ພະຍາດໄຂ້ຍຸງລາຍ ຍັງຄົງເປັນບັນຫາດ້ານສາທາລະນະສຸກ ໃນ ສປປ ລາວ. ພະຍາດດັ່ງກ່າວ ເປັນພະຍາດທີ່ມີຍຸງລາຍເປັນພາຫະນຳເຊື້ອ ເຊິ່ງມີການລະບາດເກີດຂຶ້ນໃນລະດູຝົນເດືອນພຶດສະພາ ໄປຈົນເຖິງເດືອນຕຸລາ ຂອງທຸກໆປີ. ໃນປີ 2024, ຈຳນວນກໍລະນີພະຍາດໄຂ້ຍຸງລາຍ ໄດ້ເພີ່ມສູງຂຶ້ນກວ່າປີຜ່ານມາ ເກືອບທຽບເທົ່າສະຖິຕິປີ 2013 ເຊິ່ງມີການລາຍງານກໍລະນີຕິດເຊື້ອເຖິງ 44, 171 ກໍລະນີ ແລະ ເສຍຊີວິດ 95 ຄົນ ທົ່ວປະເທດ.
ພະຍາດໄຂ້ຍຸງລາຍ ຕິດຕໍ່ຈາກຍຸງສູ່ຄົນ ເມື່ອຄົນຖືກຍຸງກັດ. ເມື່ອມີການລາຍງານກໍລະນີໄຂ້ຍຸງລາຍເປັນຈຳນວນຫຼວງຫຼາຍ ໂດຍສະເພາະກໍລະນີໄຂ້ຍຸງລາຍຂັ້ນຮ້າຍແຮງ ໄດ້ສົ່ງຜົນກະທົບທັງຕໍ່ສຸຂະພາບ ແລະ ເສດຖະກິດຂອງປະຊາຊົນ ຕະຫຼອດຮອດລະບົບສາທາລະນະສຸກອີກດ້ວຍ.
ໃນແຕ່ລະປີ ໄດ້ມີການລາຍງານກໍລະນີໄຂ້ຍຸງລາຍຈຳນວນຫຼາຍ. ສະນັ້ນ, ທຸກພາກສ່ວນຕ້ອງເລັ່ງຈັດຕັ້ງປະຕິບັດທຸກວິທີເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ແກ້ໄຂ ກ່ອນທີ່ຈະມີການແຜ່ລະບາດຂອງໄຂ້ຍຸງລາຍຫຼາຍຂຶ້ນໃນອະນາຄົດ. ຍິ່ງໄປກວ່ານັ້ນ, ການປ່ຽນແປງດິນຟ້າອາກາດ ອາດເຮັດໃຫ້ຈຳນວນກໍລະນີໄຂ້ຍຸງລາຍມີແນວໂນ້ມຄົງທີ່ ຫຼື ເພີ່ມສູງຂຶ້ນ ເນື່ອງຈາກປະລິມານນ້ຳຝົນມີແນວໂນ້ມເພີ່ມຂຶ້ນ ຫຼື ມີຝົນຕົກບໍ່ຖືກຕາມລະດູການ ເປັນຕົ້ນ.
ວິທີທີ່ດີທີ່ສຸດໃນການປ້ອງກັນຕົນເອງຈາກພະຍາດໄຂ້ຍຸງລາຍ ແມ່ນການຫຼີກເວັ້ນບໍ່ໃຫ້ຖືກຍຸງກັດ. ໃນນັ້ນ, ສິ່ງທີ່ປະຊາຊົນຕ້ອງເອົາໃຈໃສ່ ແມ່ນການທຳລາຍແຫຼ່ງເພາະພັນຂອງຍຸງລາຍ ໂດຍສະເພາະຢູ່ບໍລິເວນທີ່ຢູ່ອາໄສຂອງຕົນເອງ ເຊິ່ງຈະຊ່ວຍຫຼຸດຈຳນວນປະຊາກອນຍຸງໄດ້. ແຕ່ວ່າ ການທຳລາຍແຫຼ່ງເພາະພັນນີ້ ບໍ່ແມ່ນແຕ່ສະເພາະຄົວເຮືອນໃດໜຶ່ງເທົ່ານັ້ນ ແຕ່ທຸກຄົວເຮືອນໃນຊຸມຊົນ ຕ້ອງໃຫ້ຄວາມຮ່ວມມືກັບອົງການປົກຄອງທ້ອງຖິ່ນປະຕິບັດເປັນປະຈຳ.
