ໃນຫຼາຍປີທີ່ຜ່ານມາ, ຂ່າວປອມ ແລະ ຂ່າວລືຕ່າງໆ ເປັນອຸປະສັກຕໍ່ການເພີ່ມອັດຕາການສັກວັກຊີນກັນພະຍາດໂຄວິດ-19 ແລະ ຍັງເຮັດໃຫ້ປະຊາຊົນລາວສູນເສຍຄວາມໄວ້ວາງໃຈຕໍ່ປະສິດທິພາບ ແລະ ຄວາມປອດໄພຂອງວັກຊີນ.
ດັ່ງນັ້ນ, ການຕິດຕາມຫາງສຽງສັງຄົມ ຈຶ່ງເປັນວິທີສຳຄັນທີ່ຈະເຮັດໃຫ້ເຮົາເຂົ້າໃຈ ກ່ຽວກັບ ຄວາມກັງວົນຕ່າງໆຂອງສັງຄົມຕໍ່ກັບວັກຊີນ,ສາມາດປະກອບສ່ວນໃນການຈໍາກັດການແຜ່ລາມຂອງຂ່າວປອມ, ພ້ອມທັງຊ່ວຍປັບປຸງການສື່ສານລະຫວ່າງພະນັກງານສາທາລະນະສຸກ ເເລະ ປະຊາຊົນ ອີກດ້ວຍ.
ໃນເດືອນກຸມພາ 2023, ໄດ້ມີການຈັດຝຶກອົບຮົມ ກ່ຽວກັບ ການຕິດຕາມຫາງສຽງສັງຄົມ ໃຫ້ແກ່ພະນັກງານສາທາລະນະສຸກທັງຂັ້ນສູນກາງ ແລະ ຂັ້ນແຂວງ ລວມທັງສື່ມວນຊົນ ແລະ ອົງການຈັດຕັ້ງມະຫາຊົນ ເພື່ອເຮັດໃຫ້ເຂົາເຈົ້າສາມາດຕິດຕາມ ແລະ ຕອບໂຕ້ຂ່າວປອມກ່ຽວກັບພະຍາດໂຄວິດ-19, ສະໜັບສະໜູນວຽກງານສັກວັກຊີນ ເເລະ ປະກອບສ່ວນແກ້ໄຂບັນຫາສາທາລະນະສຸກອື່ນໆ. ການຝຶກອົບຮົມໄດ້ມີຕາງໜ້າພະນັກງານສາທາລະນະສຸກຈາກທຸກແຂວງທົ່ວປະເທດເຂົ້າຮ່ວມ, ເຊິ່ງການຝຶກອົບຮົມດັ່ງກ່າວ ໄດ້ຈັດຢູ່ 3 ແຂວງຄື: ແຂວງສະຫວັນນະເຂດ, ແຂວງວຽງຈັນ (ວັງວຽງ) ແລະ ແຂວງຊຽງຂວາງ.
ທ່ານ ວິສິດ ຄຳລືຊາ, ຫົວໜ້າ ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ການຕິດຕາມຫາງສຽງສັງຄົມ ເເມ່ນການຮັບຟັງຄໍາຄິດເຫັນຂອງປະຊາຊົນ. ໃນຂະນະທີ່ພວກເຮົາພວມແກ້ໄຂບັນຫາຄວາມລັງເລໃນການຮັບວັກຊີນ ແລະ ສິ່ງທ້າທາຍດ້ານສາທາລະນະສຸກອື່ນໆນັ້ນ, ວຽກງານຕິດຕາມຫາງສຽງສັງຄົມ ແມ່ນມີຄວາມສໍາຄັນຫຼາຍເປັນພິເສດ ເພາະວ່າມັນເເມ່ນການປັບປຸງວິທີທີ່ພວກເຮົາສື່ສານກັບປະຊາຊົນ ແລະ ຕອບສະໜອງຄວາມຕ້ອງການ ເເລະ ຄວາມກັງວົນຂອງເຂົາເຈົ້າໃຫ້ໄດ້ດີຂຶ້ນ."
