WHO/Soudaphone Viravongsa
ປະທານຄະນະກຳມາທິການວັດທະນະທຳສັງຄົມ ປະຈຳ ສະພາແຫ່ງຊາດ ຮັບຫຼຽນລາງວັນຈາກ ຜູ້ຕາງໜ້າອົງການອະນາໄມໂລກ
© Credits

ສະພາແຫ່ງຊາດ ໄດ້ຮັບລາງວັນຈາກອົງການອະນາໄມໂລກ ດ້ວຍຜົນງານໃນການຄວບຄຸມຢາສູບ ແລະ ຢາສູບໄຟຟ້າ

31 May 2023
Media release
Vientiane, Lao PDR

ສປປ ລາວ ເປັນໜຶ່ງໃນບັນດາປະເທດໃນໂລກທີ່ສາມາດອອກນິຕິກຳຄວບຄຸມຜະລິດຕະພັນຢາສູບ ແລະ ຢາສູບໄຟຟ້າທຸກຮູບແບບ ແລະ ຍັງເປັນໜຶ່ງໃນບັນດາປະເທດທີ່ຫ້າມຜະລິດ, ນຳເຂົ້າ, ຈໍາໜ່າຍ, ຊື້ ແລະ ຂາຍ ຢາສູບໄຟຟ້າທຸກຮູບແບບ. ຍ້ອນເຫດຜົນທີ່ກ່າວມາຂ້າງເທິງນີ້, ສະພາແຫ່ງຊາດ ໄດ້ຖືກຄັດເລືອກໃຫ້ໄດ້ຮັບຫຼຽນລາງວັນ ເນື່ອງໃນວັນງົດສູບຢາໂລກ ຈາກສຳນັກງານໃຫຍ່ຂອງອົງການອະນາໄມໂລກ ທີ່ຕັ້ງຢູ່ເມືອງເຊີແນວ, ປະເທດສະວິດເຊີແລນ.

ໃນພິທີການມອບຫຼຽນລາງວັນ ມື້ນີ້, ທ່ານ ນາງ ທຸມມາລີ ວົງພະຈັນ, ປະທານກຳມາທິການວັດທະນະທຳ-ສັງຄົມ, ສະພາແຫ່ງຊາດ ໄດ້ຮັບການມອບຫຼຽນລາງວັນ ຈາກ ທ່ານ ນາງ ດຣ ຢິງ-ຣູ ແຈັກກະລິນ ໂລ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ແລະ ເຂົ້າຮ່ວມເປັນພະຍານໂດຍ ປອ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຄະນະຈາກກະຊວງສາທາລະນະສຸກ ແລະ ບັນດາສະມາຊິກສະພາທີ່ກ່ຽວຂ້ອງ.

ໃນໄລຍະຜ່ານມາ, ລັດຖະບານແຫ່ງ ສປປ ລາວ ໄດ້ມີຄວາມຄືບໜ້າອັນໃຫຍ່ຫຼວງ ໃນການປົກປ້ອງປະຊາຊົນຈາກຜົນຮ້າຍຂອງການຊົມໃຊ້ຢາສູບ ແລະ ຢາສູບໄຟຟ້າ ທຸກຮູບແບບ. ຄວາມຄືບໜ້າດັ່ງກ່າວປະກອບມີ: ການພິມຄຳເຕືອນສຸຂະພາບທີ່ີເປັນຮູບພາບ, ການຈັດຕັ້ງປະຕິບັດນະໂຍບາຍ ກ່ຽວກັບ ສະຖານທີ່ເຮັດວຽກ ແລະ ສະຖານທີ່ສາທາລະນະ ປອດຢາສູບ ແລະ ການຫ້າມໂຄສະນາ, ສົ່ງເສີມ ແລະ ການສະໜັບສະໜູນ ຈາກບໍລິສັດຢາສູບ. ໃນປີ 2021, ໄດ້ມີການປັບປຸງ ກົດໝາຍ ວ່າດ້ວຍການຄວບຄຸມຢາສູບ ເຊິ່ງໄດ້ເລີ່ມຫ້າມການນຳເຂົ້າ, ການຈຳໜ່າຍ ແລະ ຊົມໃຊ້ຢາສູບໄຟຟ້າທຸກຮູບແບບ ເຊິ່ງປະກອບມີ: ຢາສູບໄຟຟ້າ, ຢາສູບອາຍລະເຫີຍ ແລະ ຊີຊາ.

