ອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ໄດ້ມີການແຈ້ງ ກ່ຽວກັບບາດກ້າວອັນສຳຄັນໃນການລົບລ້າງພະຍາດໃບໄມ້ໃນເລືອດ ໃນ ສປປ ລາວ ເຊິ່ງກອງທຶນພັດທະນາສາກົນ ແລະ ການຮ່ວມມືພາກໃຕ້ ຂອງ ສປ ຈີນ (GDF) ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC) ໄດ້ສະໜັບສະໜູນເປັນງົບປະມານ 1.18 ລ້ານ ໂດລາສະຫະລັດ ເປັນເວລາ 2 ປີ ເພື່ອຊຸກຍູ້ວຽກງານການລົບລ້າງພະຍາດດັ່ງກ່າວ.
ພະຍາດໃບໄມ້ໃນເລືອດ ເປັນພະຍາດທີ່ມີຫອຍເປັນໂຕກາງສົ່ງເຊື້ອ ເຊິ່ງອາໄສໃນນ້ຳຂອງ. ພະຍາດໃບໄມ້ໃນເລືອດ ສົ່ງຜົນກະທົບຕໍ່ຄົນເກືອບ 240 ລ້ານຄົນໃນທົ່ວໂລກ ແລະ ພະຍາດດັ່ງກ່າວ ຍັງຄົງເປັນບັນຫາດ້ານສາທາລະນະສຸກຂອງ ສປປ ລາວ ເຊິ່ງສົ່ງຜົນກະທົບຕໍ່ປະຊາຊົນ 120 000 ຄົນ ເຊິ່ງອາໄສຢູ່ 202 ບ້ານ ໃນເມືອງໂຂງ ແລະ ເມືອງມູນລະປາໂມກ, ແຂວງຈຳປາສັກ. ໃນນັ້ນ, ເດັກທີ່ຢູ່ໃນເກນອາຍຸເຂົ້າຮຽນ ຖືເປັນກຸ່ມທີ່ມີຄວາມສ່ຽງສູງ ເປັນພິເສດ. ພະຍາດດັ່ງກ່າວ ຖ້າບໍ່ໄດ້ຮັບການປິ່ນປົວ ອາດພາໃຫ້ມີອາການເຈັບທ້ອງ, ຕັບໃຫຍ່, ຖ່າຍອອກເລືອດ, ຫຼຸລູກ, ເປັນໝັນ ຫຼື ເປັນມະເຮັງພົກຍ່ຽວ.
ທ່ານ ສາດສະດາຈານ ກິດຕິມະສັກ ປະລິນຍາເອກ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ພະຍາດໃບໄມ້ໃນເລືອດ ຖືເປັນບັນຫາສຸຂະພາບທີ່ແກ່ຍາວມາເປັນເວລາຫຼາຍປີແລ້ວ. ຜ່ານມາ, ຂະແໜງສາທາລະນະສຸກຂອງພວກເຮົາກໍໄດ້ສຸມໃສ່ເພື່ອຫຼຸດຜ່ອນການໄດ້ຮັບເຊື້ອພະຍາດໃບໄມ້ໃນເລືອດ ແລະ ກ້າວໄປສູ່ການລົບລ້າງພະຍາດດັ່ງກ່າວ. ແຕ່ພະຍາດດັ່ງກ່າວ ກໍຍັງສົ່ງຜົນກະທົບຕໍ່ປະຊາຊົນຫຼາຍພັນຄົນ ໂດຍສະເພາະ ເດັກນ້ອຍ. ດັ່ງນັ້ນ, ການຮ່ວມມື ແລະ ການຊ່ວຍເຫຼືອຄັ້ງນີ້ ຈະເພີ່ມຂີດຄວາມສາມາດ ແລະ ຊ່ວຍໃຫ້ເຮົາຈັດຕັ້ງປະຕິບັດມາດຕະການຄວບຄຸມພະຍາດດັ່ງກ່າວ ຈົນກ້າວໄປເຖິງການລົບລ້າງໄດ້.”
ງົບປະມານ ຈໍານວນ US$680 263 ຈາກກອງທຶນພັດທະນາສາກົນ ແລະ ການຮ່ວມມືພາກໃຕ້ ຂອງ ສປ ຈີນ ແລະ ອົົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ ຈໍານວນ US$500 590 ແມ່ນຈະນໍາໃຊ້ເຂົ້າໃນຫຼາຍໆກິດຈະກໍາທີ່ມີຈຸດປະສົງຕັດວົງຈອນການສົ່ງເຊື້ອພະຍາດ ເພື່ອກ້າວໄປສູ່ ການບໍ່ມີກໍລະນີຕິດເຊື້ອໃໝ່ໃນຄົນ, ສັດ ແລະ ຫອຍ.