ການຝຶກອົບຮົມດັ່ງກ່າວ ໄດ້ກວມເອົາເຕັກນິກໃນການຕິດຕາມຫາງສຽງສັງຄົມທັງແບບອອນລາຍ ແລະ ອອຟລາຍ, ການຝຶກການປະເມີນຄຳຄິດເຫັນຕ່າງໆຂອງສັງຄົມ ເພື່ອທຳຄວາມເຂົ້່າໃຈ ກ່ຽວກັບ ທ່າອ່ຽງ ແລະ ແລະ ການສົນທະນາ ກ່ຽວກັບຫົວຂໍ້ສະເພາະໃດໜຶ່ງ, ພ້ອມທັງວິທີການໃໝ່ໆໃນການອອກແບບເນື້ອໃນຂ່າວສານ ເເລະ ການເຮັດບົດຝຶກຫັດການຈໍາລອງເຫດການການສະແດງຄຳຄິດເຫັນຂອງສັງຄົມ, ການແກ້ໄຂຂ່າວລື ແລະ ຂ່າວປອມຕ່າງໆ. ນອກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ ກ່ຽວກັບ ລະບົບກະດານຂ່າວອອນລາຍເເບບໃໝ່ ສໍາລັບວຽກງານຕິດຕາມຫາງສຽງສັງຄົມ ເຊິ່ງຈະເປັນເຄື່ອງມືເເບບໃໝ່ສໍາລັບວຽກງານດັ່ງກ່າວ ເເລະ ຈະຊ່ວຍເຮັດໃຫ້ການຮວບຮວມຂໍ້ມູນອອນລາຍມີປະສິດທິພາບຫຼາຍຂຶ້ນ.
ທ່ານ ເກວາງ ໄຊຕາມ, ຜູ້ເຂົ້າຮ່ວມຈາກພະແນກສາທາລະນະສຸກແຂວງໄຊສົມບູນ, ໄດ້ກ່າວວ່າ: “ນັບຕັ້ງແຕ່ການລະບາດຂອງພະຍາດໂຄວິດ-19, ແຂວງໄຊສົມບູນກໍໄດ້ປະຕິບັດວຽກງານຕິດຕາມຫາງສຽງສັງຄົມມາເປັນປະຈຳ ເເຕ່ການທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມການອົບຮົມໃນຄັ້ງນີ້ ໄດ້ຊ່ວຍໃຫ້ຂ້າພະເຈົ້າເຂົ້າໃຈຫຼາຍຂຶ້ນ ກ່ຽວກັບວຽກງານນີ້. ຂ້າພະເຈົ້າຈະນຳໃຊ້ບົດຮຽນທີ່ໄດ້ຖອດຖອນຈາກການຝຶກອົບຮົມ ເພື່ອຊ່ວຍແຂວງຂ້າພະເຈົ້າໃນການວາງແຜນກິດຈະກໍາ ເເລະ ບຸລິມະສິດສໍາລັບປີ 2023 ເພື່ອສ້າງຄວາມເຊື່ອໝັ້ນໃນວັກຊີນໃຫ້ຫຼາຍຂຶ້ນ."
ການຝຶກອົບຮົມຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໂດຍສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ, ອົງການຢູນິເຊັບ ແລະ ອົງການອະນາໄມໂລກ. ອົງການອະນາໄມໂລກໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ ເຊິ່ງເປັນສ່ວນໜຶ່ງຂອງການຮ່ວມມືລະຫວ່າງສະຫະພາບເອີຣົບ ແລະ ອົງການອະນາໄມໂລກ ໃນການສົ່ງເສີມສຸຂະພາບໃນ ສປປ ລາວ ແລະ ການຕິດຕາມພະຍາດໂຄວິດ-19, ລວມທັງການສະໜັບສະໜູນວຽກງານການວິເຄາະ ແລະ ການເຝົ້າລະວັງພະຍາດ, ການຕອບໂຕ້ເຫດການສຸກເສີນດ້ານສາທາລະນະສຸກ, ການປັບປຸງການຄຸ້ມຄອງການປິ່ນປົວ, ການປ້ອງກັນ ແລະ ການຄວບຄຸມການຕິດເຊື້ອ, ການປັບປຸງນໍ້າ, ສຸຂາພິບານ ແລະ ສຸຂະອະນາໄມ ລວມທັງການຊ່ວຍເຫຼືອໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ອີກດ້ວຍ..
ອົງການຢູນິເຊັບ ໄດ້ຮັບການສະໜັບສະໜູນ ໂດຍການຊ່ວຍເຫຼືອຂອງລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID) . ທະນາຄານໂລກ ແມ່ນສະໜັບສະໜູນການຈັດຝຶກອົບຮົມດັ່ງກ່າວ.