© WHO / Romwell Mari Sanchez
Dr Tedros Adhanom Ghebreyesus, WHO Director-General, presented a plaque to Lao Minister of Health Dr Bounfeng Phoummalaysith during the 74th session of the Regional Committee for the Western Pacific in Manila, Philippines.
© Credits

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະກາດລົບລ້າງພະຍາດຂາຊ້າງ

16 October 2023
Media release

ອົງການອະນາໄມໂລກ ໄດ້ປະກາດ ແລະ ຢັ້ງຢືນຢ່າງເປັນທາງການວ່າ ສປປ ລາວ ໄດ້ລົບລ້າງພະຍາດຂາຊ້າງ ທີ່ນອນໃນພະຍາດເຂດຮ້ອນທີ່ຄວນເອົາໃຈໃສ່ເພີ່ມຕື່ມ ທີ່ພາໃຫ້ຄົນເຈັບມີອາການເຈັບເປັນ ແລະ ພິການ ບໍ່ໃຫ້ເປັນບັນຫາທາງດ້ານສາທາລະນະສຸກແລ້ວ. 

ທ່ານ Dr Tedros Adhanom Ghebreyesus, ຜູ້ອໍານວຍການໃຫຍ່ ອົງການອະນາໄມໂລກ ໄດ້ກ່າວວ່າ: “ຂ້າພະເຈົ້າຢາກຂໍສະແດງຄວາມຍິນດີມາຍັງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໄດ້ຮັບການຢັ້ງຢືນການລົບລ້າງພະຍາດຂາຊ້າງ ບໍ່ໃຫ້ເປັນບັນຫາທາງດ້ານສາທາລະນະສຸກ. ຜົນສຳເລັດດັ່ງກ່າວ ເປັນເຄື່ອງພິສູດໃຫ້ເຫັນເຖິງຄວາມເອົາໃຈໃສ່ ໃນການປົກປ້ອງ ແລະ ສົ່ງເສີມສຸຂະພາບຂອງປະຊາຊົນລາວ ສະເໝີມາ.” ທ່ານໄດ້ເປັນກຽດມອບ ໂລ້ ອັນເປັນເຄື່ອງໝາຍຄວາມສຳເລັດ ໃຫ້ແກ່ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ຂອງ ສປປ ລາວ ທີ່ກອງປະຊຸມຄະນະກໍາມະການ ອົງການອະນາໄມໂລກ ປະຈຳພາກພື້ນປາຊີຟິກຕາເວັນຕົກ ໃນອາທິດນີ້ ທີ່ ມະນິລາ, ປະເທດ ຟີລິບປິນ. 

ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ຜົນສໍາເລັດຂອງພວກເຮົາທີ່ຍາດມາໄດ້ໃນຄັ້ງນີ້ ແມ່ນມາຈາກເຫື່ອແຮງການຈັດຕັ້ງປະຕິບັດວຽກງານຮ່ວມກັນຂອງບັນດາບຸກຄະລາກອນສາທາລະນະສຸກ ແລະ ຍັງໄດ້ການສະໜັບສະໜູນຊ່ວຍເຫຼືອຈາກອົງການອະນາໄມໂລກ ແລະ ບັນດາຄູ່ຮ່ວມງານ ລວມທັງ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ທະນາຄານພັດທະນາອາຊີ (ADB), ມູນນິທິ Margaret A. Cargill Foundation, ອົງການສາກົນເພື່ອສຸຂະພາບ ຄອບຄົວ 360 (FHI 360) ແລະ ອົງການ RTI International. ພະຍາດຂາຊ້າງ ຈະບໍ່ກັບຄືນມາມີທີ່ຢືນໃນປະເທດຂອງພວກເຮົາອີກ. ພວກເຮົາຈະສືບຕໍ່ຈັດຕັ້ງປະຕິບັດການກັນ ແລະ ຄວບຄຸມພະຍາດຜ່ານການເຝົ້າລະວັງ ແລະ ຕອບໂຕ້ທຸກກໍລະນີທີ່ເກີດຂື້ນໃໝ່ຢ່າງຮີບດ່ວນ.”

