ພໍ່ເຖົ້າ ບຸນຊອມ ໂລກໄຊຍະລຶບ ຈາກສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ກ່າວວ່າ: ລາວບໍ່ສາມາດເຮັດວຽກ ຫຼື ອາບນໍ້າດ້ວຍໂຕເອງໄດ້ ຖ້າຫາກຄວາມເຈັບປວດຂອງລາວຮຸນແຮງ.
ປັດຈຸບັນນີ້, ລາວມີອາຍຸໄດ້ 73 ປີ ລາວເຄີຍຕິດເຊື້ອພະຍາດຂາຊ້າງຈາກຍຸງກັດ ເຊິ່ງພະຍາດຂາຊ້າງແມ່ນນອນໃນພະຍາດເຂດຮ້ອນທີ່ຄວນເອົາໃຈໃສ່ເພີ່ມເຕີມ. ໃນທົ່ວໂລກ ມີຄົນຫຼາຍກວ່າ 36 ລ້ານຄົນ ທີ່ໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວ, ເຊິ່ງພະຍາດຂ້າຊ້າງແມ່ນ ຈະພາໃຫ້ພາກສ່ວນຂອງຮ່າງກາຍເຊັ່ນ: ຂາ, ຕີນ, ນົມ ບວມໃຫຍ່ຂື້ນ.
ລາວມີອາການເຈັບປວດຮຸນແຮງ ເລີ່ມຈາກຢູ່ທີ່ຫົວເຂົ່າຂອງລາວ ເຮັດໃຫ້ລາວບໍ່ສາມາດເຮັດກະສິກຳເພື່ອມາຊ່ວຍເຫຼືອຄອບຄົວຂອງລາວໄດ້ ເພາະລາວມີລູກ 5 ຄົນ.
“ຖ້າເຈັບຫຼາຍ ກໍຢູ່ເຮືອນ. ເຈັບຈົນໄປບໍ່ໄດ້, ຍ່າງບໍ່ໄດ້. ເວລາເຈັບຫຼາຍ ຍ່າງບໍ່ໄດ້ເລີຍ, ຈົນໄດ້ນອນໃຫ້ພຸ້ນແຫຼະ.”
ພໍ່ເຖົ້າ ບຸນຊອມ ດີໃຈຫຼາຍທີ່ໄດ້ຮູ້ຂ່າວວ່າ ສປປ ລາວ ໄດ້ລົບລ້າງພະຍາດຂາຊ້າງ ບໍ່ໃຫ້ເປັນບັນຫາທາງດ້ານສາທາລະນະສຸກ.
ແຂວງອັດຕະປື ເປັນພຽງແຂວງດຽວ ທີ່ພົບພະຍາດຂາຊ້າງໃນທົດສະວັດທີ່ບໍ່ດົນມານີ້. ການປະເມີນໃນປີ 2009 ໄດ້ພົບວ່າ ການຕິດເຊື້ອພະຍາດຂາຊ້າງມີສູງເຖິງ 27.5% ຂອງຜູ້ທີ່ອາໄສຢູ່ໃນບ້ານທີ່ໄດ້ຮັບການສຳຫຼວດຢູ່ຫຼາຍເມືອງຂອງແຂວງອັດຕະປື.
ພໍ່ເຖົ້າ ບຸນຊອມ ໄດ້ກ່າວວ່າ: “ຮູ້ສຶກດີໃຈ ຄັນວ່າບໍ່ມີແລ້ວ, ຄັນວ່າມັນຍັງມີພະຍາດຂາຊ້າງ ກໍຢາກໃຫ້ລົບລ້າງ ບໍ່ຍາກໃຫ້ໃຜເປັນ.”
ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ກ່າວວ່າ: “ພວກເຮົາດີໃຈຫຼາຍທີ່ໄດ້ສະເຫຼີມສະຫຼອງຂີດໝາຍສຳຄັນຄັ້ງປະຫວັດສາດນີ້ ແລະ ເປັນການລົບລ້າງພະຍາດທີ່ເປັນບັນຫາທາງດ້ານສາທາລະນະສຸກພະຍາດໜຶ່ງຢູ່ໃນ ສປປ ລາວ.”
ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ, ທ່ານ ນາງ ດຣ ຢິງ-ຣູ ໂລ, ໄດ້ກ່າວວ່າ: ເຫດການສຳຄັນທາງດ້ານສາທາລະນະສຸກຄັ້ງໃຫຍ່ນີ້ ເປັນຂໍ້ພິສູດເຖິງພະລັງຂອງການນຳພາ ແລະ ການຈັດຕັ້ງປະຕິບັດງານຮ່ວມກັນຂອງວຽກງານສາທາລະນະສຸກ.