ໂດຍການຮ່ວມມືກັນລະຫວ່າງ ກະຊວງສາທາລະນະສຸກຂອງ ສປປ ລາວ ແລະ ກໍາປູເຈຍ, ສະຖາບັນພະຍາດກາຝາກຂອງ ສປ ຈີນ ແລະ ສະຖາບັນສາທາລະນະສຸກ ແລະ ພະຍາດເຂດຮ້ອນຂອງປະເທດສະວິດເຊີແລນ ໃນການຈັດຕັ້ງປະຕິບັດກິດຈະກໍາ ເຊັ່ນ: ປັບປຸງ ແລະ ຈັດຕັ້ງປະຕິບັດແຜນປະຕິບັດງານໃນການລົບລ້າງພະຍາດໃບໄມ້ໃນເລືອດແຕ່ປີ 2025-2035, ການຢາຍຢາປິ່ນປົວທົ່ວປວງຊົນ, ການໃຫ້ສຸຂະສຶກສາກ່ຽວກັບຄວາມອັນຕະລາຍ ແລະ ວິທີປ້ອງກັນພະຍາດ, ການເພີ່ມຄວາມເຂັ້ມແຂງ ກ່ຽວກັບວຽກງານເຝົ້າລະວັງ ແລະ ບົ່ງມະຕິທາງດ້ານຫ້ອງວິເຄາະ, ແລະ ປັບປຸງການເຂົ້າເຖິງນໍ້າສະອາດ ແລະ ສຸຂະອະນາໄມໃນບ້ານທີ່ມີການຕິດເຊື້ອ ເພື່ອຫຼຸດຜ່ອນການສົ່ງເຊື້ອພະຍາດ.
ສິ່ງທີ່ສໍາຄັນທີ່ສຸດ, ຄວາມພະຍາຍາມໃນການລົບລ້າງພະຍາດໃບໄມ້ໃນເລືອດ ແມ່ນຈະໄດ້ຖືກຈັດຕັ້ງປະຕິບັດຮ່ວມກັນກັບປະເທດກໍາປູເຈຍ ບ່ອນທີ່ມີຊາຍແດນທີ່ມີການຕິດເຊື້ອຮ່ວມກັນ. ບັນດາກິດຈະກໍາ ແມ່ນຈະໄດ້ຈັດຕັ້ງປະຕິບັດຄືກັນ ເຊັ່ນ: ການເຝົ້າລະວັງພະຍາດ, ການຢາຍຢາປິ່ນປົວທົ່ວປວງຊົນ ແລະ ການປັບປຸງນໍ້າ ແລະ ສຸຂາພິບານ, ບັນດາຂໍ້ມູນ ແລະ ປະສົບການຈາກການຈັດຕັ້ງປະຕິບັດ ແມ່ນຈະໄດ້ມີການແລກປ່ຽນກັນເປັນປະຈໍາ.
ດຣ ທິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ພະຍາດໃບໄມ້ໃນເລືອດ ແມ່ນເປັນພະຍາດທີ່ສົ່ງຜົນກະທົບທາງດ້ານສຸຂະພາບ ແລະ ເປັນໜຶ່ງໃນພະຍາດທີ່ກໍາລັງຈະກ້າວໄປສູ່ການລົບລ້າງ. ການລົງທຶນ ແລະ ມີຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງ ແມ່ນໄດ້ເຮັດໃຫ້ອັດຕາການຕິດເຊື້ອຕໍ່າກວ່າ 1% ໃນຂົງເຂດທີ່ມີການຕິດເຊື້ອ. ແຕ່ເດັກນ້ອຍ ແລະ ຜູ້ໃຫຍ່ ແມ່ນຍັງມີຄວາມສ່ຽງຕໍ່ການຕິດເຊື້ອ ເນື່ອງຈາກວ່າ ສຸຂະອະນາໄມບໍ່ດີ, ເດັກ ແລະ ຜູ້ໃຫຍ່ມັກຫຼິ້ນຢູ່ທາງນອກ, ອາຊີບກະສິກໍາ ຫຼື ເຮັດກິດຈະກໍາທີ່ກ່ຽວຂ້ອງກັບຄວາມສ່ຽງຕໍ່ການຕິດເຊື້ອ. ດັ່ງນັ້ນ, ມັນຈຶ່ງເຮັດໃຫ້ແຜ່ກະຈາຍຂອງເຊື້ອພະຍາດຍັງຄົງມີຢູ່.”