ເມື່ອບໍ່ດົນມານີ້, ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ ໄດ້ມີການຄັດເລືອກ “ບ້ານຕົວແບບ” ເຊິ່ງເປັນບ້ານທີ່ໄດ້ເອົາໃຈໃສ່ການຄວບຄຸມພະຍາດໄຂ້ຍຸງລາຍໄດ້ຢ່າງມີປະສິດທິພາບ. ໃນນີ້, ໄດ້ມີການຍົກໃຫ້ເຫັນວິໄສທັດ, ຄຳຄິດເຫັນ ແລະ ບົດຮຽນທີ່ບ້ານຖອດຖອນໄດ້ຈາກການຈັດຕັ້ງປະຕິບັດມາດຕະການຄວບຄຸມ ແລະ ຮັກສາໃຫ້ເປັນບ້ານປອດໄຂ້ຍຸງລາຍ.
ການຊຸກຍູ້ຈາກຄະນະບໍລິຫານແຂວງ ແລະ ເມືອງໃນການຄວບຄຸມພະຍາດໄຂ້ຍຸງລາຍ
ພະຍາດໄຂ້ຍຸງລາຍ ບໍ່ພຽງແຕ່ເປັນບັນຫາຂອງຂະແໜງສາທາລະນະສຸກເທົ່ານັ້ນ ເພາະວ່າວຽກງານດັ່ງກ່າວ ແມ່ນຄວາມຮັບຜິດຊອບຂອງທຸກພາກສ່ວນ, ນັບແຕ່ພາກສ່ວນລັດຖະບານຕະຫຼອດຮອດພາກເອກະຊົນ ແລະ ນັບແຕ່ຂັ້ນນຳຕະຫຼອດຮອດຂັ້ນບ້ານ ລ້ວນແລ້ວແຕ່ມີບົດບາດສຳຄັນໃນການຄວບຄຸມພະຍາດໄຂ້ຍຸງລາຍ.
ໃນຫຼາຍຄົວເຮືອນ, ການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຖືວ່າຍັງບໍ່ໄດ້ດີເທົ່າທີ່ຄວນ ເນື່ອງຈາກການອະນາໄມບໍລິເວນເຮືອນຂອງປະຊາຊົນຕ້ອງໃຊ້ເວລາ ແລະ ແຮງງານ. ຜ່ານມາ, ເຫັນວ່າ ເມື່ອມີບຸກຄົນສຳຄັນ ເປັນຕົ້ນ ເຈົ້າແຂວງ ແລະ ເຈົ້າເມືອງ ລົງມາມີສ່ວນຮ່ວມ ຈະສາມາດຊ່ວຍຊຸກຍູ້ໃຫ້ປະຊາຊົນຮ່ວມກັນຈັດຕັ້ງປະຕິບັດມາດຕະການປ້ອງກັນໄດ້.
ທ່ານ ຕູ້ມະນີ ເພັດດວງຕາ, ນາຍບ້ານບ້ານໂພນ, ແຂວງເຊກອງ ໄດ້ກ່າວວ່າ: “ເວົ້າເລື່ອງອະນາໄມລວມບ້ານ, ບ້ານພວກເຮົາຍັງບໍ່ທັນມີຄວາມຕື່ນຕົວເທົ່າທີ່ຄວນ ຍ້ອນອາຊີບປະຊາຊົນສ່ວນໃຫຍ່ແມ່ນ ເປັນຊາວກະສິກຳປູກຝັງລ້ຽງສັດ, ເຂົ້າເຈົ້າມີບູລິມະສິດໃນການສ້າງລາຍຮັບເຂົາເຈົ້າ. ເວົ້າເລື່ອງວຽກສາທາລະນະສຸກແລ້ວ, ບໍ່ຢາກມີໃຜສົນໃຈ, ແຕ່ວ່າຖ້າມີການນໍາລົງຂັ້ນສູງລົງມາກະຕຸ້ນ ແມ່ນໄດ້ຜົນດີ. ສະນັ້ນ, ຢາກໃຫ້ຂັ້ນເທິງລົງມາຕິດຕາມເລື້ອຍໆ.”
