© WHO / Dala Soutthichak
© Credits

ກະຊວງສາທາລະນະສຸກນຳສະເໜີຕໍ່ບັນດາຄູ່ຮ່ວມພັດທະນາ ກ່ຽວກັບ ຄວາມຄືບໜ້າຂອງແຜນພັດທະນາຂະແໜງການສາທາລະນະສຸກ ສະບັບໃໝ່

30 September 2025
News release
ນະຄອນຫຼວງວຽງຈັນ, ສປປ ລາວ

ໃນວັນທີ 30 ກັນຍາ 2025, ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມຄະນະປະສານງານຂອງຂະແໜງສາທາລະນະສຸກລະດັບລະດັບຕັດສິນນະໂຍບາຍ (SWG) ຄັ້ງທີ 17, ກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ປະທານຮ່ວມໂດຍ ພະນະທ່ານ ໂຄອິຊຶມິ ຊຶໂຕມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ດຣ ຄຣິສໂຕເຟີ ຟິສແພທຣິກ, ຮອງຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ, ເພື່ອສະຫຼຸບລາຍງານການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX (2021-2025) ແລະ ປຶກສາຫາລື ຮ່າງແຜນພັດທະນາທາລະນະສຸກ 5 ປີ ຄັ້ງທີ X (2026-2030) ແລະ  ໂດຍການເຂົ້າຮ່ວມຂອງບັນດາຄູ່ຮ່ວມພັດທະນາຢ່າງກວ້າງຂວາງ, ເຊິ່ງໄດ້ເປັນໂອກາດໃຫ້ທຸກພາກສ່ວນມີຄວາມເຫັນ ແລະ ເປັນເອກະພາບ ບັນດາບຸລິມະສິດດ້ານສາທາລະນະສຸກທີ່ສຳຄັນ  ແລະ ການປະສານງານເພື່ອສະໜັບສະໜູນ ຊຸກຍູ້ເລັ່ງຄວາມຄືບໜ້າສູ່ການປົກຄຸມສຸຂະພາບທົ່ວປວງຊົນ (UHC) ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ພາຍໃນປະເທດ.

ສປປ ລາວ ໄດ້ມີຜົນງານດ້ານສາທາລະນະສຸກຢ່າງໂດດເດັ່ນໃນຊຸມປີທີ່ຜ່ານມາ, ໂດຍສະເພາະແມ່ນການຍົກສູງວຽກງານສຸຂະພາບແມ່ ແລະ ເດັກ ແລະ ພະຍາດຕິດຕໍ່ ເຊັ່ນ ອັດຕາການເສຍຊີວິດຂອງແມ່ໄດ້ຫຼຸດລົງເຖິງ 81.6% ຕໍ່ການເກີດມີຊິວິດ 100,000 ຄົນ ຈາກປີ 2000 ຫາປີ 2023, ໃນຂະນະທີ່ກໍລະນີພະຍາດໄຂ້ມາລາເຣຍໄດ້ຫຼຸດລົງ 85% ແຕ່ປີ 2022 ເຊິ່ງພາຍໃນປີ 2024 ໄດ້ຫຼຸດລົງເຫຼືອໜ້ອຍກວ່າ 350 ກໍລະນີ.

ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ຄວາມຄືບໜ້າຂອງວຽກງານສາທາລະນະສຸກໃນ ສປປ ລາວ ເປັນຫຼັກຖານຢັ້ງຢືນເຖິງຄວາມມຸ່ງໝັ້ນ ຮ່ວມກັນ ແລະ ຈຸດສຸມຍຸດທະສາດໃນຫຼາຍປີທີ່ຜ່ານມາ ແລະ ມີການຮ່ວມມືຈາກບັນດາຄູ່ຮ່ວມພັດທະນາຫຼາຍພາກສ່ວນ.”