ທ່ານ ນາງ ທຸມມາລີ ວົງພະຈັນ, ປະທານກຳມາທິການວັດທະນະທຳ-ສັງຄົມ ຂອງສະພາແຫ່ງຊາດ ໄດ້ກ່າວວ່າ: “ພວກເຮົາໃຫ້ຄວາມສຳຄັນເປັນຢ່າງຍິ່ງຕໍ່ກັບວຽກງານການປົກປ້ອງສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ທຸກທົ່ວໜ້າ. ການຮັບຮອງນິຕິກຳ ຖືເປັນບາດກ້າວທີ່ສຳຄັນ ແລະ ພວກເຮົາກໍມີຄວາມພາກພູມໃຈທີ່ຄວາມພະຍາຍາມຂອງກຳມາທິການເຮົາຕໍ່ກັບວຽກງານດັ່ງກ່າວເກີດດອກອອກຜົນ ແລະ ໄດ້ຮັບການຍ້ອງຍໍຈາກສາກົນ. ລາງວັນດັ່ງກ່າວນີ້ ເປັນສິ່ງຢ້ຳເຕືອນເຖິງຜົນງານ ແລະ ວຽກງານທີ່ຕ້ອງຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອເປັນການປົກປ້ອງສຸຂະພາບ ລວມທັງການຮັບປະກັນການຈັດຕັ້ງປະຕິບັດກົດໝາຍຢ່າງເຂັ້ມງວດ.”

ໃນການມອບຫຼຽນລາງວັນ, ດຣ ຢິງ-ຣູ ແຈັກກະລິນ ໂລ, ຜູ້ຕາງໜ້າອົງການອະນາໄມໂລກ ໄດ້ກ່າວວ່າ: “ຄວາມພະຍາຍາມຂອງ ສປປ ລາວ ໃນວຽກງານອອກນິຕິກຳ ແລະ ການຈັດຕັ້ງປະຕິບັດນິຕິກຳດັ່ງກ່າວ ຖືວ່າເປັນທີ່ໜ້າປະທັບໃຈ ແລະ ເຮັດໃຫ້ ສປປ ລາວ ເປັນປະເທດທີ່ນຳໜ້າໃນການຫຼຸດຜ່ອນການເສຍຊີວິດຈາກສາເຫດທີ່ສາມາດຫຼີກລ້ຽງໄດ້, ໂດຍຜົນສຳເລັດດັ່ງກ່າວນີ້ ແມ່ນຍ້ອນມີການນຳທີ່ໃຫ້ການສະໜັບສະໜູນ ແລະ ຊີ້ນຳນຳພາ ຈາກສະພາແຫ່ງຊາດ ແລະ ກະຊວງສາທາລະນະສຸກຢ່າງຕໍ່ເນື່ອງ ແລະ ເຂັ້ມແຂງ. ແຕ່ເຖິງຢ່າງໃດກໍຕາມ, ສປປ ລາວ ຍັງມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 6 700 ຕໍ່ປີ ຍ້ອນການຊົມໃຊ້ຢາສູບ ເຊິ່ງໃນນັ້ນ ແມ່ນເສຍຊີວິດ 17 ຄົນຕໍ່ມື້ ຈາກພະຍາດທີ່ເປັນຜົນມາຈາກການຊົມໃຊ້ຢາສູບ ເປັນຕົ້ນ ມະເຮັງ ແລະ ພະຍາດຫົວໃຈ.”