ການນຳໃຊ້ຊ່ອງທາງອອນລາຍເພື່ອອຳນວຍຄວາມສະດວກໃນການປະສານງານຮ່ວມກັບຂັ້ນບ້ານ
ຍ້ອນມີເຕັກໂນໂລຊີທີ່ວ່ອງໄວ ແລະ ທັນສະໄໝ, ການປະສານງານ ແລະ ການໂຕ້ຕອບພະຍາດໄຂ້ຍຸງລາຍ ກໍມີປະສິດທິພາບຫຼາຍຂຶ້ນ. ໃນນີ້, ພະນັກງານສາທາລະນະສຸກຂັ້ນເມືອງ ແລະ ອົງການປົກຄອງບ້ານໃນຫຼາຍພື້ນທີ່ ນິຍົມໃຊ້ວັອດແອັບ ເພື່ອຕິດຕໍ່ປະສານງານ ແລະ ແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນ.
ທ່ານ ໄຊພອນ, ນາຍບ້ານບ້ານທ່າແປ້ນ, ແຂວງຫຼວງພະບາງ ໄດ້ກ່າວວ່າ: “ເມື່ອໄດ້ຮັບແຈ້ງການສົ່ງເຂົ້າໃນກຸ່ມວັອດແອັບ ກໍໄດ້ອ່ານເບິ່ງທັນທີ ແລະ ແຈ້ງໄປຫາຫົວໜ້າໜ່ວຍແຕ່ລະໜ່ວຍເພື່ອໄປບອກຕໍ່ກັບຊະມາຊິກກຸ່ມຂອງຕົນເອງຕາມການແຈ້ງການທີ່ໄດ້ຮັບ, ບໍ່ຖ້າມາສົ່ງແຈ້ງການກັບມືກໍໄດ້. ນອກຈາກນີ້ ຍັງໄດ້ຮັບເຄື່ອງມືໂຄສະນາຕ່າງໆ ຜ່ານກຸ່ມວັອດແອັບ ເພື່ອໄປໃຊ້ເປີດຢູ່ໂທລະໂຄ່ງບ້ານໄດ້ເລີຍ, ສະດວກປະຢັດເວລາ.”
ນາງ ພູແກ້ວ ສຸວັນດີ, ອາສາສະໝັກສາທາລະນະສຸກຂັ້ນບ້ານ (ອສບ) ບ້ານຈອມແຈ້ງ, ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: “ໃນລະດູການລະບາດຂອງພະຍາດໄຂ້ຍຸງລາຍ ທາງບ້ານເຮົາກໍໄດ້ມີການລົງສໍາຫຼວດໜອນນໍ້າ ແລະ ລະດົມໃຫ້ແຕ່ລະຄົວເຮືອນເຮັດຄວາມສະອາດທໍາລາຍແຫຼ່ງເພາະພັນຍຸງລາຍ ແລະ ໄດ້ລາຍງານລົງໃນກຸ່ມວັອດແອັບປະຈໍາອາທິດ ໃຫ້ທາງຫ້ອງການສາທາເມືອງໄດ້ຮັບຮູ້ໂດຍການຖ່າຍຮູບແບບຟອມກວດສໍາຫຼວດໜອນນໍ້າສົ່ງລົງໃນກຸ່ມວັອດແອັບ. ຖ້າກໍລະນີພົບໜອນນໍ້າຫຼາຍເກີນມາດຕະຖານ ເພິ່ນກໍຈະໄດ້ລົງມາຊ່ວຍຕິດຕາມຕື່ມອີກ. ນອກນີ້ ຍັງໄດ້ມີການແລກປ່ຽນບົດຮຽນກັບ ອາສາສະໝັກຄົນອື່ນໆໃນບ້ານໃກ້ຄຽງໃນກຸ່ມວັອດແອັບນໍາອີກ.”