"ກອງປະຊຸມຄັ້ງນີ້ ຊື່ງແມ່ນການມີສ່ວນຮ່ວມຈາກທຸກພາກສ່ວນ ທີ່ລ້ວນແລ້ວແຕ່ມີຄວາມສຳຄັນຕໍ່ວຽກງານສາທາລະນະສຸກ ເພື່ອຮັບປະກັນໃຫ້ພວກເຮົາສືບຕໍ່ສ້າງຜົນງານ ແລະ ຕັ້ງໜ້າແກ້ໄຂສິ່ງທ້າທາຍໃໝ່  ໃນຕໍ່ໜ້າ. ເມື່ອພວກເຮົາເຮັດວຽກຮ່ວມກັນ ຈະສາມາດສ້າງລະບົບສາທາລະນະສຸກທີ່ເຂັ້ມແຂງ, ທົນທານ ແລະ ໃຫ້ປະຊາຊົນເຂົ້າເຖິງໄດ້ຢ່າງເທົ່າທຽມ. ພວກເຮົາມີຄວາມພາກພູມໃຈໃນຄວາມຄືບໜ້າແຜນພັດທະນາສະບັບໃໝ່ ເພື່ອຊີ້ນໍາວຽກງານການຊ່ວຍເຫຼືອໃນຂະແໜງສາທາລະນະສຸກໃນຊຸມປີຂ້າງໜ້າ ແລະ ທັງນີ້ ພວກເຮົາຍັງມີຄວາມພາກພູມໃຈທີ່ໄດ້ເຫັນຄູ່ຮ່ວມງານຈາກຫຼາຍພາກສ່ວນຮ່ວມກັບພວກເຮົາ ໃນການຊຸກຍູ້ໃຫ້ປະຊາຊົນທຸກຄົນມີສຸຂະພາບດີ.”

ທ່ານ ດຣ ຄຣິສໂຕເຟີ ຟິສແພທຣິກ, ຮອງຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: "ການສ້າງແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ X ມີຄວາມສຳຄັນສຳລັບ ສປປ ລາວ. ຜ່ານມາ ໄດ້ມີການປ່ຽນແປງ, ປັບປຸງ, ເອົາຊະນະອຸປະສັກ ແລະ ບັນລຸຄວາມຄືບໜ້າໃນວຽກງານສາທາລະນະສຸກຢ່າງຫຼວງຫຼາຍ ເຊິ່ງສະແດງໃຫ້ເຫັນວ່າ ທຸກຄວາມສຳເລັດມີຄວາມເປັນໄປໄດ້.  ແຕ່ໃນຂະນະດຽວກັນ, ພວກເຮົາກໍຍັງຕ້ອງໄດ້ສືບຕໍ່ໃນການແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ປະກົດຜົນເປັນຈິງ.”

“ເນື່ອງຈາກ ສປປ ລາວ ປະເຊີນກັບບັນຫາການຫຼຸດລົງຂອງການຊ່ວຍເຫຼືອຈາກສາກົນ, ພວກເຮົາຕ້ອງສຸມໃສ່ການນໍາໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ມີປະສິດທິພາບສູງສຸດ ໂດຍສະເພາະເພີ່ມທະວີການເພີ່ມງົບປະມານໃຫ້ແກ່ວຽກງານດ້ານສາທາລະນະສຸກ ໂດຍຜ່ານການເກັບອາກອນສຸຂະພາບ, ປຶກສາຫາລື ແລະ ຈັດບູລິມະສິດໃຫ້ຈະແຈ້ງ ພ້ອມທັງຈັດສັນການມີສ່ວນຮ່ວມຂອງພາກສ່ວນຕ່າງໆໃຫ້ຈະແຈ້ງ ໂດຍອີງໃສ່ຂໍ້ມູນຫຼັກຖານໃນການວາງແຜນ, ຈັດຕັ້ງປະຕິບັດ ແລະ ຕິດຕາມ, ແລະ ເພີ່ມຄວາມຮັບຜິດຊອບຮ່ວມກັນ ໃນການແກ້ໄຂບັນດາສິ່ງທ້າທາຍຕ່າງໆ ໃນຂະແໜງສາທາລະນະສຸກ; ເພີ່ມທະວີຄວາມຄວາມເອົາໃຈໃສ່ກ່ຽວກັບໄພຂົ່ມຂູ່ດ້ານສຸຂະພາບ, ໃນການຮັບມື ແລະ ແກ້ໄຂບັນຫາພະຍາດບໍ່ຕິດຕໍ່ ແລະ ການປ່ຽນແປງດິນຟ້າອາກາດ; ແລະ ບູລິມະສິດປະຊາຊົນຜູ້ທຸກຍາກ ແລະ ດ້ອຍໂອກາດ. ຂົງເຂດເຫຼົ່ານີ້ ແມ່ນມີຄວາມສຳຄັນຢ່າງຍິ່ງໃນການສ້າງລະບົບສາທາລະນະສຸກແບບຍືນຍົງທີ່ສາມາດບັນລຸການປົກຄຸມສຸຂະພາບທົ່ວປວງຊົນ ແລະ ບໍ່ປະຜູ້ໃດໄວ້ຂ້າງຫຼັງ.”