ສປປ ລາວ ເປັນ 1 ໃນ 12 ປະເທດ ແລະ ເຂດປົກຄອງໃນພາກພື້ນປາຊີຟິກຕາເວັນຕົກ ທີ່ໄດ້ປະສົບຜົນສໍາເລັດໃນການລົບລ້າງພະຍາດຂາຊ້າງບໍ່ໃຫ້ເປັນບັນຫາທາງດ້ານສາທາລະນະສຸກນັບຕັ້ງແຕ່ປີ 2000 ເຊິ່ງລວມມີ ປະເທດກໍາປູເຈຍ (Cambodia), ສປ ຈີນ (China), ຄຸກອິດສະແລນ (Cook Islands), ກິຣີບາຕີ (Kiribati), ນີອູ (Niue), ມາດໂຊນ ອິດສະແລນ (Marshall Islands), ປາລາອູ (Palau), ສ ເກົາຫຼີ (Republic of Korea), ຕົງກາ (Tonga), ວານູອາຕູ (Vanuatu), ຫວຽດນາມ (Viet Nam) ແລະ ວາລິດ ແລະ ຟູຕູນາ (Wallis and Futuna).

ທ່ານ ນາງ ດຣ ຊູຊານນາ ເຈຄັບ ໄດ້ກ່າວວ່າ: “ເລື່ອງລາວຜົນສໍາເລັດໃນການລົບລ້າງພະຍາດຂາຊ້າງໃນ ສປປ ລາວ ແມ່ນ ຫຼັກຖານທີ່ໄດ້ສະແດງໃຫ້ເຫັນເຖິງພະລັງຂອງການຮ່ວມມືເຊິ່ງກັນ ແລະ ກັນ ລະຫວ່າງ ລັດຖະບານ, ບັນດາຄູ່ຮ່ວມງານ, ຊຸມຊົນ ແລະ ພະນັກງານແພດໝໍ ຈົນພາໃຫ້ໄດ້ຮັບຜົນສໍາເລັດອັນຍິ່ງໃຫຍ່ ໃນຂະແໜງສາທາລະນະສຸກ. ຜົນສໍາເລັດດັ່ງກ່າວນີ້ ເປັນສິ່ງຢໍ້າເຕືອນໃຫ້ເຮົາເຫັນວ່າ ພວກເຮົາສາມາດເອົາຊະນະສິ່ງທ້າທາຍທີ່ໜ້າຢ້ານກົວທີ່ສຸດໄດ້ ເມື່ອເຮົາມີຄວາມຕັ້ງໜ້າ, ຄວາມເອົາໃຈໃສ່ ແລະ ມີການຮ່ວມມືເຊິ່ງກັນ ແລະ ກັນ.”

ພິທີສະເຫຼີມສະຫຼອງຜົນສຳເລັດໃນການລົບລ້າງພະຍາດຂາຊ້າ ຈະໄດ້ຈັດຂຶ້ນ ໃນວັນທີ 27 ຕຸລາ ທີ່ແຂວງອັດຕະປື, ສປປ ລາວ.

ພະຍາດຂາຊ້າງ ແມ່ນພະຍາດກາຝາກທີ່ມີຍຸງເປັນພາຫະນໍາເຊື້ອ ເຊິ່ງຈະພາໃຫ້ອະໄວຍະວະໃຫຍ່ຂຶ້ນ ເຊິ່ງຈະມີ ອາການເຈັບປວດ, ພິການແບບຮຸນແຮງ ອາດສົ່ງຜົນໃຫ້ມີການລັງກຽດ ແລະ ເຮັດໃຫ້ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ຕາມມາ.   

ໃນປີ 2002, ໃນ ສປປ ລາວ ມີພຽງແຂວງອັດຕະປືເທົ່ານັ້ນທີ່ມີການລະບາດແບບບົ່ມຊ້ອນ ເຊິ່ງພະນັກງານສາທາລະນະສຸກໃນທ້ອງຖິ່ນ ສົມທົບກັບຄູ່ຮ່ວມງານ ກໍໄດ້ມີການດຳເນີນກິດຈະກໍາການ ກິນຢາປິ່ນປົວໃນຊຸມຊົນທີ່ມີຄວາມສ່ຽງ ນັບແຕ່ປີ 2012-2017. ກິດຈະກໍາລົບລ້າງພະຍາດຂາຊ້າງ ຍັງໄດ້ຮັບຜົນປະໂຫຍດຈາກກິດຈະກໍາຫຼຸດຜ່ອນອັດຕາການຕິດເຊື້ອພະຍາດໄຂ້ມາລາເຣຍ ແລະ ໄຂ້ຍຸງລາຍນໍາອີກ ເຊິ່ງລວມມີ ກິດຈະກໍາການຢາຍມຸ້ງຍ້ອມຢາ ແລະ ຂະບວນການໃຫ້ສຸຂະສຶກສາ. ບັນດາຄູ່ຮ່ວມງານ ແລະ ຜູ້ໃຫ້ທຶນກໍໄດ້ໃຫ້ການສະໜັບສະໜູນໃນກິດຈະກໍາການຢາຍຢາ, ລົງຕິດຕາມ ແລະ ການສໍາຫຼວດເພື່ອປະເມີນການສົ່ງເຊື້ອ. 