ການນຳໃຊ້ວັອດແອັບ ໄດ້ເຮັດໃຫ້ການເຝົ້າລະວັງ ແລະ ປະສານງານລະຫວ່າງຫ້ອງການສາທາລະນະສຸກເມືອງ ແລະ ອົງການປົກຄອງບ້ານມີປະສິດທິພາບຂຶ້ນ ໂດຍສະເພາະ ເຮັດໃຫ້ຂັ້ນເມືອງສົ່ງຕໍ່ຂໍ້ມູນສຳຄັນກັບນາຍບ້ານ ແລະ ອສບ ໄດ້ໂດຍກົງ ແລະ ກໍໄດ້ຮັບຂ່າວ ແລະ ການລາຍງານຈາກຂັ້ນບ້ານໄດ້ຢ່າງວ່ອງໄວ ເຊັ່ນດຽວກັນ.
ວຽກງານການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ອາດຈະເປັນວຽກງານທີ່ທັງທ້າທາຍ ແລະ ໃຊ້ເວລາສົມຄວນ ແຕ່ວ່າບໍ່ມີຫຍັງທີ່ເກີນຄວາມສາມາດ.
ທ່ານ ວິສິດ ຄຳລືຊາ, ຫົວໜ້າສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ, ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ຈະໂຕ້ຕອບຕໍ່ພະຍາດໄຂ້ຍຸງລາຍໄດ້ຢ່າງມີປະສິດທິພາບ ທຸກຄົນຕ້ອງໄດ້ຮ່ວມມືກັນ ແລະ ເປັນເຈົ້າການຮ່ວມກັນປະຕິບັດມາດຕະການເພື່ອຮັກສາໃຫ້ເຮືອນຊານ, ຄອບຄົວ ແລະ ຄົນທີ່ທ່ານຮັກປອດໄພ ແລະ ຫ່າງໄກຈາກໄຂ້ຍຸງລາຍ. ບົດຮຽນທີ່ຖອດຖອນໄດ້ຈາກບ້ານຕົວແບບນີ້ ຖືວ່າມີຄວາມສຳຄັນໃນການຊຸກຍູ້ວຽກງານການໂຕ້ຕອບພະຍາດໄຂ້ຍຸງລາຍໃນທົ່ວປະເທດ ແລະ ທັງເປັນການສົ່ງເສີມໃຫ້ຊຸມຊົນມີຄວາມເຂັ້ມແຂງ ສາມາດປ້ອງກັນພະຍາດຍຸງລາຍໄດ້ຢ່າງມີປະສິດທິພາບ.”
ການສ້າງຄວາມເຂັ້ມແຂງໃຫ້ກັບອາສາສະໝັກສາທາລະນະສຸກຂັ້ນບ້ານ ມີຄວາມສຳຄັນຕໍ່ກັບວຽກງານການຄວບຄຸມພະຍາດໄຂ້ຍຸງລາຍ
ອາສາສະໝັກສາທາລະນະສຸກຂັ້ນບ້ານ (ອສບ) ມີບົດບາດສຳຄັນໃນການປົກປ້ອງສຸຂະພາບໃນຂັ້ນບ້ານ ໂດຍສະເພາະໃນການລົງເຄື່ອນໄຫວຕິດຕາມແຕ່ລະຄົວເຮືອນ ເພື່ອໃຫ້ສຸຂະສຶກສາ ຕະຫຼອດຮອດການຊ່ວຍຕິດຕາມ ແລະ ໂຕ້ຕອບໃນກໍລະນີມີການລະບາດ. ອສບ ໄດ້ສົ່ງເສີມໃຫ້ປະຊາຊົນພາຍໃນບ້ານມີຄວາມຮູ້ ກ່ຽວກັບ ການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍຫຼາຍຂຶ້ນ.
ນາງ ພູແກ້ວ ສຸວັນດີ, ອສບ ບ້ານຈອມແຈ້ງ, ນະຄອນຫຼວງວຽງຈັນ ໄດ້ໂອ້ລົມກັບທີມງານກະຊວງສາທາລະນະສຸກວ່າ: “ພວກເຮົາໄດ້ລົງສໍາຫຼວດໜອນນໍ້າເປັນປະຈໍາທຸກອາທິດ ໃນແຕ່ລະຫຼັງຄາເຮືອນ. ເມື່ອພົບເຫັນໜອນນໍ້າ ພວກເຮົາກໍໄດ້ມີການແນະນໍາ ແລະ ໃຫ້ຄວາມຮູ້ຄົວເຮືອນນັ້ນ ກ່ຽວກັບຄວາມອັນຕະລາຍຂອງພະຍາດໄຂ້ຍຸງລາຍ ແລະ ແນະນໍາໃຫ້ເຂົາເຈົ້າເຮັດອະນາໄມກໍາຈັດແຫຼ່ງເພາະພັນຂອງຍຸງລາຍ. ຫຼັງຈາກນັ້ນເຂົາເຈົ້າຈະລົງມາກວດຄືນຕື່ມອີກ.”