ມັນເປັນຜົນຂອງການຮ່ວມມືເປັນເວລາຫຼາຍປີລະຫວ່າງ ກະຊວງສາທາລະນະສຸກ ແລະ ພະນັກງານສາທາລະນະສຸກ, ອົງການອະນາໄມໂລກ ແລະ ບັນດາຄູ່ຮ່ວມພັດທະນາ ເຊິ່ງລວມມີ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ທະນາຄານພັດທະນາອາຊີ (ADB), ມູນນິທິຊ່ວຍເຫຼືອມາກາເຣັດ ເອ. ຄາກິວ (Margaret A. Cargill Foundation), ອົງການສາກົນເພື່ອສຸຂະພາບຄອບຄົວ (FHI 360) ແລະ ສະຖາບັນອາທີໄອສາກົນ (RTI International).
ທ່ານ ນາງ ດຣ ຢິງ-ຣູ ໂລ ໄດ້ກ່າວວ່າ: “ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍມາຍັງກະຊວງສາທາລະນະສຸກ ແລະ ພະນັກງານສາທາລະນະສຸກໃນທ້ອງຖິ່ນ ທີ່ໄດ້ອຸທິດຕົນຢ່າງບໍ່ຮູ້ອິດເມື່ອຍໃນການຄົ້ນຫາ ແລະ ໃຫ້ການເບິ່ງແຍງຄົນເຈັບພະຍາດຂາຊ້າງທຸກຄົນ ລວມທັງການຢຸດຕິການແຜ່ເຊື້ອຂອງພະຍາດທີ່ເປັນຕາຢ້ານນີ້.”
“ການບັນລຸເປົ້າໝາຍການລົບລ້າງພະຍາດຂາຊ້າງນີ້ ເປັນຫຼັກຖານຢັ້ງຢືນເຖິງຜົນໄດ້ຮັບທີ່ໂດດເດັ່ນຂອງການລົງທຶນ ແລະ ການເປັນຄູ່ຮ່ວມມືທີ່ດີໃນວຽກງານສາທາລະນະສຸກ ຢູ່ໃນ ສປປ ລາວ.”
ທ່ານ ໄມເຄິລ ຣອນນິ້ງ, ຜູ້ຕາງໜ້າອົງການພັດທະນາສາກົນຂອງສະຫະລັດອາເມລິກາ ໄດ້ກ່າວວ່າ: “ລັດຖະບານສະຫະລັດອາເມລິກາຂໍສະແດງຄວາມຊົມເຊີຍມາຍັງ ສປປ ລາວ ທີ່ໄດ້ລົບລ້າງພະຍາດຂາຊ້າງ ບໍ່ໃຫ້ເປັນບັນຫາທາງດ້ານສາທາລະນະສຸກ. ຜົນສຳເລັດໃນຄັ້ງນີ້ ຈະນຳເອົາຄວາມຫວັງ ແລະ ຜົນປະໂຫຍດອັນໃຫຍ່ຫຼວງມາສູ່ປະຊາຊົນລາວໃນປັດຈຸບັນ ກໍຄືອະນາຄົດ. ນີ້ເປັນພະຍາດເຂດຮ້ອນທີ່ຄວນເອົາໃຈໃສ່ເພີ່ມເຕີມ ພະຍາດທີສອງ ທີ່ເຮົາໄດ້ເຮັດວຽກຮ່ວມກັນກັບລັດຖະບານລາວເພື່ອລົບລ້າງ ແລະ ພວກເຮົາຫວັງວ່າຈະໄດ້ສືບຕໍ່ສະໜັບສະໜູນໃນການລົບລ້າງພະຍາດອື່ນອີກ ທັງນີ້ກໍເພື່ອຍົກສູງສຸຂະພາບຂອງປະຊາຊົນລາວ ແລະ ເປັນການຊ່ວຍກອບກູ້ຊີວິດ ອີກດ້ວຍ.”