ທ່ານ ນາງ ຟາງ ຫົງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ເນັ້ນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ສປ ຈີນ ໃນການສະໜັບສະໜູນວຽກງານສາທາລະນະສຸກໃນທົ່ວໂລກ ແລະ ຊຸກຍູ້ການພັດທະນາແບບຍືນຍົງ ເຊິ່ງເພິ່ນໄດ້ກ່າວວ່າ: “ສປ ຈີນ ແມ່ນມີຄວາມພາກພູມໃຈທີ່ໄດ້ປະກອບສ່ວນເຂົ້າໃນການລົບລ້າງພະຍາດໃບໄມ້ໃນເລືອດໃນ ສປປ ລາວໂດຍຜ່ານການສະໜັບສະໜູນຈາກກອງທຶນພັດທະນາສາກົນ ແລະ ການຮ່ວມມືພາກໃຕ້ ຂອງ ສປ ຈີນ. ໂຄງການດັ່ງກ່າວ ບໍ່ພຽງແຕ່ສຸມໃສ່ການປ້ອງກັນພະຍາດເທົ່ານັ້ນ ແຕ່ຍັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ຊຸກຍູ້ການພັດທະນາໃນຊຸມຊົນ ອີກດ້ວຍ. ທາງ ສປ ຈີນ ມີຄວາມພ້ອມທີ່ຈະຮ່ວມມືກັບ ສປປ ລາວ ແລະ ຄູ່ຮ່ວມພັດທະນາພາກສ່ວນອື່ນ ເພື່ອສ້າງອະນາຄົດທີ່ທຸກຄົນມີສຸຂະພາບດີຂຶ້ນ ແລະ ມີຄວາມຈະເລີນຮຸ່ງເຮືອງ ໂດຍການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.”
ທ່ານ ຈ່ອງ-ກາບຼີແຢຣ ດຸສ, ຜູ້ອຳນວຍການພາກພື້ນຂົງເຂດແມ່ນ້ຳຂອງ ອົົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ ໄດ້ກ່າວວ່າ: “ປະເທດສະວິດເຊີແລນ ແມ່ນມີຄວາມຍິນດີທີ່ໄດ້ເປັນສ່ວນໜຶ່ງໃນການຮ່ວມມືໃນຄັ້ງນີ້ ເພື່ອສຸມໃສ່ການລົບລ້າງພະຍາດດັ່ງກ່າວໃຫ້ໝົດໄປຈາກພາກພື້ນແມ່ນ້ຳຂອງ. ການປະກອບສ່ວນຄັ້ງນີ້ຖືວ່າເປັນຫຼາຍກວ່າການສະໜັບສະໜູນທາງດ້ານງົບປະມານ ເພາະວ່າເປັນການຮ່ວມມື ແລະ ລະດົມການຊ່ວຍເຫຼືອຈາກຊ່ຽວຊານຈາກສະວິດເຊີແລນ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນທີ່ອາໄສຢູ່ຕາມຂົງເຂດແມ່ນ້ຳຂອງ.”
ເຖິງແມ່ນວ່າ ຈະມີຄວາມຄືບໜ້າຫຼາຍໃນການລົບລ້າງພະຍາດໃບໄມ້ໃນເລືອດໃນ ສປປ ລາວ ແຕ່ການເຄື່ອນຍ້າຍຂອງປະຊາກອນທີ່ຕິດເຊື້ອໄປຍັງສະຖານທີ່ໃໝ່, ການຂະຫຍາຍຕົວທາງດ້ານການທ່ອງທ່ຽວອະນຸຮັກ ແມ່ນກໍາລັງພາໃຫ້ຈໍານວນຕົວເລກຂອງຜູ້ທີ່ຕິດເຊື້ອເພີ່ມຂຶ້ນໃນກຸ່ມນັກທ່ອງທ່ຽວ. ການລົງທຶນເພີ່ມເຕີມເຂົ້າໃນບັນດາກິດຈະກໍາລົບລ້າງພະຍາດ ແມ່ນຈະຊ່ວຍສະໜັບສະໜູບບໍ່ໃຫ້ມີກໍລະນີຕິດເຊື້ອໃໝ່ໃນຄົນ, ສັດ ແລະ ຫອຍ.
ໂດຍລວມແລ້ວ, ສປປ ລາວ ແມ່ນສືບຕໍ່ຄວາມພະຍາຍາມທີ່ສໍາຄັນໃນການລົບລ້າງບັນດາພະຍາດຕິດຕໍ່ອື່ນໆ. ໃນປີ 2017, ສປປ ລາວ ໄດ້ປະກາດລົບລ້າງພະຍາດຕາສານ. ໃນປີ 2023, ສປປ ລາວ ໄດ້ປະກາດລົບລ້າງພະຍາດຂາຊ້າງ. ໃນຂະນະດຽວກັນ, ຈໍານວນຕິດເຊື້ອພະຍາດໄຂ້ມາລາເຣຍ ແມ່ນໄດ້ຫຼຸດລົງຈາກຫຼາຍແສນກໍລະນີໃນຊຸມປີ 1990 ມາເປັນໜ້ອຍກວ່າ 500 ກໍລະນີ ໃນປີ 2024.