“ການສູນເສຍທາງຊີວິດ ແລະ ສັງຄົມ ເຫຼົ່ານີ້ ສາມາດຫຼີກລ້ຽງໄດ້ ໂດຍການຈັດຕັ້ງປະຕິບັດບາງມາດຕະການດັ່ງຕໍ່ໄປນີ້: ບາດກ້າວທຳອິດ ກໍຄື ການແກ້ໄຂບັນຫາທີ່ຕິດພັນກັບອາກອນຢາສູບ ແລະ ລາຄາຢາສູບ ເຊິ່ງເປັນອັດຕາອາກອນ ແລະ ລາຄາທີ່ຕໍ່າສຸດໃນບັນດາປະເທດອາຊຽນ. ໃນຂະນະດຽວກັນ, ຕ້ອງອອກນະໂຍບາຍທີ່ເໝາະສົມໃນການຂຶ້ນອາກອນ ແລະ ລາຄາຢາສູບ ຕາມກົດໝາຍ ແລະ ຍຸດຕິການເອື້ອອຳນວຍຜົນປະໂຫຍດ, ສິດທິພິເສດ ແລະ ຍົກເວັ້ນອາກອນຢາສູບ ໃຫ້ບໍລິສັດຢາສູບ. ອັນທີສອງ ກໍຄື ຮັບປະກັນໃຫ້ປະຊາຊົນຮັບຮູ້ ແລະ ເຄົາລົບກົດໝາຍ ໂດຍສະເພາະ ໃຫ້ຢຸດການຈຳໜ່າຍຢາສູບໄຟຟ້າ ທຸກຮູບແບບ.”

ທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ຄຳເຫັນວ່າ: “ຜົນໄດ້ຮັບ ໃນການຈັດຕັ້ງປະຕິບັດວຽກງານຄວບຄຸມຢາສູບກໍຄືບັນດານິຕິກຳໃນໄລຍະຜ່ານມາເຫັນວ່າເຮັດໄດ້ດີສົມຄວນ, ຖືເປັນໝາກຜົນຈາກການ ຈັດຕັ້ງປະຕິບັດຮ່ວມກັນ ຂອງທຸກຂະແໜງການ.  ພວກເຮົາຂໍຮຽກຮ້ອງມາຍັງທຸກກະຊວງ ແລະ ອົງການ ໃຫ້ເພີ່ມທະວີຄວາມພະຍາຍາມໃນການປົກປ້ອງສຸຂະພາບຂອງປະຊາຊົນ ຈາກຜົນຮ້າຍຂອງການຊົມໃຊ້ຢາສູບ ລວມທັງຢາສູບໄຟຟ້າ ທີ່ຍັງມີການລັກລອບວາງຂາຍໃນອິນເຕີເນັດໃຫ້ແກ່ເຍົາວະຊົນ ແລະ ໄວໜຸ່ມ ເຮັດໃຫ້ຄົນລຸ້ນໃໝ່ ສ່ຽງຕໍ່ການເສບຕິດຜະລິດຕະພັນນິໂຄຕີນ.

ວັນທີ 31 ພຶດສະພາ ເປັນວັນງົດສູບຢາໂລກ ເຊິ່ງເປັນໂອກາດໃນການຢ້ຳເຕືອນເຖິງຄວາມສ່ຽງສຸຂະພາບທີ່ເກີດຈາກຊົມໃຊ້ຢາສູບ ແລະ ສະເຫຼີມສະຫຼອງໃຫ້ແກ່ທຸກພາກສ່ວນໃນສັງຄົມທີ່ມີຄວາມພະຍາຍາມໃນວຽກງານຄວບຄຸມຢາສູບໃນທົ່ວທຸກມຸມໂລກ. ກະຊວງສາທາລະນະສຸກ, ອົງການອະນາໄມໂລກ, ອົງການສະຫະປະຊາຊາດ ເພື່ອການພັດທະນາ ແລະ ສະມາພັນຄວບຄຸມຢາສູບອາຊຽນ ຈະໄດ້ມີການຈັດກິດຈະກຳຍ່າງ ເພື່ອສຸຂະພາບ ທີ່ ສວນສາທາລະນະບຶງທາດຫຼວງ, ນະຄອນຫຼວງວຽງຈັນ ໃນວັນເສົາ ທີ 3 ມິຖຸນາ ເວລາ 06:00 ເປັນຕົ້ນໄປ.