ອສບ ແຕ່ລະບ້ານ ແມ່ນໄດ້ຮັບການຝຶກອົບຮົມໄລຍະສັ້ນ ກ່ຽວກັບ ການເຝົ້າລະວັງພະຍາດໄຂ້ຍຸງລາຍ ເປັນຕົ້ນ ການຕິດຕາມ ແລະ ການລາຍງານຕ່າງໆ ແລະ ຍັງໄດ້ຝຶກອົບຮົມ ກ່ຽວກັບ ຫົວຂໍ້ສຸຂະພາບອື່ນໆ ອີກດ້ວຍ.
ການສະໜັບສະໜູນສົ່ງເສີມ ອສບ ໃນວຽກງານການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ຖືເປັນການສົ່ງເສີມສຸຂະພາບຂອງປະຊາຊົນທີ່ມີປະສິດທິພາບ. ເນື່ອງຈາກວ່າ ອສບ ມີຄວາມຮູ້ ແລະ ຄວາມລຶ້ງເຄີຍກັບປະຊາຊົນ ແລະ ບໍລິບົດຂອງບ້ານ ແລະ ຊ່ວຍຊຸກຍູ້ສົ່ງເສີມໃຫ້ປະຊາຊົນມີສ່ວນຮ່ວມ ຈຶ່ງສາມາດຊ່ວຍແກ້ໄຂບັນຫາ ແລະ ປົກປ້ອງຊຸມຊົນຈາກໄຂ້ຍຸງລາຍໄດ້. ໃນຕໍ່ໜ້າ, ການຝຶກອົບຮົມຄວນຈະຂະຫຍາຍໃຫ້ກວມເອົາຫົວຂໍ້ອື່ນ ແລະ ສົ່ງເສີມໃຫ້ປະຊາຊົນໃນຊຸມຊົນມີສ່ວນຮ່ວມຫຼາຍຂຶ້ນ ເພື່ອຮັບປະກັນໃຫ້ປະຊາຊົນເອົາໃຈໃສ່ຕໍ່ສຸຂະພາບຂອງຕົນ ແລະ ຊຸມຊົນໃນໄລຍະຍາວ.
ແພດໝໍ ມີບົດບາດສຳຄັນໃນການຊຸກຍູ້ໃຫ້ຄົນເຈັບເຂົ້າຮັບການປິ່ນປົວຢູ່ໂຮງໝໍໃຫ້ທັນເວລາ
ສິ່ງທ້າທາຍອັນໜຶ່ງໃນການຄວບຄຸມໄຂ້ຍຸງລາຍ ແມ່ນປະຊາຊົນຈຳນວນຫຼາຍຍັງບໍ່ຮູ້ອາການຂອງພະຍາດໄຂ້ຍຸງລາຍ ໂດຍສະເພາະ ໄຂ້ຍຸງລາຍກໍລະນີຮຸນແຮງ ເຊິ່ງເຮັດໃຫ້ຊັກຊ້າໃນການເຂົ້າຮັບການປິ່ນປົວຢູ່ໂຮງໝໍ ສົ່ງຜົນໃຫ້ເກີດອາການແຊກຊ້ອນ ແລະ ໃນບາງກໍລະນີກໍຮ້າຍແຮງເຖິງຂັ້ນເສຍຊີວິດ.
ຜ່ານມາ, ໄດ້ມີການໂຄສະນາສຸຂະສຶກສາ ເພື່ອໃຫ້ປະຊາຊົນຮັບຮູ້ເຖິງສັນຍານເຕືອນ ແລະ ອາການຂອງພະຍາດໄຂ້ຍຸງລາຍ ພ້ອມທັງຊຸກຍູ້ໃຫ້ຕື່ນຕົວ ແລະ ຈັດຕັ້ງປະຕິບັດມາດຕະການຕ່າງໆ. ນອກຈາກການລົງເຄື່ອນໄຫວຕິດຕາມແຕ່ລະຄົວເຮືອນ ແລະ ຈັດກອງປະຊຸມບ້ານແລ້ວ ແພດໝໍ ແລະ ອສບ ກໍມີສ່ວນສຳຄັນໃນການຊຸກຍູ້ໃຫ້ປະຊາຊົນມາເຂົ້າຮັບການປິ່ນປົວ ເມື່ອພົບວ່າຕົນມີອາການຂອງພະຍາດໄຂ້ຍຸງລາຍ.
