜີຍແຜ່ຂໍ້ມູນໃນໂຮງຮຽນ, ແລະ ການສົນທະນາຜ່ານສື່ມວນຊົນ ເພື່ອເນັ້ນໃຫ້ເຫັນເຖິງຄວາມສ່ຽງຂອງ ເຊື້ອຈຸລະຊີບຕ້ານຕໍ່ຢາ ແລະ ສົ່ງເສີມແນວທາງການແກ້ໄຂທີ່ສາມາດປະຕິບັດໄດ້ຈິງ. ກິດຈະກໍາຕ່າງໆທີ່ນຳພາໂດຍຊາວໜຸ່ມ, ລວມທັງການໂຕ້ວາທີ ແລະ ການແຂ່ງຂັນສິລະປະ, ໄດ້ຈັດຂຶ້ນເພື່ອຊຸກຍູ້ໃຫ້ເກີດການມີສ່ວນຮ່ວມກັບຄົນລຸ້ນຕໍ່ໄປໃນການປົກປ້ອງອະນາຄົດຂອງຢາປິ່ນປົວພະຍາດ. ກິດຈະກຳເຫຼົ່ານີ້ແມ່ນສ່ວນໜຶ່ງຂອງ ແຜນຍຸດທະສາດແຫ່ງຊາດກ່ຽວກັບ ເຊື້ອຈຸລະຊີບຕ້ານຕໍ່ຢາ (2026-2030) ຂອງປະເທດ, ເຊິ່ງສອດຄ່ອງກັບຍຸດທະສາດສາກົນ ທີ່ນຳພາໂດຍ ອົງການຈັດຕັ້ງສີ່ຝ່າຍ (ອົງການ FAO, ອົງການ WHO, ອົງການສຸຂະພາບສັດສາກົນ (WOAH), ແລະ ອົງການສິ່ງແວດລ້ອມ ແຫ່ງ ສະຫະປະຊາຊາດ (UNEP)).
/countries/lao-peoples-democratic-republic/0y7a6933.jpg?sfvrsn=1597d89b_1&Status=Master)