© WHO/Soudaphone Viravongsa
Vice Minister of Health, Acting WHO Representative and UNDP Representative as co-chairs of International Project Board Meeting: Building Resilience of Health Systems in Asian LDCs to Climate Change
© Credits

ຕາງໜ້າຈາກກະຊວງສາທາລະນະສຸກຂອງປະເທດທີ່ໄດ້ຮັບໂຄງການ ໃຫ້ຄຳໝັ້ນສັນຍາໃນການສ້າງລະບົບສາທາລະນະສຸກທີ່ທົນທານຕໍ່ການປ່ຽນແປງດິນຟ້າອາກາດ

13 July 2023
Joint News Release
ນະຄອນຫຼວງວຽງຈັນ, ສປປ ລາວ

ຕາງໜ້າຈາກກະຊວງສາທາລະນະສຸກຂອງ ປະເທດບັງກະລາເທດ, ກຳປູເຈຍ, ສປປ ລາວ, ມຽນມາ, ເນປານ ແລະ ຕີມໍ-ເລສເຕ ໄດ້ພົບປະກັນ ທີ່ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລື ກ່ຽວກັບ ວິທີການປ້ອງກັນລະບົບສາທາລະນະສຸກຂອງປະເທດຂອງຕົນຈາກຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ແລະ ໃຫ້ຄຳໝັ້ນສັນຍາວ່າຈະຈັດຕັ້ງປະຕິບັດກິດຈະກໍາຕາມແຜນໃຫ້ປະກົດຜົນເປັນຈິງ.

ພະນະທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ສປປ ລາວ ກ່າວວ່າ: “ສປປ ລາວ ມີຄວາມພາກພູມໃຈທີ່ໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການແກ້ໄຂ ແລະ ວິທີການເຮັດວຽກຮ່ວມກັນ ເພື່ອຮັບປະກັນໃຫ້ລະບົບສາທາລະນະສຸກໃນແຕ່ລະປະເທດສາມາດປັບຕົວ ແລະ ໄດ້ຮັບການປົກປ້ອງຈາກສະພາບດິນຟ້າອາກາດທີ່ມີການປ່ຽນແປງ”.

“ເຊັ່ນດຽວກັບຫຼາຍປະເທດໃນພາກພື້ນດຽວກັນ, ສປປ ລາວ ຄາດວ່າຈະປະເຊີນສະພາບອາກາດທີ່ຮຸນແຮງຂຶ້ນ, ປະລິມານນ້ຳຝົນຈະເພີ່ມຂຶ້ນສູງເຖິງ 30% ໃນລະດູຝົນ ແລະ ອຸນຫະພູມຈະເພີ່ມຂຶ້ນ 2-3˚C ພາຍໃນປີ 2050 ເຊິ່ງຈະສົ່ງຜົນກະທົບຮ້າຍແຮງຕໍ່ສຸຂະພາບ ແລະ ສະຖານທີ່ບໍລິການສາທາລະນະສຸກ. ພາຍໃຕ້ໂຄງການນີ້, ສປປ ລາວ ໄດ້ດຳເນີນບາດກ້າວສຳຄັນເພື່ອສ້າງລະບົບສາທາລະນະສຸກໃຫ້ທົນທານຕໍ່ການປ່ຽນແປງດິນຟ້າອາກາດ ແລະ ສ້າງລະບົບສາທາລະນະສຸກທີ່ປ່ອຍທາດອາຍກາກບອນຕໍ່າ ເພື່ອປະຕິບັດຕໍ່ຄຳໝັ້ນສັນຍາຕາມທິດຂອງສາກົນ. ພວກຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ແບ່ງປັນປະສົບການ ແລະ ຮຽນຮູ້ຈາກບັນດາປະເທດອື່ນໆ ກ່ຽວກັບວິທີການສ້າງຜົນປະໂຫຍດດ້ານສຸຂະພາບໃຫ້ຫຼາຍທີ່ສຸດ ຄຽງຄູ່ກັບການພິຈາລະນາຜົນກະທົບຈາກການປ່ຽນແປງດິນຟ້າອາກາດ."