ພະນະທ່ານ ໂຄອິຊຶມິ ຊຶໂຕມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ເນັ້ນໜັ້ກເຖິງຄວາມສຳຄັນຂອງການຮ່ວມມືເຊິ່ງກັນ ແລະ ກັນ ເພື່ອບັນລຸວຽກງານທີ່ບູລິມະສິດທີ່ສຳຄັນໃນ 5 ປີ ຕໍ່ໜ້າ. “ກອງປະຊຸມຄັ້ງນີ້ ຖືວ່າເປັນໂອກາດອັນສຳຄັນໃນການທົບທວນຄືນຜົນງານຂອງຂະແໜງສາທາລະນະສຸກ ໃນ ສປປ ລາວ ແລະ ວາງແຜນຮ່ວມກັນສຳລັບວຽກງານທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າ ພ້ອມທັງເປັນໂອກາດໃຫ້ບັນດາຄູ່ຮ່ວມພັດທະນາປຶກສາຫາລືຮ່ວມກັບກະຊວງສາທາລະນະສຸກ ເພື່ອໃຫ້ວຽກງານສາທາລະນະສຸກທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າມີຄວາມສອດຄ່ອງກັບເປົ້າໝາຍທີ່ໄດ້ຕັ້ງໄວ້.”

“ກອງປະຊຸມຄັ້ງນີ້ ຖືເປັນອົງປະກອບອັນສຳຄັນ ເຊິ່ງໄດ້ເປັນເວທີໃຫ້ພາກສ່ວນສາກົນມີສ່ວນຮ່ວມ ໃນການຮັບປະກັນໃຫ້ວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນຂະແໜງສາທາລະນະສຸກ ມີຄວາມເປັນລະບົບ ແລະ ສອດຄ່ອງກັບບູລິມະສິດ ຂອງ ສປປ ລາວ. ລັດຖະບານຍີ່ປຸ່ນ ຖືວ່າມີປະຫວັດຍາວນານກວ່າ 150 ປີໃນການພັດທະນາລະບົບສາທາລະນະສຸກຂອງປະເທດ ດ້ວຍແນວທາງອັນຄົບຊຸດຂອງລັດຖະບານ ເພື່ອປັບປຸງສຸຂະພາບຂອງປະຊາຊົນພາຍໃນຊາດເພື່ອຄວາມເຂັ້ມແຂງຂອງປະເທດຊາດ. ນີ້ໄດ້ປູພື້ນຖານໃຫ້ປະເທດຍີ່ປຸ່ນໄດ້ມີຕົວຊີ້ບອກດ້ານສຸຂະພາບທີ່ສູງໃນທຸກມື້ນີ້. ຈາກປະສົບການດັ່ງກ່າວ, ພວກເຮົາມີຄວາມມຸ່ງໝັ້ນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນວຽກງານສາທາລະນະສຸກ ແລະ ພວກເຮົາ ຍັງໃຫ້ຄຳໝັ້ນສັນຍາທີ່ຈະສະໜັບສະໜູນ ສປປ ລາວ ໃນການກ້າວໄປສູ່ອະນາຄົດທີ່ທຸກຄົນມີສຸຂະພາບທີ່ດີ. ຂ້າພະເຈົ້າເຊື່ອໝັ້ນວ່າ ຄູ່ຮ່ວມພັດທະນາພາກສ່ວນອື່ນກໍພ້ອມທີ່ຈະສະໜັບສະໜູນ ສປປ ລາວ ເຊັ່ນດຽວກັນ.”

ຮ່າງແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ X ກຳລັງດຳເນີນການການປັບປຸງ ໂດຍອີງຕາມການປືກສາຫາລື ແລະ ຄຳເຫັນຈາກກອງປະຊຸມດັ່ງກ່າວນີ້ ແລະ ກອງປະຊຸມອື່ນໆ ທີ່ກ່ຽວຂ້ອງ. ກະຊວງສາທາລະນະສຸກ ແລະ ຄູ່ຮ່ວມພັດທະນາ ຍັງສືບຕໍ່ປະສານງານເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອສຳເລັດແຜນ ແລະ ເຜີຍແຜ່ແຜນພັດທະນາສາທາລະນະສຸກດັ່ງກ່າວ ແລະ ຮັບປະກັນການຜັນຂະຫຍາຍໃຫ້ສຳເລັດຜົນ ເພື່ອແນໃສ່ຊຸກຍູ້ບັນດາວຽກງານທີ່ເປັນວາລະສຳຄັນດ້ານ ສາທາລະນະສຸກ ຂອງ ສປປ ລາວ.