ມື້ນີ້, ກະຊວງສາທາລະນະສຸກ ໄດ້ມີການເປີດຂະບວນການທົດລອງນຳໃຊ້ລະບົບສົ່ງຂໍ້ຄວາມແຈ້ງເຕືອນຜູ້ປົກຄອງໃຫ້ພາລູກຫຼານທີ່ອາຍຸໄດ້ 1 ປີເຕັມ ມາຮັບວັກຊີນກັນພະຍາດ ເຊິ່ງຂະບວນການດັ່ງກ່າວຈະດຳເນີນເປັນໄລຍະເວລາ 1 ປີ. ຂະບວນການທົດລອງນຳໃຊ້ຂໍ້ຄວາມແຈ້ງເຕືອນນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ, ລັດຖະບານອົດສະຕຣາລີ ແລະ ອົງການກາວີ ພັນທະມິດວັກຊີນ ເຊິ່ງມີເປົ້າໝາຍໃນການເພີ່ມອັດຕາການສັກວັກຊີນປ້ອງກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ແລະ ໂປລີໂອ ໂດຍການສົ່ງຂໍ້ຄວາມເຕືອນຜູ້ປົກຄອງຜ່ານທາງໂທລະສັບມືຖືຂອງເຂົາເຈົ້າໂດຍກົງ.
ຂະບວນການດັ່ງກ່າວ ແມ່ນນຳພາໂດຍໂຄງການສັກຢາກັນພະຍາດແຫ່ງຊາດ ແລະ ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ, ກະຊວງສາທາລະນະສຸກ. ການສົ່ງຂໍ້ຄວາມແຈ້ງເຕືອນດັ່ງກ່າວ ແມ່ນອີງໃສ່ຂໍ້ມູນຈາກລະບົບບັນທຶກການຮັບວັກຊີນກັນພະຍາດລາຍບຸກຄົນ (EIR) ເຊິ່ງເປັນຖານຂໍ້ມູນ ກ່ຽວກັບວຽກງານການຮັບວັກຊີນທົ່ວປະເທດ ທີ່ໄດ້ລິເລິ່ມສ້າງຂຶ້ນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາ. ຄັ້ງນີ້ ເປັນຄັ້ງທຳອິດທີ່ຂໍ້ມູນໃນລະບົບບັນທຶກການໃຫ້ວັກຊີນກັນພະຍາດລາຍບຸກຄົນນີ້ ໄດ້ຖືກນຳໃຊ້ ເພື່ອສົ່ງຂໍ້ຄວາມແຈ້ງເຕືອນຜູ້ປົກຄອງ.
ທ່ານ ດຣ ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ກຽດກ່າວຄຳເຫັນວ່າ: “ວັກຊີນເຫຼົ່ານີ້ ມີຄວາມຈຳເປັນຢ່າງຍິ່ງໃນການປົກປ້ອງລູກຫຼານ ແລະ ສຸຂະພາບຂອງປະຊາຊົນທຸກຄົນ. ໃນຂະບວນການຄັ້ງນີ້ ມີການເຊື່ອມສານເຕັກໂນໂລຊີທັນສະໄໝເຂົ້າຊ່ວຍ, ພວກເຮົາມີເປົ້າໝາຍເພີ່ມອັດຕາປົກຄຸມການໃຫ້ວັກຊີນກັນພະຍາດ ເພື່ອຮັບປະກັນວ່າ ເດັກໄດ້ຮັບປົກປ້ອງຈາກບັນດາພະຍາດອັນຕະລາຍທີ່ປ້ອງກັນໄດ້ດ້ວຍວັກຊີນ ເນື່ອງຈາກຜ່ານມາ ເຫັນວ່າອັດຕາການກັບມາຮັບວັກຊີນຫຼຸດລົງເມື່ອເດັກອາຍຸຫຼາຍຂຶ້ນ. ຂະບວນການນີ້ ເຖິງວ່າຈະເປັນພຽງບາດກ້າວທຳອິດ ແຕ່ຖືເປັນບາດກ້າວທີ່ໜັກແໜ້ນ ເຊິ່ງຂ້າພະເຈົ້າຂໍຊົມເຊີຍທີມງານທັງຈາກກະຊວງສາທາລະນະສຸກ ແລະ ບັນດາຄູ່ຮ່ວມພັດທະນາ ທີ່ເອົາໃຈໃສ່ ແລະ ສະໜັບສະໜູນວຽກງານອັນສຳຄັນນີ້.”
ໃນ ສປປ ລາວ, ເດັກທີ່ອາຍຸໄດ້ 1 ປີເຕັມ ແມ່ນແນະນຳໃຫ້ສັກວັກຊີນ 2 ເຂັມ ກໍຄື ວັກຊີນປ້ອງກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ເຂັມທີ 2 ແລະ ວັກຊີນປ້ອງກັນພະຍາດໂປລີໂອ ໂດສ໌ທີ 2.
ທ່ານ ນາງ ເບນິຕ້າ ຊຳເມີວິວ, ຮອງເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ປະເທດອົດສະຕຣາລີ ມີຄວາມມຸ່ງໝັ້ນໃນການສະໜັບສະໜູນ ສປປ ລາວ ໃນວຽກງານການຍົກສູງສຸຂະພາບ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ດີຂອງປະຊາຊົນລາວ. ຂະບວນການທົດລອງການສົ່ງຂໍ້ຄວາມແຈ້ງເຕືອນນີ້ ຖືເປັນຕົວຢ່າງທີ່ດີອັນໜຶ່ງຂອງການນຳໃຊ້ເຕັກໂນໂລຊີ ເພື່ອສົ່ງເສີມວຽກງານການສັກວັກຊີນ ແລະ ປົກປ້ອງເດັກຈາກບັນດາພະຍາດທີ່ອັນຕະລາຍ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງ ສປປ ລາວ ໃນການຮັບປະກັນໃຫ້ເດັກທຸກຄົນເຕີບໃຫຍ່ມາມີສຸຂະພາບແຂງແຮງຕາມທີ່ສົມຄວນໄດ້ຮັບ.”