ດຣ ປາກ ຢູ ລີ, ຮັກສາການຜູ້ຕາງຫນ້າອົງການອະນາໄມໂລກ ກ່າວວ່າ: ສປປ ລາວ ໄດ້ສ້າງຄວາມຄືບໜ້າທີ່ດີເດັ່ນ ໃນການລິເລີ່ມກິດຈະກໍາສ້າງໂຮງໝໍສະອາດ-ປອດໄພ-ເປັນມິດຕໍ່ສິ່ງແວດລ້ອມ ແລະ ສ້າງລະບົບການແຈ້ງເຕືອນລ່ວງໜ້າ ແລະ ຕອບໂຕ້ ພະຍາດທີ່ອ່ອນໄຫວຕໍ່ກັບການປ່ຽນແປງດິນຟ້າອາກາດ ເປັນຕົ້ນ ພະຍາດໄຂ້ຍຸງລາຍ ແລະ ພະຍາດຖອກທ້ອງ.”

“ໜຶ່ງ​ໃນ​ຈຸດປະສົງຂອງກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ໃຫ້​ບັນດາ​ຜູ້​ເຂົ້າ​ຮ່ວມ​ສ້າງ​ແຜນພັດທະນາ​ແບບ​ຍືນ​ຍົງ ​ເພື່ອ​ຮັບປະກັນໃຫ້ມີການສືບຕໍ່​​ຖອດຖອນບົດຮຽນ ແລະ ສ້າງ​ຜົນ​ປະ​ໂຫຍ​ດຕໍ່​ປະ​ເທດຂອງ​ຕົນ​ໃນ​ໄລຍະ​ຍາວ”.

“ເພື່ອຜັນຂະຫຍາຍກິດຈະກໍາ, ອົງການອະນາໄມໂລກ ແລະ ບັນດາຄູ່ຮ່ວມພັດທະນາ ມີຄວາມຍິນດີທີ່ຈະອໍານວຍຄວາມສະດວກໃນການປະສານງານ ແລະ ຮ່ວມມືໃນລະດັບພາກພື້ນ ແລະ ການສະໜັບສະໜູນດ້ານອື່ນ ລວມທັງ ການຊ່ວຍເຫຼືອທາງດ້ານວິຊາການ, ວິທີແກ້ໄຂບັນຫາທີ່ມີປະສິດທິພາບ ແລະ ແບ່ງປັນປະສົບການຈາກບັນດາປະເທດຕ່າງໆ ພ້ອມທັງໃຫ້ການຊ່ວຍເຫຼືອອື່ນໆ ຕາມຄວາມຈໍາເປັນ.”

“ອົງການອະນາໄມໂລກ ຄາດ​ຄະ​ເນວ່າ​ ໃນລະຫວ່າງປີ 2030-2050 ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ຈະ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງໜ້ອຍ 250,000 ຄົນ​ຕໍ່​ປີ ​ໃນທົ່ວໂລກ ຍ້ອນຜົນກະທົບ​ຈາກ​ຄື້ນຄວາມ​ຮ້ອນ, ລະດັບ​ນ້ຳ​ທະ​ເລ​ເພີ່ມສູງ​ຂຶ້ນ, ໄພນ້ຳ​ຖ້ວມ, ໄພ​ແຫ້ງ​ແລ້ງ ​ແລະ​ ເຫດການ​ສະພາບ​ອາກາດທີ່ຮຸນ​ແຮງ​. ສະນັ້ນ, ຮອດເວລາແລ້ວທີ່ຈະຕ້ອງຈັດຕັ້ງປະຕິບັດຕົວຈິງ.”