ໃນປີ 2002, ພະຍາດຂາຊ້າງ ເປັນພະຍາດທີ່ພົບໃນສະເພາະທ້ອງຖິ່ນແຂວງອັດຕະປື ເຊິ່ງເປັນບ້ານເກີດຂອງ ພໍ່ເຖົ້າ ບຸນຊອມ. ເພື່ອລົບລ້າງພະຍາດນີ້, ໜ່ວຍງານດ້ານສາທາລະນະສຸກໃນທ້ອງຖິ່ນ ແລະ ບັນດາຄູ່ຮ່ວມງານ ໄດ້ຢາຍຢາປິ່ນປົວທົ່ວປວງຊົນໃນເຂດທີ່ມີການຕິດເຊື້ອ.
ວຽກງານການລົບລ້າງພະຍາດດັ່ງກ່າວ ຍັງໄດ້ຮັບຜົນປະໂຫຍດຈາກບັນດາກິດຈະກຳຕ່າງໆ ເພື່ອຫຼຸດຜ່ອນພະຍາດໄຂ້ມາລາເຣຍ ແລະ ພະຍາດໄຂ້ຍຸງລາຍ ເຊິ່ງລວມມີກິດຈະກຳການແຈກຢາຍມຸ້ງຍ້ອມຢາ ແລະ ກິດຈະກຳການໃຫ້ສຸຂະສຶກສາຕ່າງໆ. ບັນດາຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນໄດ້ໃຫ້ການສະໜັບສະໜຸນກິດຈະກຳຕ່າງໆ ເຊິ່ງລວມມີຢາປິ່ນປົວ, ກິດຈະກໍາຢາຍຢາປິ່ນປົວທົ່ວປວງຊົນ, ການຕິດຕາມ ແລະ ການສໍາຫຼວດປະເມີນການແຜ່ເຊື້ອຂອງພະຍາດດັ່ງກ່າວ.
ທ່ານ ດຣ. ຄຳອິນ ກ້ອງກະສັນ, ຜູ້ອໍານວຍການໂຮງໝໍເມືອງສະໜາມໄຊ, ພ້ອມດ້ວຍທີມງານໄດ້ຜ່ານຜ່າບັນຫາສິ່ງທ້າທາຍຫຼາຍໆຢ່າງ ໃນການປົກປ້ອງຊຸມຊົນ.
“ການເປັນພະຍາດຂາຊ້າງ ບໍ່ແມ່ນທຳມະດາ ແລະ ເປັນຈຸດຫຼໍ່ແຫຼມຂອງເມືອງເຮົາ.”
“ເຮົາຈຳເປັນຕ້ອງໄດ້ຄວບຄຸມເພື່ອບໍ່ໃຫ້ແຜ່ລາມ ເພາະຖ້າຫາກແຜ່ລາມກໍຈະເຮັດໃຫ້ເກີດຜົນກະທົບຕໍ່ດ້ານສຸຂະພາບ ແລະ ຊັບສິນ ເພາະວ່າຖ້າຫາກມີການເຈັບເປັນ ກໍຕ້ອງເສຍເວລາ ແລະ ເງິນໃນການປິ່ນປົວ.”
ພະຍາດຂາຊ້າງ ເປັນພະຍາດທີ່ພາໃຫ້ອະໄວຍາວະໃນພາກສ່ວນຕ່າງໆຂອງຮ່າງກາຍໃຫຍ່ຂື້ນ ເຊິ່ງຈະສົ່ງຜົນໃຫ້ເກີດຄວາມເຈັບປວດ, ຄວາມພິການຮ້າຍແຮງ, ຖືກລັງກຽດ ແລະ ພາໃຫ້ເສດຖະກິດຂອງຄອບຄົວມີຄວາມຫຍຸ້ງຍາກ.
“ມີກໍລະນີຄົນເຈັບຕິດເຊື້ອ ມີຜົນກະທົບຕີນໃຫຍ່ ເຊິ່ງມີກໍລະນີແບບນີ້ຢູ່ບ້ານຫາດຊາຍສູງ. ນີ້ຍັງ ກະທົບຕໍ່ກັບຄອບຄົວຂອງລາວ ເພາະວ່າເວລາເຈັບເປັນຕ້ອງໄດ້ໄປກວດ ໄດ້ມີການໃຊ້ຈ່າຍຢູ່ໂຮງໝໍ ເຊິ່ງທັງເສຍເວລາ ແລະ ຄ່າໃຊ້ຈ່າຍ ເພື່ອປິ່ນປົວຕົນເອງ.”
