
ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຖະແຫຼງການຕໍ່ມວນຊົນ ໂດຍມີ ທ່ານ ດຣ ບຸນກອງ ສີຫາວົງ (ຢູ່ກວໍ້າຂວາຂອງທ່ານ ນາຍົກ), ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ ຮາວເວີດ ໂຊເບລ (ຢູ່ກວໍ້າຂວາຂອງ ທ່ານ ລັດຖະມົນຕີ), ຮັກສາການຜູ້ຕາງ ໜ້າອົງການອະນາໄມໂລກ ແລະ ບັນດາສະມາຊິກຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.
ຮູບ: KPL Lao News Agency
ຫຼັງຈາກທີ່ບໍ່ມີກໍລະນີຜູ້ຕິດເຊື້ອໃໝ່ ເປັນເວລາຫຼາຍກວ່າ 59 ມື້ ແລະ ຄົນເຈັບຄົນສຸດທ້າຍກໍ່ໄດ້ອອກຈາກໂຮງໝໍໃນອາທິດນີ້, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຖະແຫຼງການຕໍ່ ກ່ຽວກັບຜົນສຳເລັດຂອງການສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃນໄລຍະທຳອິດ. ທ່ານໄດ້ຂອບໃຈບັນດາຄູ່ຮ່ວມມືຈາກສາກົນ ທີ່ໄດ້ໃຫ້ການສະໜັບສະໜຸນ ໃນຂະນະດຽວກັນ ທ່ານກໍ່ໄດ້ເຕືອນວ່າ ພະຍາດໂຄວິດ-19 ຈະຍັງເປັນໄພຂົ່ມຂູ່ ຈົນກວ່າຈະມີຢາວັກຊີນປ້ອງກັນ. ໃນພິທີດັ່ງກ່າວ, ທ່ານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ ຮາວເວີດ ໂຊເບລ, ຮັກສາການຜູ້ຕາງໜ້າອົງການອະນາໄມໂລກ ແລະ ບັນດາສະມາຊິກຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກໍ່ໄດ້ຮ່ວມ.
ໃນຖະແຫຼງການ ໃນວັນທີ 10 ມິຖຸນາ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ການຈັດຕັ້ງປະຕິບັດມາດຕະການຄວບຄຸມທີ່ວ່ອງໄວ ແລະ ມີປະສິດທິພາບ ເຊິ່ງສາມາດຢຸດຕິການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້. ນອກຈາກນີ້, ທ່ານຍັງໄດ້ຊົມເຊີຍຕໍ່ການປະກອບສ່ວນ ແລະ ການເສຍສະຫຼະຂອງມວນຊົນ ໃນການປະຕິບັດຂໍ້ຫ້າມການໄປສະຖານທີ່ໃດໜຶ່ງ ແລະ ການປະຕິບັດກິດຈະກຳໃດໜຶ່ງ. ທ່ານໄດ້ຮັບຮູ້ການສະໜັບສະໜຸນທີ່ມີປະສິດພາບ ແລະ ທັນການ ຂອງບັນດາຂະແໜງການພາກລັດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ໃນການຕໍ່ສູ້ກັບພະຍາດໂຄວິດ-19. ຄວາມສຳເລັດເບື້ອງຕົ້ນແມ່ນມາຈາກ 6 ເງື່ອນໄຂທີ່ສໍາຄັນລຸ່ມນີ້:
- ສປປ ລາວ ໄດ້ມີມາດຕະການປ້ອງກັນແຕ່ຫົວທີ, ເຫັນຄວາມອັນຕະລາຍໄວ້ລ່ວງໜ້າ ແລະ ເລີ່ມສະກັດກັ້ນໄວ້ກ່ອນ ຄືພວກເຮົາເຄີຍໃຊ້ຄໍາເວົ້າວ່າ: “ປ້ອງກັນດີກວ່າແກ້” ຫຼື “ຕັດໄຟແຕ່ຕົ້ນລົມ” ເປັນຕົ້ນ. ສະນັ້ນ, ຈຶ່ງໄດ້ອອກບັນດາມາດຕະການປ້ອງກັນໄວ້ເປັນໄລຍະໆ ຢ່າງມີການຄິດໄລ່;
- ການນຳຂັ້ນສູງສຸດໃຫ້ຄວາມສຳຄັນ ແລະ ມີການຊີ້ນໍາເປັນປົກກະຕິ ແລະ ເປັນເອກະພາບສູງ ໃນການປະຕິບັດບັນດາມາດຕະການ ແລະ ໄດ້ຊີ້ນຳຢ່າງຈົດຈໍ່;