ທ່ານ ດຣ ຢິງ-ຣູ ໂລ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ການລົບລ້າງພະຍາດຂາຊ້າງ ໃນ ສປປ ລາວ ຖືເປັັນຜົນສໍາເລັດອັນຍິ່ງໃຫຍ່ ແລະ ຍັງເປັນເຫດຜົນໃຫ້ເຮົາເບິ່ງໂລກໃນແງ່ດີ ໂດຍສະເພາະພາຍຫຼັງຜົນສໍາເລັດໃນການຕອບໂຕ້ຕໍ່ພະຍາດໂຄວິດ-19. ເຖິງເວລາແລ້ວທີ່ເຮົາຈະຕ້ອງໄດ້ລົງທຶນທາງດ້ານຊັບພະຍາກອນ ລວມທັງງົບປະມານເພື່ອສືບຕໍ່ ແລະ ສ້າງຜົນສຳເລັດ ໂດຍການຮັກສາລະບົບການບໍລິການດ້ານສາທາລະນະສຸກທີ່ຈໍາເປັນ ແລະ ສືບຕໍ່ລົບລ້າງພະຍາດອື່ນໆອີກ.”


ສປປ ລາວ ໄດ້ສຸມໃສ່ວຽກງານການລົບລ້າງພະຍາດ 

ສປປ ລາວ ແມ່ນກໍາລັງຈັດຕັ້ງປະຕິບັດວຽກງານການລົບລ້າງ 2 ພະຍາດທີ່ມີແມງໄມ້ເປັນພາຫະນໍາເຊື້ອເຊັ່ນ: ພະຍາດໄຂ້ມາລາເຣຍ ແລະ ພະຍາດໃບໄມ້ໃນເລືອດ. ສໍາລັບການກໍາຈັດພະຍາດໄຂ້ມາລາເຣຍ ທີ່ມີຍຸງເປັນພາຫະ ນໍາເຊື້ອ ແມ່ນໄດ້ນໍາໃຊ້ຍຸດທະສາດແບບເລັ່ງລັດກໍາຈັດ ເຊິ່ງສຸມໃສ່ການດໍາເນີນກິດຈະກໍາສຸຂະສຶກສາ, ກວດເລືອດຄົ້ນຫາກໍລະນີຕິດເຊື້ອມາລາເຣຍ, ໃຫ້ການປິ່ນປົວຜູ້ຕິດເຊື້ອ ພ້ອມທັງການເຝົ້າລະວັງພະຍາດ ແລະ ການສະໜອງມຸ້ງໃຫ້ແກ່ປະຊາຊົນທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ ເພື່ອຊ່ວຍໃຫ້ ສປປ ລາວ ກ້າວໄປສູ່ການກໍາຈັດພະຍາດໄຂ້ມາລາເຣຍຊະນິດຟານຊີປາລອມ ພາຍໃນປີ 2023. 

ພາຍໃນປີ 2030, ສປປ ລາວ ມີຄວາມມຸ່ງໝັ້ນວ່າຈະລົບລ້າງພະຍາດໃບໄມ້ໃນເລືອດ ເຊິ່ງເປັນພະຍາດກາຝາກທີ່ມີ ຫອຍເປັນພາຫະນໍາເຊື້ອ. ຄວາມພະຍາຍາມໃນການລົບລ້າງ ສຸມໃສ່ກິດຈະກໍາຢາຍຢາປິ່ນປົວທົ່ວປວງຊົນ, ສົ່ງເສີມວຽກງານນໍ້າ, ສຸຂາພິບານ ແລະ ສຸຂະອະນາໄມ, ເຊື່ອມສານບົດຮຽນ ກ່ຽວກັບ ພະຍາດນີ້ເຂົ້າໃນຫຼັກສູດການຮຽນການສອນໃນໂຮງຮຽນສາມັນສຶກສາ ເພື່ອໃຫ້ນັກຮຽນຮັບຮູ້ ແລະ ເຂົ້າໃຈວິທີການກັນ ແລະ ຄວບຄຸມພະຍາດ. 