ຂະບວນການທົດລອງດັ່ງກ່າວ ແມ່ນກວມເອົາເຂດຕົວເມືອງທົ່ວປະເທດ ເຊິ່ງຄາດວ່າຈະສາມາດສົ່ງຂໍ້ຄວາມແຈ້ງເຕືອນຜູ້ປົກຄອງຂອງເດັກທີ່ມີອາຍຸ 1 ປີ ໄດ້ເຖິງ 50 000 ຄົນ ໃນໄລຍະ 1 ປີຕໍ່ໜ້າ ໂດຍຈະສົ່ງຂໍ້ຄວາມແຈ້ງໃຫ້ບັນດາຜູ້ປົກຄອງທີ່ໄດ້ແຈ້ງເບີໂທລະສັບໄວ້ໃນຕອນທີ່ພາລູກຫຼານມາຮັບວັກຊີນຄັ້ງທຳອິດ. ໃນຂະນະດຽວກັນ, ແພດໝໍທົ່ວປະເທດກໍຈະເກັບກຳເບີໂທລະສັບກັບຂອງພໍ່ແມ່ຜູ້ປົກຄອງທີ່ພາເດັກມາສັກຢາເປັນເທື່ອທຳອິດ ເພື່ອບັນທຶກເຂົ້າໃນລະບົບບັນທຶກການໃຫ້ວັກຊີນກັນພະຍາດລາຍບຸກຄົນ.
ທ່ານ ດຣ ທິມ ອາມສະຕຣອງ ຈາກອົງການອະນາໄມໂລກ ໄດ້ມີຄຳເຫັນວ່າ: “ອົງການອະນາໄມໂລກ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນຂະບວນການທີ່ມີຄວາມປະດິດສ້າງນີ້. ຜ່ານມາ, ເຮົາໄດ້ເຫັນແລ້ວວ່າການສົ່ງຂໍ້ຄວາມແຈ້ງເຕືອນແບບນີ້ ມີຜົນດີຕໍ່ກັບການເພີ່ມອັດຕາປົກຄຸມການໃຫ້ວັກຊີນກັນພະຍາດ ເພາະເປັນການແຈ້ງເຕືອນພໍ່ແມ່ຜູ້ປົກຄອງທີ່ອາດຈະຄາວຽກ ຫຼື ຍັງບໍ່ທັນເຂົ້າໃຈລະອຽດຕໍ່ຄຳແນະນຳຕ່າງໆ. ຖ້າຂະບວນການນີ້ ໄດ້ຮັບຜົນດີ, ຈະໄດ້ມີການຂະຫຍາຍການຈັດຕັ້ງປະຕິບັດໃຫ້ກວມເອົາການສັກວັກຊີນຊະນິດອື່ນ ແລະ ວຽກງານອື່ນໆອີກ.”
ທ່ານ ບິລາລ ດູຣານີ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ຂະບວນການທົດລອງດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ການແຈ້ງເຕືອນແບບງ່າຍໆ ແລະ ທັນການ ສາມາດປິດຊ່ອງຫວ່າງໃນອັດຕາປົກຄຸມການສັກວັກຊີນກັນພະຍາດ ໂດຍການສະໜອງຂໍ້ມູນອັນຈຳເປັນໃຫ້ແກ່ບັນດາພໍ່ແມ່ຜູ້ປົກຄອງ ເພື່ອຮັບປະກັນໃຫ້ເດັກໄດ້ຮັບການປົກປ້ອງຈາກວັກຊີນຕາມທີ່ເດັກສົມຄວນໄດ້ຮັບ.”
ຂະບວນການທົດລອງການນຳໃຊ້ລະບົບສົ່ງຂໍ້ຄວາມແຈ້ງເຕືອນ ແມ່ນໄດ້ຮັບການສະໜັບສະໜູນໂດຍ ລັດຖະບານອົດສະຕຣາລີ ແລະ ອົງການກາວີ, ພັນທະມິດວັກຊີນ ເຊິ່ງທັງ 2 ພາກສ່ວນ ແມ່ນໄດ້ສະໜັບສະໜູນວຽກງານການສັກວັກຊີນຮອບປົກກະຕິໃນ ສປປ ລາວ ມາເປັນເວລາຍາວນານ.
ການສ້າງລະບົບບັນທຶກການໃຫ້ວັກຊີນກັນພະຍາດລາຍບຸກຄົນ ເລີ່ມຕົົ້ນຂຶ້ນໃນປີ 2022 ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ເລີ່ມນຳໃຊ້ທົ່ວປະເທດໃນປີ 2024 ໂດຍການນຳພາຂອງກະຊວງສາທາລະນະສຸກ ແລະ ສະໜັບສະໜູນໂດຍອົງການອະນາໄມໂລກ, ອົງການຢູນິເຊັບ, ອົງການກາວີ ແລະ ລັດຖະບານຍີ່ປຸ່ນ. ປັດຈຸບັນ, ມີເດັກນ້ອຍ ຫຼາຍກວ່າ 515 000 ຄົນ ທີ່ໄດ້ຮັບວັກຊີນ 1 ເຂັມຂຶ້ນໄປ ແລະ ໄດ້ມີຂໍ້ມູນລົງທະບຽນໃນລະບົບດັ່ງກ່າວ.