- ທຸກການຈັດຕັ້ງ, ທຸກອົງການຂອງພັກ, ລັດ, ອົງການຈັດຕັ້ງແນວໂຮມ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງສັງຄົມ ໄດ້ເປັນກຳລັງແຮງໃນການຈັດຕັ້ງປະຕິບັດ ບັນດາມາດຕະການທີ່ລັດຖະບານວາງອອກ ຢ່າງເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງແທ້;
- ປະຊາຊົນທຸກຖ້ວນໜ້າ ເຂົ້າຮ່ວມຢ່າງມີສະຕິ ດ້ວຍຄວາມເປັນເຈົ້າ, ຄວາມຄວາມຕື່ນຕົວສູງ, ລວມທັງປະກອບສ່ວນທາງດ້ານວັດຖຸປັດໄຈ, ກຳລັງແຮງ ທັງກາຍ ແລະ ໃຈ ຫຼາຍຮູບ ຫຼາຍວິທີ ທີ່ກວ້າງຂວາງ, ປະດິສ້າງ ທີ່ອຸດົມສົມບູນ ເຂົ້າໃນການຕໍ່ສູ້ກັບພະຍາດໂຄວິດ-19 ນີ້ ຢ່າງເປັນຂະບວນຟົດຟື້ນ ດ້ວຍຄວາມເປັນຈິດໜຶ່ງໃຈດຽວ ແລະ ເສຍສະຫຼະ;
- ບັນດາໜ່ວຍງານທີ່ຮັບຜິດຊອບ ເຊັ່ນ: ຄະນະສະເພາະກິດທຸກຂັ້ນ, ທຸກລະດັບ, ພະຫະນະສື່ມວນຊົນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານສາທາລະນະສຸກທຸກຂັ້ນ ເປັນຕົ້ນ ແພດໝໍທີ່ໄດ້ຂະໜານນາມວ່າ: “ເປັນນັກຮົບເສື້ອຂາວ, ຜູ້ປະຈັນບານ, ...” ໄດ້ປະຕິບັດໜ້າທີ່ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ແລະ ປະດິດສ້າງ;
- ສປປ ລາວ ໄດ້ຮັບການສະໜັບສະໜຸນ ຢ່າງທັນການ ແລະ ມີປະສິດທິຜົນ ຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ.
ທ່ານ ດຣ ຮາວເວີດ ໂຊເບລ, ຮັກສາການຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ຊົມເຊີຍຜົນສຳເລັດ ຂອງລັດຖະບານລາວ ໃນການສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຄັ້ງທຳອິດ ຢູ່ລາວ:
“ການໂຕ້ຕອບຂອງ ສປປ ລາວ ຕໍ່ການລະບາດຂອງພະຍາດໂຄວິດ-19 ໃນໄລຍະທຳອິດ ໄດ້ກາຍເປັນແບບຢ່າງທີ່ດີ. ລັດຖະບານໄດ້ເຫັນຄວາມອັນຕະລາຍຂອງພະຍາດນີ້ແຕ່ຫົວທີ ແລະ ນຳໃຊ້ວິທີການທີ່ຖືກຕ້ອງ ເພື່ອຢຸດຕິການລະບາດຂອງພະຍາດດັ່ງກ່າວ. ສິ່ງເຫຼົ່ານີ້ ໄດ້ຊ່ວຍຊີວິດຄົນຫຼາຍຊີວິດໂດຍບໍ່ຕ້ອງສົງໄສ. ອົງການອະນາໄມໂລກ ຮູ້ສຶກເປັນກຽດທີ່ໄດ້ຮ່ວມເຮັດວຽກກັບກະຊວງສາທາລະນະສຸກ ແລະ ຄະນະສະເພາະກິດ ເພື່ອການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະເວລາທີ່ຫຍຸ້ງຍາກ ແຕ່ກໍ່ໄດ້ຮັບຜົນສຳເລັດດີ. ເຖິງຢ່າງໃດກໍ່ຕາມ, ຄືດັ່ງທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ: ນີ້ເປັນພຽງຄວາມສຳເລັດເບື້ອງຕົ້ນ. ພະຍາດໂຄວິດ-19 ຍັງຄົງລະບາດຢູ່ໃນຫຼາຍປະເທດໃນທົ່ວໂລກ. ພວກເຮົາຕ້ອງໄດ້ສືບຕໍ່ກະກຽມສຳລັບການລະບາດຮອບໃໝ່.”
ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຢໍ້າເຕືອນກັບມວນຊົນວ່າ:
“ປະຈຸບັນ ແລະ ຕໍ່ໜ້າ ພວກເຮົາກໍ່ຍັງຢູ່ໃນສະພາບການທີ່ທ້າທາຍ ແລະ ຫຼໍ່ແຫຼມຫຼາຍດ້ານ ທີ່ບໍ່ອາດຈະປະໝາດ, ລະເຫຼີງ ແລະ ເຜີຕົວໄດ້ ເປັນອັນຂາດ. ພວກເຮົາ ຕ້ອງພ້ອມກັນມີສະຕິລະວັງຕົວໃຫ້ສູງກວ່າເກົ່າ, ສືບຕໍ່ປະຕິບັດຄໍາສັ່ງ, ຄຳແນະນຳ ແລະ ແຈ້ງການ ທີ່ອອກມາຢ່າງເຂັ້ມງວດ. ລັດຖະບານ ຈະຕິດຕາມ ແລະ ປະເມີນສະຖານະການ ທຸກໆໄລຍະ ເພື່ອຈະມີການປັບປຸງ ແລະ ປ່ຽນແປງ ໄປຕາມສະຖາບການ ຢ່າງສົມເຫດສົມຜົນ ເພື່ອສ້າງໂອກາດໃຫ້ປະຊາຊົນ ແລະ ຜູ້ປະກອບ ໄດ້ດຳລົງຊີວິດ ທຳມາຫາກິນ ແລະ ດຳເນີນກິດຈະການ ຢ່າງເປັນປົກກະຕິ ໄວເທົ່າທີ່ຈະໄວໄດ້. ເຖິງຢ່າງໃດກໍ່ຕາມ, ພວກເຮົາຕ້ອງໄດ້ຕັດສິນໃຈ ປ້ອງກັນ ແລະ ຄວບຄຸມ ດ້ວຍທຸກກຳລັງແຮງ ແລະ ດ້ວຍມາດຕະການທີ່ເໝາະສົມ ເພື່ອບໍ່ໃຫ້ພະຍາດ COVID-19 ກັບຄືນມາລະບາດອີກຮອບ 2 ຫຼື ຮອບຕໍ່ໆໄປໄດ້.”
ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ແຕ່ລະຄົນ, ແຕ່ລະຄອບຄົວ, ແຕ່ລະການຈັດຕັ້ງແຕ່ເທິງລົງລຸ່ມ ໃຫ້ໃຊ້ໂອກາດນີ້ ປັບວິຖີຊີວິດ ຫຼື ເວົ້າອີກຢ່າງໜຶ່ງວ່າ ການດຳລົງຊີວິດແບບໃໝ່ ‘new normal’ ໂດຍໃຫ້ມີສະຕິລະວັງຕົວຫຼາຍຂຶ້ນ, ກ້າວໜ້າ ທັນສະໄໝ ສີວິໄລຫຼາຍຂຶ້ນ, ປະຢັດມັດທະຍັດ ແລະ ມີລະບຽບວິໄນຫຼາຍຂຶ້ນ ເພື່ອບໍ່ໃຫ້ພະຍາດໂຄວິດ-19 ກັບມາສູ່ສັງຄົມເຮົາເປັນຮອບທີ 2 ອີກ.