ຂໍ້ມູນເພີ່ມຕື່ມສໍາລັບບັນນາທິການ

ໃນປີ 1997, ສະມັດຊາໃຫຍ່ຂອງອົງການອະນາໄມໂລກ ໄດ້ລົງມະຕິ ລົບລ້າງພະຍາດຂາຊ້າງ ບໍ່ໃຫ້ເປັນບັນ ຫາທາງດ້ານສາທາລະນະສຸກ. ໃນປີ 2000, ອົງການອະນາໄມໂລກ ໄດ້ເປີດໂຄງການໃນທົ່ວໂລກ ກ່ຽວກັບການ ລົບລ້າງພະຍາດຂາຊ້າງ. ໂຄງການ ແມ່ນໄດ້ສຸມໃສ່ການຢຸດການແຜ່ເຊື້ອພະຍາດອອກເປັນວົງກວ້າງ, ການປິ່ນ ປົວປະຊາຊົນທີ່ນອນໃນເຂດເປົ້າໝາຍທີ່ມີການຕິດເຊື້ອໃນທຸກໆປີ, ຫຼຸດຜ່ອນອາການເຈັບເປັນຂອງ ຜູ້ທີ່ຕິດ ເຊື້ອຈາກພະຍາດຂາຊ້າງ ໂດຍມີການຄຸ້ມຄອງກໍລະນີທີ່ເຈັບເປັນ ແລະ ປ້ອງກັນຄວາມພິການທີ່ອາດຈະເກີດ ຂຶ້ນ ໂດຍຜ່ານລະບົບການໃຫ້ບໍລິການສາທາລະນະສຸກທີ່ຈໍາເປັນ. 

ນັບຕັ້ງແຕ່ອົງການອະນາໄມໂລກໄດ້ເລີ່ມໂຄງການລົບລ້າງພະຍາດຂາຊ້າງໃນທົ່ວໂລກໃນປີ 2000, ໄດ້ມີ 13 ປະເທດ ແລະ ເຂດປົກຄອງທີ່ໄດ້ຮັບການຢັ້ງຢືນການລົບລ້າງບໍ່ໃຫ້ເປັນບັນຫາສາທາລະນະສຸກແລ້ວ ຈາກທັງໝົດ 24 ປະເທດ ແລະ ເຂດປົກຄອງທີ່ມີການຕິດເຊື້ອແບບບົ່ມຊ້ອນໃນຂົງເຂດປາຊີຟິກຕາເວັນຕົກ. 13 ປະເທດ ດັ່ງກ່າວ ປະກອບມີ ປະເທດກໍາປູເຈຍ (Cambodia), ສປ ຈີນ (China), ຄຸກອິດສະແລນ (Cook Islands), ກິຣີບາຕີ (Kiribati), ນີອູ (Niue), ມາດໂຊນ ອິດສະແລນ (Marshall Islands), ປາລາອູ (Palau), ສ ເກົາຫຼີ (Republic of Korea), ຕົງກາ (Tonga), ວານູອາຕູ (Vanuatu), ຫວຽດນາມ (Viet Nam) ແລະ ວາລິດ ແລະ ຟູຕູນາ (Wallis and Futuna). ພະຍາດນີ້ຍັງຄົງລະບາດແບບບົ່ມຊ້ອນ ໃນອາເມລິກາ ຊາມົວ (American Samoa), ບຣູໄນ ດາຣູຊາລາມ (Brunei), ຟິຈີ (Fiji), ໂປລີເນຊີ ຝຣັ່ງແຊ (French Polynesia), ມາເລເຊຍ (Malaysia), ສະຫະພັນທະລັດ ມີໂຄເນຊີ (Federated States of Micronesia), ນູແວນ ກາເລໂດນີ (New Caledonia), ປາປົວນິວກີເນ (Papua New Guinea), ຟີລິບປິນ (Philippines), ຊາມົວ (Samoa) ແລະ ຕູວາລູ (Tuvalu). 

ອົງການອະນາໄມໂລກ ແມ່ນອົງການໃນເຄືອຂ່າຍອົງການສະຫະປະຊາຊາດ ທີ່ຮັບຜິດຊອບ ກ່ຽວກັບ ວຽກງານ ສາທາລະນະສຸກ ເຊິ່ງໄດ້ເຮັດວຽກຮ່ວມກັບ 194 ປະເທດສະມາຊິກ ໃນ 6 ພາກພື້ນ. ອົງການອະນາໄມໂລກ ປະຈໍາພາກພື້ນປາຊີຟິກຕາເວັນຕົກ ແມ່ນບ່ອນຢູ່ອາໄສຂອງຄົນຫຼາຍກວ່າ 1.9 ຕື້ຄົນ. ກອງປະຊຸມຄັ້ງທີ 74 ຂອງຄະນະກໍາມະການ ອົງການອະນາໄມໂລກ ປະຈຳພາກພື້ນປາຊິຟິກຕາເວັນຕົກ ແມ່ນຈະໄດ້ຈັດຂຶ້ນໃນວັນທີ 16 ຫາ 20 ຕຸລາ 2023 ທີ່ ມະນິລາ, ຟີລິບປິນ.