ທ່ານນາງ ມາຕິນ ເທີເຣີ, ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປລາວ ໄດ້ສະແດງຄວາມຊົມເຊີຍຕໍ່ກະຊວງ ສາທາລະນະສຸກ, ອົງການອະນາໄມໂລກ ແລະ ບັນດາຄູ່ຮ່ວມງານ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນວຽກງານສ້າງຄວາມເຂັ້ມແຂງຂອງລະບົບສາທາລະນະສຸກ. ທ່ານໄດ້ຢືນຢັນຄືນວ່າ ອົງການສະຫະປະຊາຊາດເພື່ອການພັັດທະນາຈະສືບຕໍ່ໃຫ້ການຊ່ວຍເຫຼືອລັດຖະບານໃນການຮັບມືກັບຜົນກະທົບທີ່ເກີດຈາກການປ່ຽນແປງດິນຟ້າອາກາດ ແລະ ໄດ້ຍົກໃຫ້ເຫັນເຖິງການຮ່ວມມືໄລຍະຍາວກັບອົງການອະນາໄມໂລກ ໃນວຽກງານສິ່ງແວດລ້ອມ ແລະ ສຸຂະພາບ.

“ການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງຄວາມທົນທົນຂອງລະບົບສາທາລະນະສຸກ ທີ່ສາມາດທົນທານຕໍ່ເຫດການຕ່າງໆ. ເຖິງແນວໃດກໍຕາມ, ຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ສິ່ງທ້າທາຍອັນສຳຄັນທີ່ພວກເຮົາໄດ້ປະເຊີນແມ່ນວິກິດຂອງການປ່ຽນແປງດິນຟ້າອາກາດ ແລະ ຜົນກະທົບຕໍ່ສຸຂະພາບ. ອົງການສະຫະປະຊາຊາດເພື່ອການພັດທະນາ ເຊິ່ງເປັນອົງການທີ່ໃຫຍ່ທີ່ສຸດທີ່ເຮັດວຽກດ້ານການປ່ຽນແປງດິນຟ້າອາກາດ ໃນລະບົບອົງການສະຫະປະຊາຊາດ ແມ່ນມີຄວາມພ້ອມໃນການສ້າງຄວາມເຂັ້ມແຂງການຮ່ວມມືກັບອົງການອະນາໄມໂລກ ແລະ ພາກລັດ ເພື່ອກຳນົດ ແລະ ຈັດຕັ້ງປະຕິບັດກິດຈະກໍາທີ່ພົວພັນກັບການປ່ຽນແປງດິນຟ້າອາກາດຢ່າງຮີບດ່ວນ ເພື່ອສ້າງຜົນປະໂຫຍດຮ່ວມດ້ານສຸຂະພາບ.”

ກອງ​ປະຊຸມຄັ້ງນີ້ ແມ່ນ​ສະໜັບສະໜູນ​ໂດຍອົງການອະນາໄມໂລກ, ​ອົງການສະຫະ​ປະຊາ​ຊາດເພື່ອການພັດທະນາ ​ແລະ ກອງທຶນ GEF ເຊິ່ງໄດ້​ທົບທວນແຜນຈັດຕັ້ງປະຕິບັດສໍາລັບ​ປີ​ຕໍ່ໜ້າ, ປຶກສາ​ຫາລື​ກ່ຽວ​ກັບ​ສິ່ງທ້າ​ທາຍ​ດ້ານ​ວິຊາ​ການ ​ແລະ ຮັບປະກັນ​ຄວາມ​ສອດຄ່ອງ​ກັບ​ບັນດາ​ສັດຕະຍາບັນໃນ​ລະດັບ​ປະເທດ, ພາກ​ພື້ນ ​ແລະ ​ສາກົນ. ວຽກງານຈຸດສຸມ ແມ່ນປະຕິບັດຄຳໝັ້ນສັນຍາທີ່ໃຫ້ໄວ້ໃນກອງປະຊຸມ COP26 ເຊິ່ງ ສປປ ລາວ ແມ່ນໜຶ່ງໃນ 69 ປະເທດ ທີ່ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສ້າງລະບົບສາທາລະນະສຸກທີ່ທົນທານຕໍ່ການປ່ຽນແປງດິນຟ້າອາກາດ ແລະ ສ້າງໃຫ້ລະບົບປ່ອຍທາດອາຍກາກບອນຕໍ່າ  ແລະ ມີຄວາມຍືນຍົງ.