ອົງການອະນາໄມໂລກ ກຳລັງເຮັດວຽກຮ່ວມກັບກະຊວງສາທາລະນະສຸກ ພ້ອມກັບກະຊວງອື່ນໆ ແລະ ຄູ່ຮ່ວມພັດທະນາ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານປ້ອງກັນພະຍາດໂຄວິດ-19 ແລະ ພະຍາດອື່ນໆ ເຊິ່ງປະກອບມີວຽກງານລຸ່ມນີ້:
- ສືບຕໍ່ພັດທະນາລະບົບເຕືອນໄພໃຫ້ວ່ອງໄວ ເພື່ອກວດພົບການລະບາດຂອງພະຍາດທາງລະບົບຫາຍໃຈ ທີ່ອາດເປັນໄປໄດ້.
- ເພີ່ມຄວາມສາມາດໃຫ້ທົ່ວທຸກແຂງ ໃນການຊອກຫາ ແລະ ກັກກັນຜູ້ທີ່ອາດຈະມີເຊື້ອພະຍາດໂຄວິດ-19.
- ອົບຮົມແພດ-ໝໍ ກ່ຽວກັບວິທີຮັກສາ ແລະ ປິ່ນປົວຄົນເຈັບທີ່ອາດຈະມີພະຍາດໂຄວິດ-19.
- ເພີ່ມຄວາມສາມາດຂອງຫ້ອງວິເຄາະ ຢູ່ໃນ ສປປ ລາວ ເພື່ອກວດຫາພະຍາດໂຄວິດ-19.
- ປະຕິບັດມາດຕະການສຸຂະອະນາໄມ ແລະ ຄວບຄຸມການຕິດເຊື້ອ ເພື່ອປ້ອງກັນການແຜ່ເຊື້ອພະຍາດໂຄວິດ-19 ລະຫວ່າງຄົນຕໍ່ຄົນ ຢູ່ໃນບັນດາສູນບໍລິການສຸຂະພາບ, ສູນກັກກັນ ແລະ ດ່ານສາກົນ.
- ຮ່ວມມືກັບຊຸມຊົນ, ອົງການຈັດຕັ້ງມະຫາຊົນ ແລະ ສູນກາງອົງການພະພຸດທະສາດສະໜາ ເພື່ອຫຼຸດຜ່ອນຄວາມຢ້ານກົວ ແລະ ການແບ່ງແຍກ ທີ່ກ່ຽວຂ້ອງກັບພະຍາດໂຄວິດ-19, ຟື້ນຟູຄວາມຕ້ອງການໄປຮັບການບໍລິການສຸຂະພາບທີ່ສຳຄັນ ແລະ ລະບຸການລະບາດຂອງພະຍາດທາງລະບົບຫາຍໃຈໃນອະນາຄົດໃຫ້ໄດ້ໄວ.
- ສ້າງສາງເກັບຮັກສາເຄື່ອງປ້ອງກັນສ່ວນບຸກຄົນ.
- ໂດຍອີງໃສ່ຜົນສຳເລັດເບື້ອງຕົ້ນ, ໃຫ້ ສປປ ລາວ ແລະ ຂະແໜງການສາທາລະນະສຸກ ສືບຕໍ່ກະກຽມສຳລັບການລະບາດຂອງພະຍາດໂຄວິດ-19 ໃນຄັ້ງຕໍ່ໄປ.
ຫຼາຍຄູ່ຮ່ວມພັດທະນາໄດ້ໃຫ້ການສະໜັບສະໜຸນວຽກງານຂ້າງເທິງຂອງກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ. ຄູ່ຮ່ວມມືເຫຼົ່ານີ້ປະກອບມີປະເທດອົດສະຕາລີ, ຈີນ, ຍີ່ປຸ່ນ, ສະຫະພາບເອີຣົບ, ສາທາລະນະລັດເກົາຫຼີ, ລຸກຊໍາບວກ, ສະວິດເຊີແລນ, ສະຫະຣາຊອານາຈັກອັງກິດ, ສະຫະລັດອາເມລິກາ ແລະ ຫວຽດນາມ.
ອ່ານບົດຖະແຫຼງການຂອງທ່ານ ນາຍົກລັດຖະມົນຕີ [ເປັນພາສາລາວ].