ເນື່ອງຈາກວຽກງານຂອງພວກເຮົາກໍແມ່ນວຽກງານສ່ວນໜຶ່ງຂອງການລົບລ້າງພະຍາດຂາຊ້າງ, ທ່ານ ດຣ. ຄຳອິນ ພ້ອມດ້ວຍພະນັກງານສາທາລະນະສຸກຄົນອື່ນໆ ຈໍາເປັນຈະຕ້ອງໄດ້ໃຫ້ສຸຂະສຶກສາແກ່ປະຊາຊົນ ກ່ຽວກັບຄວາມສ່ຽງຂອງພະຍາດຂາຊ້າງ.
“ບາງຄັ້ງໃນກໍລະນີພະນັກງານເຮົາລົງໄປເຮັດວຽກ ຫຼື ສຸຂະສຶກສາຕ່າງໆ ຫຼື ກິນຢາ ບາງຄັ້ງປະຊາຊົນບໍ່ມີຄວາມເຂົ້າໃຈເຖິງຜົນຮ້າຍຂອງພະຍາດ ແລະ ຜົນດີຂອງການກິນຢາ. ແຕ່ເຮົາກໍພະຍາຍາມໃນການໃຫ້ສຸຂະສຶກສາ ແລະ ໃຫ້ມີສ່ວນຮ່ວມພາຍໃນຊຸມຊົນ.”
ທ່ານ ດຣ. ຄຳອິນ ເຫັນວ່າການເຮັດວຽກຂອງລາວຢູ່ໃນຊຸມຊົນ ເປັນການປະກອບສ່ວນໃນຂະແໜງ ສາທາລະນະສຸກໂດຍລວມ ແລະ ການພັດທະນາຂອງ ສປປ ລາວ.
“ຂ້າພະເຈົ້າມີຄວາມພູມໃຈທີ່ໄດ້ຊ່ວຍສັງຄົມ ເພື່ອໃຫ້ປະເທດຊາດ ຫຼື ບ້ານຂອງເຮົາຫຼຸດພົ້ນຈາກພະຍາດຂາຊ້າງ.”
“ປະເທດຊາດຈະມີການພັດທະນາ ກໍຕໍ່ເມື່ອປະຊາຊົນຢູ່ດີມີສຸກ, ມີສຸຂະພາບແຂງແຮງ ແລະ ປາສະຈາກໂລກໄພໄຂ້ເຈັບ ໂດຍສະເພາະແມ່ນພະຍາດຂາຊ້າງນີ້ ບໍ່ແມ່ນພະຍາດທີ່ສາມາດປົວໄດ້ງ່າຍ ຫຼື ດີໄວ.”
“ປະຊາຊົນເປັນແກນກາງຂອງການພັດທະນາປະເທດຊາດ, ຈະເຮັດໃຫ້ບ້ານເມືອງຈະເລີນຮຸ່ງເຮືອງໄດ້ ກໍຕໍ່ເມື່ອຄົນມີສຸຂະພາບແຂງແຮງ, ບໍ່ເປັນພະຍາດ ຈຶ່ງຈະສາມາດພັດທະນາຕົນເອງ, ຄອບຄົວ ແລະ ສັງຄົມໄດ້.”
ທ່ານ ດຣ. ຄຳອິນ ຍັງໄດ້ກ່າວວ່າ ວຽກງານເຝົ້າລະວັງ ແລະ ເພີ່ມຄວາມຮັບຮູ້ ຕ້ອງໄດ້ສືບຕໍ່ ເພື່ອໃຫ້ພະນັກງານສາທາລະນະສຸກສາມາດຕອບໂຕ້ກັບທຸກກໍລະນີທີ່ເກີດຂື້ນໃໝ່ໄດ້ໂດຍໄວ.
“ສິ່ງທີ່ເປັນສ່ວນສຳຄັນຫຼາຍ ກໍຄືປະຊາຊົນຕ້ອງມີຄວາມຮັບຮູ້. ພວກເຮົາເອງກໍຕ້ອງມີການຕິດຕາມ ແລະ ຄວບຄຸມຢ່າງຕໍ່ເນື່ອງ ເພື່ອປ້ອງກັນ. ແມ່ນຢູ່ວ່າປີນີ້ເຮົາປະກາດລົບລ້າງແລ້ວ ແຕ່ບໍ່ໄດ້ໝາຍຄວາມວ່າຈະບໍ່ມີອີກເລີຍ. ດັ່ງນັ້ນ, ເຮົາຕ້ອງໄດ້ສືບຕໍ່ຕິດຕາມເຝົ້າລະວັງ.”