ບັນດາ​ຫົວ​ຂໍ້​ທີ່​ໄດ້​ປຶກສາ​ຫາລືປະກອບມີ: ການ​ຮັບປະກັນ​ໃຫ້ບັນດາ​ປະ​ເທດ​ຕ່າງໆມີຄວາມ​ພ້ອມ​ໃນການ​ຕອບ​ໂຕ້ກັບການ​ລະບາດ​ຂອງ​ພະຍາດ​ທີ່ເກີດຂື້ນໃໝ່, ຫຼຸດຜ່ອນ​ຄວາມ​ບໍ່​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ເມື່ອເກີດ​ໄພ​ແຫ້ງ​ແລ້ງ, ການ​ຄຸ້ມ​ຄອງ​ສິ່ງ​ເສດ​ເຫຼືອ​ດ້ານ​ສາທາລະນະສຸກ, ການ​ສ້າງ​ຄວາມ​ອາດສາມາດ, ການ​ຮ່ວມ​ມື, ການ​ເຝົ້າ​ລະ​ວັງ ​ແລະ ​ລະບົບ​ແຈ້ງເຕືອນ​ລ່ວງ​ໜ້າ, ການສ້າງສະຖານທີ່ບໍລິການສາທາລະນະສຸກໃຫ້ທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ມີຄວາມຍືນຍົງ.


ກ່ຽວກັບໂຄງການ

ອົງການອະນາໄມໂລກ ຄາດຄະເນ ປີ 2030-2050 ການປ່ຽນແປງດິນຟ້າອາກາດຈະເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 250,000 ຄົນຕໍ່ປີໃນທົ່ວໂລກ ຍ້ອນຜົນກະທົບຈາກຄື້ນຄວາມຮ້ອນ, ລະດັບນ້ຳທະເລເພີ່ມສູງຂຶ້ນ, ໄພນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ເຫດການສະພາບອາກາດທີ່ຮຸນແຮງ.

ເພື່ອຕອບໂຕ້ເຫດການຂ້າງເທິງ, ກອງທຶນ GEF ໄດ້ສະໜອງທຶນໃຫ້ແກ່ 6 ປະເທດດ້ອຍພັດທະນາໃນທະວີບອາຊີ (Asian LDCs) ໃນພາກພື້ນປາຊີຟິກຕາເວັນຕົກ ຂອງອົງການອະນາໄມໂລກ (WPRO) ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເຊິ່ງບັນດາປະເທດດັ່ງກ່າວ ໄດ້ເຂົ້າຮ່ວມໂຄງການການປ່ຽນແປງດິນຟ້າອາກາດ ໃນຫົວຂໍ້ສ້າງຄວາມທົນທານໃຫ້ລະບົບສາທາລະນະສຸກຂອງປະເທດທີ່ມີລາຍຮັບປານກາງຕໍ່າໃນທະວີບອາຊີ (Asian Low Middle-Income Countries). ໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດ ແຕ່ປີ 2019 ໂດຍມີອົງການອະນາໄມໂລກ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຮ່ວມກັບລັດຖະບານຂອງປະເທດທີ່ເຂົ້າຮ່ວມໂຄງການ.

ເພື່ອຕິດຕາມການຈັດຕັ້ງປະຕິບັດໂຄງການ, ຄະນະບໍລິຫານໂຄງການໄດ້ຖືກສ້າງຕັ້ງຂຶ້ນ ໂດຍປະກອບມີຜູ້ຕາງໜ້າຈາກກະຊວງສາທາລະນະສຸກຂອງແຕ່ລະປະເທດທີ່ເຂົ້າຮ່ວມໂຄງການ, ອົງການສະຫະປະຊາຊາດເພື່ອການພັດທະນາ ແລະ ອົງການອະນາໄມໂລກ. ກອງປະຊຸມຄະນະບໍລິຫານໂຄງການລະດັບສາກົນຈະຖືກຈັດຂື້ນທຸກປີ.