“ຕອນນັ້ນ ມີອາການວິນໆ, ຄີງຮ້ອນ ແລະ ໜັກຫົວຂຶ້ນ ຍຸບໆ ຄືຫົວຊິແຕກ. ຄິດກັບໂຕເອງວ່າ ‘ບໍ່ກິນຢາດອກ, ຊິໄປກວດ’ ກໍເລີຍໄປໂຮງໝໍເຊກອງ.”
ທ່ານ ວິສິດ ຄຳລືຊາ, ຫົວໜ້າສູນສະຖະຕິ ແລະ ຂ່າວສານສາທາລະນະສຸກ, ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ຜ່ານມາ ກໍມີກໍລະນີໄຂ້ຍຸງລາຍຂັ້ນຮ້າຍແຮງຫຼາຍກໍລະນີ ແລະ ຫຼັງຄັ້ງ ຄົນເຈັບກໍບໍ່ຢາກໄປເຂົ້າຮັບການປິ່ນປົວຢູ່ໂຮງໝໍ. ສະນັ້ນ, ພວກເຮົາຈຶ່ງໄດ້ເອົາໃຈໃສ່ເນັ້ນໜັກເຖິງຄວາມສຳຄັນຂອງການເຂົ້າຮັບການປິ່ນປົວແຕ່ຫົວທີ ແລະ ເນັ້ນໜັກໃຫ້ແພດໝໍ ແລະ ອສບ ໃຫ້ສຸຂະສຶກສາ ແລະ ແນະນຳປະຊາຊົນທຸກໆຄັ້ງທີ່ລົງເຄື່ອນໄຫວຢູ່ຊຸມຊົນ.”
ການນຳໃຊ້ຊ່ອງທາງວັອດແອັບໃນການປະສານງານ ແລະ ການລົງຊຸກຍູ້ຈາກການນຳ ຄຽງຄູ່ກັບການສ້າງຄວາມເຂັ້ມແຂງໃຫ້ແກ່ ອສບ ແລະ ການສົ່ງເສີມໃຫ້ຄົນເຈັບເຂົ້າຮັບການປິ່ນປົວໃຫ້ທັນເວລາ ຖືວ່າເປັນອົງປະກອບສຳຄັນໃນວຽກງານການຄວບຄຸມພະຍາດໄຂ້ຍຸງລາຍຢ່າງມີປະສິດທິພາບ.
ໃນ ສປປ ລາວ, ກະຊວງສາທາລະນະສຸກ ໄດ້ມີຄຳແນະນຳໃຫ້ທຸກພາກສ່ວນຕື່ນຕົວ ແລະ ຈັດຕັ້ງປະຕິບັດມາດຕະການ 5 ປ ເພື່ອຫຼຸດຜ່ອນ ແລະ ປົກປ້ອງຕົນເອງຈາກໄຂ້ຍຸງລາຍ ໂດຍສະເພາະໃນລະດູຝົນ:
- ປົກປິດ ພາຊະນະທີ່ບັນຈຸນ້ຳກິນນ້ຳໃຊ້;
- ປ່ຽນຖ່າຍ ນ້ຳໃນພາຊະນະຕ່າງໆ, ນ້ຳໃນເຕົ້າດອກໄມ້ຖ້ານຮອງຕີນຕູ້;
- ປັບປຸງ ສະຖານທີ່ຢູ່ອາໄສໃຫ້ສະອາດຢູ່ສະເໝີ;
- ປ່ອຍປາ ຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍ;
- ປະຕິບັດ ໃຫ້ເປັນນິໄສປະຈຳຕົວໃນທຸກໆອາທິດ ເພື່ອຕັດວົງຈອນການຂະຫຍາຍຕົວຂອງຍຸງລາຍ.