ອັບເດດຫຼ້າສຸດ:  31 ກໍລະກົດ 2020

ຂໍ້ມູນທີ່ແທ້ຈິງກ່ຽວກັບພະຍາດໂຄວິດ-19

ຮູ້ຂໍ້ມູນທີ່ແທ້ຈິງກ່ຽວກັບພະຍາດໂຄວິດ-19 ແລະ ຊ່ວຍຢຸດການແຜ່ຂ່າວລື ແລະ ພະຍາດໂຄວິດ-19.

ອິນໂຟກຣາຟິກ

 

ໃນທ່າມກາງການລະບາດຂອງພະຍາດໂຄວິດ-19 ຢ່າງໄວວານັ້ນ, ຄົນສ່ວນຫຼາຍທີ່ຕິດຈະມີອາການຂັ້ນເບົາບາງ ຫຼື ປານກາງເທົ່ານັ້ນ.

ນັ້ນໝາຍຄວາມວ່າ ຍັງມີຄົນຈຳນວນໜຶ່ງທີ່ມີອາການຂັ້ນຮ້າຍແຮງ.

 

 

ຄົນສ່ວນຫຼາຍທີ່ຕິດເຊື້ອພະຍາດໂຄວິດ-19 ມາຮອດປະຈຸບັນ ແມ່ນໄດ້ຮັບການປິ່ນປົວຫາຍດີ ຫຼື ກຳລັງມີອາການດີຂຶ້ນ.

ເຖິງຢ່າງໃດກໍ່ຕາມ, ພະຍາດນີ້ກໍ່ຍັງສາມາດເຮັດໃຫ້ຄົນເສຍຊີວິດເປັນຈຳນວນຫຼວງຫຼາຍໄດ້ ເຖິງແມ່ນວ່າ 95% ຂອງຄົນທີ່ຕິດເຊື້ອຈະມີໂອກາດຫາຍດີກໍ່ຕາມ.

 

 

ມີການຕິດເຊື້ອພະຍາດໂຄວິດ-19 ໃນກຸ່ມເດັກນ້ອຍຈໍານວນໜຶ່ງ.

ກຸ່ມຜູ້ສູງອາຍຸ, ໂດຍສະເພາະຜູ້ມີພະຍາດປະຈຳໂຕ ແມ່ນມີຄວາມສ່ຽງສູງທີ່ຈະໄດ້ຮັບຜົນກະທົບໜັກ ຖ້າວ່າມີການຕິດເຊື້ອ.

 

 

ປະຈຸບັນນີ້, ພວກເຮົາມີຄວາມກັງວົນກ່ຽວກັບຜົນກະທົບຂອງພະຍາດໂຄວິດ-19 ຕໍ່ກັບກຸ່ມຄົນທີ່ມີຄວາມສ່ຽງ ເຊັ່ນ:

ພະນັກງານສາທາລະນະສຸກ, ຄົນທີ່ມີອາຍຸສູງກວ່າ 60 ປີ ແລະ ຄົນທີ່ມີພະຍາດປະຈຳໂຕ. ກຸ່ມຄົນເຫຼົ່ານີ້ຕ້ອງໄດ້ຮັບການປົກປ້ອງຈາກພວກເຮົາ.

 

 

ຈົ່ງປົກປ້ອງຕົນເອງ ແລະ ຄົນອື່ນຈາກພະຍາດໂຄວິດ-19.

ປະຕິບັດຕາມຂໍ້ຄວນລະວັງເຫຼົ່ານີ້ ເພື່ອເຮັດໃຫ້ຕົວທ່ານເອງ ແລະ ຄົນອື່ນ ມີຄວາມປອດໄພຈາກພະຍາດໂຄວິດ-19.

 

ຂໍ້ມູນເພີ່ມເຕີມຈາກອົງການອະນາໄມໂລກ ປະຈຳພາກພື້ນປາຊີຟິກຕາເວັນຕົກ (ເປັນພາສາອັງກິດ)

ຂໍ້ມູນເພີ່ມເຕີມຈາກສຳນັກງານໃຫຍ່ອົງການອະນາໄມໂລກ (ເປັນພາສາອັງກິດ)